google-site-verification: google0d91bc93cfc88895.html ຫລັກການ ແລະ ເຫດຜົນຂອງໂຄງການພັດທະນາ ກະສິກຳ ແບບປະສົມປະສານ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, September 10, 2020

ຫລັກການ ແລະ ເຫດຜົນຂອງໂຄງການພັດທະນາ ກະສິກຳ ແບບປະສົມປະສານ

 

ປ່າປູກ

ປະ​ເທດ​ລາວ ເປັນ​ປະ​ເທດ​ທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ ຊັບ​ໃນ​ດິນ​ສິນ​ໃນ​ນ້ຳ (​ຕາມ​ຄຳ​ເວົ້າ​ຂອງ​ບັນ​ພະ​ນູ​ລຸດ​ລາວ​ທີ່​ເວົ້າ​ສືບ​ຕໍ່​ກັນ​ມາ) ເປັນ​ປະ​ເທດ​ທີ່​ມີ​ຄວາມ​ອຸ​ດົມ​ຮັ່ງ​ມີ​ທາງ​ທຳ​ມະ​ຊາດ ອີກ​ປະ​ເທດ​ຫນື່ງ​ໃນ​ຜືນ​ແຜນ​ດິນ​ຂອງ​ໂລກ ເຊິ່ງ​ເຕັມ​ໄປ​ດ້ວຍ​ຊັບ​ພະ​ຍາ​ກອນ​ປ່າ​ໄມ້​ອັນ​ອຸ​ດົມ​ສົມ​ບູນ, ສາຍ​ນ້ຳ​ລຳ​ທານ​ທີ່​ສວຍ​ງາມ, ມີ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ ຜູ້​ຄົນ​ມີ​ມິດ​ໄມ​ຕີ ຈິດ​ໃຈ​ງົດ​ງາມ ໂອບ​ເອື້ອ​ອາ​ລີ​ມາ​ແຕ່​ສະ​ໄຫມ​ບູຮານ

ສ.ປ.ປ.ລາວ ເປັນປະເທດດຽວໃນພາກພື້ນນີ້ທີ່ບໍ່ມີຊາຍແດນຕິດກັບທະເລ, ລວງຍາວຂອງປະເທດແຕ່ເໜືອຮອດໃຕ້ປະມານ 1.700 ກວ່າກິໂລແມັດ, ບ່ອນກວ້າງທີ່ສຸດ 500 ກິໂລແມັດ ແລະ ບ່ອນແຄບທີ່ສຸດ 140 ກິໂລແມັດ, ເນື້ອທີ່ທັງໝົດ 236.800 ກິໂລແມັດມົນທົນ, ມີທັງເຂດພູດອຍ ແລະ ທົ່ງພຽງ, ໃນນັ້ນມີເຂດພູພຽງ ແລະ ພູດອຍກວມເນື້ອທີ່ 3/4 ຂອງເນື້ອທີ່ທັງໝົດ ແລະ ໄດ້ແບ່ງອອກເປັນ 3 ເຂດຄື:

·       ເຂດພາກເໜືອ ເປັນເຂດພູສູງ, ສູງກວ່າທະເລ ສະເລ່ຍ 1.500 ແມັດ.

·       ເຂດສາຍພູຫວຼງ ນັບຕັ້ງແຕ່ທິດຕາເວັນອອກສຽງໃຕ້ຂອງພູພຽງເມືອງພວນ ຈົນຮອດຊາຍແດນກຳປູເຈຍ ໂດຍມີພູພຽງໃຫຍ່ຢູ່ 3 ແຫ່ງຄື: ພູພຽງເມືອງພວນ (ຊຽງຂວາງ), ພູພຽງນາກາຍ (ຄຳມ່ວນ) ແລະ ພູພຽງບໍລິເວນ ພາກໃຕ້ ຊື່ງສູງກວ່າລະດັບນ້ຳທະເລ ສະເລ່ຍ 1.000 ແມັດ;

·       ເຂດ ທົ່ງພຽງວຽງຈັນ (ຢູ່ຕອນໃຕ້ຂອງນ້ຳງື່ມ), ທົ່ງພຽງສະຫວັນນະເຂດ (ຢູ່ຕອນໃຕ້ເຊບັ້ງໄຟ ແລະ ເຊບັ້ງຫຽງ), ທົ່ງພຽງຈຳປາສັກ ເຊິ່ງຢຽດຍາວຕາມແຄມຝັ່ງນ້ຳຂອງໄປຮອດຊາຍແດນໄທ ແລະ ກຳປູເຈຍ, ທົ່ງພຽງ ຊື່ງກວມເອົາເນື້ອທີ່ 1/4 ຂອງປະເທດນີ້, ເປັນດິນປູກຝັງທີ່ອຸດົມສົມບູນ, ງອກງາມ, ເປັນອູ່ເຂົ້າອູ່ປາຂອງປະເທດ.

ສປປ ລາວ ເປັນປະເທດໜື່ງທື່ອຸດົມສົມບູນໄປດ້ວຍຫ້ວຍນ້ຳລຳເຊ ເຊີ່ງຢາຍຢູ່ແຕ່ເໜືອຮອດໃຕ້; ແມ່ນ້ຳຂອງໄຫຼຜ່ານຍາວ 1.835 ກິໂລແມັດ ເຊິ່ງມີຄວາມສາມາດບົ່ມຊ້ອນຂອງພະລັງໄຟຟ້ານ້ຳຕົກຢູ່ໃນອ່າງນ້ຳຂອງຕອນລຸ່ມກວມ 51% . ນອກຈາກແມ່ນ້ຳຂອງ​ແລ້ວ ຍັງມີບັນດາສາຍນ້ຳທີ່ສຳຄັນຕ່າງໆ ເຊັ່ນ: ນ້ຳອູ (ຜົ້ງສາລີ - ຫຼວງພະບາງ) ຍາວ 448 ກິໂລແມັດນ້ຳງື່ມ (ຊຽງຂວາງ-ວຽງຈັນ) ຍາວ 354 ກິໂລແມັດນ້ຳເຊບັ້ງຫຽງ (ສະຫວັນນະເຂດ) ຍາວ 338 ກິໂລແມັດນ້ຳທາ (ຫຼວງນ້ຳທາ-ບໍ່ແກ້ວ) ຍາວ 325 ກິໂລແມັດນ້ຳເຊກອງ (ສາລະວັນ-ເຊກອງ-ອັດຕະປື) ຍາວ 320 ກິໂລແມັດນ້ຳເຊບັ້ງໄຟ (ຄຳມ່ວນ-ສະຫວັນນະເຂດ) ຍາວ 239 ກິໂລແມັດນ້ຳແບ່ງ (ອຸດົມໄຊ) ຍາວ 215 ກິໂລແມັດນ້ຳເຊໂດນ (ສາລະວັນ-ຈຳປາສັກ) ຍາວ 192 ກິໂລແມັດນ້ຳເຊລະນອງ (ສະຫວັນນະເຂດ) ຍາວ 115 ກິໂລແມັດນ້ຳກະດິງ (ບໍລິຄຳໄຊ) ຍາວ 103 ກິໂລແມັດນ້ຳຄານ (ຫົວພັນ-ຫຼວງພະບາງ) ຍາວ 90 ກິໂລແມັດ.

ຫລັກການ ແລະ ເຫດຜົນຂອງໂຄງການພັດທະນາ ກະສິກຳ ແບບປະສົມປະສານ


ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫຼວງອາກາດ ມີລັກສະນະເຄິ່ງຮ້ອນເຄິ່ງໜາວ ອຸນຫະພູມສະສົມ ສະເລ່ຍປະຈຳປີສູງເຖິງ 15-30 ອົງສາເຊ, ການຜິດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນມີປະມານ 10 ອົງສາເຊ. ຈຳນວນຊົ່ວໂມງ ທີ່ມີແສງແດດຕໍ່ປີປະມານ 2.300-2.400 ຊົ່ວໂມງ (ປະມານ 6,3-6,5 ຊົ່ວໂມງຕ່ໍມື້), ຄວາມຊຸ່ມຊື່ນ ສຳຜັດຂອງອາກາດ ມີປະມານ 70 - 85%, ປະລິມານ ນ້ຳຝົນນັບແຕ່ 75-90% ໃນລະດູຝົນ (ແຕ່ເດືອນ ພືດສະພາ ຫາ ເດືອນຕຸລາ). ສ່ວນໃນລະດູແລ້ງ (ເດືອນພະຈິກ ຫາເດືອນເມສາ) ປະລິມານນ້ຳຝົນມີພຽງ 10-25% ແລະ ປະລິມານສະເລ່ຍຕໍ່ປີ ຂອງແຕ່ລະເຂດກໍ່ຜິດໂຕນກັນຢ່າງຫຼວງຫຼາຍ ເຊັ່ນວ່າ: ສາຍພູຫຼວງ ຍ່ານເຂດໃຕ້ໄດ້ຮັບນ້ຳຝົນ ສະເລ່ຍປີລະ 300 ຊັງຕີແມັດ ຂະນະທີ່ເຂດແຂວງ ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ໄດ້ຮັບພຽງແຕ່ 100-150 ຊັງຕີແມັດ, ສ່ວນວຽງຈັນ ແລະ ສະຫວັນນະເຂດ ໄດ້ຮັບລະຫວ່າງ 150-200 ຊັງຕີແມັດ ເຊັ່ນດຽວກັບ ຜົ້ງສາລີ, ຫຼວງນ້ຳທາ ແລະ ບໍ່ແກ້ວ.

ດ້ວຍພູມີປະເທດ ແລະ ພູມອາກາດທີ່ເປັນເຂດຮ້ອນຊຸ່ມ ມັນໄດ້ສ້າງເງື່ອນໄຂໃຫ້ ສປປ ລາວ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນາໆຊະນິດ, ໃນພື້ນດິນກໍ່ມີບໍ່ແຮ່ທາດຕ່າງໆ ເຊັ່ນ: ກົ່ວ, ເຫຼັກ, ຖ່ານຫີນ, ຊືນ, ທອງ, ຄຳ, ເງິນ,ມາດ, ອັງຕີມອນ, ແກ້ວປະເສີດ ແລະ ອື່ນໆ, ຢູ່ເທິງໜ້າດິນກໍມີປ່າໄມ້ກວມເນື້ອທີ່ 47 % ຂອງເນື້ອທີ່ທັງໝົດ, ໃນນັ້ນມີທັງໄມ້ຄ່າສູງທາງດ້ານເສດຖະກິດ ເຊັ່ນ ໄມ້ຄະຍູງ, ໄມ້ດູ່, ໄມ້ເກດສະໜາ, ໄມ້ໂລ່ງເລ່ງ ຢູ່ໃນປ່າກໍມີເຄື່ອງປ່າຂອງດົງປະເພດຕ່າງໆ ທີ່ໂລກຕ້ອງການຫຼາຍເຊັ່ນ: ຄັ່ງ, ຍານ, ໝາກແໜ່ງ, ຢາງແປກ, ຫວາຍ, ຕົ້ນໄມ້ເປັນຢາ ແລະ ອື່ນໆ ນອກນັ້ນ ຍັງມີສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນເຊັ່ນ: ຊ້າງ, ເສືອ, ໝີ, ເມີຍ, ກະທິງ, ກວາງ, ເຍືອງ, ເສົາຫຼາ ໆລໆ.

ປ່າໄມ້ທີ່ອຸດົມສົມບູນຂອງປະເທດລາວແບ່ງອອກເປັນ 5 ປະເພດດັ່ງນີ້:

·         ປ່າດົງດິບ

·         ປ່າປະສົມ

·         ປ່າໂຄກ

·         ປ່າໄມ້ໃບເຂັມ

·         ຄັງ ແລະ ປ່າເລົ່າ

ເປົ້າ​ຫມາຍ​ຫລັກ​ຂອງ​ການ​ພັດ​ທະ​ນາ ທາງ​ດານ​ການ​ກະ​ເສດ​ແບບ​ປະ​ສົມ​ປະ​ສານ​ຄັ້ງ​ນີ້ ໄດ້​ມີ​ຫລາຍ​ແນວ​ທາ​ງ​ຮ່ວມ​ມື​ກັນ​ພັດ​ທະ​ນາ​ຫລາຍ​ດ້ານ ໃນ​ນີ້​ວຽກ​ຕົ້ນ​ຕໍ​ທີ່​ຈະ​ພັດ​ທະ​ນາ​ມີ: ການ​ພັດ​ທະ​ນາ​ທີ່​ດິນ, ພັດ​ທະ​ນາ​ປ່າ​ທີ່​ບໍ່​ສາ​ມາດ​ພື້ນ​ຟູ​ໄດ້​ເອງ​ຕາມ​ທຳ​ມະ​ຊາດ, ພັດ​ທະ​ນາ​ປ່າ​ປູກ ໂດຍ​ວິ​ທີ​ການ​ມີ: ການ​ປູກ​ໄມ້​ເສດ​ຖະ​ກິດ (ໄມ້​ສັດ, ໄມ້​ຄະ​ຍຸງ, ໄມ້​ຍາງ, ໄມ້​ແຕ້, ໄມ້​ແຄນ, ໄມ້​ໂລງ​ເລງ, ໄມ້​ເກດ​ສະ​ຫນາ, ໄມ້​ກະ​ຖິນ​ນະ​ລົງ,ໄມ້​ວິກ ເປັນ​ຕົ້ນ, ພ້ອມ​ກັນ​ກັນ ການ​ປູກ​ແບບ​ປະ​ສົມ​ປະ​ສານ​ຫມາຍ​ເຖິ່ງ​ການ​ປູກ​ປ່າ​ແບບ​ປະ​ສົມ​ກັນ​ລະ​ຫວ່າງ​ໄມ້​ຍືນ​ຕົ້ນ​ອາ​ຍຸ​ຍາວ ຮ່ວມ​ກັບ​ໄມ້​ອາ​ຍຸ​ສັ້ນ ແລະ​ປູດ​ພືດ ອາ​ຍຸ​ຍາວ ຮ່ວມ​ກັບ​ພືດ​ອາ​ຍຸ​ສັ້ນ ລວມ​ເຖິງ​ການ​ລ້ຽງ​ສັດ​ໃນ​ພື້ນ​ທີ່​ປ່າ​ປູກ​ອີກ​ດ້ວຍ

ການ​ພັດ​ທະ​ນາ​ກະ​ເສດ​ຮູບ​ແບບ​ນີ້​ມີ​ໂຄງ​ສ້າງ​ຫລັກ​ຄື: ຜະ​ລ​ິດ, ແປ​ຮູບ ແລະ ສົ່ງ​ອອກ ທັງ​ພາຍ​ໃນ​ແລະ ຕ່າງ​ປະ​ເທດ ຜົນ​ຜະ​ລິດ​ຫລັກ​ຂອງ​ໂຄງ​ການ​ມີ: ໄມ້​ທ່ອນ, ໄມ້​ແປ​ຮູບ, ຜົນ​ຜະ​ລິດ​ທາງ​ການ​ປູກ​ຝັງ ຜົນ​ຜະ​ລິດ​ທາງ​ການ​ລ້ຽງ​ສັດ ແລະ ຜົນ​ຜະ​ລິດ​ຈາກ​ການ​ແປ​ຮູບ​ຜະ​ລິດ​ຕະ​ພັນ​ຕ່າງໆ​ເຊັ່ນ: ຖ່ານ​ຂາວ, ຊຸດ​ເຟີ​ນີ​ເຈີ, ອາ​ຫານ​ກະ​ປ໋ອງ, ຫມາກ​ໄມ້​ອົບ​ແຫ້ງ, ຜະ​ລິດ​ຕະ​ພັນ​ຄວາມ​ງາມ​ເຊັນ: ນ້ຳ​ຫອມ, ຄີມ​ບຳ​ລຸງ​ຜິວ, ສະ​ບູ ອື່ນໆ ເພື່ອ​ຈຳ​ນ່າຍ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ

ຄາດ​ຫມາຍ​ການ​ສົ່ງ​ອອກ​ຫລັກ​ຂອງ​ໂຄງ​ການ ແມ່ນ​ຈະ​ເນັ້ນ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ແປ​ຮູບ ໄປ​ທີ່​ຄູ່​ຮ່ວມ​ເຈ​ລະ​ຈາ​ຊື້-ຂາຍ​ເບື້ອງ​ຕົ້ນ​ແມ່ນ ປະ​ເທດ​ຈີນ ແລະ ຫວຽດ​ນາມ, ອາ​ນາ​ຄົດ​ຫາກ​ການ​ຈັດ​ການ​ໄປ​ໄດ້​ດີ ຈະ​ມີ​ການ​ຂະ​ຫຍາຍ​ຕະ​ຫລາດ​ໃຫ້​ກວ້າງ​ອອກ​ຕີ່ມ ໂດຍ​ອີງ​ໃສ່​ນະ​ໂຍ​ບາຍ​ຈາກ​ພາກ​ລັດ ຕໍ່​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຂອງ​ໂຄງ​ການເປັນ​ຫລັກ ເມື່ອ​ໃດ​ຕະ​ຫລາດ​ມີ​ຄວາມ​ຕ້ອງ​ການ​ສູງ ໂຄງ​ການ​ກໍ່​ສາ​ມາດ​ເພີ່​ປະ​ລິ​ມານ​ຜົນ​ຜະ​ລິດ​ໄດ້ ເບື້ອງ​ຕົ້ນ​ຄາດ​ວ່າ​ຈະ​ທຳ​ການ​ຜະ​ລິດ​ໃນ​ເນື້ອ​ທີ່​ປະ​ມານ 3000-4000 ເຮັກ​ຕາ​ກ່ອນ ເພື່ອ​ສືກ​ສາ​ການ​ຕະ​ຫລາດ ແລະ ສະ​ພາບ​ພື້ນ​ທີ່​ປູກ​ພືດ​ຕົວ​ຈິງ, ອາ​ນາ​ຄົດ​ມີ​ແຜນ​ສ​ຳ​ຮອງ ເລື່ອງ​ການ​ປູກ​ຫຍ້າ ເນຍ​ເປຍ ຈຳ​ນວນ 2000-3000 ເຮັກ​ຕາ ສະ​ຫນອງ​ແກ່​ການ​ລ້ຽງ​ສັດ, ຜະ​ລິດ​ອາ​ຫານ​ສັດ ແລະ ທີ່​ສຳ​ຄັນ ສະ​ຫນອງ​ໃຫ້​ແກ່​ ໂຮງ​ໄຟ​ຟ້າ​ພະ​ລັງ​ງານ​ຄວາມ​ຮ້ອນ ( ໂຮງ​ໄຟ​ຟ້າ​ຊີ​ວະ​ມວນ) ເພື່ອ​ເປັນ​ເຊື້ອ​ເພີ້ງ

ຫາກ​ໂຄງ​ການ​ນີ້​ເກີດດອກ​ອອກ​ຜົນ ຜົນ​ໄດ້​ຮັບ​ຕາມ​ມາ​ມີ​ຫລາຍໆ​ຢ່າງ​ເຊັນ: ລັດ​ຖະ​ບານ​ຈະ​ສາ​ມາດ ເກັບ​ລາຍ​ຮັບ​ເຂົ້າ​ຄັງ​ໄດ້​ໂດຍ​ການ​ເກັບ​ພາ​ສີ, ອາກອ​ນ​ນຳ​ໂຄງ​ການ, ຈະ​ມີ​ບຸກ​ຄະ​ລາ​ກອນ​ທາງ​ດ້ານ​ການ​ກະ​ເສດ​ທີ່​ມີ​ຄຸນ​ນະ​ພາບ​ສະ​ເພາະ​ດ້ານ​ເພີ່ມ​ຂື້ນ ທ່ວງ​ທັນ​ກັບ​ເຕັກ​ໂນ​ໂລ​ຢີ​ທີ່​ທັນ​ສະ​ໄຫມ ໃກ້​ຄຽງ​ກັບ​ເພື່ອ​ບ້ານ ຈະ​ມີ​ການ​ນຳ​ໃຊ້​ລະ​ບົບ 4G ເຂົ້າ​ມາ​ມີ​ສ່ວນ​ໃນ​ການ​ພັດ​ທະ​ນາ​ໂຄງ​ການ, ປະ​ຊາ​ຊົນ​ຈຳ​ນວນ​ຫລາຍ​ຈະ​ໄດ້​ປະ​ກອບ​ອາ​ຊິບ ທີ່​ຫມັ້ນ​ຄົງ​ມີ​ລາຍ​ຮັບ​ທີ່​ດີ ສາ​ມາດ​ກຸ້ມ​ຕົ້ນ​ເອງ ແລະ ລ້ຽງ​ດູ​ເບິ່​ແຍງ​ຄອບ​ຄົວະ​ນ້ອງ​ໄດ້

ເຖິງ​ຢ່າງ​ໃດ​ກໍ່​ດີ​ໂຄງ​ການ​ນີ້​ຍັງ​ເປັນ​ພຽງ​ເອ​ກະ​ສານ ທີ່​ຍັງ​ບໍ່​ທັນ​ໄດ້​ລົງ​ມື​ປະ​ຕິ​ບັດ​ເທື່ອ ແຕ່​ກໍ່​ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ຮ່ວມ​ມື​ທີ່​ດີ​ຈາກ​ພາກ​ລັດ ອຳ​ນວຍ​ຄວາມ​ສະ​ດວກ​ດ້ານ​ຕ່າງໆ ໃຫ້​ໂຄງ​ການ​ໄດ້​ຮັບ​ການ​ພັດ​ທະ​ນາ ແລະ ຫວັງ​ວ່າ​ໂຄງ​ການ​ນີ້​ຈະ​ເປັນ​ຕົວ​ແບບ​ດ້ານ​ການ​ຜະ​ລິດ​ກະ​ສິ​ກຳ​ຂອງ​ຊາດ​ໃນ​ອາ​ນາ​ຄົດ​ທີ່​ຈະ​ມາ​ເຖິງ​ນີ້​ດ້ວຍ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ