google-site-verification: google0d91bc93cfc88895.html ລັກສະນະທົ່ວໄປຂອງອ້ອຍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, June 13, 2014

ລັກສະນະທົ່ວໄປຂອງອ້ອຍ


ອ້ອຍມີຊື່ພາສາອັງກິດ Sugarcane, ​ ຊື່​ວິທະຍາສາດ Saccharum officinarum Linn, Saccharum sinensis Roxb, ​ຢູ່​ໃນພືດ​ຕະກຸນ​ຫຍ້າ (Gramineae Family) ພືດ​ຕະກຸນ​ນີ້ ມີ​ຫລາຍ​ກວ່າ 5.000 ຊະນິດ ລັກສະນະ​ສຳຄັນ​ຂອງ​ພືດ​ຕະກຸນ​ນີ້ ແມ່ນລຳຕົ້ນ​ປະກອບ​ຂຶ້ນດ້ວຍ​ຂໍ້ ​ແລະ ປ້ອງ ມີ​ຂໍ້​ຢູ່ຕາ ​ເຊິ່ງສາມາດ​ຈະ​ເລີ​ນ​​ເປັນຕົ້ນ​ໃໝ່​ໄດ້, ອ້ອຍ​ແມ່ນເປັນ​ອາຫານ​ສຳຄັນ​ຂອງ​ມະ ນຸດ​ ທີ່​ສາມາດ​ປູກ​ໄດ້​ໃນ​ດິນ​ເກືອ​ບທຸກ​ຊະນິດ, ​ເປັນ​ພືດທີ່​ປູກງ່າຍ, ທົນ​ທານ​ຕໍ່ສະພາບ​ແວດ​ລ້ອມ ອາຍຸ​ເກັບ​ກ່ຽວ​ໂດຍ​ທົ່ວ​ໄປ​ປະມານ 9 - 12 ​ເດືອນ. ເມື່ອ​ປູກອ້ອຍ​ເທື່ອ​ໜຶ່ງ​ແລ້ວ​ ສາມາດ​ເກັບກ່ຽວ​ໄດ້​ຫລາຍ​ຄັ້ງ, ​ເຊິ່ງ​ຕ່າງ​ຈາກ​ພືດ​ຊະນິດ​ອື່ນທີ່​ຕ້ອງ​​ໄດ້​ທຳ​ການປູກ​ໃໝ່​ທຸກໆ​ເທື່ອ​ຫລັງຈາກ​ເກັບກ່ຽວ
ອ້ອຍ​ມີ​ລຳຕົ້ນ​ສຳ​ລັບ​ສະ​ສົມ​ນ້ຳຕານ​ໃນ​ຮູບ​ຂອງ​ນ້ຳຕານ​ຊູ​ໂຄຣສ (sucrose C12H22O11)
​ເມື່ອ​ສຸກ​ແກ່​ເຕັມທີ​່ ນ້ຳອ້ອຍ (Canejuice) ​ໃນ​ລຳ​ຈະ​ມີ​ນ້ຳຕານ​ຊູ​ໂຄຣສ ປະມານ 7​0 - 80%, ລຳ
ຕົ້ນອ້ອຍ​ພັດທະນາມາ​ຈາກໜໍ່ທີ່​ງອກ​ຈາກ​ແຕ່​ລະ​ຕາ​ທີ່ຢູ່​ໃນ​ດິນ ຈົນ​ກາຍ​ເປັນ​ລຳ​ທີ 1, 2, 3 ...ຮ່ວມ ກັນ​ເອີ້ນວ່າ: ລຳຕົ້ນ ຫລື ກໍ, ການຈະ​ເລີ​ນ​ເຕິີບ​ໂຕ ​ແລະ ຜົນ​ຜະລິດ​ທີ່​ໄດ້ ຂຶ້ນຢູ່​ກັບ​ການ​ບຳລຸງດູ​ແລ​ຮັກສາ ​ແລະ ​ແນວ​ພັນ​ທີ່​ໃຊ້ ສ່ວນ​ການ​ສະ​ສົມ​ນ້ຳຕານ ​ແລະ ການ​ຈົ່ງຕໍ ນອກຈາກ​ຈະ​ຂຶ້ນກັບຊະ ນິດ​ຂອງ​ແນວ​ພັນ​ແລ້ວ ສະພາບ​ແວດ​ລ້ອມ​ ກໍ່ມີ​ສ່ວນ​ກ່ຽວຂ້ອງ​ຢູ່​ບໍ່ໜ້ອຍ​ເຊັ່ນ​ກັນ. ​

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ