ປະຫວັດຄວາມເປັນມາຂອງລະບົບກະສິກໍາປ່າໄມ້
ໜ່ວຍໂລກຂອງພວກເຮົາທີ່ເປັນດິນປະມານ 1/3 ແມ່ນເປັນປ່າໄມ້ ແລະ ຫຼາຍກວ່າເຄິ່ງໜຶ່ງຂອງປ່າເຫຼົ່ານີ້ແມ່ນຢູ່ໃນເຂດຮ້ອນ. ປ່າໃນເຂດຮ້ອນແມ່ນມີ ຫລັກສະນະແຕກຕ່າງກັນຫຼາຍເຊັ່ນ: ພັນໄມ້, ຄວາມໜາແໜ້ນຂອງຕົ້ນໄມ້ ແລະ ອັດຕາການຈະເລີນເຕິບໂຕ ຊື່ງຂື້ນກັບປັດໄຈຂອງດິນ, ຄວາມຊຸ່ມ, ພູມ ປະເທດ, ການແຊກແຊງຂອງມະນຸດ ແລະ ປັດໄຈອື່ນໆ ຄວາມຊັບຊ້ອນຂອງປ່າເຂດຮ້ອນສັງເກດໄດ້ຈາກລະບົບການຈໍາແນກປ່າເຂດຮ້ອນ ຊື່ງສາມາດຈໍາແນກອອກເປັນປ່າຊະນິດຕ່າງໆຢ່າງຫຼວງຫລາຍ. ດັ່ງນັ້ນເມື່ອເຮົາພະຍາຍາມແຍກອອກຈາກທີ່ດິນກະສິກໍາ ແລະ ທີ່ດິນປະເພດອື່ນໆ ຈຶ່ງມີບັນຫາຫຍຸ້ງຍາກເກີດຂື້ນ ເນື່ອງຈາກທີ່ດິນໃນເຂດຮ້ອນນີ້ມີ ການໃຊ້ປ່າໄມ້ແບບອະເນກປະສົງເຊັ່ນ: ປູກພືດກະສິກໍາຮ່ວມກັບປ່າໄມ້ ຫລື ລ້ຽງສັດຮ່ວມກັບປ່າໄມ້, ແຕ່ເມື່ອປະຊາກອນເພີ່ມຂື້ນຢ່າງບໍ່ຢຸດຢັ້ງ ໄລຍະເວລາຂອງການປູກພືດໜຶ່ງຈຶ່ງສັ້ນເຂົ້າ ດິນຈຶ່ງຂາດອຸດົມສົມບູນ ໄມ້ພູ່ມກໍ່ມີ ຄຸນຄ່າ ແລະ ປະໂຫຍດພຽງເລັກນ້ອຍ ດັ່ງນັ້ນຈຶ່ງເຮັດໃຫ້ດິນເສື່ອມໂຊມລົງ.
ການປູກພືດອາຫານປະເພດພືດລົ້ມລຸກ ໂດຍການປູກແບບໄຮ່ເລື່ອນລອຍ ເພື່ອເພີ່ມປະລິມານອາຫານ ແລະ ນໍາໄມ້ມາໃຊ້ປະໂຫຍດ ກໍ່ໃຫ້ເກີດສະຖານະການທີ່ ອັນຕະລາຍຕໍ່ຊັບພະຍາກອນທໍາມະຊາດ ແລະ ສະພາບແວດລ້ອມຫລາຍຂື້ນ, ຍ້ອນມີການບຸກເບີກປ່າເພື່ອທີ່ຢູ່ອາໄສ ແລະ ການສ້າງຖະໜົນຈຶ່ງເຮັດໃຫ້ປ່າໄມ້ຖືກທໍາລາຍເພິ່ມຂື້ນຢ່າງໄວວາ. ໃນປ 1970 ມ ລາຍງານວ່າບັນດາປະເທດທີ່ຢູ່ແຖບເໜືອຂອງອາຟຣິກາ ຊຶ່ງມີພື້ນທີ່ ທັງໝົດປະມານ 625,000 ໄລ່ (62,5 ເຮັກຕາ ) ກໍາລັງຈະກາຍເປັນທະເລຊາຍ ອັນເນື່ອງມາຈາກການຕັດໄມ້ທໍາລາຍປ່າ ແລະ ການລ້ຽງສັດຫລາຍເກນໄປ. ຈາກການລາຍງານຂອງອົງການກະເສດແຫ່ງສະຫະປະຊາຊາດໃນປີ 1972 ໃນແຖບຕອນໃຕ້ ແລະ ແຖບຊາຮາຣາ (Sahara) ພື້ນທີ່ປ່າຖືກຖາກຖາງ ເພື່ອເຮັດໄຮ່ເລື່ອນລອຍປະມານ 625 ລ້ານໄລ່ ( 62,500,000 ເຮຼັກຕາ ). ໃນກຸ່ມປະເທດອາເມລິກາລາຕິນ ພື້ນທີ່ປ່າປະມານ 30 – 60 ລ້ານໄລ່ປ່ຽນເປຼັນພື້ນທີ່ກະສິກໍາ ປ່າໄມ້ໃນແຖບພູມ ພາກເອເຊຍເຊັ່ນ: ອິນໂດເນເຊຍ, ປະກິດສະຖານ, ບັງກຣາເທດ ກໍ່ມີ ບັນຫາການປູກຝັງແບບໄຮເລື່ອນລອຍເຊັ່ນກັນ
ການເຮັດໄຮ່ເລື່ອນລອຍເຮັດໃຫ້ປ່າສູນເສຍຄຸນຄ່າທາງເສດຖະກິດ ນັບເປັນມູນຄ່າມະຫາສານ ແລະ ສູນເສຍປ່າໄມ້ເປັນຈໍານວນຫລວງຫລາຍໃນ ຊຶ່ງໄລຍະເວລາອັນສັ້ນ, ກໍ່ໃຫ້ເກີດການຕື່ນຕົວໄປທຸກໆອົງການທົ່ວໂລກ ນາໆປະເທດເລີ່ມເຫັນຜົນເສຍຫາຍຂອງການທໍາລາຍປ່າໄມ້ຕໍ່ສະພາບແວດລ້ອມ ແລະ ການສຶກສາພື້ນີ່ປ່າໄມ້ທົ່ວໂລກໃນດ້ານປະລິມານ ແລະ ຄຸນນະພາບໄດ້ມີການປ່ຽນແປງທາງດ້ານຊີວະນາໆພັນ ຂອງພືດພັນໃນປ່າທີປ່ຽນແປງໄປ. ໃນຂະນະດຽວກັນກໍ່ມີ ການປູກປ່າໄມ້ຢ່າງກ້ວາງຂວາງ, ມີທັງປູກປ່າ ເພື່ອຜະລິດໄມ້ເປັນສິນຄ້າ ແລະ ຮັບໃຊ້ອຸດສາຫະກໍາ, ປູກເພື່ອຟື້ນຟູສະພາບປ່າໄມ້ ແລະ ເພື່ອປັບປຸງສະພາບແວດລ້ອມ. ໃນໄລຍະທໍາອິດເປັນການປູກເພື່ອບໍາລຸງປ່າໂດຍມີ ຈຸດປະສົງໃນການໃຊ້ປະໂຫຍດຈາກເນື້ອໄມ້ ເພື່ອປ້ອນໂຮງງານອຸດສາຫະກໍາປ່າໄມ້ເປັນສໍາຄັນ, ແຕ່ຕໍ່ມາປະຊາກອນເພີ່ມຂື້ນ ແລະ ພື້ນທີ່ທໍາການຜະລິດກະສິກໍາໃນພື້ນທີ່ຮົກຮ້າງຫວ່າງເປົ່າ, ເຮັດໃຫ້ກີດບັນຫາການຂັດແຍ້ງໃນການໃຊ້ທີ່ດິນ ເພື່ອການປູກປ່າໄມ້ຢ່າງກ້ວາງຂວາງ ບັນຫາເລື່ອງການຂັດແຍ້ງທີ່ດິນນີ້ເປັນບັນຫາທີ່ແກ້ໄຂໄດ້ຍາກ. ຈຶ່ງເປັນທີ່ຍອມຮັບກັນໂດຍທົ່ວໄປວ່າ ການຟື້ນຟູປ່າໄມ້ໂດຍການປູກສວນປ່າຈະຕ້ອງປະເຊັ່ນກັບບັນຫາການຄອບຄອງທີ່ດິນຂອງປະຊາຊົນທີທຸກຍາກທີ່ ຕ້ອງການທີ່ດິນເພື່ອທໍາການຜະລິດກະສິກໍາ.
ໃນປີ 1856 ທ່ານ Penhie ຊາວກະລ່ຽງ ຊຶ່ງເຮັດວຽກງານກ່ຽວກັບປູກໄມ້ສັກທີ່ເມືອງ Tonng ເຂດ Thargaravady ຂອງປະເທດພະມ້າ, ໄດ້ສະເໜີວິທີ ການສ້າງສວນໄມ້ສັກໂດຍວິທີ ທີ່ເອີ້ນວ່າ ຕອງຢາ (Taungya) , ຊຶ່ງຕ້ອງຢາ ເປັນພາສາພະມ້າ ແປວາການປູກຝັງເທິງພູເຂົາ (ຕອງ ແປວ່າ ພູເຂົາ ແລະ ຢາ ແປວ່າ ການປູກຝັງ) ລາວໄດ້ສະເໜີ ຕໍ່ທ່ານ Dietrich. Brandis ນັກວິຊາການດ້ານປ່າໄມ້ຊາວອັງກິດ ຊຶ່ງໄດ້ຮັບການມອບໝາຍໃຫ້ມາເຮັດໜ້າທີ່ຄວບຄຸມດູແລ ວາງແຜນຈັດການປ່າໄມ້ໃນປະເທດພະມ້າ, ໃນປີ ຊ່ວງ 1893 ທ່ານ Dietrich. Brandis ເຫຼັນວ່າວິທີ ການນີ້ເປັນວິທີການທີມີ ປະສິດທິດພາບສູງສຸດໃນການປູກໄມ້ສັກ ຈຶ່ງໄດ້ອະນຸມັດໃຫ້ດໍາເນີນການ ແລະ ເປີດກວ້າງການຂະຫຍາຍປູກສ້າງສວນໄມ້ສັກຂະໜາດໃຫຍ່ໂດຍວິທີແບບ ຕອງຢາ. ດັ່ງນັ້ນໃນປີດຽວກັນນີ້ຈຶ່ງໄດ້ສ້າງສວນໄມ້ສັກແຫລ່ງທໍາອິດທີ່ເມືອງ Pyi ຢູແຄມແມ່ນໍ້າ ອິຣະວະດີ ຕັ້ງແຕ່ນັ້ນມາວິທີ ການປູກສ້າງສວນໄມ້ສັກແບບ ຕອງຢາ ກໍ່ໃຊ້ກັນທົ່ວໄປໃນພູມມິ ພາກອື່ນໆ ຂອງປະເທດພະມ້າ. ວິທີ ແບບຕອງຢານີ້ໄດ້ແຜ່ໄປເຖິງທະວິບອາຟະຣິກາໃນຕົ້ນປີ 1887 ໄດ້ແຜ່ໄປເຖິງເມືອງ ຈິດຕະກອງ ປະເທດອິນເດຍ ເອີ້ນວ່າ ຄູມວີ ຫລື ຈູມມິ່ງ (Kumvi or Jkooming) ໃນປີ 1890 ຫາ ປີ 1926 ແຜ່ເຂົ້າໄປປະເທດໄທ ແລະ ປີ 1950 ແຜ່ເຂົ້າໄປປະເທດມາເລເຊຍໃນ ສ ປ ປ ລາວ. ລະບົບຕອງຢາໄດ້ເຂົ້າມາໃນຊຸມປີ 1980, ໂດຍກະຊວງກະສິກໍາ ແລະ ປ່າໄມ້. ລະບົບດັ່ງກວ່າ ໄດ້ນໍາເຂົ້າໄປທົດລອງທີ່ແຂວງຫລວງພະບາງ ເຖິງປະຈຸບັນນີ້ກໍ່ຍັງໄດ້ຖືກເຜີຍແຜ່ອອກໄປຫລາຍແຂວງໃນເຂດພູດອຍພາກເໜືອ. ນອກຈາກໄມ້ສັກແລ້ວທີ່ປະເທດຈີນເພິ່ນຍັງໄດ້ປູກຕົ້ນຢາງພາລາໃນລະບົບດຽວກັນ ແລະ ໃນບັນດາແຂວງພາກ ເໜືອຂອງລາວໃນປະຈຸບັນກໍ່ໄດ້ນໍາໃຊ້ທັງພາກກາງ ແລະ ພາກໃຕ້ດ້ວຍ.
ການລິເລ່ີມລະບົບກະສິກໍາປ່າໄມ້ຈາກທ່ີນາໆປະເທດໄດ້ຮັບຮູ້ເຖິງບັນຫາຂອງການ ປ່າໄມ່ໃນເຂດຮ້ອນແລະບົດບາດຂອງປ່າໄມ້ໃນການປົກປ້ອງແລະປັບປຸງສະພາບແວດລ້ອມ ຈ່ຶງເຮັດໃຫ້ມີການພັດທະນາລະຫວ່າງປະເທດຫຼາຍຂື້ນສະໜັບສະໜູນໃຫ້ມີການສຶກສາທົບ ທວນສະພາບແລະບັນຫາຂອງປ່າໄມ້ເຂດຮ້ອນກັນຢ່າງກວ້າງຂວາງ. ຜົນຂອງການສຶກສາຊີ້ ໃຫ້ເຫັນຫຼາຍສ່ິງທ່ີສໍາຄັນຄື: ມີການສະເໜີໃຫ້ພັດທະນາລະບົບການຜະລິດໃນຮູບແບບການ ປູກຕົ້ນໄມ້ຮ່ວມກັບການປູກພືດແລະລ້ຽງສັດໃນເຂດຮ້ອນຊຸ່ມແລະໃນເຂດທ່ົງຫຍ້າໂລ່(Savanna) ເຫດຜົນທ່ີນໍາໄປສູ່ການຍອມຮັບວ່າກະສິກໍາປ່າໄມ້ເປັນລະບົບທ່ີໃຊ້ທ່ີດິນ ເໝາະແກ່ການປະຕິບັດໃນໄຮ່ນາແລະໃນທ່ີດິນປ່າໄມ້ຄືເຫດການທ່ີກ່ຽວຂ້ອງກັບການທົບ ທວນປ່ຽນແປງນະໂຍບາຍຂອງທະນາຄານໂລກແລະອົງກາອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ຊ່ືງປະທານທະນາຄານໂລກ ທ່ານໂຣເບີດແມກນາມາຣ່າໄດ້ ປະກາດທົບທວນນະໂຍບາຍທະນາຄານໂລກວ່າ: ໃຫ້ເນັ້ນໃສ່ການພັດທະນາໄປຫາຄົນທ່ ທຸກຍາກໃນຊົນນະບົດແລະໄດ້ກຳນົດ ນະໂຍບາຍດ້ານປ່າໄມ້ຂື້ນມາເພ່ືອເປັນແນວທາງ ປະຕິບັດທ່ີປະກອບດ້ວຍແນວຄິດທ່ີຈະເພີ້ມຜົນຜະລິດອາຫານແລະການອະນຸລັກສ່ິງແວດລ້ອມໂດຍຖືເອົາວິທີການແບບກະສິກໍາປ່າໄມ້.
ສໍາລັບອົງການອາຫານ ແລະ ການສະເສດແຫ່ງສະຫະປະຊາຊາດ ໄດ້ທົບທວນ ນະໂຍບາຍ ການໃຫ້ຄວາມຊ່ວຍເຫຼືອ ໄປຍັງພື້ນທ່ີຊົນນະບົດເຊ່ັນກັນ, ແລະ ໃນປີ 1976 ໄດ້ປະກາດເນັ້ນນະໂຍບາຍການປ່າໄມ້ເພ່ືອພັດທະນາຊົນນະບົດ ໂດຍສ່ົງເສີມໂຄງການ ປ່າໄມ້ໃນລັກສະນະດ່ັງກວ່ານີ້ໄປທ່ົວໂລກ. ໃນຊ່ວງເວລາດຽວກັນໃນກາງປີ 1975 ອົງການວິໄຈການພັດທະນາລະຫວ່າງຊາດຂອງການາດາ (International Development Research Center or IDRC) ໂດຍທ່ານ John Bene ໄດ້ສຶກສາ ບັນຫາໃນການວິໄຈ ແລະ ຝຶກອົບຮົມດ້ານການປ່າໄມ້ ແລະ ວິທີການທ່ີເໝາະສົມໃນການ ຈັດການທ່ີດິນ ເພ່ືອການປ່າໄມ້ ແລະ ການກະເສດໃນເຂດຊົນນະບົດທ່ີຍາກຈົນໃນທ່ົວ ໂລກລວມທັງການສ້າງໂປຼແກຼມການສ້າງອົງການ ແລະ ແຜນປະຕິບັດການ ເພ່ືອຂໍຮັບ ການສະໜັບສະໜູນຈາກອົງການນາໆຊາດ ດ້ານການເງີນຊ່ຶງທ່ານໄດ້ສະເໜີສາລະສໍາຄັນ 2 ປະການຄື:
- ລວມລະບົບການຜະລິດທາງການກະເສດ, ປ່າໄມ້ ແລະ ການລ້ຽງສັດເຂົ້າດ້ວຍກັນພາຍໃຕ້ການໃຊ້ປະໂຫຍດ ທ່ີດິນທ່ີເໝາະສົມ.
- ປ່ຽງແປງແນວຄິດດ້ານການປ່າໄມ້ ໃຫ້ກວ້າງຂວາງອອກໄປເປັນແນວຄິດໃນການນຳໃຊ້ທ່ີດິນ (Land Use Concept) ແລະ ໄດ້ສະເໜີໃຫ້ມີການຈັດຕັ້ງອົງການນາໆຊາດ ເພ່ືອເຮັດໜ້າທ່ີສະໜັບສະໜູນດ້ານການເງີນ ສໍາລັບວຽກງານການວິໄຈດ້ານກະສິກໍາປ່າໄມ ແລະ ບໍລິຫານແຜນງານຕ່າງໆ ທ່ີຈະນໍາໄປສູ່ການໃຊ້ທ່ີດິນໃນເຂດຮ້ອນ ຢ່າງມີ ປະສິດທິພາບ ໂດຍກໍານົດລະດັບຄາດໝາຍເພ່ືອກະຕຸ້ນ ແລະ ສົງເສີມການວິໄຈ ເຜີຍແຜຂ່າວສານກ່ຽວກັບລະບົບກະສິກໍາປ່າໄມ້ ໃນເຂດຮ້ອນທ່ີກໍາລັງພັດທະນາ ແລະ ສ່ົງເສີມ ການທ່ີດິນໃຫ້ຖືກວິທີ. ຕ່ໍມາອົງການດ່ັງກ່າວໄດ້ນໍາຂໍ້ສະເໜີດ່ັງກ່າວຕ່ໍກອງປະຊຸມ ອົງການນາໆຊາດ ທ່ີໃຫ້ການສະໜັບສະໜູນດ້ານການເງິນ ໃນເດືອນພືດສະພາປີ 1976 ຕາມການເຫັນດີໃນກອງປະຊຸມ ແລະ ໃນການປະຊຸມຄະນະກໍາມະການບໍລິຫານງານທ່ີອໍາ ສະເຕີດໍາ ປະເທດ ເນເທີແລນ ເມ່ືອເດືອນ ກໍລະກົດ ປີ 1977 ໄດ້ເຫັນດີຈັດຕັ້ງສະພາ ວິໄຈກະສິກໍາປ່າໄມ້ນາໆຊາດ (International Council for Research in Agroforestry or ICRAF) ຕາມຂໍ້ສະເໜີຂອງທ່ານ John ແລະ ອົງການວິໄຈ ພັດທະນາລະຫວ່າງຊາດຂອງປະເທດການາດາ ແລະ ໃນເດືອນ ສິງຫາປີ 1978 ກໍໄດ້ຈັດ ຕັ້ງສໍານັກງານຊ່ົວຄາວຂື້ນທ່ີ ກຸງອໍາສະເຕີດໍາ ປະເທດ ເນເທີແລນ. ຕ່ໍມາໃນເດືອນ ກໍລະກົດ ປີ 1979 ຈ່ຶງຍ້າຍສໍານັກງານມາຕັ້ງຢູ່ ກຸງໄນໂຣບີ ປະເທດ ເຄນຢາ ຈ່ຶງຖືວ່ ເປັນການຈັດຕັ້ງອົງການລະຫວ່າງຊາດ ເພ່ືອການບໍລິຫານ ກະສິກໍາປ່າໄມ້ຂື້ນເປັນຄັ້ງທໍາອິດ ໂດຍໄດ້ຮັບທືນສະໜັບສະໜູນສ່ວນໃຫຍ່ຈາກປະເທດ ການາດາ, ເນເທີແລນ ແລະ ສະວິດເຊີ ແລນ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ