google-site-verification: google0d91bc93cfc88895.html ຄວາມຫມາຍຄວາມສຳຄັນ ແລະ ລັກສະນະຂອງພືດສາດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, June 12, 2014

ຄວາມຫມາຍຄວາມສຳຄັນ ແລະ ລັກສະນະຂອງພືດສາດ


 ພືດ​ສາດມີຄວາມ​ໝາຍ​ຄື


ພືດ​ສາດ(Botany) ເປັນ​ສາຂາ​ວິຊາ​ໜຶ່ງ​ຂອງ​ຊີວະ​ວິທະຍາ, ​ເຊິ່ງສຶກສາ​ກ່ຽວ​ກັບ​ພືດ​ສາດ​ໃນ​ດ້ານ​ໂຄງ​ສ້າ​ງ, ສ່ວນ​ປະກອບ ​ແລະ ໜ້າ​ທີ່​ຂອງ ​ເຊ​ວ, ຮາກ,ລຳຕົ້ນ, ​ໃບ, ດອກ ​ແລະ ໝາກ( ລວມທັງ​ໃນ​ແກ່ນ )ຕະລອດ​ເຖິງ​ຂະ​ບວນການ​ຕ່າງໆ​ເພື່ອ​ການ​ດຳລົງ​ຊີບ​ຂອງ​ພືດ​ເປັນຕົ້ນ​ແມ່ນ​ການ​ຫາຍ​ໃຈ, ການ​ສັງ​ເຄາະ​ແສງ, ການ​ລຳລຽງ​ນ້ຳ ແຮ່​ທາດ ອາຫານ, ການຈະ​ເລີ​ນ​ເຕີບ​ໂຕ​ລວມທັງ​ການ​ສຳພັນ​ລະຫວ່າງ​ພືດ​ກັບ​ສິ່ງ​ແວດ​ລ້ອມ.

  ພືດ​ສາດ​ມີຄວາມ​ສຳຄັນ​ຄື:


ມະນຸດ​ມີ​ຄວາມ​ສຳພັນ​ກັບ​ພືດ​ຕະຫຼອດ​ເວລາ​ທັງ​ທາງ​ກົງ ​ແລະ ທາງ​ອ້ອມ​, ມະນຸດອາ​ໃສ​ພືດ​ເປັນ​ພື້ນຖານ​ໃນ​ການ​ດຳລົງ​ຊີວິດ​ບໍ່​ວ່າຈະ​ເປັນ​ທາງ​ດ້ານທີ່ຢູ່​ອາ​ໃສ, ​ເຄື່ອງນຸ່ງ​ຮົ່ມ​, ອາຫານ ແລະ ຢາ​ປົວ​ພະຍາດ
ພືດ​ເປັນ​ສ່ວນ​ໜື່ງຂອງ​ສິ່ງ​ແວດ​ລ້ອມດ ພືດ​ຊ່ວຍ​ລົດ​ບັນຫາ​ມົນ​ລະ​ພິດ​ທາງ​ອາກາດ ​ແລະ ນ້ຳ​, ເຮັດ​ໃຫ້ການ​ໝູນວຽນ​ຂອງ​ທາດ​ອາຫານ​ເພີ່ມ ​ແລະ ອຸດົມສົມບູນ​ຂື້ນ, ຮັກສາ​ຄວາມ​ຊຸ່ມ​ຊື່ນ​ຕະຫຼອດ​ຮອດ​ປ້ອງ​ກັນ​ນ້ຳ​ຖ້ວມ, ການ​ພັງ​ທະລາ​ຍຂອງ​ດິນ​ອີກ​ດ້ວຍ

ພືດ​ມີ​ລັກສະນະ​ທີ່​ສຳຄັນ​ດັ່ງ​ນີ້:


          ການຈະ​ເລີ​ນ​ເຕີບ​ໂຕ ແລະ ການ​ສືບ​ພັນ: ພືດ​ມີ​ການຈ​ະ​ເລີ​ນ​ເຕີບ​ໂຕ​ຈາກ​ໂຄງ​ສ້າງ​ຂະໜາດ​ນ້ອຍ, ​ເນື້ອ​ເຍື່ອທີ່​ຈະ​ເລີ​ນ​ເຕີບ​ໂຕ​ເຕັມທີ່​ຈະ​ກາຍ​ມາ​ເປັນ​ເນື້ອ​ເຍື່ອຖາວອນ ແລະ ອະ​ໄວ​ຍະ​ວະມີ​ການ​ສຶບພັນ​ແບບ​ອາ​ໃສ​ເພດ ​ແລະ ບໍ່​ອາ​ໃສ​ເພດ​ເຊັ່ນ​ກັນ
          ມີ​ການ​ຕອບ​ສະໜອງ​ເຊັ່ນ: ພືດ​ຈະ​ອຽງ​ໄປ​ຫາ​ແສງ​ທຸກ​ຄັ້ງທີ່​ມີ​ແສງ​ໂດຍ​ຍອດ​ຂອງ​ພືດ​ຈະ​​ເປັນ​ຕົວຂະຫຍາຍອອກ​ໄປ​ຫາ​ແສງ, ມີ​ການຖ່າຍ​ເທ​ອາກາດ, ການ​ໜີ​ແສງ​ຂອງ​ຮາກ ​ແລະ ການ​ຫຸບ​ຂອງ​ໃບ​ຫຍ້າ​ຍຸບ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ