google-site-verification: google0d91bc93cfc88895.html ຝຸ່ນບົ່ມ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, September 21, 2020

ຝຸ່ນບົ່ມ

ຝຸ່ນບົ່ມການເຮັດຝຸ່ນບົ່ມແບບເປັນກອງ ການເຮັດກອງຝຸ່ນບົ່ມແບບຍ່ອຍສະຫຼາຍຊ້າ ການເຮັດຝຸ່ນບົ່ມແບບເປັນກະຕ່າ ແລະ ແບບໜານຜັກ ຂຸມຝຸ່ນບົ່ົ່ມ ຝຸ່ນບົ່ມໃສ່ໂດຍກົງ ນ້ຳຍ່ຽວ


ຝຸ່ນບົ່ມ

ຝຸ່ນບົ່ມແມ່ນເຮັດມາຈາກການຍ່ອຍສະຫຼາຍຂອງອິນຊີວັດຖຸ ເຊິ່ງເປັນແຫຼ່ງສານອາຫານທີ່ອຸດົມສົມບູນ. ສ່ວນປະສົມຕົ້ນຕໍແມ່ນທາດກາກບອນ ແລະ ທາດໄນໂຕຣເຈນຈຳ​ນວນ​ໜ້ອຍ​ຫນຶ່ງ ແລະ ສານອາຫານ, ເກືອແຮ່ ແລະ ສິ່ງມີຊີວິດໃນດິນຊະນິດອື່ນໆ.

ຝຸ່ນບົ່ມບໍ່ພຽງແຕ່ໃຫ້ສານອາຫານແກ່ພືດເທົ່ານັ້ນແຕ່ຍັງປັບປຸງຄຸນນະພາບຂອງດິນອີກດ້ວຍ. ມີຫຼາຍວິທີໃນການ ເຮັດຝຸ່ນບົ່ມຈາກສ່ວນປະສົມທີ່ງ່າຍດາຍ ເຊັ່ນ ແກບ ແລະ ຂີ້ງົວ ຈົນເຖິງສ່ວນປະສົມຂອງວັດສະດຸທີ່ຫຼາກຫຼາຍ ນຳໃຊ້ວັດສະດຸທີ່ມີຢູ່ ແລະ ທໍາການທົດລອງໃຊ້ດ້ວຍຕົວທ່ານເອງ.

ການເຮັດຝຸ່ນບົ່ມແບບເປັນກອງ

  • ຝຸ່ນບົ່ມແບບເປັນກອງຈະໄດ້ຜົນດີເມື່ອເຮັດທັງໝົດໃນເວລາດຽວກັນ. ໝາຍຄວາມວ່ານໍາວັດສະດຸທັງໝົດມາກຽມໄວ້, ແລະ ການບົ່ມແບບເປັນກອງກໍ່ດຳເນີນໄປເປັນແຕ່ລະຊັ້ນ.
  • ການບົ່ມແບບເປັນກອງຄວນມີລວງກວ້າງ 1 ແມັດ, ລວງຍາວ 1 ແມັດ ແລະ ສູງ 1 ແມັດ ເພື່ອໃຫ້ມີຄວາມຮ້ອນພຽງພໍຈຶ່ງຈະຍ່ອຍສະຫຼາຍໄດ້ດີ
  • ທ່ານສາມາດນໍາໃຊ້ວັດສະດຸຫຼາຍປະເພດເຊັ່ນ: ຝຸ່ນຄອກ, ຫຍ້າ, ພືດນ້ຳ, ໃບໄມ້, ສາຫຼ່າຍທະເລ, ດິນ, ແກບເຂົ້າ ແລະ ກາກກາເຟ, ຂີ້ເລື່ອຍ, ຊາກສັດ (ໜູ, ປາ, ໄກ່ ແລະ ສັດອື່ນໆ), ນ້ຳຍ່ຽວ, ຊິ້ນສ່ວນຂອງເຈ້ຍທີ່ສາມາດໃຊ້ວັດສະດຸຫຼາຍປະເພດເຊັ່ນ: ຍ່ອຍສະຫຼຫຼຫຼາຍໄດ້ ແລະ ວັດສະດຸທໍາມະຊາດອື່ນໆ ທີ່ຫາໄດ້ງ່າຍ
  • ລອງປະສົມຝຸ່ນຄອກ 1/3, ໃບໄມ້ແຫ້ງ 1/3 ແລະ ກາກກາເຟ 1/3, ແກບ ຫຼື ຂີ້ເລື່ອຍ. ປະລິມານເຫຼົ່ານີ້ີບໍ່ຈໍາເປັນຕ້ອງຖືກຕ້ອງ, ພຽງແຕ່ກະຕວງເອົາ.
  • ເພີ່ມຂີ້ນົກໜ້ອຍໜຶ່ງ (ນົກກາງແກ, ໄກ່ ຫຼື ເປັດ) ຫຼື ຂີ້ສັດອື່ນໃນປະລິມານຫຼາຍ
  • ວັດສະດຸເຫຼົ່ານີ້ຕ້ອງໃສ່ເປັນຊັ້ນ, ໜາ 5-10 ຊມ. ຊັ້ນທີໜຶ່ງເຮັດດ້ວຍວັດຖຸອິນຊີ (ໃບໄມ້ແຫ້ງ, ແກບ ຫຼື ວັດຖຸແຫ້ງອື່ນໆ). ຊັ້ນທີສອງແມ່ນຝຸ່ນຄອກທີ່ບົ່ມແລ້ວ. ຊັ້ນທີສາມແມ່ນຂີ້ເຖົ່າທີ່ໄດ້ຈາກເຮືອນຄົວ ແລະ ດິນທີ່ມີຄວາມອຸດົມສົມບູນ. ຈາກນັ້ນຫົດນ້ຳ. ລຶ້ມຄືນຂັ້ນຕອນນີ້ຈົນກວ່າຈະໄດ້ກອງຝຸ່ນບົ່ມສູງ 1 ແມັດ, ກວ້າງ ແລະ ຍາວ 1 ແມັດ.
  • ເພີ່ມນ້ຳສອງເທື່ອໃນໄລຍະການບົ່ມ. ທໍາໍາອິດເພີ່ມນ້ຳ 2-3 ຄຸ, ຈາກນັ້ນເພີ່ມອີກ 2-3 ຄຸເມື່ອບົ່ມສໍາເລັດ. ນ້ຳເປັນສ່ວນສໍາຄັນໃນຂະບວນການຍ່ອຍສະຫຼາຍ ແຕ່ບໍ່ໃຫ້ຫຼາຍເກີນໄປ. ຝຸ່ນບົ່ມຕ້ອງການຄວາມຊຸ່ມ, ແຕ່ບໍ່ໃຫ້ປຽກ.
  • ປົກຄຸມຝຸ່ນບົ່ມເພື່ອປ້ອງກັນຝົນ ແລະ ແສງແດດກ້າ ແລະ ເກັບມ້ຽນໄວ້ບ່ອນທີ່ປອດໄພຈາກສັດ. ການປົກຄຸມຍັງຊ່ວຍຮັກສາຄວາມຮ້ອນໃຫ້ຝຸ່ນບົ່ມ. ສິ່ງທີ່ເອົາມາປົກຄຸມສາມາດເຮັດມາຈາກໃບຕານ, ຜ້າຢາງເກົ່າ, ຕົ້ນ ຫຼື ໃບກ້ວຍ ຫຼື ໃບໄມ້ຊ້ອນກັນໜາໆ.
ຝຸ່ນບົ່ມການເຮັດຝຸ່ນບົ່ມແບບເປັນກອງ ການເຮັດກອງຝຸ່ນບົ່ມແບບຍ່ອຍສະຫຼາຍຊ້າ ການເຮັດຝຸ່ນບົ່ມແບບເປັນກະຕ່າ ແລະ ແບບໜານຜັກ ຂຸມຝຸ່ນບົ່ົ່ມ ຝຸ່ນບົ່ມໃສ່ໂດຍກົງ ນ້ຳຍ່ຽວ

  • ຖ້າຫາກປະຕິບັດໄດ້ຄົບແຕ່ລະຂັ້ນຕອນ, ຝຸ່ນບົ່ມຈະຮ້ອນຫຼາຍ (ປະມານ 65 – 68 ອົງສາ) ຍ້ອນການເຄື່ອນ ໄຫວຂອງເຊື້ອພະຍາດ ໃນການຍ່ອຍສະຫຼາຍ. ຫຼັງຈາກຜ່ານໄປ 2-3 ອາທິດ, ອຸນຫະພູມຈະເຢັນລົງເຖິງປະມານ 45 ອົງສາ.
  • ມາບາດນີ້ຕ້ອງໄດ້ປີ້ນຝຸ່ນບົ່ມເພາະວ່າຊັ້ນນອກບໍ່ໄດ້ຮັບຄວາມຮ້ອນຫຼາຍ ມັນຈະຍ່ອຍສະຫຼາຍຊ້າກວ່າຊັ້ນໃນ.ຫຼັງຈາກປີ້ນແລ້ວ, ຫົດນ້ຳອີກສອງຄຸ ຫຼື ຫຼາຍກວ່າຖ້າເຫັນວ່າຈໍາເປັນ ແລ້ວປົກໄວ້ຄືເກົ່າ, ຝຸ່ນບົ່ມຈະພ້ອມໃຊ້ງານພາຍໃນ 2 ອາທິດ
  • ທັນທີທີ່ຝຸ່ນບົ່ມພ້ອມໃຊ້ສໍາລັບສວນ, ປົກຄຸມສວນດ້ວຍຝຸ່ນບົ່ມທີ່ໄດ້ມານີ້ ໃຫ້ມີຄວາມໜາປະມານ 3-5 ຊັງຕີແມັດ ຫຼື ໃຊ້ 2 ກໍາມືໃສ່ແຕ່ລະຕົ້ນກ້າ ແລະ 4 ກໍາມືໃສ່ຕົ້ນທີ່ໃຫຍ່ແລ້ວ.

ການເຮັດກອງຝຸ່ນບົ່ມແບບຍ່ອຍສະຫຼາຍຊ້າ

ການບົ່ມຝຸ່ນແບບຍ່ອຍສະຫຼາຍຊ້າສາມາດເຮັດໄດ້ກັບວັດສະດຸສອງສາມຊະນິດເທົ່ານັ້ນ, ແຕ່ທ່ານຕ້ອງໃຊ້ຝຸ່ນຄອກ ແລະ ວັດ ສະດຸທໍາມະຊາດໃຫ້ດຸ່ນດ່ຽງກັນ. ສ່ວນປະສົມທີ່ດີແມ່ນ ຝຸ່ນຄອກ ປະມານ 1/3 ກັບວັດສະດຸຈາກພືດປະມານ 2/3. ຝຸ່ນບົ່ມແບບຊ້າຈະຕ້ອງໃຊ້ເວລາ 2 – 3 ເດືອນກ່ອນທີ່ຈະນໍາມາໃຊ້. ການບົ່ມປະເພດນີ້ບໍ່ມີສານອາຫານອຸດົມ ສະດຸທີສົມບູນ ແຕ່ກໍ່ດີພໍສຳລັບການປັບປຸງດິນ.

ວິທີໃຊ້ຝຸ່ນບົ່ມ

  • ເພື່ອໃຫ້ແນ່ໃຈວ່າຈະມີຝຸ່ນບົ່ມໄວ້ໃຊ້ຢ່າງຕໍ່ເນື່ອງ, ໃຫ້ເລີ່ມເຮັດກອງຝຸ່ນບົ່ມໃໝ່ເມື່ອອັນເກົ່າໃຊ້ໄປໄດ້ເຄິ່ງໜຶ່ງແລ້ວ
  • ໃສ່ຝຸ່ນບົ່ມໃຫ້ດິນສອງອາທິດກ່ອນການປູກ ຫຼື ໃສ່ໃຫ້ຕົ້ນກ້າໂດຍ ກົງ. ເຮັດແບບນີ້ຈະຊ່ວຍໃຫ້ສານອາຫານ ແລະ ຝຸ່ນບົ່ມດູດຊຶມລົງໃນດິນ. ຫຼັງຈາກປູກແລ້ວ, ໃຫ້ລໍຖ້າອີກສອງອາທິດກ່ອນຈະໃສ່ຝຸ່ນອີກ.
  • ບ່ອນທີ່ດີທີ່ສຸດທີ່ຈະໃສ່ຝຸ່ນບົ່ມໃຫ້ຕົ້ນໄມ້ແມ່ນໃຫ້ໃສ່ກ້ອງຂອງໃບໄມ້ຊັ້ນນອກໂດຍກົງ (ເທິງໜ້າດິນບໍລິເວນຂອບດ້ານນອກ, ບໍ່ແມ່ນໃສ່ອ້ອມລຳ​ຕົ້ນ) ບ່ອນທີ່ດີທີ່ສຸດທີ່ຈະໃສ່ຝຸ່ນບົ່ມໃຫ້ຕົ້ນໄມ້ແມ່ນໃຫ້ໃສ່ກ້ອງຂອງ. ຈຸດນີ້ແມ່ນດ້ານລຸ່ມຂອງຂອບໃບໄມ້ດ້ານນອກ ແລະ ແມ່ນຈຸດທີ່ຮາກໄມ້ດູດຊຶມອາຫານໄດ້ດີທີ່ສຸດ. ຫ້າມໃສ່ຝຸ່ນອ້ອມລໍາຕົ້ນ ເພາະມັນອາດເປັນສາເຫດໃຫ້ຮາກເນົ່າເປື່ອຍ ແລະ ປຸ໋ຍຊະນິດອື່ນໆ ກໍ່ເຊັ່ນກັນ.
ຄວາມຄິດທີ່ສະຫຼາດ!
ຖ້າຝຸ່ນບົ່ມມີກິ່ນບໍ່ດີ, ມີກິ່ນສົ້ມ ໝາຍຄວາມວ່າເຮົາໃສ່ຝຸ່ນຄອກຫຼາຍເກີນໄປ. ຖ້າຫາກວັດສະດຸຈາກພືດ
ບໍ່ຍ່ອຍສະຫຼາຍໄດ້ດີສະແດງວ່າເຮົາໃສ່ຝຸ່ນຄອກໜ້ອຍເກີນໄປ

ຝຸ່ນບົ່ມການເຮັດຝຸ່ນບົ່ມແບບເປັນກອງ ການເຮັດກອງຝຸ່ນບົ່ມແບບຍ່ອຍສະຫຼາຍຊ້າ ການເຮັດຝຸ່ນບົ່ມແບບເປັນກະຕ່າ ແລະ ແບບໜານຜັກ ຂຸມຝຸ່ນບົ່ົ່ມ ຝຸ່ນບົ່ມໃສ່ໂດຍກົງ ນ້ຳຍ່ຽວ


ການເຮັດຝຸ່ນບົ່ມແບບເປັນກະຕ່າ ແລະ ແບບໜານຜັກ

ຂໍ້ມູນຈາກປຶ້ມຄູ່ມື Faith Garden Manual, ຂຽນໂດຍ Mindanao Baptist, Rural Life Center, ເມືອງ ບັນຊາລັນ, ຟີລິບປິນ.
    ຂັ້ນ​ຕອນ​ທີ 1: ຂຸດຂຸມຢູ່ໃຈກາງຂອງສວນ, ເລິກປະມານ 1 ຝ່າມື (15-20 ຊັງຕີແມັດ) ແລະ ກວ້າງ 3 ຝ່າມື, ປະຫວ່າງ1 ແມັດ ລະຫວ່າງຂຸມ (ປະມານໜຶ່ງກ້າວໃຫຍ່). ຫຼື ຂຸດຮ່ອງກວ້າງຍາວຢູ່ລະຫວ່າງກາງສວນ, ເລິກປະມານ 1 ຝາມື ແລະ ກວ້າງປະມານ 2 ສອງຝາມື

    ຂັ້ນຕອນທີ 2: ວາງໄມ້ໄຜ່ລົງໃນບໍລິເວນຂອບຂອງຂຸມ ຫຼື ຄວາມຍາວ 2 ຝ່າມືເທິງໜ້າດິນ
    ຂັ້ນຕອນທີ 3: ເຮັດຮົ້ວດ້ວຍການສານໄມ້ໄຜ່ ຫຼື ສານໃບໄມ້ໃສ່ໄມ້.
    ຂັ້ນ​ຕອນ​ທີ4: ເອົາວັດສະດຸໃສ່ຂຸມ ຫຼື ຮ່ອງຕາມລໍາດັບດັ່ງນີ້:
    • ຊັ້ນບາງໆຂອງງ່າໄມ້ ຫຼື ຫຍ້າ (ໜາປະມານ 5 ຊັງຕິແມັດ) ເພື່ອໃຫ້ອາກາດຖ່າຍເທ.
    • ຝຸ່ນຄອກຫຼາຍຊະນິດ.
    • ຫຍ້າ, ໃບໄມ້ ຫຼື ສາຫຼ່າຍທະເລທີ່ລ້າງແລ້ວ.
    • ໃສ່ຂີ້ີ້ີ້ເຖົ່ົ່ົ່າຈາກເຮືອນຄົວປະມານ 1 ກໍາ ເຮືອນຄົວປະມານ ກີ້ເຖົ່າຈາກ ໍາ ກ ມື ໃນທຸກຂຸມ ຫຼື ຫ່າງກັນ 1 ແມັດລະຫວ່າງຮ່ອງ.
    ຂັ້ນ​ຕອນ​ທີ5ເມື່ອວັດສະດຸຝຸ່ນບົ່ມຊຸດທີ 1 ຍ່ອຍສະຫຼາຍແລ້ວ, ເພີ່ມວັດສະດຸຊຸດຕໍ່ໄປຕາມລໍາດັບຄືເກົ່າ. ບໍ່ຈໍາເປັນຕ້ອງປີ້ນ.
    ຂັ້ນ​ຕອນ​ທີ 6: ຫວ່ານແກ່ນລົງເມື່ອຝຸ່ນບົ່ມຊັ້ນລຸ່ມສຸດເລີ່ມຍ່ອຍສະຫຼາຍແລ້ວ, ປະຫວ່າງປະມານ 1 ຝ່າມື ລະຫວ່າງແກ່ນ ແລະ ກະຕ່າ ຫຼື ຮ່ອງຝຸ່ນບົ່ມ.
    ຂັ້ນຕອນທີ 7: ຫົດນ້ຳຢ່າງເປັນປະຈ ໍາ ຫົດນ້ຳຢ່າງເປັນປະຈ ຕະຫຼອດ 2 ອາ ທິດຫຼັງຈາກປູກ. ຫຼັງຈາກໄລຍະນີ້ ຫົດນ້ຳໃສ່ຂຸມ ຫຼື ຮ່ອງຝຸ່ນບົ່ມໂດຍກົງ, ແຕ່ບໍ່ໃຫ້ຫົດພືດທີ່ປູກ. ຮາກຂອງພືດຈະເຕີບໂຕລົງໃນຂຸມ ຫຼື ຮ່ອງ, ສິ່ງນີ້ຈະປັບປຸງການຈະເລີນເຕີບໂຕຂອງພືດ ແລະ ຮັກສານ້ຳ.
    ຂັ້ນຕອນທີ 8: ເມື່ອເກັບກູ້ພືດແລ້ວ, ໃຫ້ຊວ້ານຝຸ່ນບົ່ມອອກ ຈາກຂຸມ ຫຼື ຮ່ອງ ແລະ ສາມາດເອົາໄປໃສ່ໜານຜັກໄດ້. ຈາກນັ້ນ, ສາມາດເພີ່ມວັດສະດຸຝຸ່ນບົ່ມໃໝ່ໃສ່ໃນຂຸມ ຫຼື ຮ່ອງ ເພື່ອກຽມພ້ອມສພລັບການປູກຄັ້ງຕໍ່ໄປ.
    ຝຸ່ນບົ່ມການເຮັດຝຸ່ນບົ່ມແບບເປັນກອງ ການເຮັດກອງຝຸ່ນບົ່ມແບບຍ່ອຍສະຫຼາຍຊ້າ ການເຮັດຝຸ່ນບົ່ມແບບເປັນກະຕ່າ ແລະ ແບບໜານຜັກ ຂຸມຝຸ່ນບົ່ົ່ມ ຝຸ່ນບົ່ມໃສ່ໂດຍກົງ ນ້ຳຍ່ຽວ

    ຝຸ່ນບົ່ມການເຮັດຝຸ່ນບົ່ມແບບເປັນກອງ ການເຮັດກອງຝຸ່ນບົ່ມແບບຍ່ອຍສະຫຼາຍຊ້າ ການເຮັດຝຸ່ນບົ່ມແບບເປັນກະຕ່າ ແລະ ແບບໜານຜັກ ຂຸມຝຸ່ນບົ່ົ່ມ ຝຸ່ນບົ່ມໃສ່ໂດຍກົງ ນ້ຳຍ່ຽວ

    ຝຸ່ນບົ່ມການເຮັດຝຸ່ນບົ່ມແບບເປັນກອງ ການເຮັດກອງຝຸ່ນບົ່ມແບບຍ່ອຍສະຫຼາຍຊ້າ ການເຮັດຝຸ່ນບົ່ມແບບເປັນກະຕ່າ ແລະ ແບບໜານຜັກ ຂຸມຝຸ່ນບົ່ົ່ມ ຝຸ່ນບົ່ມໃສ່ໂດຍກົງ ນ້ຳຍ່ຽວ

    ແນວຄິດທີ່ດີ!
    • ເຕັກນິກນີ້ສາມາດໃຊ້ໄດ້ກັບຕົ້ນໄມ້ກິນໝາກທີ່ຍັງນ້ອຍ
    • ເຮັດກະຕ່າ ຫຼື ຮ່ອງຝຸ່ນບົ່ມ 1 ເດືອນກ່ອນການປູກ
    • ຄອງນ້ຳສາມາດເຮັດເປັນຮ່ອງຝຸ່ນບົ່ມໃນດິນເຈີ້ຍ
    • ເພື່ອການປູກຢ່າງຕໍ່ເນື່ອງ, ໃສ່ກະຕ່າ ຫຼື ຮ່ອງໃນເວລາຕ່າງກັນ, ແຕ່ລະໜານສາມາດປູກຮ່າງກັນ 2 ອາທິດ ຫຼື 1 ເດືອນ.
    • ໄມ້ຄ້ຳສໍາລັບກະຕ່າ ຫຼື ຮ່ອງສາມາດເຮັດສູງຂື້ນເພື່ອໃຊ້ສໍາລັບພືດເປັນເຄືອເຊັ່ນ: ຖົ່ວ, ໝາກແຕງ ແລະ ຜັກທີ່ເປັນເຄືອຕ່າງໆ.

    ຂຸມຝຸ່ນບົ່ົ່ມ

    ຂຸມຝຸ່ນບົ່ມເປັນວິທີທີ່ດີສໍາລັບສະໜອງສານອາຫານໃຫ້ພືດ. ຕົວຢ່າງພືດທີ່ເໝາະສົມສໍາລະບົບນີ້ແມ່ນ: ກ້ວຍ ແລະ ໝາກຮຸ່ງ. ວັດສະດຸທີ່ຫາໄດ້ເກືອບທຸກຢ່າງສາມາດໃຊ້ເຂົ້າໃນການເຮັດຝຸ່ນບົ່ມນີ້ເຊັ່ນ: ໃບໄມ້, ຫຍ້າ, ແກບເຂົ້າ, ກາກ​ກາເຟ ແລະ ເຈ້ຍ ຫຼື ນ້ຳຍ່ຽວ. ຝຸ່ນທີ່ສະສົມຢູ່ພື້ນຂອງຂຸມສາມາດຂຸດຂຶ້ນມາໃຊ້ກັບພືດໄດ້ຄັ້ງ 1 ໃນທຸກໆປີ.
    ຝຸ່ນບົ່ມການເຮັດຝຸ່ນບົ່ມແບບເປັນກອງ ການເຮັດກອງຝຸ່ນບົ່ມແບບຍ່ອຍສະຫຼາຍຊ້າ ການເຮັດຝຸ່ນບົ່ມແບບເປັນກະຕ່າ ແລະ ແບບໜານຜັກ ຂຸມຝຸ່ນບົ່ົ່ມ ຝຸ່ນບົ່ມໃສ່ໂດຍກົງ ນ້ຳຍ່ຽວ

    ປະ​ໂຫຍດ​ຈາກ​ການ​ເຮັດ​ຝຸ່ນ​ບົ່ມ

    • ຫຼຸດບັນຫາຫຍຫຍ້າ.
    • ໃຊ້ນ້ຳເສຍ ແລະ ວັດຖຸອິນຊີເສດເຫຼືອ
    • ເກັບກັກນ້ຳໃນດິນ ແລະ ໃນວັດສະດຸຝຸ່ນບົ່ມໄວ້ໄດ້ຫຼາຍກວ່າ ສະນັ້ນ ພືດຈຶ່ງຕ້ອງການນ້ຳໜ້ອຍກວ່າ, ໂດຍສະເພາະໃນລະດູແລ້ງ
    ໝາຍ​ເຫດ: ເພື່ອຮັບມືກັບບັນຫາຍຸງ ແລະ ແມງໄມ້ໃນຂຸມບົ່ມ, ໃຫ້ແຊ່ໃບຂົມກະເດົາໜຶ່ງກຳ ໃຫ້ແຊ່ໃບຂົມກະເດົາໜຶ່ງກຳມືໃສ່ໃນຄຸນ້ຳສອງມື້ແລ້ວຖອກນ້ຳ ພ້ອມກັບໃບລົງໃສ່ໃນຂຸມ, ເຮັດຊ້ຳທຸກໆ ສາມເດືອນ.

    ຝຸ່ນບົ່ມໃສ່ໂດຍກົງ

    ຝຸ່ນບົ່ມຍັງສາມາດໃສ່ເທິງສວນຜັກ ຫຼື ດິນທີ່ຈະເຮັດສວນໄດ້ໂດຍກົງ. ດິນຈະໄດ້ຮັບຜົນປະໂຫຍດຈາກສານອາຫານທີ່ອອກມາ ແລະ ມັນຈະເພີ່ມສິ່ງມີຊີວິດໃນດິນ.

    ນ້ຳຍ່ຽວປົນນ້ຳ

    ນ້ຳຍ່ຽວຂອງຄົນສາມາດຫາໄດ້ງ່າຍດາຍ, ບໍ່ຕ້ອງເສຍເງິນຊື້ ແລະ ເປັນແຫຼ່ງສານອາຫານຢ່າງຕໍ່ເນື່ອງ. ນ້ຳຍ່ຽວມີປະລິມານໄນໂຕຣເຈນສູງ. ຖ້າຫາກປົນນ້ຳຍ່ຽວກັບນ້ຳ (ນ້ຳຍ່ຽວ 10-20% ແລະ ນ້ຳ 80-90%) ມັນຈະກາຍເປັນປຸ໋ຍທີ່ດີທີ່ສຸດ ສໍາລັບຕົ້ນໄມ້ກິນໝາກ, ພິເສດແມ່ນຕົ້ນໄມ້ຈໍາພວກໝາກນາວ ທີ່ຕອບສະໜອງໄດ້ດີ. ນ້ຳຍ່ຽວຍັງສາມາດເພີ່ມໃສ່ຂຸມຝຸ່ນບົ່ມ ຫຼື ກອງຝຸ່ນບົ່ມປະເພດຕ່າງໆ.
    ບໍ່ແນະນໍາໃຫ້ໃຊ້ນ້ຳຍ່ຽວໃນສວນຜັກ. ຕົ້ນໄມ້ກິນໝາກທີ່ໃຫຍ່ເຕັມທີ່ຈະໄດ້ຮັບຜົນປະໂຫຍດໂດຍກົງຈາກນ້ຳຍ່ຽວ ແຕ່ບໍ່ແມ່ນຈະໃສ່ໃນຈຸດດຽວຕິດຕໍ່ກັນ.



    No comments:

    Post a Comment

    ​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ