google-site-verification: google0d91bc93cfc88895.html ການຄັດເລືອກພື້ນທີ່ປູກອ້ອຍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, June 13, 2014

ການຄັດເລືອກພື້ນທີ່ປູກອ້ອຍ


            ເພື່ອ​ເຮັດ​ໃຫ້ການ​ປູກ​ອ້ອຍ​ປະສົບ​ຜົນສຳ​ເລັດ​ ​ເຮົາ​ຈະ​ຕ້ອງ​ໄດ້​ຄຳນຶງ​ເຖິງ​ຫລາຍໆ​ປັດ​ໃຈ ແຕ່​ປັດ​ໃຈ​ທີ່​ສຳຄັນ​ທີ່​ສຸດ​ຄື: ການ​ເລືອກ​ພື້ນທີ່ ​ແລະ ດິນ​ທີ່​ຈະ​ປູກ ຖ້າ​ພື້ນທີ່ ​ແລະ ດິນ​ບໍ່​ເໝາະ​ສົມ​ກໍ່​ອາດ​ຈະ​​ເຮັດ​ໃຫ້ການ​ປູກອ້ອຍ​ປະສົບ​ກັບ​ການ​ຂາດທຶນ ຫລື ບໍ່​ໄດ້ຜົນ​ດີ​ເທົ່າ​ທີ່​ຄວນ ຄວາມ​ຈິງ​ຄຳ​ວ່າ: "ເລືອກ​ພື້ນທີ່" ມີ​ຄວາມ​ໝາຍ​ຂ້ອນ​ຂ້າງ​ກ້ວາງ ຊຶ່ງ​ອາດ​ຈະ​ລວມ​ເຖິງ​ສະພາບ​ທາງ​ເສດຖະກິດ ​ແລະ ສັງຄົມ​ຂອງ​ບໍລິ​ເວນ​ນັ້ນໆ ສະນັ້ນ ການ​ເລືອກ​ພື້ນທີ່​ຈະ​ຕ້ອງ​ພິຈາລະນາ​ດັ່ງ​ຕໍ່​ໄປ​ນີ້:

1.1.        ສະພາບ​ພື້ນທີ່.

ຕ້ອງ​ເປັນ​ສະຖານ​ທີ່ ທີ່​ນ້ຳບໍ່ຖ້ວມ​ເຖິງ ​ໂດຍ​ທົ່ວ​ໄປ​ອ້ອຍ​ສາມາດ​ທົນ​ທານ​ຕໍ່ສະພາບ​ນ້ຳ ຖ້ວມ ຫລື ນ້ຳ​ຂັງ​ ​ເຊິ່ງໄດ້​ຫລາຍ ຫລື ​ໜ້ອຍ​ນັ້ນ​ ແມ່ນແຕກ​ຕ່າງ​ກັນ​ໄປ​ຕາມ​ແຕ່ລະ​ແນວ​ພັນ. ​ໃນ​ກໍ ລະນີດິນ​ມີ​ນ້ຳ​ຫລາຍ​​ເກີນ​ໄປ ຫລື ນ້ຳ​ໃນ​ດິນ​ມີ​ລະດັບ​ສູງ​ ກໍ່ມີ​ຄວາມຈຳ​ເປັນ​ຈະ​ຕ້ອງ​ໄດ້ເຮັດ​ຮ່ອງ ລະບາຍນ້ຳ​ທີ່​ເກີນ​ຄວາມ​ຕ້ອງການ​ເຫລົ່ານັ້ນອອກ​ ຫລື ຫລຸດ​ລະດັບ​ນ້ຳ​ໃນ​ດິນ​ໃຫ້​ຕ່ຳ​ລົງ ​ເພື່ອ​ໃຫ້​ຮາກ​ຂອງ​ອ້ອຍ​ຈະ​ໄດ້​ຢັ່ງ​​ລົງ​​ເລິກໃນ​ດິນ​ຫລາຍ​ຂື້ນ. ນອກຈາກ​ນີ້ ກໍ່ຕ້ອງ​ບໍ່​ເປັນ​ດິນ​ທີ່​ຄ້ອຍຊັນ​ເກີນ​ໄປ, ຖ້າຄ້ອຍ​ຊັນ​ຫລາຍ ນອກຈາກ​ຈະ​ເກີດ​ຄວາມ​ບໍ່ສະດວກ​ໃນ​ການ​ໃຊ້​ເຄື່ອງມື​ແລ້ວ ຈະ​ຕ້ອງ​ໄດ້​ລົງທຶນ​ສູງ​ນຳ​ອີກ.

1.2.       ການ​ຄົມມະນາຄົມ​ສະດວກ

​            ​ມີ​ຖະໜົນ​ຫົນທາງ​ທີ່​ສາມາດ​ໃຊ້​ລົດ​ສັນຈອນ​ໄປມາ​ໄດ້​ສະດວກ​ທຸກ​ລະດູ​ການ ​ແລະ ຕ້ອງ​ເປັນ​ຫົນທາງ​ທີ່​ສາມາດ​ຮັບ​ນ້ຳໜັກ​ລົດ​ບັນທຸກ​ອ້ອຍ​ໄດ້ ​ເພາະສະນັ້ນກໍ່ຈະ​ເກີດ​ບັນຫາ​ຂຶ້ນພາຍຫລັງ ຫລື ຕ້ອງ​ມີ​ການ​ລົງທຶນ​​ເພີ່ມຂຶ້ນ.

1.3.       ບໍ່ຫ່າງ​ໄກ​ຈາກ​ໂຮງງານ

            ສະຖານ​ທີ່​ປູກຢູ່​ໃກ້​ໂຮງງານ​ ​ແມ່ນໄດ້​ປຽບ​ກ່ວາ​ສະຖານທີ່ຢູ່​ໄກໂຮງງານ​  ​ທັງ​ໃນ​ດ້ານ​ການ​ຂົນ​ສົ່ງ ​ແລະ ການ​ຕິດຕໍ່. ​​ຖ້າ​ຢູ່​ໄກ​ໂຮງງານ​ ແມ່ນ​ຈະ​ເສຍຄ່າ​ຂົນ​ສົ່ງ​ໃນ​ອັດຕາທີ່​ຂ້ອນ​ຂ້າງ​ສູງ ​ ບາງ ຄັ້ງຕ້ອງ​ເສຍຄ່າ​ຂົນ​ສົ່ງ​ຫລາຍ​ກ່ວາ 30% ຂອງ​ລາຄາ​ອ້ອຍ ​ເຊິ່ງ​ແນ່ນອນ​ວ່າ​ ຜົນ​ກຳ​ໄລ​ແມ່ນ​ຈະ​ໄດ້​ໜ້ອຍ​ກ່ວາ​ສະ ຖານ​ທີ່​ຢູ່​ໃກ້​ໂຮງງານ​ແນ່ນອນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ