ຜັກຫວານປ່າ [Melientha]
ການນຳໃຊ້ |
ອາຫານ ສີນຄ້າ ພືດເປັນຢາ |
ຊື່ວິທະຍາສາດ |
Melientha suavis Pierre |
ຕະກຸນ |
Opiliaceae |
ຊື່ພ້ອງ |
Melientha suavis subsp.
macrocarpa Hiepko |
ຊື່ອື່ນ |
ໄທ: ຜັກຫວານປ່າ. |
ສັບພະຄຸນ ແລະ ໂພຊະນາການ
ຜັກຫວານປ່າມີປະໂຫຍດ ແລະ ຮູ້ຈັກກັນມາແຕ່ດົນນານມາແລ້ວ, ທັ້ງເປັນອາຫານ ແລະ ຢາພື້ນເມືອງ ເຊິ່ງປັດຈຸບັນເປັນທີ່ນິຍົມກັນຢ່າງກວ້າງຂວາງ, ຜັກຫວານເປັນຢາພື້ນເມືອງທີ່ສາມາດໃຊ້ສ່ວນຕ່າງມາເປັນຢາ ຫຼື ສ່ວນປະສົມຂອງຢາພື້ນເມືອງຕ່າງເຊັ່ນ: ໃຊ້ຮັກສາບາດແຜ, ປວດຂໍ້, ປວດຫົວ, ປວດທ້ອງ. ໃຊ້ເປັນຢາເຢັນ, ຖອນພິດ, ແກ້ຮ້ອນໃນກະຫາຍນ້ຳ, ແກ້ພິດໄຂ້ນ້ຳບິພິການ.
ຍອດອ່ອນ ແລະ ໃບອ່ອນຂອງຜັກຫວານປ່າ ມີຄຸນປະໂຫຍດທາງໂພຊະນາການ. ໃບ ແລະ ຍອດອ່ອນຂອງຜັກຫວານ 100 ກຣາມໃຫ້ຄຸນຄ່າທາງອາຫານດັ່ງນີ້:
- ນ້ຳ : 87.1 ກຣາມ
- ພະລັງງານ : 39 ກິໂລແຄລໍຣີ່
- ໂປຣຕີນ : 0.1 ກຣາມ
- ໄຂມັນ : 0.6 ກຣາມ
- ຄາຣ໌ໂບໄຮເດຣົດ : 8.3 ກຣາມ
- ໃຢອາຫານ : 2.1 ກຣາມ
- ເຖົ້າ : 1.8 ກຣາມ
- ແຄລຊຽມ : 24 ມິນລິກຣັມ
- ຟອດຟໍຣັດ : 68 ມິນລິກຣັມ
- ໄນອາຊີນ : 3.6 ມິນລິກຣັມ
- ວິຕາມິນ A : 792 ຫນ່ວຍສາກົນ
- ວິຕາມິນ B1 : 0.12 ມິນລິກຣັມ
- ວິຕາມິນ B2 : 1.65 ມິນລິກຣັມ
- ເບຕ້າ-ແຄໂຣທີນ : 4756 ໄມໂຄຣກຣັມ
ຜັກຫວານປ່າມີຄຸນຄ່າທາງໂພຊະນາການສູງ, ມີສານອາຫານ, ເກືອແຮ່ ແລະ ວິຕາມິນທີ່ມີປະໂຫຍດຕໍ່ຮ່າງກາຍເຊັ່ນ: ແຄລຊຽມ ແລະ ຟອສຟໍຣັດ, ຊ່ວຍບຳລຸງກະດູກ ແລະ ແຂ້ວໃຫ້ແຂງແຮງ, ປ້ອງກັນກະດູກຜ່ອຍ. ເຊິ່ງສົ່ງຜົນໃຫ້ກ້າມຊີ້ນຍືດຫົດໄດ້ດີ. ຜັກຫວານປ່າສົດໆມີວິຕາມີນສູງ, ຊ່ວຍປ້ອງກັນຈຸລັງໃນຮ່າງກາຍຈາກມົນລະພິດທາງອາກາດ, ຊ່ວຍປ້ອງກັນການເກີດມະເຮັງຈາກແສງແດດ ແລະ ຜິວໜັງຫ່ຽວແຫ້ງກ່ອນໄວ. ຜັກຫວານມີທາດ ເບຕ້າ-ແຄໂຣທີນເຊິ່ງເປັນແອນຕິອອກຊິແດນ, ເມື່ອຖຶກປ່ຽນໄປເປັນວິຕາມິນເອໃນຮ່າງກາຍແລ້ວຈະຊ່ວຍບຳລູງສາຍຕາ, ເຮັດໃຫ້ເບີ່ງເຫັນໄດ້ຊັດເຈນ. ເພີ່ມພູມຄຸ້ມກັນຂອງຮ່າງກາຍ, ວິຕາມິນບີໃນຜັກຫວານປ່າປ້ອງກັນພະຍາດປາກເປື່ອຍ ເຊິ່ງຖ້າຂາດໃນໄວເດັກຈະເຮັດໃຫ້ຢຸດການຈະເລີນເຕິບໂຕ. ນອກຈາກນີ້ຜັກຫວານຍັງມີເສັ້ນໃຍອາຫານສູງຊ່ວຍໃນລະບົບຂັບຖ່າຍໄດ້ດີ ແລະ ເປັນຢາລະບາຍອ່ອນໆ.
ຜັກຫວານປ່າສາມາດນຳມາເຮັດອາຫານໄດ້ຫຼາກຫຼາຍລາຍການເຊັ່ນແກງ, ຜັກລວກ, ຍຳ ແລະ ຂົ້ວ. ແຕ່ບໍ່ຄວນຮັບປະທານສົດເພາະຈະເຮັດໃຫ້ເບື່ອເມົາ ແລະ ເປັນໄຂ້ໄດ້.
ລັກສະນະທາງພຶດສາດ
ລຳຕົ້ນ
ຜັກຫວານປ່າ ເປັນໄມ້ພຸ່ມຢືນຕົ້ນຂະໜາດກາງ ມີລຳຕົ້ນສູງປະມານ 5-10 ແມັດ ຫລືໃຫຍ່ເຕັມທີ່ອາດສູງໄດ້ຫລາຍເຖິງ15 ແມັດ ແຕ່ທີ່ພົບທົ່ວໄປໃນຫນານປຸກຈະເປັນໄມ້ພຸ່ມຂະໜາດນ້ອຍ ເພາະມີການຕັດຍອດ ແລະ ຕັດແຕ່ງກິ່ງ ໂດຍລຳຕົ້ນເປັນໄມ້ເນື້ອແຂງ ລຳຕົ້ນແຕກກິ່ງຫລາຍ ເປືອກລຳຕົ້ນມີສີນ້ຳຕານອົມເທົາ ຜິວລຳຕົ້ນຂຸຂະໃບ
ຜັກຫວານປ່າເປັນພືດໃບລ້ຽງຄູ່ ແຕກໃບອອກເປັນໃບດ່ຽວໆ ລຽງສະຫລັບກັນບໍລິເວນປາຍກິ່ງ ມີກ້ານໃບສັ້ນ ໃບມີຮູບໄຂ່ຄ່ອນຂ້າງຣີ ໂຄນໃບນ້ອຍເຖິງກວ້າງອອກ ປາຍໃບແຫຼມ ແຜ່ນໃບ ແລະ ຂອບໃບຮຽບ ໃບອ່ອນ ຫລື ຍອດອ່ອນມີສີຂຽວອ່ອນ ໃບແກ່ມີສີຂຽວເຂັ້ມ ແລະເປັນມັນ ແຜ່ນໃບບາງ ຄ່ອນຂ້າງກອບ ຂະໜາດໃບກວ້າງປະມານ 2.5-5 ເຊນຕິແມັດ ຍາວປະມານ 5-12 ເຊນຕິແມັດດອກ
ດອກຜັກຫວານປ່າອອກດອກເປັນຊໍ່ບໍລິເວນກິ່ງ ແລະ ລຳຕົ້ນ ກ້ານຊໍ່ດອກຍາວປະມານ 15-20 ເຊນຕິແມັດ ຊໍ່ດອກປະກອບດ້ວຍດອກຍ່ອຍຂະໜາດນ້ອຍຈຳນວນຫລາຍ ດອກຍ່ອຍມີລັກສະນະຊົງກລົມ ສີຂຽວອ່ອນ ປະກອບດ້ວຍດອກຕົວຜູ້ທີ່ບໍ່ມີກ້ານດອກ 3-5 ດອກ ສ່ວນດອກຕົວແມ່ມີກ້ານດອກຢາວປະມານ 3-8 ມິນລິແມັດ ມັກພົບເປັນດອກດ່ຽວ ຫລືອາດພົບເປັນກລຸ່ມ 3-5 ດອກ
ຫມາກ ແລະ ແກ່ນ
ໝາກຂອງຜັກຫວານປ່າມີລັກສະນະກົມເກືອບເປັນຮູບໄຂ່ ຂະໜາດຫມາກ 1.5-2 ເຊນຕິແມັດ ຍາວ 2.2-4 ເຊນຕິແມັດ ເປືອກໝາກຣຽບ ແລະບາງ ຊີ້ນຫມາກຄ່ອນຂ້າງໜາ ແລະຊຸ່ມນ້ຳ ຜົນອ່ອນມີສີຂຽວ ແລະ ມີນວນເຄືອບ ເມື່ອສຸກມີສີເຫຼືອງ ແລະສຸກຈັດຈົນລົ່ນຈະມີສີເຫຼືອງເຂັ້ມ ພາຍໃນມີເມັດ 1 ເມັດປະໂຫຍດຜັກຫວານປ່າ
1. ຢອດອ່ອນຂອງຜັກຫວານປ່າມີຄວາມກອບ ແລະຫວານມັນ ຈຶ່ງນິຍົມນຳປະກອບອາຫານໃນຫຼາຍເມນູ ເຊັ່ນ ແກງຜັກຫວານປ່າໃສ່ໄຂ່ມົດແດງ ແກງລຽງ ແກງຈືດ ຜັດໃສ່ໄຂ່ ເຮັດໄຂ່ຈຽວ ເປັນຕົ້ນ2. ເມັດຜັກຫວານປ່ານຳມາຕົ້ມໃຫ້ສຸກໃຊ້ຮັບປະທານ ເຢື່ອຫຸ້ມເມັດ ແລະຊີ້ນເມັດໃຫ້ລົດຫວານມັນ
3. ຜັກຫວານປ່າໃຊ້ປຸກເປັນແນວຮົ້ວຫລືແນວເຂດແດນຮ່ວມກັບການເກັບຢອດຮັບປະທານ
ສັບພະຄຸນຜັກຫວານປ່າ
ໃບອ່ອນ ແລະ ຍອດອ່ອນ
v ປ້ອງກັນພະຍາດກ່ຽວກັບປະສາດ
ແລະ ສະຫມອງ ເຊັ່ນ ອັນໄຊເມອຣ໌
v ປ້ອງກັນພະຍາດມະເຣັງ
v ປ້ອງກັນພະຍາດຫົວໃຈຂາດເລືອດ
v ປ້ອງກັນພະຍາດເບົາຫວານ
v ຊ່ວຍລຸດຄວາມອ້ວນ
v ຊ່ວຍບຳລຸງຮ່າງກາຍ
v ຕ້ານອະນຸມູນອິດສະຫລະ
v ແກ້ຮ້ອນໃນ
v ຊ່ວຍລຸດໄຂ້
v ແກ້ນ້ຳບີພິການ
v ແກ້ອາການເບື່ອເມົາ
v ບັນເທົາອາການປວດມົດລູກ
v ແກ້ປວດເມື່ອຍຕາມຮ່າງກາຍ
v ໃບ ແລະນ້ຳຢາງຈາກໃບນຳມາຫຍ້ຳຫລື
ອົມພາຍໃນປາກ ສຳລັບແກ້ລິ້ນເປັນຟ້າ
v ໃບ ແລະຍອດອ່ອນນຳມາຕົ້ມນ້ຳດື່ມ
ຊ່ວຍແກ້ກະຫາຍນ້ຳ ປ້ອງກັນພະຍາດປາກນົກກະຈອກ
ການປຸກຜັກຫວານປ່າ
ຜັກຫວານປ່າຕາມທຳມະຊາດຈະເປັນໄມ້ພຸ່ມຂະໜາດນ້ອຍເຖິງກາງທີ່ເຕີບໂຕໃຕ້ໄມ້ຢືນຕົ້ນຊະນິດອື່ນທີ່ສູງກວ່າ
ດັ່ງນັ້ນ ຜັກຊະນິດນີ້ຈຶ່ງມັກພື້ນທີ່ທີ່ມີແສງຣຳໄຣ ພື້ນທີ່ທີ່ມີແສງສ່ອງບໍ່ມີຫມົດທັງມື້
ໂດຍສະເພາະໃຕ້ຣົ່ມໄມ້ອື່ນທີ່ໃຫຍ່ກວ່າ ດັ່ງນັ້ນ ການປຸກຜັກຫວານປ່າ ຫາກລຽນແບບທຳມະຊາດຈະໄດ້ຜົນດີີ
ຄື ປຸກແຊມກັບໄມ້ຊະນິດອື່ນທີ່ສາມາດໃຫ້ຣົ່ມເງົາໄດ້ ທັງນີ້ ການປຸກຜັກຫວານປ່າສາມາດປຸກຈາກຕົ້ນກ້າທີ່ໄດ້ຈາກການເພາະເມັດ
ການປັກຊຳຮາກ ແລະການຕອນກິ່ງ ຊຶ່ງປະຈຸບັນນິຍົມທັງການເພາະເມັດຫລາຍທີ່ສຸດ
ເພາະການຕອນກິ່ງຈະແຕກຮາກໄດ້ຍາກ ເຖິງແມ່ນຈະໃຊ້ຮໍໂມນເລັ່ງຮາກກໍຕາມ ແລະການເພາະເມັດຈະເຮັດໄດ້ໄວກກວ່າ
ແລະເຮັດໃຫ້ໄດ້ຕົ້ນທີ່ແຕກກິ່ງຫລາຍກວ່າວິທີອື່ນ
ພັນຜັກຫວານປ່າ
ພັນຜັກຫວານປ່າຢັງບໍ່ມີການສຶກສາຂໍ້ມູນທີ່ຊັດເຈນ ແຕ່ຈາກການສັງເກດພົບວ່າ
ຜັກຫວານປ່າທີ່ພົບຈະແບ່ງອອກເປັນ 2 ຊະນິດ ຄື
1. ຜັກຫວານປ່າຍອົດເຫຼືອງ ຫລື ຜັກຫວານໂຄກ ມັກມີລຳຕົ້ນເຕ້ຍ
ແຕກກິ່ງນ້ອຍ ໃບມີຂະໜາດນ້ອຍ ແຕ່ກວ້າງ ຕົ້ນເຕີບໂຕຊ້າ ແລະຍອດສັ້ນ
2. ຜັກຫວານປ່າຍອົດຂຽວ ຜັກຫວານດົງ ມັກແຕກຊົງພຸ່ມໃຫຍ່
ແຕກກິ່ງຫລາຍ ໃບມີຂະໜາດປານກາງເຖິງໃຫຍ່ ແລະ ຄ່ອນຂ້າງຣຽວ ລຳຕົ້ນມີການເຕີບໂຕໄວ
ຍອດຍາວຫລາຍກວ່າພັນຢອດເຫຼືອງ
ການຕຽມວັດດຸເພາະປູກ
ວັດດຸທີ່ໃຊ້ເພາະກ້າເມັດ ຫລື ໃຊ້ເພາະຊຳ ຄວນຕຽມດ້ວຍການນຳດິນມາປະສົມກັບປຸ໋ຍຄອກ
ຫລືວັດດຸອິນທີ ເຊັ່ນ ແກບດຳ ແລະຂຸ໋ຍຫມາກພ້າວ ໂດຍໃຊ້ອັດຕາສ່ວນດິນກັບປຸ໋ຍຄອກ
ແລະວັດດຸອື່ນໆທີ່ 1:2:1 ຄົນ ແລະ ໝັກຖິ້ມໄວ້ 7 ມື້ ຈາກນັ້ນ ບັນຈຸໃສ່ຖົງເພາະຂະໜາດ 4×4 ນິ້ວ ຕຽມໄວ້ສຳລັບຍ້າຍກາເພາະ
ສ່ວນການເພາະເມັດຈະໃຊ້ຊາຍປະສົມກັບປຸ໋ຍຄອກ ອັດຕາສ່ວນ 2:1 ຊຶ່ງຕຽມເປັນແປງເພາະຂະໜາດນ້ອຍ ກວ້າງ 1 ແມັດ ຢາວ 2 ແມັດ ຊຶ່ງອາດໃຊ້ວິທີວາງອິດລ້ອມເປັນສີ່ຫຼ່ຽມ ແລ້ວແຕ່ປະລິມານການເພາະ
ໂດຍນຳຊາຍທີ່ປະສົມກັບປຸ໋ຍຄອກມາເຂ່ຍໃສ່ແປງເພາະ ສູງປະມານ 2-3 ນິ້ວ
ການເພາະເມັດ
ເມັດທີ່ໃຊ້ເພາະຈະຕ້ອງເປັນເມັດທີ່ສຸກຈັດ ຫມາກມີສີເຫຼືອງເຂ້ັມ ຫລື
ເປັນເມັດທີ່ລົ່ນຈາກຕົ້ນແລ້ວ ແລະເມື່ອເກັບເມັດມາແລ້ວໃຫ້ນຳເມັດໃສ່ຖົງພາດຕິກ
ແລ້ວນຳເຂົ້າຕູ້ເຢັນພັກໄວ້ກ່ອນ 1-2 ເດືອນ ແຕ່ບໍ່ຄວນຫລາຍກວ່າ 2 ເດືອນ ແລ້ວຄ່ອຍນຳມາເພາະເມັດ ເພາະການເກັບເມັດຈະເປັນການພັກຕັວຂອງເມັດ
ເຮັດໃຫ້ອັດຕາການງອກເພີ່ມຂຶ້ນ
ການຕຽມເມັດກ່ອນເພາະໃຫ້ນຳຜົນມາແກະລອກເປືອກ ແລະຊີ້ນອອກຈົນເຫຼືອເມັດ
ຈາກນັ້ນ ນຳໄປຕາກແຫ້ງ 3-5 ມື້ ກ່ອນໃຊ້ກະດາດຊາຍຫລືຫິນຊາຍຂັດເປືອກເມັດໃຫ້ບາງ ແຕ່ລະວັງຢ່າຂັດຈົນເຖິງຊີ້ນເມັດດ້ານໃນ
ຈາກນັ້ນ ນຳເມັດມາແຊ່ນ້ຳດົນ 1 ຄືນ ຫຼັງຈາກນັ້ນ ນຳເມັດປັກລົງແປງເພາະທີ່ກຽມໄວ້ ແລ້ວເຂ່ຍດິນໃຫ້ຄຸມເມັດ
ກ່ອນຈະຫົດນ້ຳໃຫ້ຊຸ່ມ ຫຼັງຈາກນັ້ນ ຫົດນ້ຳທຸກມື້ ມື້ລະ 1-2 ເທື່ອ ຊຶ່ງໃຊ້ເວລາປະມານ 30-40 ມື້ ເມັດຈະແຕກໜໍ່ໃຫ້ເຫັນ ຈາກນັ້ນ ຂູດເມັດລົງເພາະຕໍ່ໃນຖົງເພາະຊຳ
ຫລືໃຫ້ຂູດເມັດຫຼັງເພາະແລ້ວປະມານ 20-25 ມື້ ຊຶ່ງເປັນໄລຍະທີ່ເມັດແທງຮາກອອກແລ້ວ
ທັງນີ້ ອາດເພາະເມັດລົງໃນຖົງເພາະຊຳໄດ້ໂດຍກົງກໍໄດ້ ໂດຍບໍ່ຕ້ອງມາເພາະໃນແປງເພາະກ່ອນ
ແຕ່ວິທີນີ້ອາດເຮັດໃຫ້ໃຫ້ເສຍຖົງເພາະລ້າໆ ເພາະບາງເມັດບໍ່ມີການງອກ ແຕ່ຫາກໃຊ້ວິທີເພາະເມັດໃນແປງກ່ອນຈະຊ່ວຍໃຫ້ສາມາດເລືອກເມັດທີ່ງອກມາເພາະໃນຖົງເພາະໄດ້ທັງໝົດ
ແລະສາມາດເລືອກສະເພາະເມັດທີ່ງອກໂດຍສົມບູນໄດ້
ທີ່ມາ: https://www.phakhaolao.la/kb/0000019/0000440
ການບົວລະບັດຮັກສາ
ເມື່ອປູກໄລຍະທຳອິດຄວນຫົດນໍ້າທຸກໆມື້ເພື່ອໃຫ້ດີນມີຄວາມຊຸ່ມຊື່ນຕະຫຼອດເວລາ, ເມື່ອຜັກຫວານຕັ້ງຕົວໄດ້ແລ້ວຄວນຫົດນໍ້າ 1-3 ຄັ້ງຕໍ່ອາທິດ, ຄວນໃສ່ຝຸ່ນຄອກປີລະ 2 ຄັ້ງ, ຄັ້ງທຳອິດແມ່ນໃສ່ໃນຊ່ວງລະດູຝົນເຊິ່ງເປັນຊ່ວງກ່ອນຜັກຫວານຈະແຕກຍອດ ແລະ ອອກດອກ, ເຊິ່ງເຮັດໃຫ້ຕົ້ນແຂງແຮງໃຫ້ຜະລິດຍອດໄດ້ຍາວໃນລະດູແລ້ງ. ຄັ້ງທີ່ 2 ແມ່ນຫຼັງຈາກການເກັບຍອດແລ້ວ, ເພື່ອບຳລຸງຕົ້ນໃຫ້ສົມບູນສຳຫຼັບລະດູການຕໍ່ໄປ.ການກຳຈັດວັດຊະພືດ
ວິທີການການເສຍຫຍ້າບໍ່ຄວນກຳຈັດຈົນກ້ຽງເກີນໄປ ເພາະຜັກຫວານອາໄສພືດ ຫືຼ ຫຍ້າບາງຊະນິດເປັນພືດຢູ່ຮ່ວມກັນເພື່ອສ້າງອາຫານ. ການກຳຈັດຫຍ້າຄວນຕັດຫຍ້າດີກວ່າເສຍຫຍ້າໃຫ້ກ້ຽງ. ຕັດຫຍ້າອອກມາຄວນເອົາປົກຄຸມບໍລິເວນຕົ້ນຜັກຫວານ.
ການປ້ອງກັນພະຍາດ ແລະ ແມງໄມ້
ຜັກຫວານປ່າເປັນພືດທີ່ມີພະຍາດ ແລະ ແມງໄມ້ລົບກວນໜ້ອຍ. ແຕ່ສັດຕູທີ່ສຳຄັນແມ່ນຫອຍທາກ, ແມງເຕົ່າທອງ, ໄຮແດງ ແລະ ຂີ້ກະເດືອນຝອຍ. ວິທີການປ້ອງກັນ ແລະ ກຳຈັດ ຄວນໃຊ້ສານສະກັດຈາກທຳມະຊາດ ເຊັ່ນ: ກະເດົາ, ຫົວສາມສິບ, ເພື່ອບໍ່ໃຫ້ສານພິດຕົກຄ້າງໃນຜັກຫວານທີ່ຈະນຳໄປບໍລິໂພກ, ຄວນຕິດຕາມ ແລະ ກວດກາຢູ່ສະເໝີ ເມື່ອເຫັນພະຍາດ ຫຼື ແມງໄມ້ຄວນກຳຈັດທັນທີ.
ການເກັບກູ້ຍອດອ່ອນ
ຜັກຫວານປ່າເມື່ອອາຍຸໄດ້ 3 ປີ ກໍ່ເລີ່ມເກັບກູ້ຍອດອ່ອນໄດ້ແລ້ວ, ອາດຈະໄດ້ໜ້ອຍ, ແຕ່ປີຕໍ່ໄປອາດຈະໄດ້ຫຼາຍຂຶ້ນໄປເລື້ອຍໆ, ຕາມອາຍຸ ແລະ ຂະໜາດຂອງຊົງພຸ່ມຂອງຜັກຫວານປ່າທີ່ເພີ່ມຫຼາຍຂຶ້ນ. ໃນການເກັບຍອດອ່ອນສາມາດຕັດຍອດອ່ອນຜັກຫວານປ່າທີ່ແຕກອອກມາຍາວປະມານ 15-25 ຊັງຕິແມັດ, ເພື່ອນຳມາບໍລິໂພກ ແລະ ຂາຍ. ແຕ່ຄວນລະມັດລະວັງ ຢ່າເກັບຍອດຜັກຫວານປ່າທີ່ຕົ້ນອາຍຸບໍ່ເຖິງ 3 ປີ, ເພາະຈະເຮັດໃຫ້ຕົ້ນຜັກຫວານຕາຍໄດ້ ຫຼື ຢຸດການຈະເລີນເຕິບໂຕ. ປະລິມານການເກັບຍອດອ່ອນນອກຈາກຈະຂຶ້ນກັບອາຍຸແລ້ວ ຍັງຂຶ້ນກັບຈຳນວນຄັ້ງທີ່ເກັບກູ້ໃນແຕ່ລະປີ. ເວລາທີ່ມີການເກັບກູ້ຄວນເກັບກູ້ໃນຊ່ວງຕອນເຊົ້າຂອງທຸກໆວັນ ເພາະຕອນເຊົ້າຍອດຈະສົດຊື່ນດີ ແລະ ບໍ່ຫົດງໍ້. ຈະຕ້ອງເກັບຍອດທີ່ຍາວປະມານ 15-25 ຊັງຕິແມັດ ແລະ ຫັກຍອດຊ່ວຍກະຕຸ້ນກິ່ງໃຫ້ແຕກຍອດອອກມາໃໝ່.
ການຕຸ້ນໃຫ້ຜັກຫວານແຕກຍອດອ່ອນ
ຜັກຫວານປ່າເມື່ອອາຍຸພ້ອມທີ່ຈະເກັບຍອດອ່ອນແລ້ວ ກໍ່ເລີ່ມມີການຕັດແຕ່ງກີ່ງງ່າ, ຕັດກີ່ງງ່ານ້ອຍອອກໃຫ້ເຫຼືອປະມານ 15-20 ຊັງຕິແມັດ. ດັດໃບແກ່ບາງສ່ວນອອກໃຫ້ເຫຼືອປະມານ 3-4 ໃບ. ຈາກນັ້ນກໍ່ຫົດນໍ້າໃນພຽງພໍ. ຈາກນັ້ນກີ່ງງ່ານ້ອຍກໍ່ເລີ່ມແຕກຍອດຍາວປະມານ 15-20 ຊັງຕິແມັດ, ກໍ່ສາມາດເກັບຍອດອ່ອນໄດ້ເລີຍ. ເມື່ອເກັບກູ້ແລ້ວຄວນໃຫ້ຝຸ່ນ ແລະ ນ້ຳສະໝໍ່າສະເໜີ.ເຕັກນິກການເຮັດໃຫ້ຜັກຫວານແຕກຍອດນອກລະດູ
ຜັກຫວານປ່າສາມາດເຮັດໃຫ້ອອກຍອດນອກລະດູໄດ້ ອາດຈະເຮັດໃຫ້ອອກກ່ອນລະດູການ ຫຼື ຫຼັງລະດູການ. ແຕ່ກ່ອນຈະຕັດກີ່ງງ່າເພື່ອໃຫ້ອອກຍອດຄວນໃສ່ຝຸ່ນກ່ອນປະມານໜື່ງເດືອນ. ໂດຍກຳນົດວັນທີ່ຈະເຮັດໃຫ້ຍອດຜັກຫວານເກັບຍອດໄດ້. ໂດຍການຕັດກີ່ງງ່າຜັກຫວານທັ້ງຕົ້ນ ເພື່ອກະຕຸ້ນ, ດັດໃບອອກເກືອບໝົດ, ຈົ່ງໄວ້ເລັກນ້ອຍ. ຈາກນັ້ນໃຫ້ຫັກກີ່ງຂະແໜງອອກເຄີ່ງໜື່ງຂອງຄວາມຍາວກີ່ງງ່າ. ຖ້າຫັກກີ່ງໄວ້ຍາວເກີນໄປຈະເຮັດໃຫ້ຍອດອ່ອນບໍ່ງາມ. ຫຼັງຈາກນັ້ນຄວນຫົດນໍ້າໃຫ້ຫົດນ້ຳ 3-5 ຄັ້ງຕໍ່ອາທິດ. ຜັກຫວານກໍ່ສາມາດເກັບຍອດອ່ອນໄດ້ປະມານ 3-4 ຄັ້ງ. ໂດຍແຕ່ລະຄັ້ງຈະຫ່າງກັນປະມານ 7 ມື້. ດັ່ງນັ້ນຖ້າຈະຂາຍຜັກຫວານໃນຊ່ວງປີໃໝ່ສາກົນກໍ່ຕ້ອງໄດ້ຕັດແຕ່ງກີ່ງປະມານເດືອນພະຈິກ-ທັນວາ. ເມື່ອເກັບຜັກຫວານປ່າໝົດຍອດແລ້ວ ຕ້ອງໃຫ້ຕົ້ນຜັກຫວານພັກ ແລະ ບຳລູງຕົ້ນໃຫ້ແຂງແຮງ.ຮຽບຮຽງໂດຍ: hukased.blogspot.com
ທີ່ມາຂໍ້ມູນ:
- https://www.phakhaolao.la/
- https://puechkaset.com/%E0%B8%9C%E0%B8%B1%E0%B8%81%E0%B8%AB%E0%B8%A7%E0%B8%B2%E0%B8%99%E0%B8%9B%E0%B9%88%E0%B8%B2/
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ