google-site-verification: google0d91bc93cfc88895.html ຜັກເນົ່າ / Licorice - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, November 08, 2020

ຜັກເນົ່າ / Licorice

ຜັກເນົ່າ / Licorice

ການນຳໃຊ້

·       ອາຫານ

·       ສີນຄ້າ

·       ພືດເປັນຢາ

ຊື່ວິທະຍາສາດ / ຕະກຸນ

Glycyrrhiza glabra L. / Fabaceae

ຊື່ພ້ອງ

  • Glycyrrhiza glabra var. caduca X.Y. Li 
  • Glycyrrhiza glabra var. glabra L.
  • Glycyrrhiza glabra subsp. glandulifera (Waldst. & Kit.) Ponert
  • Glycyrrhiza glabra var. glandulifera (Waldst. & Kit.) Regel & Herder
  • Glycyrrhiza glabra var. glandulifera (Waldst. & Kit.) Boiss.
  • Glycyrrhiza glabra var. glandulosa X.Y. Li
  • Glycyrrhiza glabra var. laxifoliolata X.Y. Li
  • Glycyrrhiza glabra var. typica L.
  • Glycyrrhiza glabra var. violacea (Boiss. & Noe) Boiss.

ຊື່ອື່ນ

·       ຊື່ໄທ: ສະເອມເທດ ແລະ ສະເອມຈີນ
ຊື່ຈີນ: ກຳເຊົາ, ກຳເຊົ້າ ແລະ ກັນເສົາ

ບັນຍາຍລັກສະນະພືດສາດ

ຜັກເນົ່າເປັນໄມ້ຟຸ່ມ. ລຳຕົ້ນສູງ 1-2 ມ, ເປືອກໄມ້ມີຜິວບໍ່ລຽບ, ມີຂົນສັ້ນກະຈາຍຢູ່ທົ່ວລຳຕົ້ນ, ເປືອກອ່ອນສີຂຽວ, ເປືອກ ແກ່ເປັນສີນ້ຳຕານ. ໃບປະສົມແບບຂົນນົກປາຍຄີກ, ຈັບແບບຮຽງສະຫຼັບ. ໃບຍ່ອຍມີ 9-17 ໃບ, ຈັບຮຽງກົງກັນຂ້າມ, ຮູບຫອກ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 2-3 ຊມ, ຍາວ 4-5 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ. ແຜ່ນໃບບາງຄ້າຍຄືເຈັຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນປົກຄຸມທົ່ວຜິວໃບ. ຊໍ່ດອກແບບກະຈະ ມີດອກຍ່ອຍ ຈຳນວນຫຼາຍ. ດອກຍ່ອຍມີຂະໜາດນ້ອຍ. ກາບດອກເຊື່ອມຕິດກັນເປັນຫຼອດ, ຮູບລະຄັງ, ປາຍແຍກອອກເປັນຫຼາຍ ແສກ, ສີເຫຼືອງອົມນ້ຳຕານ. ກີບດອກມີ 3 ກີບ, 2 ກີບຂ້າງມີຂະໜາດໜ້ອຍກວ່າກີບກາງ, ຮູບແຖບ ຫຼື ຮູບຫອກ, ກີບກາງມີຂະໜາດໃຫຍ່ກວ່າໝູ່, ຮູບໄຂ່. ເກສອນເພດຜູ້ຍາວບໍສະໝໍ່າສະເໝີ. ເຕົ້າໄຂ່ຈັບຢູ່ຖານຮອງດອກ, ຮູບແຖບ, ຮວງຮັບນູນຂຶ້ນເລັກນ້ອຍ. ໝາກເປັນຝັກ, ຮູບແຖບ, ໜຶ່ງຝັກມີແກ່ນຈຳນວນ 3-7 ເມັດ, ແກ່ນຈັບກາງ, ໝາກອ່ອນສີຂຽວອົມຂາວ, ໝາແກ່ສີນ້ຳຕານອ່ອນ. ແກ່ນຮູບໄຂ່ ຫຼຶ ຮູບກົມ, ສີນ້ຳຕານອ່ອນ ຫຼຶ ສີນ້ຳຕານເຂັ້ມ.

ຂໍ້​ມູນ​ທາງ​ຄລີ​ນິກ

·       ຮັກສາ​ອາການ​ຍ່ຽວ​ອອກ​ຫລາຍ​ຜິດ​ປົກກະຕິ (ເບົາ​ຈືດ)
·       ຮັກສາ​ແຜລ​ໃນ​ກະເພາະ​ອາຫານ​ຫລື​ລຳ​ໄສ້​ນ້ອຍ
·       ຮັກສາ​ອາການ​ຫອບ​ຫືດ​ຈາກ​ຫລອດລົມ​ອັກ​ເສບ
·       ປິ່ນປົວພະຍາດ​ວັນ​ພະຍາດ​ປອດ
·       ຮັກສາ​ເສັ້ນ​ເລືອດ​ດຳ​ຂອດ
·       ຮັກສາ​ລຳ​ໄສ້​ປັ້ນ​ຜິດ​ປົກກະຕິ ຊ້ອນ​ກັນ​ເປັນ​ກ້ອນ
·       ປິ່ນປົວພະຍາດ​ໄຂ້​ມາ​ລາ​ເຣຍ
·       ປິ່ນປົວພະຍາດ​ພະຍາດ​ໃບ​ໄມ້​ໃນ​ເລືອດ​ຢ່າງ​ຮຸນແຣງ
·       ປິ່ນປົວພະຍາດ​ຕັບ​ອັກ​ເສບ​ຊະນິດ​ທີ່​ຕິດ​ຕໍ່​ໄດ້
·       ຮັກສາ​ເຢື່ອ​ຕາ​ອັກ​ເສບ
·       ຮັກສາ​ຜິວ​ໜັງ​ບໍລິເວນ​ແຂນ ຂາ ແຕກ​ເປັນ​ຂຸຍ
·       ຮັກສາ​ຜິວ​ໜັງ​ອັກ​ເສບ​ເປັນ​ຜື່ນ​ຄັນ
·       ຖືກສາ​ປາກ​ມົດລູກ​ອັກ​ເສບ​ເນົ່າ​ເປື່ອຍ
·       ຮັກສາ​ແຜລ​ທີ່​ເກີດ​ຈາກ​ການ​ຖືກ​ຄວາມ​ເຢັນ​ຈັດ
·       ຮັກສາ​ເຢື່ອ​ຫຸ້ມ​ລູກ​ຕາ​ຊັ້ນ​ນອກ​ອັກ​ເສບ (Scleritis)



ສັບພະຄຸນທາງ​ຢາ

  • ເປືອກ​ຂອງ​ຮາກ ຈະ​ມີ​ເປັນ​ສີ​ແດງ ແລະ​ມີ​ລົດ​ຫວານ​ໃຊ້​ເປັນ​ຢາ​ບຳລຸງ​ກຳ​ລັງ ເຮັດໃຫ້​ຄື້ນ​ຫຽນ ຮາກໃບ​ເຮັດໃຫ້​ເສມ​ຫະ​ແຫ້ງ ແລະ​ ເປັນ​ຢາຮັກສາ​ດີ​ພິ​ການ
  • ດອກ​ໃຊ້​ຮັກສາ​ອາການ​ຄັນ ແລະ ​ຖືຮັກສາ​ພິດ​ຝີ​ດາດ
  •  ຜົນ​ຈະ​ມີ​ລົດ​ຫວານ ໃຊ້​ເປັນ​ຢາ​ບຳລຸງ​ກຳ​ລັງ ແລະ​ ອາການ​ຄໍ​ແຫ້ງ ເຮັດໃຫ້​ຊຸ່ມ​ຊື້ນ
  • ຮາກ​ຈະ​ມີລົດ​ຊຸ່ມ ໃຊ້​ເປັນ​ຢາ​ບຳ​ລຸງ​ປອດ ຂັບ​ເລືອດ​ທີ່​ເນົ່າ​ໃນ​ທ້ອງ ຮັກສາ​ພິດ​ຢາ​ ຫລື ​ພືດ​ພິດ​ຕ່າງ ໆ ຊະນິດ​ຄົ່ວແລ້ວຮັກສາ​ອາການ​ເບື່ອ​ອາຫານ ອ່ອນ​ເພຍ ​ເຮັດວຽກ​ໜັກ ປວດ​ທ້ອງ ໄອ​ເປັນ​ໄຂ້ ສະຫງົບ​ປະສາດ ບຳ​ລຸງ​ປອດ ໃຊ້​ຮາກ​ສົດ​ຮັກສາ​ອາການ​ເຈັບ​ຄໍ ເປັນ​ແຜ​ຊຳເຮື້ອ ລະບົບ​ການ​ຍ່ອຍ​ອາຫານ​ບໍ່​ດີ ຫລື​ອາຫານ​ເປັນ​ພິດ ແລະ​ ຮັກສາ​ກຳ​ເດົາ​ໃຫ້ເປັນ​ປົກກະຕິ ຮາກ​ແຫ້ງ​ຂອງ​ພືດ​ຊະນິດ​ນີ້​ໃຊ້​ເຮັດ​ຢາ​ລະບາຍ​ອ່ອນ​ໆ ຫລື​ ໃຊ້​ປຣຸງ​ແຕ່ງ​ຣົດ
  • ອື່ນ ໆ​ໃນ​ຮາກ​ຂອງຜັກເນົ່າ​ນັ້ນ ຈະ​ມີ​ແປ້ງ​ແລະ​ຄວາມ​ຫວານ​ຫລາຍ ຕ້ອງ​ຮັກສາ​ໄວ້​ຢ່າ​ໃຫ້​ແມງ​ມາ​ລົບກວນ ເພຣາະ​ພວກ​ມອດ ​ແລະ ​ແມງ​ອື່ນ​ມັກ​ກິນ ຖ້າ​ຜຸ​ຈະ​ເຮັດໃຫ້​ເສື່ອມ​ຄຸນນະພາບ ນອກ​ຈາກ​ນີ້​ຢັງ​ໃຊ້​ຮາກ​ປະສົມ​ຢາ​ອື່ນ ຊ່ວຍ​ກລົບ​ຣົດ​ຢາ ຫລື​ແຕ່ງ​ຢາ​ໃຫ້​ຫວານ​ອີກ​ດ້ວຍ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ