ຊະນິດໄມ້:
ໄມ້ກໍ່ຖືວ່າມີຄວາມສຳຄັນຫລາຍການທີ່ຈະເລືອກໄມ້ຟືນສຳລັບເຜົາເພື່ອກັ່ນເອົານ້ຳຖ່ານນັ້ນເຖິງແມ້ນວ່າເຮົາຈະນຳໃຊ້ໄມ້ຊະນິດໃດມາເຜົາເອົານ້ຳຖ່ານໄດ້ກໍ່ຕາມແຕ່ໄມ້ທີ່ໃຫ້ປະສິດ
ທິພາບ ແລະ ໃຫ້ປະລິມານນ້ຳຖ່ານຫລາຍທີ່ສຸດຈາກການສຶກສາຂອງປະເທດຢີ່ປຸ່ນ, ປະເທດໄທຈົນກະທັ້ງປະເທດລາວເອງກໍ່ພົບວ່າມີພຽງໄມ້ໄຜ່
ແລະ ຈຳພວກໄມ້ປ່ອງທັງຫມົດ, ຖືວ່າຍັງບໍ່ມີໄມ້ຊະນິດໃດທີ່ໃຫ້ປະສິດທິພາບ
ແລະ ປະລິມານນ້ຳຖານໄດ້ຫລາຍເທົ່າກັບໄມ້ປ່ອງໄດ້ເທື່ອ.
ຊ່ວງອຸນຫະພູມທີ່ໂຕ່ງເອົານ້ຳຖ່ານ:
ໄລຍະເວລາໃນການໂຕ່ງເອົານ້ຳຖ່ານກໍ່ເຊັ່ນກັນເຖິ່ງແມ້ນວ່ານັບແຕ່ຈູດຈະມີຄັວນອອກມາເຮົາຈະສາມາດດັກເກັບເອົານ້ຳຖ່ານໄດ້ກໍ່ຕາມແຕ່ວ່ານ້ຳຖ່ານທີ່ມີປະສິດທິພາບແທ້ຈິງນັ້ນແມ່ນຢູ່ໃນຊ່ວງຄັວນເປັນສີຂາວ, ສິ່ງທີ່ຄວນເອົາໃຈໃສ່ທີ່ສຸດກໍ່ຄືຫາ້ມໂຕ່ງເອົານ້ຳຖ່ານໃນໄລຍະຄັວນເປັນສີຟ້າເພາະຊ່ວງນີ້ຈະເປັນຊ່ວງທີ່ໄມ້ຄາຍສານພິດອອກ.
ເຕັກນິກການເຜົາ:
ການເຜົາກໍ່ນັບວ່າມີຄວາມສຳຄັນອີກຢ່າງຫນື່ງເນື່ອງຈາກວ່າການເຜົາຕ້ອງໃຊ້ຄວາມຮ້ອນຢ່າງສະຫມ່ຳສະເໝີ, ການເຜົາຫລາຍບ່ອນກໍ່ມີຄວາມແຕກຕ່າງກັນໄປເຊັ່ນ:
ປະເທດຢີ່ປຸ່ນເຕົາຈະມາດຕະຖານເຂົາເຈົ້າຈະໃຊ້ຖ່ານເປັນຕົວເຜົາ, ສ່ວນປະເທດໄທຈະໃຊ້ໄມ້ຟືນທີ່ມີຂະຫນາດໃຫຍ່ປພສົມກັບຖ່ານຈຳນວນຫນື່ງ, ສ່ວນຢູ່ໂຄງການພັດທະນາກະສິກຳໂພນສູງແມ່ນຈະໃຊ້ໄມ້ຟືນທີ່ຕາຍ
ແລະ ດິບປະສົມກັນເຮັດໃຫ້ລົດເວລາການຕິດຕາມໄຟລົງໄດ້.
ຊະນິດຂອງເຕົາ:
ເຕົາທີ່ໃຊ້ເຂົ້າໃນການເຜົາເອົານ້ຳຖ່ານສ່ວນໃຫຍ່ແມ່ນຈະມັກເຮັດດ້ວຍຝຸ່ຍນ້ຳ
ມັນ 200
ລິດເພາະເຕົາແບບນີ້ເຮັດໄດ້ງ່າຍ ແລະ
ປະຢັດເນື້ອທີ່ແຕ່ຈະໄດ້ນ້ຳຖ່ານບໍ່ຫລາຍຖ້າທຽບໃສ່ເຕົາທີ່ເຮັດດ້ວຍດິນ, ເຕົາທີ່ເຮັດດ້ວຍຝຸ່ຍນ້ຳມັນຂະຫນາດ 200 ລິດເຜົາເທື່ອຫນື່ງຈະໄດ້ນ້ຳຖ່ານ 3-5 ລິດ(ໄມ້ຈິງ), ຖ້າເປັນໄມ້ປ່ອງຈະໄດ້ນ້ຳຖ່ານຢູ່ 5-8 ລິດອີ່ງຕາມການບັນຈຸ
ແລະລັກສະນະໄມ້ເຊັ່ນກັນເປັນຕົ້ນເປັນໄມ້ຕາຍ, ຕາຍຫມາດ ຫລື ເປັນໄມ້ດິບຫາກໍ່ຕັດອອກມາຈາກຕົ້ນໄຫມ່ໆ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ