google-site-verification: google0d91bc93cfc88895.html ສະພາບແວດລ້ອມ ທີ່ເໝາະສົມ ໃນການຈະເລີນເຕີບໂຕ ຂອງອ້ອຍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, June 13, 2014

ສະພາບແວດລ້ອມ ທີ່ເໝາະສົມ ໃນການຈະເລີນເຕີບໂຕ ຂອງອ້ອຍ


ປັດ​ໃຈ​ຕ່າງໆ​ທີ່​ກ່ຽວຂ້ອງ​ກັບ​ການຈະ​ເລີ​ນ​ເຕີບ​ໂຕ ​ແລະ ຜົນ​ຜະລິດ​ຂອງ​ອ້ອຍມີ​ດັ່ງນີ້:

1.          ແສງ​ແດດ (Sunlight)

ອ້ອຍ​ເປັນ​ພືດ​ທີ່​ຕ້ອງການ​ແສງ​ແດດ​ຫລາຍ​ກວ່າ​ພືດ​ອື່ນໆ ​ແສງ​ແດດ​ຕ້ອງ​ເປັນ​ແສງ​ແດດ​ກ້າ ປາສະຈາກ​ເມກ​ປົກ​ຄຸມ ​ແລະ ​ໄດ້​ຮັບ​ເປັນ​ເວລາ​ດົນ​ດ້ວຍ  ​ແສງ​ແດດ​ເຮັດ​ໃຫ້​ອ້ອຍ​ຈະ​ເລີ​ນ​ເຕີບ​ໂຕ​ດີ ​ໃຫ້​ຜົນ​ຜະລິດ ​ແລະ ຄຸນ​ນະພາ​ບສູງ ຖ້າ​ໄດ້​ຮັບ​ແສງ​ແດດບໍ່​ເຕັມທີ່​ເຊັ່ນ: ປູກ​ໃນ​ຮົ່ມ​ໃຫຍ່ ຫລື ປູກ​ໜາ​ແໜ້ນ​ເກີນ​ໄປ ກໍ່ຈະ​ເຮັດ​ໃຫ້​ຜົນ​ຜະລິດ​ຕົກ​ຕ່ຳ ອ້ອຍ ​ແລະ ພືດ​ສີຂຽວ​ອື່ນໆ ຕ້ອງການ​ແສງ​ແດດ​ເພື່ອ​ສ້າງ​ນ້ຳຕານ​ຈາກ​ວັດຖຸ​ດິບ​ງ່າຍໆ​ຄື: ຄາບ​ອນ​ໄດ​ອອກ​ໄຊ​ຈາກ​ອາກາດ ​ແລະ ນ້ຳຈາກ​ດິນ.

2.         ອຸນຫະພູມ (Temperature)

​ໃນ​ຊ່ວງ​ຈະ​ເລີ​ນ​ເຕີບ​ໂຕ ຄື​ຕັ້ງ​ແຕ່​ປູກ ຈົນ​ເຖິງ​ອາຍຸ 8 ​ເດືອນ ອ້ອຍ​ຕ້ອງການ​ອຸນຫະພູມ​ສູງ ຫລາຍ​ກວ່າ 30 ອົງ​ສາ​ເຊ ​ໂດຍ​ສະ​ເພາະ​ກາງ​ເວັນ ຕອນ​ກາງຄືນ​ອາກາດ​ເຢັນ ຈະ​ເຮັດ​ໃຫ້​ອ້ອຍ ເຕີບ​ໂຕ​ດີ ​ໃນ​ຊ່ວງ​ການຈະ​ເລີ​ນ​ເຕີບ​ໂຕນີ້ ນ້ຳຕານ​ທີ່​ອ້ອຍ​ສ້າງ​ສ່ວນ​ໃຫຍ່ຈະ​ໃຊ້​ໃນ​ການ​ສ້າງ​ໃບ ​ແລະ ລຳຕົ້ນ ຫລັງ​ຈາກ​ນັ້ນກໍ່ຈະ​ເລີ່​ມສະ​ສົມ​ນ້ຳຕານ​ຫລາຍ​ຂຶ້ນ ຈາກ​ກົກ​ສູ່​ຍອດ ​ໃນ​ຊ່ວງ​ນີ້ຕ້ອງ ການ​ອາກາດ​ຂ້ອນ​ຂ້າງ​ເຢັນ ​ໂດຍ​ສະ​ເພາະ​ໃນ​ຕອນ​ກາງຄືນ ປະມານ 18-22 ອົງສາ​ເຊ ຕິດຕໍ່​ກັນ​ເປັນ​ເວລາ 2-3 ​ເດືອນ ກໍ່ຈະ​ເຮັດ​ໃຫ້​ອ້ອຍ​ສະ​ສົມ​ນ້ຳຕານ​ຫລາຍ​ຂຶ້ນ ຈົນ​ເຖິງ​ເວລາຕັດອ້ອຍ ​ເປັນ​ຊ່ວງ​ທີ່​ຫວານ​ຫລາຍ​ທີ່​ສຸດ.



3.         ນ້ຳ ​ແລະ ​ຄວາມ​ຊຸ່ມ​ຊື່ນ (Water, Moisture)

ນ້ຳ​ເປັນ​ປັດ​ໃຈ​ທີ່​ສຳຄັນ​ທີ່​ສຸດ​ທີ່​ຄວບ​ຄຸມ​ການ​ຜະລິດ ປີ​ໃດ​ຝົນຕົກ​ດີ​ພຽງພໍ​ ກໍ່​ຈະ​ໄດ້​ອ້ອຍ ຫລາຍ ​ແຕ່​ວ່າ​ປີ​ໃດ​ຝົນ​ບໍ່​ຕົກ​ ຜົນ​ການ​ຜະລິດ​ອ້ອຍ​ກໍ່​ຫລຸດ​ລົງ ອ້ອຍ​ຕ້ອງການ​ນ້ຳ​ເໝາະ​ສົມ​ເພື່​ອໃຊ້​ໃນ​ການ​ສ້າງ​ນ້ຳຕານ ​ແລະ ​ການຈະ​ເລີ​ນ​ເຕີບ​ໂຕ​ ຄວາມ​ຕ້ອງການ​ນ້ຳຂອງ​ອ້ອຍ​ຂຶ້ນຢູ່​ກັບ​ໄລຍະ​ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ອ້ອຍ ​ແລະ​ ສະພາບ​​ແວດ​ລ້ອມ. ​ເມື​່ອປູກ​ອ້ອຍ​ໃໝ່​ ອ້ອຍ​ບໍ່​ຕ້ອງການ​ນ້ຳ​ຫລາຍ​ປານ​ໃດ​ ດິນ​ມີ​ຄວາມ​ຊຸ່ມ​ຊື່ນ​ ພຽງ​ແຕ່​ກຳ​ດິນ​ຕິດ​ກັນ​ກໍ່​ປູກ​ໄດ້ແລ້ວ​ ຫລັງ​ຈາກ​ນັ້ນອ້ອຍ​ຕ້ອງ ການ​ນ້ຳ​ຫລາຍ​ຂຶ້ນ​ເລື້ອຍໆ ຈົນ​ເຖິງ​ປະມານ 5 - 6 ​ເດືອນ​ ແມ່ນ​ຕ້ອງການ​ນ້ຳ​ຫລາຍ​ຈົນ​ໃບ​ຊົນ​ກັນ ອ້ອຍ​ຈະ​ມີ​ຄວາມ​ຕ້ອ​ງການ​ນ້ຳ​ຫລາຍ​ທີ່​ສຸດ​ ໄລຍະ​ນີ້ຖ້າ​ຫາກ​ເກີດ​ການ​ຂາດ​ນ້ຳ​ ແລະ​ ປຸຍ​ໃນ​ໂຕ​ເຈນ ຈະ​ເຮ​ັດ​ໃຫ້​ອ້ອຍ​ປ້ອງ​ສັ້ນ, ຜົນ​ຜະລິດ​ຫລຸດ​ລົງ​ ຈົນ​ເຖິງ​ຊ່ວງ​ເວລາ​ເກັບ​ກ່ຽວ​ແມ່ນ​ຕ້ອງການ​ນ້ຳໜ້ອຍ​ທີ່​ສຸດ​ ຫລື ຢູ່​ໃນ​ສະພາບ​ຂາດ​ນ້ຳ​ໜ້ອຍໜຶ່ງກໍ່​ຈະ​ເຮັດ​ໃຫ້​ອ້ອຍ​ຫວານ​ຂຶ້ນ. ສະນັ້ນຄວນ​ປູກອ້ອຍ​ໃຫ້​ເໝາະ​ສົມ ​ແລະ ​ຖືກ​ເວລາ ​ເພື່ອ​ຈະ​ໄດ້​ຮັບ​ປະລິມານ​ນ້ຳ​ຝົນ​ພຽງພໍ .


4.         ອາກາດ

​ໃນ​ອາກາດ​ມີ​ຄາບ​ອນ​ໄດ​ອອກ​ໄຊ ( Co2 ) ​ເປັນ​ວັດຖຸ​ດິບ​ໃນ​ການ​ສ້າງ​ນ້ຳຕານ ​ອ້ອຍ​ເປັນ​ພືດ​ທີ່​ຕ້ອງການ ​ຄາບ​ອນ​ໄດ​ອອກ​ໄຊຫລາຍ ຈຶ່ງ​ເປັນ​ພືດ​ທີ່​ວິ​ເສດ​ຫລາຍ ​ເຊ່ິ​ງຊ່ວຍຫລຸດປະລິມານ ​ຄາບ​ອນ​ໄດ​ອອກ​ໄຊ​ໃນ​ອາກາດ​ລົງ​ ຕາມ​ປົກກະຕິ​ໃນ​ອາກາດ​ທີ່​ບໍ່ມີມົນລະພິດ ຈະ​ມີຄາບ​ອນ​ໄດ​ອອກ​ໄຊ ປະມານ 0,03 % ​ເມື່ອ​ເພີ່ມ​ຄາບ​ອນ​ໄດ​ອອກ​ໄຊ ຈະ​ເຮັດ​ໃຫ້​ການ​ສັງ​ເຄາະ​ແສງ​ເພີ່ມ​ຂຶ້ນ. ​ໃນ​ດິນ​ທີ່​ໜາ​ແໜ້ນ ​ຫລື ມີ​ນ້ຳ​ຫລາຍ​ເກີນ​ໄປ ​ຮາກ​ອ້ອຍ​ຈະ​ຂາດ​ອອກ​ຊີ​ເຈນ​ ເຮັດ​ໃຫ້ການ​ດູດ​ນ້ຳ​ແລະ​ ແຮ່​ທາດ​ອາຫານ​ຖືກ​ຈຳກັດ ຖ້າຂາດ​ນ້ຳ​ຫລາຍ​ອ້ອຍ​ຈະ​ເຫລືອງ ​ແລະ ຕາຍ​​ໄປ​ໃນ​ທີ່​ສຸດ. ສະນັ້ນ​ເຫັນ​ໄດ້​ວ່າ ​ດິນ​ສວນ​ຜຸ​ຜຸ່ຍ ​ແລະ​ ຖ່າຍ​ເທ​ອາກາດ​ໄດ້​ດີ​ ຈຶ່ງຈຳ​ເປັນ ແລະ ເໝາະສົມ​ສຳລັບ​ການ​ປູກ​ອ້ອຍ​ໃຫ້​ໄດ້​ຮັບ​ຜົນ​ດີ.

5.         ດິນ (Soil)

ດິນ​ເປັນ​ບ່ອນທີ່ຢູ່ອາໄສ​ຂອງ​ພືດ ແລະ ພືດຈະເລີນເຕີບໄດ້ດີກໍ່ແມ່ນຍ້ອນດິນ, ດິນ​ເປັນ ບ່ອນໃຫ້ທາດອາຫານ, ນ້ຳ ​ແລະ ອົກ​ຊີ​ເຈນ​ແກ່​ພືດ ​ ​ດິນ​ທີ່ດີ​ຄືດິນ​ທີ່​ມີ​ຄຸນສົມບັດ​ທາງ​ເຄມີ​ທີ່ເໝາະ​ສົມ​ ມີ​ຄວາມ​ເປັນ​ກົດ​ເປັນ​ດ່າງ (PH  5 - 6,5) ມີ​ທາດ​ອາຫານ​ຢ່າງ​ພຽງພໍ, ມີ​ອາກາດ ​ແລະ ນ້ຳທີ່​ເໝາະ​ສົມ  ​ແລະ ມີ​ຈຸລິນ​ຊີ ທີ່​ເປັນ​ປະ​ໂຫຍ​ດ​ແກ່ພືດ​ດ້ວຍ ​ດິນ​ທີ່​ເໝາະ​ສົມ​ແກ່​ການ​ປູກ​ອ້ອຍ​ທີ່​ສຸດ​​ແມ່ນດິນ​ຮ່ວນ​ປົນ​ຊາຍ, ລະບາຍ​ນ້ຳ​ໄດ້​ດີ ​ແລະ ອິນ​ຊີ​ວັດຖຸ​ບໍ່​ຕ່ຳ​ກ່ວາ 2 % ການ​ປັບປຸງ​ດິນກໍ່​ເປັນ​ສ່ິງ​ສຳຄັນ ​ແລະ ຈຳ​ເປັນ​ຈະ​ຕ້ອງ​ໄດ້​ປະຕິບັດ​ ເພື່ອ​ໃຫ້​ໄດ້​ຜົນ​ດີ ​ແລະ ຍາວ​ນານຄື​ການ​ເພີ່​ມອົກ​ຊີ​ວັດຖຸ​ໃຫ້​ແກ່​ດິນ​ຢູ່​ສະ​ເໜີ.

 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ