google-site-verification: google0d91bc93cfc88895.html ສະ​ພາບ​ລວມ ກ່ຽວ​ກັບ​ປ່າ​ໄມ້​ໃນ ສ​ປ​ປ​ລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, September 10, 2020

ສະ​ພາບ​ລວມ ກ່ຽວ​ກັບ​ປ່າ​ໄມ້​ໃນ ສ​ປ​ປ​ລາວ

ສະ​ພາບ​ລວມ ກ່ຽວ​ກັບ​ປ່າ​ໄມ້​ໃນ ສ​ປ​ປ​ລາວ


ສະ​ພາບ​ລວມ ກ່ຽວ​ກັບ​ປ່າ​ໄມ້​ໃນ ສ​ປ​ປ​ລາວ

ສ​ປ​ປ​ລາວ ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ປ່າ​ໄມ້ ທີ່​ມີ​ຄຸນ​ຄ່າ ແລະ ເປັນ​ເອ​ກະ​ລັກ​ທາງ​ດ້ານ​ນະ​ເວດ ເຊິ່ງ​ມີ​ຄວາມ​ສຳ​ຄັນ ບໍ່​ພຽງ​ແຕ່ ສຳ​ຄັນ​ດ້ານ​ເສດ​ຖະ​ກິດ​ເທົ່າ​ນັ້ນ ແຕ່​ປ່າ​ໄມ້​ຍັງ​ເປັນ​ແຫລ່ງ ສະ​ຫນອງ​ສະ​ບຽງ​ອາ​ຫານ ແລະ ເປັນ​ແຫລ່ງ​ລາຍ​ຮັບ ໃຫ້​ແກ່​ປາ​ຊາ​ຊົນ​ໃນ​ຂົງ​ເຂດ ເຊົນ​ນະ​ບົດ ໂດຍ​ສະ​ເພາະ​ຜູ້​ທຸກ​ຍາກ ພ້ອມ​ກັນ​ນັ້ນ, ປ່າ​ໄມ້​ຍັງ​ເປັນ​ຖິ່ງ​ອາ​ໃສ​ສຳ​ຄັນ​ສຳ​ລັບ​ຊີ​ວະ​ນາ​ໆ​ພັນ​ທີ່​ຮັ່ງ​ມີ​ຂອງ​ຊາດ ແລະ ຍັງ​ປ້ອງ​ກັນ​ດິນ, ແຫລ່ງ​ນ້ຳ ແລະ ຊັບ​ພະ​ຍາ​ກອນ​ນ້ຳ ປະ​ຊາ​ຊົນ​ປະ​ມານ 30% ອາ​ໃສ​ປ່າ​ໄມ້​ເພື່ອ ນຳ​ໃຊ້​ໄມ້, ໄມ້​ຟືນ, ເສັ້ນ​ໄຍ, ຢາ​ປົວ​ພະ​ຍາດ, ອາ​ຫານ ແລະ ນອກ​ຈາກນັ້ນ ຍັງ​ເພື່ອ​ຄວາມ​ເຊື່ອ​ຖື​ທາງ​ດ້ານ​ຮີດ​ຄອງ​ປະ​ເພ​ນີ ສຳ​ລັບ​ບາງ​ທ້ອງ​ຖິ່ນ​ອີກ​ດ້ວຍ. ຢູ່​ໃນ​ຊົນ​ນະ​ບົດ ປ່າ​ໄມ້​ປ່າ​ໄມ້​ສະ​ຫນອງ​ກິດ​ຈ​ະ​ກຳ​ດ້ານ​ເສດ​ຖ​ະ​ກິດ​ຕົ້ນ​ຕໍ່ ໃຫ້​ແກ່​ປາ​ຊາ​ຊົນ ໂດຍ​ສະ​ເພາະ ເຄື່ອ​ປ່າ​ຂອງ​ດົງ ສະ​ຫນອງ​ລາຍ​ຮັບ ຫລາຍກວ່າ​ເຄິ່ງ​ຫນື່ງ​ຂອງ​ລາຍ​ຮັບ​ພາຍ​ໃນ​ຄອບ​ຄົວ​ທັງ​ຫມົດ ຂອງ​ປະ​ຊາ​ຊົນ

ໃນ​ປີ 2001 ປ່າ​ໄມ້​ປະ​ກອບ​ສ່ວນ 3.2% ຂອງ​ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP) ໂດຍ​ສະ​ເພາະແມ່ນ​ໄມ້ ຖ້າ​ລວມ​ທັງ​ມູນ​ຄ່າ​ການ​ປຸງ​ແຕ່ງ​ໄມ້ ແລະ ເຄື່ອງ​ປ່າ​ຂອງ​ດົງ ຕົວ​ເລກ​ປະ​ກອບ​ສ່ວນ​ຂອງ​ປ່າ​ໄມ້ ​ລວມ​ເຂົ້າ​ຍອດ​ຜະ​ລິ​ເຕະ​ພັນ​ພາຍ​ໃນ ອາດ​ສູງກວ່ານັ້ນ, ນອກນັ້ນ ຜະ​ລິດ​ຕະ​ພັນ​ໄມ້​ ຍັງ​ປະ​ກອບ​ສ່ວນ​ປະ​ມານ 25%ຂອງ​ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​ທັງ​ຫມົດ ໃນ​ດ້ານ​ການ​ນຳ​ໃຊ້​ພະ​ລັງ​ງານ ພະ​ລັງ​ງານ​ຈາກ​ໄມ້ ລວມ​ທັງ​ຖ່ານ​ຫີນ ແລະ ໄມ້​ຟືນ ແມ່ນ​ແຫລ່ງ​ພະ​ລັງ​ງານ​ຕົ້ນ​ຕໍ່ ສຳ​ລັບ​ການ​ປຸງ​ແຕ່ງ​ອາ​ຫານ ລວມ​ທັງ​ໃນ​ເຂດ​ນະ​ຄອນ​ຫລວງ ວຽງ​ຈັນ ແລະ ເຂດ​ເນີນ​ສູງ ເຂດ​ພູ​ດອຍ ຫລື ເຂດ​ຊົນ​ນະ​ບົດ ກໍ່​ເຊັ່ນ​ດຽວ​ກັນ ໄມ້​ຍັງ​ສະ​ຫນອງ​ຄວາມ​ອົບ​ອຸ່ນ​ທີ່​ຈຳ​ເປັນ​ອີກ​ດ້ວຍ

ຈາກ​ຜົນ​ການ​ສືກ​ສາ​ການ​ປ່ຽນ​ແປງ​ຄວາມ​ປົກ​ຫຸ້ມ​ປ່າ​ໄມ້​ໃນ​ປີ 2002 ຊີ້​ໃຫ້​ເຫັນ​ວ່າ ເນື້ອ​ທີ່​ທົ່ວ​ປະ​ເທດ​ທັງ​ຫມົດ 23.68 ລ້ານ ເຮັກ​ຕາ ມີ​ປ່າ​ໄມ້​ທີ່​ຂ້ອນ​ຂ້າງ​ອຸ​ດົມ​ສົມ​ບູນ ມີ​ລະ​ດັບ​ຄວາມ​ຫນ້າ​ແຫນ້ນ ຂອງ​ຊັ້ນ​ເຮືອນຍອດ​ຫລາຍກວ່າ 20% ຂື້ນ​ໄປ ກວມ​ປະ​ມານ 41.5% ນັ້ນ​ສະ​ແດງວ່າ​ປາ​ໄມ້​ມີ​ການ​ປ່ຽນ​ແປງ​ໄປ ໃນ​ລະ​ດັບ​ທີ່​ເຕືອນ​ໄພ​ແລ້ວ ເມື່ອ​ປຽບ​ທຽບ​ກັບ​ລະ​ດັບ​ປ່າ​ໄມ​ໃນ​ຊຸມ​ປີ 1960 ການ​ປ່ຽນ​ແປງ​ຂອງ​ປ່າ​ໄມ້ ແມ່ນ​ລວມ​ທັງ​ການ​ຫລຸດ​ລົງ​ຂອງ​ປະ​ລິ​ມານ​ໄມ້ ການ​ປ່ຽນ​ແປງ​ທາງ​ດ້ານ​ອົງ​ປະ​ກອບ​ຂອງ​ຊະ​ນິດ​ພັນ ແລະ ໂຄງ​ສ້າງ​ຂອງ​ປ່າ​ໄມ້ ການ​ສູນ​ເສຍ​ຖິ່ນ​ອາ​ໃສ ແລະ ການ​ຫລຸດ​ລົງ​ຂອງ​ປະ​ຊາ​ກອນ​ສັດ​ປ່າ ແລະ ພືດ​ພັນ​ຢູ່​ຫລາຍ​ເຂດ

ທ່າ​ອຽງ​ໃນ​ການ​ຫລຸດ​ລົງ​ຂອງ​ປ່າ​ໄມ້​ດັ່ງ​ທີ່ກວ່າ​ມາ​ຂ້າງ​ເທິງນັ້ນ ອາດ​ຈຳ​ນຳ​ໄປ​ສູ່​ຜົນ​ກະ​ທົບ​ທາງ​ລົບ ຕໍ່​ເສດ​ຖະ​ກິດ ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ ຍິ່ງ​ໄປ​ກວ່ານັ້ນ ການ​ທຳ​ລາຍ​ປ່າ​ໄມ້ ແລະ ການ​ເຊື່ອມ​ໂຊ​ມ​ລົງ​ຂອງ​ປ່າ​ໄມ້ ອາດ​ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ ຕໍ່​ປາ​ຊາ​ຊົນ​ຜູ້​ທຸກ​ຍາກ ໂດຍ​ສະ​ເພາະ​ແມ່​ຍິງ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ທີ່​ດຳ​ລົງ​ຊີ​ວິດ ຕິດ​ພັນ​ກັບ​ຊັບ​ພະ​ຍາ​ກອນ​ປ່າ​ໄມ້​ເປັນ​ສ່ວນ​ໃຫຍ່. (ທີ່​ມາ​ຂອງ​ຂໍ​້​ມູນ: ຍຸດ​ທະ​ສາດ​ປ່າ​ໄມ້ ຮອດ​ປີ 2020 ຂອງ​ສ​ປ​ປ​ລາວ, ກໍ​ລະ​ກົດ 2005)


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ