google-site-verification: google0d91bc93cfc88895.html ການຕັດແຕ່ງ-ບົວລະບັດຮັກສາຕົ້ນຊາປູກ ແລະ ຕົ້ນຊາແນວພັນຊາປ່າ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, September 20, 2020

ການຕັດແຕ່ງ-ບົວລະບັດຮັກສາຕົ້ນຊາປູກ ແລະ ຕົ້ນຊາແນວພັນຊາປ່າ

ການຕັດແຕ່ງ-ບົວລະບັດຮັກສາຕົ້ນຊາປູກ ແລະ ຕົ້ນຊາແນວພັນຊາປ່າ

ຈຸດປະສົງການຕັດແຕ່ງຕົ􀁬້ນຊາແມ່ນເພື່ອສ້າງຮູບຊົງ, ເຮັດໃຫ້ງ່າສະເໝີກັນ, ເຮັດໃຫ້ລວງສູງຕົ້ນຊາສະເໝີກັນ, ສະດວກໃນການເກັບ ແລະ ເພີ່ມປະລິມານຂອງຜົນຜະລິດຊາ. 

ໄລຍະຂອງການຕັດແຕ່ງຕົ້􀁬ນຊາ ແມ່ນຊ່ວງໄລຍະທີ່ຕົ້􀁬ນຊາພັກຕົວ: ເລີ່ມແຕ່ເດືອນ ພະຈິກ - ທັນວາ ຂອງທຸກປີ.

ການຕັດແຕ່ງຕົ້􀁬ນຊາປູກ

ຕົ້􀁬ນຊາຕ້ອງມີອາຍຸ 1 ປີ 4 ເດືອນ ຂື້ນໄປ ແລະ ມີລວງສູງບໍ່􀁉ຕ􀁠່​ຳກວ່າ 40 ຊມ.
ປີທີ 1: ຕັດຕົ້􀁬ນຊາໃຫ້ໄດ້ລວງສູງຫ່າງຈາກໜ້າດິນ 40 ຊມ, ການຕັດໃນລະດັບນີ້ຈະເຮັດໃຫ້ງ່າທີ່ປ່ົງຂື້ນໃໝຢູ່ທີ່ລະດັບ 25-30 ຊມ
ການຕັດແຕ່ງ-ບົວລະບັດຮັກສາຕົ້ນຊາປູກ ແລະ ຕົ້ນຊາແນວພັນຊາປ່າ ການຕັດແຕ່ງຕົ້ນຊາປູກ ຈຸດປະສົງການຕັດແຕ່ງຕົ້ນຊາແມ່ນເພື່ອສ້າງຮູບຊົງ, ເຮັດໃຫ້ງ່າສະເໝີກັນ, ເຮັດໃຫ້


ປີທີ 2: ຕັດແຕ່ງ ຕົ້􀁬ນຊາສູງເພີ່ມຂື້ນ​ອີກ 5 ຊມ, ດັ່􀁫ງ​ນັ້ນລວງສູງຂອງຕົ້􀁬ນຊາປີນີ້ຈະກາຍເປັນ 45 ຊມ, ຊ່ວງໄລຍະ 2 ປີທຳອິດແມ່ນ ຫ້າມບໍ່ໃຫ້ເດັດຍອດຊາ ແລະ ປ່ອຍງ່າ ໃຫ້ໄດ້ຊົງພຸ່ມ

ການຕັດແຕ່ງ-ບົວລະບັດຮັກສາຕົ້ນຊາປູກ ແລະ ຕົ້ນຊາແນວພັນຊາປ່າ ການຕັດແຕ່ງຕົ້ນຊາປູກ ຈຸດປະສົງການຕັດແຕ່ງຕົ້ນຊາແມ່ນເພື່ອສ້າງຮູບຊົງ, ເຮັດໃຫ້ງ່າສະເໝີກັນ, ເຮັດໃຫ້


ປີທີ 3: ຕັດແຕ່ງ ຕົ້􀁬ນຊາສູງເພີ່ມຂື້ນ ​ອີກ 5 ຊມ, ດັ່􀁫ງນັ້ນລວງສູງຂອງ​ຕົ້􀁬ນຊາປີນິ​ເຈະກາຍເປັນ 50 ຊມ, ໃນປີນີ້ສາມາດເກັບຍອດຊາໄດ້ ແຕ ເປັນຍອດທີ່ຂື້ນ ເທິງເທົ່ານັ􀁬ນ ແລະ ຈົ􀁫ງຍອດໄປດ້ານຂ້າງ ເພື່ອຂະຫຍາຍຊົງພຸ່ມ

ການຕັດແຕ່ງ-ບົວລະບັດຮັກສາຕົ້ນຊາປູກ ແລະ ຕົ້ນຊາແນວພັນຊາປ່າ ການຕັດແຕ່ງຕົ້ນຊາປູກ ຈຸດປະສົງການຕັດແຕ່ງຕົ້ນຊາແມ່ນເພື່ອສ້າງຮູບຊົງ, ເຮັດໃຫ້ງ່າສະເໝີກັນ, ເຮັດໃຫ້

ປີທີ 4: ເປັນປີທີ່ສາມາດເກັບຍອດຊາໄດ້ເຕັມທີ່, ການຕັດແຕ່ງແມ່ນ ຕັດຍອດ, ແຊມງ່າ ເປັນຊົງພຸ່ມກ້ວາງ, ແຊມງ່າ ທີ່ຕຶບ , ງ່າ ທີ່ບໍ່􀁉ແຂງແຮງອອກ ເພື່ອໃຫ້ແສງສະຫວ່າງເຂົ້າທົ່􀁫ວເຖິງ ເຊິ່ງເຮັດໃຫ້ເຊື້ອລາທີ່ເກີດຢູ່ຕົ້􀁬ນຊາ​ຖືກ ແສງສະຫວ່າງແລ້ວຕາຍ.

ການຕັດແຕ່ງ-ບົວລະບັດຮັກສາຕົ້ນຊາປູກ ແລະ ຕົ້ນຊາແນວພັນຊາປ່າ ການຕັດແຕ່ງຕົ້ນຊາປູກ ຈຸດປະສົງການຕັດແຕ່ງຕົ້ນຊາແມ່ນເພື່ອສ້າງຮູບຊົງ, ເຮັດໃຫ້ງ່າສະເໝີກັນ, ເຮັດໃຫ້

ຕົ້􀁬ນຊາມີງາ່ ໜ້ອຍຍອດຊາຈະສົມບູນ ແລະ ຍອດຊາໃຫຍ່, ການຕັດແຕ່ງເປັນປົກກະຕິແມ່ນ ເຮັດໃຫ້ ຜົນຜະລິດເພີ່ມຂື້ນທຸກໆປີ, ແຕ່ຖ້າຂາດການຕັດແຕ່ງຜົນຜະລິດຈະລຸດລົງ.

ການຕັດແຕ່ງ ຕົ້􀁬ນຊາແນວພັນຊາປ່າ

ການຕັດແຕ່ງກິ່ງງ່າ
ການຕັດແຕ່ງຕົ້􀁬ນຊາແນວພັນຊາປ່າ ເພື່ອຮັກສາຊົງພຸ່ມ ການຕັດແຕ່ງ ຮັກສາຊົງພຸ່ມນີ້ແມ່ນ ໃຫ້ແຊມຍອດຊາອອກປະມານ 3-5 ຊມ ເພື່ອໃຫ້ແສງສະຫ່ວາງສ່ອງເຂົ້າເຖິງຕົ້ນຊາໄດ້ທົ່􀁫ວເຖິງ ແລະ ຂ້າ ເຊື້ອ ລາໄປພ້ອມ. 

ການຕັດແຕ່ງ-ບົວລະບັດຮັກສາຕົ້ນຊາປູກ ແລະ ຕົ້ນຊາແນວພັນຊາປ່າ ການຕັດແຕ່ງຕົ້ນຊາປູກ ຈຸດປະສົງການຕັດແຕ່ງຕົ້ນຊາແມ່ນເພື່ອສ້າງຮູບຊົງ, ເຮັດໃຫ້ງ່າສະເໝີກັນ, ເຮັດໃຫ້

ການຕັດແຕ່ງຕົ້􀁬ນຊາແນວພັນຊາປ່າ ເພື່ອຮັກສາຊົງພຸ່ມ

ການຕັດແຕ່ງ ຮັກສາຊົງພຸ່ມນີ້ແມ່ນ ໃຫ້ແຊມຍອດຊາອອກປະມານ 3-5 ຊມ ເພື່ອໃຫ້ແສງສະຫ່ວາງສ່ອງເຂົ້າເຖິງ ຕົ້􀁬ນຊາໄດ້ທົ່ວເ​ຖິງ ແລະ ຂ້າເຊື້ອລາໄປພ້ອມ.

ການຕັດແຕ່ງ-ບົວລະບັດຮັກສາຕົ້ນຊາປູກ ແລະ ຕົ້ນຊາແນວພັນຊາປ່າ ການຕັດແຕ່ງຕົ້ນຊາປູກ ຈຸດປະສົງການຕັດແຕ່ງຕົ້ນຊາແມ່ນເພື່ອສ້າງຮູບຊົງ, ເຮັດໃຫ້ງ່າສະເໝີກັນ, ເຮັດໃຫ້

ໝາຍເຫດ: ສຳລັບຕົ້􀁬ນຊາທີ່ມີອາຍຸ 15 ປີຂື້ນ ໄປແລ້ວ ສັງເກດເຫັນວ່າ ມີຜົນຜະລິດຕ􀁠່ຳ, ມີເຊື້ອ ລາຂື້ນ ຫຼາຍ, ກິ່ງງ່າແຫ້ງ ຫືຼ ຈີກຂາດຫຼາຍ, ແມ່ນ ໃຫ້ຕັດຕົ້􀁬ນຊາແບບໜຸ່ມ​ຄືນ ໂດຍຕັດຫ່າງຈາກໜ້າດິນ 15 - 20 ຊມ.

ການບົວລະບັດຮັກສາ ຕົ້􀁬ນຊາປູກ ແລະ ຕົ້􀁬ນຊາແນວພັນຊາປ່າ

ເດືອນ ມັງກອນ: ແມ່ນໄລຍະຂອງການ ເສຍຫຍ້າ, ພວນດິນ, ຂຸດຂຸມຢູ່ດ້ານເທິງຕົ􀁬ນຊາ ເພື່ອປ້ອງກັນການເສາະເຈື່ອນຂອງດິນ ແລະ ຊ່ວຍຮັກສາຫຍ້າ ເນົ່າເປ່ືອຍ ທີ່ເປັນຝຸ່ນໃຫ້ຊືມ ເຂົ້າເຖິງ ຮາກຊາ.

ເດືອນ ມັງກອນ - ກຸມພາ: ເລີ່ມໃສ່ຝຸ່ນ, ການໃສ່ຝຸ່ນຕົ້􀁬ນຊາແຕ່ລະປີ ຕ້ອງເບິ່ງ ຊົງພຸ່ມຂອງຕົ້􀁬ນຊາ, ຊົງພຸ່ມໄປຮອດໃສໃຫ້ໃສ່ຝຸ່ນບ່ອນນັ􀁬ນ, ໂດຍຂຸດຂຸມແລ້ວ ໃສ່ຝຸ່ນ ເພາະວ່າປາຍຮາກຊາດູດອາຫານແມ່ນ ຢູ່ຊື່​ກັບຊົງພຸ່ມ, ຫັຼງຈາກນັ􀁬ນຈຶ່ງ ຖົມດິນໄວ້.

ການຕັດແຕ່ງ-ບົວລະບັດຮັກສາຕົ້ນຊາປູກ ແລະ ຕົ້ນຊາແນວພັນຊາປ່າ ການຕັດແຕ່ງຕົ້ນຊາປູກ ຈຸດປະສົງການຕັດແຕ່ງຕົ້ນຊາແມ່ນເພື່ອສ້າງຮູບຊົງ, ເຮັດໃຫ້ງ່າສະເໝີກັນ, ເຮັດໃຫ້

ຂໍ້􀁊ຫ້າມ: ບໍ່ໃຫ້ໃສ່ຝຸ່ນໃກ້ຕົ້􀁬ນຊາ ເພາະຖ້າໃສ່ໃກ້ຕົ້􀁬ນຊາຝຸ່ນເຂັ້ມຂຸ້ນສາມາດເຮັດໃຫ້ຕົ້􀁬ນຊາຕາຍໄດ້.

ການຕັດແຕ່ງ-ບົວລະບັດຮັກສາຕົ້ນຊາປູກ ແລະ ຕົ້ນຊາແນວພັນຊາປ່າ ການຕັດແຕ່ງຕົ້ນຊາປູກ ຈຸດປະສົງການຕັດແຕ່ງຕົ້ນຊາແມ່ນເພື່ອສ້າງຮູບຊົງ, ເຮັດໃຫ້ງ່າສະເໝີກັນ, ເຮັດໃຫ້

ການຕັດແຕ່ງ-ບົວລະບັດຮັກສາຕົ້ນຊາປູກ ແລະ ຕົ້ນຊາແນວພັນຊາປ່າ ການຕັດແຕ່ງຕົ້ນຊາປູກ ຈຸດປະສົງການຕັດແຕ່ງຕົ້ນຊາແມ່ນເພື່ອສ້າງຮູບຊົງ, ເຮັດໃຫ້ງ່າສະເໝີກັນ, ເຮັດໃຫ້




No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ