ພະຍາດ
ພະຍາດຮາກເນົ່າໃນໂຖເບົ້າ
ສາເຫດຂອງພະຍາດ:
ເກີດຈາກເຊື້ອຣາ
ລັກສະນະອາການຂອງພະຍາດ:
ໃນໄລຍະທຳອິດເມື່ອຮາກພືດຂະຫຍາຍຂື້ນມາແມ່ນເຮົາຈະສັງເກດເຫັນມີນ້ຳຂັງຢູ່ໃນຖົງຢາງມີສີເຫຼືອງແກ່ມດຳຖ້າຫາກເກີດພະຍາດນີ້ແລ້ວຈະເຮັດໃຫ້ງ່າຫ່ຽວແຫ້ງ,ໃບເຫຼືອງ,ກ້ານຍຸບລົງ ແລະ ລຸດໄດ້ງ່າຍໃນທີ່ສຸດກໍ່ຈະຕາຍໄປ.
ການແຜ່ລະບາດ:
ພວກມັນຈະກະຈ່າຍໃນດີນທີ່ບໍ່ລິເວນທີ່ເກີດນັ້ນ,ພະຍາດເຫຼົ່ານີ້ຈະຂະຫຍານໄດ້ດີແມ່ນຢູ່ໃນນ້ຳພວກມັນຈະສ້າງສະປໍເຊີ່ງລອຍໄປຕາມນ້ຳ.
ການປ້ອງກັນ
ແລະ ການກຳຈັດ:
ໃນສວນທີ່ມີພະຍາດນີ້ລະບາດ
ຄວນປູກພືດຊະນິດອື່ນທົດແທນການປູກຊ້ຳທີ່ຈະເຮັດໃຫ້ການລະບາດຂອງພະຍາດນີ້ຫຼາຍຂື້ນ
ຕົ້ນ,ເບົ້າທີ່ເປັນພະຍາດໃນຮາກຕ້ອງຖອນ
ຫຼຶ ຕັດອອກ ແລ້ວນຳ ເຜົາໄຟຖີ້ມ.
- ພະຍາດລາໂມກ
ພະຍາດນີ້ສວ່ນແມ່ນເຮົາຈະມັກພົບເຫັນໃນພື້ນທີ່ຕ່າງໆສວ່ນຫຼາຍມັກເກີດໃນຊວງລະດູຝົນສາຍເຫດທີ່
ເຮັດໃຫ້ພະຍາດນີ້ເກີດຂື້ນສ່ວນຫຼາຍແມ່ນມີຄວາມຊຸ່ມສູງຈະເກີດມີນ້ຳໃນຖົງກ້ອນເບົ້າຫຼາຍເກີນໄປຈີ່ງ
ເຮັດໃຫ້ລາໂມກເກີດຂື້ນ, ກ່ອນອື່ນຂັ້ນຕອນໃນການຢັດເບົ້າເຮົາຕ້ອງໄດ້ມີການທົດສວບຄວາມຊຸ່ມຂອງ
ຄຸຍໝາກຟ້າວນັ້ນກ່ອນ ບໍ່ໃຫ້ມີຄວາມຊຸ່ມຫຼາຍເກີນໄປເພື່ອບໍ່ເຮັດໃຫ້ພະຍາດນີ້ເກິດໃນຖົງກ້ອນເບົ້າເວ
ລາໂທມງ່າແລ້ວຈະເຮັດໃຫ້ກີ່ງງ່ານັ້ນບໍ່ເກີດຮາກ ຫຼື
ງ່າຫ່ຽວແຫ້ງໃນທີ່ສຸດກໍ່ຈະຕາຍໄປ.
ການແຜ່ລະບາດ:
- ການແຜ່ກະຈ່າຍດ້ວຍລົມ
- ການແຜ່ດ້ວຍທາງນ້ຳ
- ການຜ່ດ້ວຍອຸປະກອນການນຳໃຊ້ໃນການໂທມງ່າ
ແລະ ສີ່ງອື່ນໆອີກ
ການປ້ອງກັນ ແລະ ການຈຳກັດ:
- ຕັດເອົາງ່າທີ່ເກີດພະຍາດນີ້ອອກຈາກສວນຂະຫຍາຍພັນໄປຖີ້ມນອກສະຖານທີ່ນັ້ນ
ທ້ອນໂຮມກັນໄວ້
ເຜົາໄຟຖີ້ມ ຫຼື ນຳໃຊ້ສານເຄມີຊີດພົ່ນເຊັ່ນ: ກຳມະຖັນຜົງ ຫຼື
ໄດໂນເຄບ
12.2 ແມງໄມ້
- ມົດສົ້ມ
ແມ່ນແມງໄມ້ສັດຕູພືດສະນິດໜຶ່ງທີ່ມາທຳລາຍເບົ້າໂທມໂດຍການກັດ
ແລະ ຍ່ຽວໃສ່ເຊິ່ງຍ່ຽວ ຂອງມົດ
ສົ້ມຈະເຮັດໃຫ້ຮາກທີ່ຈະເກີດອອກມານັ້ນຢຸດສະງັກບໍ່ເກີດເຊິ່ງເຮົາຈະເຫັນໄດ້ເວລາແກະເບົ້າ
ອອກມາ
ເບິ່ງຈະເຫັນລັກສະນະເປັນຕູດຄ້າຍຄືກັບຂູດເນື້ອເຍື່ອບໍ່ໝົດ
ສ່ວນການກັດເບົ້າບໍ່ແມ່ນກັດເພື່ອທຳລາຍ
ແຕ່ເປັນລັກສະນະກັດເພື່ອດູດນ້ຳແຕ່ເມື່ອກັດຫຼາຍເກີນໄປກໍ່ເປັນຜົນເຮັດໃຫ້ນ້ຳທີ່ບັນຈຸຢູ່
ໃນເບົ້າບໍ່ພຽງ
ພໍຕໍ່ການກະຕຸ້ນໃຫ້ຮາກເກີດ
ການປ້ອງກັນ ແລະ
ກຳຈັດ: ເມື່ອສັງເກດເຫັນວ່າມີຮັງມົດສົ້ມໃຫ້ປິດ ຫຼື
ຕັດອອກແລ້ວນຳໄປຖີ້ມໄວ້ໄກຈາກຕົ້ນທີ່ໂທມງ່າສ່ວນມົດທີ່ຍັງເຫຼືອແມ່ນໃຫ້ໃຊ້ບັ້ງສີດທີ່ບັນຈຸນ້ຳທະມະດາມາສີດໄລປະໄວ້2-3 ຊົ່ວໂມງມົດສົ້ມກໍ່ຈະໜີເອງ, ກໍລະນີຢາກໃຊ້ນ້ຳຢາພື້ນເມືອງຂໍແນະນຳວ່າໃຫ້ໃຊ້ນ້ຳຖ່ານ
ອັດຕາ1:200
ສີດພົນໃສ່ບໍລິເວນທີ່ມີມົດ,
ປະມານ30
ນາທີມົດສົ້ມກໍ່ຈະຄ່ອຍທະຍອຍໜີໝົດ
ຮູບ: ມົດສົ້ມ (48)
- ມົດຄັນ
ມົດຄັນໄຟເປັນມົດອີກຊະນິດໜື່ງທີ່ພົບເຫັນກັນທົ່ວໆໄປໃນຕາມທຳມະຊາດ,ມົດຊະນິດນີ້ ພວກມັນມີ
ການເຄື່ອນໄຫວສ້າງປັນຫາຄວາມເສຍຫາຍຕໍ່ພືດ ແລະ
ກ້ອນເບົ້າທີ່ເຮົາທຳການຂະຫຍາຍພັນດ້ວຍ
ວິທີການໂທມງ່າ,ພວກມັນກັດ
ຫຼື ເຈາະຈະເຂົ້າໄປໃຈຖົງຢາງຂາດສະນັ້ນປັນຫາຄືການເຮັດໃຫ້ຖົງກ້ອນ
ເບົ້າຂາດຄວາມຊຸ່ມ ຫຼື ຂາດນ້ຳ ເຮັດໃຫ້ຄຸຍຟ້າວແຫ້ງ,ການຈະເລີນເຕີບໂຕຂອງຮາກກໍ່ຈະຍຸດຕົວບໍ່ຂະ
ຫຍາຍຕໍ່ໄປ ຫຼື ອາດຈະເຮັດໃຫ້ຮາກແຫ້ງເພາະຂາດນ້ຳແລ້ວຕາຍໄປ
ການປ້ອງກັນຈຳກັດ.
- ແມ່ນເຮົາຈະນຳໃຊ້ກາວໜຽວທາບໍ່ລິເວນລຳຕົ້ນ
ຫຼື ລຸ່ມກີ່ງບອ່ນທີ່ໂທມນັ້ນລົງມາໜ້ອຍໜື່ງ
- ຖ້າພົບເຫັນໃນເບົ້າແມ່ນເຮົາຈະຂ້າ
ຫຼື ຖ້າຫາກມີຫຼາຍແມ່ນໃຫ້ຕັດອອກໄປຖີ້ມແລ້ວເຝົາໄຟ.
ຮູບ: ມົດຄັນໄຟ ( 49
)
- ໜອນເຈາະເບົ້າ.
ໜອນຊະນິດນີ້ມີຕົ້ນກຳເນີດມາຈາກແມງວັນ, ແມງວັນສ່ວນຫຼາຍມັນຈະມາວາງໄຂ່ໃສ່ຖົງ
ຫຼັງຈາກນັ້ນ
ໄຂ່ຈະແຕກແລ້ວກາຍມາເປັນໜອນ, ໜອນຈຳພວກນີ້ເປັນໜອນທີ່ຮ້າຍແຮງທີ່ສຸດ,ເມື່ອເບົ້ານັ້ນເກີດ
ໜອນແລ້ວພວກມັນຈະເຈາະເຂົ້າໄປໃນຖົງຄຸຍໝາກຟ້າວ
ເຮັດໃຫ້ຖົງເນົ່າເປື່ອຍທີ່ເຮົາເຮັດການເຮັດ
ໃຫ້ງ່າທີ່ເຮົາໂທມນັ້ນເປີເຊັນການອອກຮາກແມ່ນຈະມີໜ້ອຍ ຫຼື
ງ່າທີ່ເຮົາໂທມນັ້ນຢຸດການຈະເລີນ,ງ່າ
ທີ່ຖືກທຳລາຍນັ້ນ,
ຖືກເຈາະຈະກໍ່ຈະຫ່ຽວແຫ້ງ ຫຼຶ ອາຈະຕ່າຍໃນທັນທີ
ການປ້ອງກັນກຳຈັດ
- ໝັ່ນກວດເບີ່ງງ່າໂທມເປັນປະຈຳ
ຖ້າພົບເຫັນຕົວໜອນທີ່ເຂົ້າເຈາະໃຫ້ທຳລາຍຖີ້ມ.
- ໃນກໍ່ລະນີງ່າໂທມທີ່ຖືກທຳລາຍໃຫ້ຕັດງ່າໂທມອອກໄປເຝົາໄຟ
ຮູບ: ໜອນ ( 50
)
- ປວກ.
ປວກແມ່ນແມງໄມ້ຊະນິດໜື່ງທີ່ຄົນເຮົາຮູ້ຈັກກັນທົ່ວໄປ
ມີຫຼາຍໃນພື້ນທີ່ຕ່າງບໍ່ວ່າຈະເປັນເຂດໜາວ ຫຼື ເຂດຮ້ອນ, ພວກມັນກໍ່ສາມາດລ່ຳລົງລົງຊິວິດໄດ້
ສວ່ນຫຼາຍແມ່ນພວກມັນ ມັກຈະຢູ່ກັນເປັນຝຸງ ມັນມີການທຳມາຫາກີນ ແລະ
ດູແລກັນເປັນໄປເປັນກຸ່ມ ອາຫານຂອງພວກມັນກີນສວ່ນຫຼາຍແມ່ນ: ຊາກພືດ, ຊາກສັດ ແລະ ຝຸ່ນສັດຕ່າງໆ
ດັ່ງນັ້ນປວກກໍ່ເປັນບັ່ນຫາທີ່ສຳຄັນທີ່ເຮັດໃຫ້ຜົນຜະລດເສຍຫາຍຢ່າງໜັກຫ່ວງແກ່ພືດທີ່ປູກ
ພວກມັນຈະກັດກີນຮາກ, ລຳຕົ້ນພືດເຮັດໃຫ້ຕົ້ນພືດຂະຫຍາຍຕົວຊ້າ
ຖ້າບໍ່ດັ່ງນັ້ນກໍ່ຈະອາດຈະຕາຍໄປໃນການໂທມງ່ານີ້ກໍ່ເປັນບັ່ນທີ່ສຳຄັນ
ມັນກໍ່ຈະໄຕ່ຂື້ນໄປຕາມຕົ້ນພືດ,
ກີ່ງຂອງງ່າແລ້ວລາຍຖົງກ້ອນເບົ້າພວກມັນຈະກັດກີນຄຸຍໝາກພ້າວ ແລະ
ຮາກທີ່ກຳລັງເກີດອອກມາໃໝ່ເມື່ອປ່ອຍໃຫ້ງ່ານັ້ນຖືກທຳລາຍດົນ
ງ່ານັ້ນກໍ່ຈະຕາຍ
ຮູບ:ປວກ ( 51
)
ການປ້ອງກັນກຳຈັດ.
- ຕອ້ງເບີ່ງແຍງຖົງກ້ອນເບົ້າຖ້າເຫັນເກີດຂື້ນກໍ່ຂ້າຖີ້ມ
- ນຳໃຊ້ສານເຄມີ
ໂລແລນໂດຍການຝັງລົງໃສ່ໃນພື້ນດິນອ້ອມຕົ້ນໄມ້.
- ແມງມຸມ.
ແມງຊະນິດນີ້ກໍ່ບໍ່ມີຜົນຮ້າຍແຮງປານໃດຕໍ່ຖົງກ້ອນເບົ້າເປັນຕົວທີ່ຫໍ່ໃຍທີ່ມັກພົບເຫັນກັນຫຼາຍໃນແຕ່ລະທ້ອງຖີ່ນຕ່າງໆເມື່ອຈັບຖົງໃດ
ພວກມັນຈະທຳລາຍສະເພາະສວ່ນຖົງກ້ອນເບົ້ານັ້ນມັນຈະກັດ, ເຈາະຖົງ ເຮັດໃຫ້ຖົງຢາງຂາດ ແລະ
ດູດກີນນ້ຳລ້ຽງພາຍໃນຖົງ
ເຮັດໃຫ້ຖົງນັ້ນແຫ້ງ, ການຂພຫຍາຍ ແລະ ໃຫ້
ການຈະເລີນເຕີບໂຕຂອງຮາກໄດ້ຊ້າ ຫຼື
ອາດຈະບໍ່ຂະຫຍາຍຕໍ່ໄປ
ເຮັດໃຫ້ງ່າພືດທີ່ຖືກທຳລາຍຄ່ອຍໆຕາຍໄປ
- ໜູ.
ໜູເປັນສັດປະເພດໜື່ງທີ່ໄດ້ອາໃສຢູ່ໃນພື້ນທີ່ຕ່າງໆ
ອາຫານຂອງໜູສວ່ນຫຼາຍຈະເປັນໝາກໄມ້ ແລະ ພືດຊະນິດອື່ນໆ
ສັດປະເພດນີ້ນັບວ່າມີຄວາມໄວທີ່ສຸດ ສາມຈັບມັນໄດ້ຍາກ
ດັ່ງນັ້ນໃນເວລາເຮັດການຜະລິດກ່ຽວກັບພືດພວກມັນຈະມັກເຂົ້າທຳລາຍ, ກີນສີ່ງຂອງທີ່ປູກ ແລະ
ການຂະຫຍາຍພັນພືດຕ່າງໆ ຕົວຢາງກ່ຽວກັບການໂທມງ່າພວກມັນຈະກັດຖົງ
ເຮັດໃຫ້ຖົງກ້ອນເບົ້ານັ້ນຂາດ
ດັ່ງໜັນມັນຈຳສົ່ງຜົນສະທອ້ນເຮັດໃຫ້ງ່າທີ່ໂທມນັ້ນຕິດເຊື້ອ, ງ່າກໍ່ບໍ່ສາມາດເກີດຮາກເພາະວ່າເບົ້າຂາດຄວາມຊຸ່ມຊື່ນ
ແລະ ອາດຈະຕາຍໄປ.
ການປ້ອງກັນ ແລະ
ການຈຳກັດ:
- ໃຊ້ໄຟການໃນຍາມກາງຄືນຖ້າເຫັນໃຫ້ກຳຈັດຖີ້ມທັນທີ
- ນຳໃຊ້ກາວຕີດໜູ
ແມ່ນເຮົາຈະວາງໄວ້ເປັນຈຸດໆ ຫຼື ທາຕິດໄວ້ລຳຕົ້ນຂອງໝາກກ້ຽງກໍ່ໄດ້
- ໄຮແດງ
ໄຮແດງເຖີງແມ່ນວ່າຈະເປັນສັດຕົວນ້ອຍແຕ່ກໍ່ເປັນທີ່ຮ້າຍແຮງຄືກັນກັບສັດປະເພດອື່ນໆຕົວອ່ອນແລະ ຕົວເຕັມໄວຂອງໄຮແດງຊະນິດນີ້ພວກມັນຈະດູດກີນນ້ຳຫຼໍລ້ຽງຈາກເບົ້າທີ່ເຮົາໂທມນັ້ນເມື່ອພືດຖ້າຖືກ
ທຳລາຍນັ້ນຈະເຫັນເປັນຈຸ້ມໃນຖົງຫຼັງຈາກນັ້ນຖົງຢາງກໍ່ຈະຂາດເຮັດໃຫ້ຄວາມຊຸ່ມໃນຖົງຂາດນ້ຳຫຼັງ
ຈາກນັ້ນຕົ້ນພືດກໍ່ຈະຫ່ຽວແຫ້ງແລະຕາຍໄປໃນທີ່ສຸດ.
ການປ້ອງກັນກຳຈັດ.
ຕັດເອົາງ່າທີ່ເກີດນັ້ນຕັດອອກຖິ້ມນອກສວນ
ຫຼື ໄປເຜົາໄຟຖີ້ມ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ