google-site-verification: google0d91bc93cfc88895.html ໝາກກ້ຽງນ້ຳບາກ / Nam Bak Orange - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, November 11, 2020

ໝາກກ້ຽງນ້ຳບາກ / Nam Bak Orange

ຕົ້ນໝາກກ້ຽງເປັນໄມ້ຢືນຕົ້ນຂະໜາດກາງ, ສູງ 3–10 ມ. ເປືອກລຽບ. ໃບປະສົມ, ຈັບສະຫຼັບ, ແຜ່ນໃບຮູບຮີ ຫຼື ຮູບໄຂ່, ປາຍໃບແຫຼມ ຫຼື ວ້ຳຕື່ນເລັກນ້ອຍ, ຂອບແຂ້ວເລື້ອຍ, ແຜ່ນໃບກວ້າງ 2–4 ຊມ ແລະ ຍາວ 5–8 ຊມ, ສີຂຽວເຂັ້ມເປັນມັນ. ກ້ານໃບສັ້ນ ແຜ່ເປັນແຜ່ນ, ມີຫູໃບນ້ອຍຮຽວ. ດອກອອກເປັນຊໍ່ແບບກະຈະຕາມຊອກໃບ, ດອກຍ່ອຍມີ 10–20 ດອກຕໍ່ຊໍ່, ເປັນດອກແບບສົມບູນເພດ, ເມື່ອດອກບານຈະມີກີ່ນຫອມ. ກີບດອກສີຂາວ, 4–5 ກີບ, ມີເກສອນຜູ້ 20–25 ອັນ. ໝາກມົນກົມ, ເມື່ອຍັງອ່ອນສີຂຽວ, ເມື່ອແກ່ຈະເປັນສີສົ້ມປົນສີຂຽວ, ເສັ້ນຜ່າສູນກາງ 7–10 ຊມ, ຜິວລຽບເປັນມັນ, ເປືອກໜາ 0.5 ຊມ, ມີຫ້ອງປະມານ 12 ຫ້ອງ, ອັດແໜ້ນດ້ວຍເນື້ອອ່ອນສີເຫຼືອງ. ແກ່ນຮູບໄຂ່, ເປືອກຫຸ້ມສີຂາວ



ບັນຍາຍລັກສະນະພືດສາດ

ຕົ້ນໝາກກ້ຽງເປັນໄມ້ຢືນຕົ້ນຂະໜາດກາງ, ສູງ 3–10 ມ. ເປືອກລຽບ. ໃບປະສົມ, ຈັບສະຫຼັບ, ແຜ່ນໃບຮູບຮີ ຫຼື ຮູບໄຂ່, ປາຍໃບແຫຼມ ຫຼື ວ້ຳຕື່ນເລັກນ້ອຍ, ຂອບແຂ້ວເລື້ອຍ, ແຜ່ນໃບກວ້າງ 2–4 ຊມ ແລະ ຍາວ 5–8 ຊມ, ສີຂຽວເຂັ້ມເປັນມັນ. ກ້ານໃບສັ້ນ ແຜ່ເປັນແຜ່ນ, ມີຫູໃບນ້ອຍຮຽວ. ດອກອອກເປັນຊໍ່ແບບກະຈະຕາມຊອກໃບ, ດອກຍ່ອຍມີ 10–20 ດອກຕໍ່ຊໍ່, ເປັນດອກແບບສົມບູນເພດ, ເມື່ອດອກບານຈະມີກີ່ນຫອມ. ກີບດອກສີຂາວ, 4–5 ກີບ, ມີເກສອນຜູ້ 20–25 ອັນ. ໝາກມົນກົມ, ເມື່ອຍັງອ່ອນສີຂຽວ, ເມື່ອແກ່ຈະເປັນສີສົ້ມປົນສີຂຽວ, ເສັ້ນຜ່າສູນກາງ 7–10 ຊມ, ຜິວລຽບເປັນມັນ, ເປືອກໜາ 0.5 ຊມ, ມີຫ້ອງປະມານ 12 ຫ້ອງ, ອັດແໜ້ນດ້ວຍເນື້ອອ່ອນສີເຫຼືອງ. ແກ່ນຮູບໄຂ່, ເປືອກຫຸ້ມສີຂາວ.

ບັນຍາຍການນຳໃຊ້

ຮັກສາອາການທ້ອງຜູກ: ໝາກກ້ຽງເປັນໜື່ງໃນໝາກໄມ້ຮັກສາອາການທ້ອງຜູກໄດ້, ເພາະມີໃຍອາຫານສູງ, ຊ່ວຍໃຫ້ລະບົບອາຫານ ແລະ ການຂັບຖ່າຍໄດ້ສະດວກ ໂດຍກີນໝາກກ້ຽງໝ່ວຍໜື່ງກໍ່ຈະໄດ້ເສັ້ນໃຍອາຫານ 2.0 ກຣາມ.
ກະຕຸ້ນພູມຄຸ້ມກັນຮ່າງກາຍ: ດ້ວຍຄວາມເປັນໝາກໄມ້ທີ່ມີວິຕາມິນຊີສູງ, ຈຶ່ງເຮັດໃຫ້ໝາກກ້ຽງຈັດເປັນໝາກໄມ້ຊ່ວຍກະຕຸ້ນພູມຄຸ້ມກັນຂອງຮ່າງກາຍ, ຊ່ວຍປ້ອງກັນອາການອ່ອນເພ້ຍຂອງຮ່າງກາຍ, ຈົນເຖິງການເຈັບໄຂ້ໄດ້ປ່ວຍອື່ນໆ, ເພາະເມື່ອຮ່າງກາຍມີພູມຄຸ້ມກັນທີ່ແຂງແຮງ ເຮົາກໍ່ຈະບໍ່ເຈັບປ່ວຍໄດ້ງ່າຍ, ເຊື້ອພະຍາດ ແລະ ໄວຣັດຕ່າງໆ ກໍ່ໝົດໂອກາດທີ່ຈະແຊກແຊງໄດ້.

ປັບສົມດູນລະດັບນ້ຳຕານໃນເລືອດ: ນ້ຳຕານຟຣຸກໂຕສໃນເນື້ອໝາກກ້ຽງສົດມີສ່ວນຊ່ວຍໃຫ້ລະດັບນ້ຳຕານໃນເລືອດບໍ່ຂຶ້ນລະດັບສູງໄດ້ເມື່ອຮັບປະທານໝາກກ້ຽງເຂົ້າໄປ ສ່ວນເສັ້ນໃຍອາຫານໃນໝາກກ້ຽງຍັງຊ່ວຍໃຫ້ຮ່າງກາຍຄວບຄຸມລະດັບນ້ຳຕານໃນເລືອດໄດ້ອິກດ້ວຍ.

ຊ່ວຍຫຼຸດຄວາມດັນເລືອດສູງ: ເປັນໝາກໄມ້ທີ່ອຸດົມສົມບູນໄປດ້ວຍໂປແທສຊຽມ ແລະ ຍັງມີປະລິມານໂຊດຽມຄ່ອນຂ້າງຕໍ່າ, ຈຶ່ງຊ່ວຍໃນຂະບວນການໄຫຼວຽນຂອງເລືອດໄດ້ດີ ເຮັດໃຫ້ຮ່າງກາຍຄວບຄຸມຄວາມດັນເລືອດໄດ້ຢ່າງສົມບູນ ແລະ ຍັງຊ່ວຍຫຼຸດຄວາມດັນເລືອດໃນຜູ້ທີ່ເປັນພະຍາດຄວາມດັນເລືອດສູງອິກດ້ວຍ.

ບຳລຸງຫົວໃຈ: ໂປແທສຊຽມໃນເນື້ອໝາກກ້ຽງຄືສ່ວນສຳຄັນທີ່ຊ່ວຍໃຫ້ຫົວໃຈເຮັດວຽກໄດ້ຢ່າງມີປະສິດທິພາບ ນອກຈາກນີ້ຍັງມີວິຕາມິນ ແລະ ແຮ່ທາດຕ່າງໆ ທີ່ດີຕໍ່ການເຮັດວຽກຂອງຫົວໃຈ, ຊ່ວຍໃຫ້ຫົວໃຈເຕ້ັນຖືກຈັງຫວະປົກກະຕິ ແລະ ຊ່ວຍໃນການໄຫຼວຽນຂອງເລືອດໃນເປັນໄປຢ່າງສະດວກ.

ຫຼຸດຄລໍເລສເຕີຣອລໃນເລືອດ: ເນື້ອໝາກກ້ຽງບໍ່ມີຄລໍເລສເຕີຣອລ, ແຕ່ວິຕາມິນ ແລະ ທາດຕ້ານອະນຸມູລອິດສະຫຼະທີ່ມີໃນເນື້ອໝາກກ້ຽງກໍ່ຍັງມີສ່ວນຊ່ວຍຫຼຸດຄລໍເລສເຕີຣອລໃນເລືຶອດໄດ້ ໂດຍທາດຕ້ານອະນຸມູນອິດສະຫຼະຈະເຂົ້າໄປປົກປ້ອງຫຼອດເລືອດເພື່ອບໍ່ໃຫ້ສີ່ງແປກປອມເຂົ້າມາເກາະ ແລະ ຕ້ານການເກີດໄຂມັນ.

ຫຼຸດຄວາມສ່ຽງພະຍາດໜີ້ວໃນໝາກໄຂ່ຫຼັງ: ມີການສຶກສາພົບວ່ານ້ຳໝາກກ້ຽງມີສ່ວນຊ່ວຍໃນການຫຼຸດໜີ້ວໃນໝາກໄຂຫຼັງ ໂດຍໂປແທສຊຽມໃນໝາກກ້ຽງຈະຊ່ວຍຢັບຢັ້ງການເກີດໜິ້ວຕ່າງໆໃນຮ່າງກາຍ ແລະ ຊ່ວຍໃຫ້ໜິ້ວຖືກຂັບຖ່າຍອອກມາພ້ອມຂອງເສີຍ, ຫຼຸດຄວາມສ່ຽງຕໍ່ການເກີດໜິ້ວອິກ.

ຊ່ວຍບຳລຸງຜິວ: ທາດຕ້ານອະນຸມຸນອິດສະຫຼະກັບວິຕາມິນຊີມີສ່ວນຊ່ວຍປົກປ້ອງຈຸລັງຜິວຈາການຖຶກແສງແດດທຳລາຍ, ປົກປ້ອງຜິວຈາກມົນລະຜິດ, ຊ່ວຍຫຼຸດການເກິດລີ້ວຮອຍ ແລະ ຊ່ວຍບໍາລຸງຈຸລັງຜິວໃຫ້ແຂງແຮງ ເຮັດໃຫ້ຜິວຊຸ່ມຊື່ນຕະຫຼອດເວລາ ເນື່ອງຈາກວິຕາມິນຊີເປັນທາດຕັ້ງຕົ້ນຂອງຄອລຈາເຈນນັ້ນເອງ.

ຫຼຸດຄວາມສ່ຽງຕໍ່ພະຍາດຈໍປະສາດຕາເສື່ອມ: ມີງານວິໄຈພົບວ່າ ພຽງກີນໝາກກ້ຽງວັນລະໜ່ວຍກໍ່ມີໂອກາດຊ່ວຍໃຫ້ປ້ອງກັນການເກີດພະຍາດຈໍປະສາດຕາເສຶ່ອມໄດ້.

ປ້ອງກັນພະຍາດມະເຮັງ: ໃນເນື້ອໝາກກ້ຽງມີທາດຕ້ານອະນຸມຸນອິດສະຫຼະປະເພດຟລາໂວນອຍດ໌ ຄ່ອນຂ້າງສູງ ເຊິ່ງທາດດັ່ງກ່າວມີຄຸນນະສົມບັດໃນການຊ່ວຍປ້ອງກັນການເກີດມະເຮັງລຳໄສ້ໃຫຍ່ໄດ້, ເນື້ອໝາກກ້ຽງຍັງອຸດົມໄປດ້ວຍໃຍອາຫານຈະຊ່ວຍຂັບເອົາຂອງເສີຍຕົກຄ້າງຢູ່ໃນລຳໄສ້ອອກມາຈຶ່ງຊ່ວຍຫຼຸດໂອກາດສ່ຽງຕໍ່ເປັນພະຍາດມະເຮັງລຳໄສ້ໃຫຍ່ໄດ້ອິກດ້ວຍ.

ຊວຍປ້ອງກັນສະໜອງຂາດເລຶອດ: ເກີດຈາກຫຼອດເລືອດຕິບ, ແຕກ, ຕັນ ເຊິ່ງການສຶກສາຈາກມູນລະນິທິພະຍາດຫົວໃຈຂອງອາເມລິກາ ພົບວ່າ ການຮັບປະທານໝາກກ້ຽງມີສ່ວນຊ່ວຍຫຼຸດຄວາມສ່ຽງຕໍ່ການເປັນພະຍາດນີ້.

ຂໍ້ມູນທາງໂພຊະນາການ

ໝາກກ້ຽງມີເນື້ອນຸ່ມ, ຣົດຊາດສົ້ມຫວານ, ກີ່ນຫອມຊົດຊື່ນ, ປະໂຫຍດຂອງໝາກກ້ຽງມີຢ່າງຫຼວງຫຼາຍ, ທາດອາຫານໃນໝາກກ້ຽງມີຫຼາຍຊະນິດເຊັ່ນ: ແຄລຊຽມ, ຟອສຟໍຣັສ, ໂປແທສຊຽມ, ວິຕາມິນເອ, ວິຕາມິນຊີ, ທາດເຫຼັກ, ເກືອແຮ່ຈານ, ໂຊດຽມ. ໝາກກ້ຽງມີຄຸນຄ່າທາງໂພຊະນາການສູງກວ່າໝາກນາວ ໂດຍສະເພາະແມ່ນວິຕາມິນຊີໃນໝາກກ້ຽງຈະສູງກວ່າໃນໝາກນາວເປັນຈຳນວນຫຼວງຫຼາຍ ໂດຍສະເພາະໝາກກ້ຽງເປືອກໜາມີວິຕາມິນຊີຫຼາຍກວ່າກຸ່ມເປືອກບາງເລັກນ້ອຍ. ໂດຍທົ່ວໄປແລ້ວກຸ່ມໝາກກ້ຽງເປືອກໜາໃນ 100 ກຣາມ ຈະປະກອບມີ ແຄລຊຽມ 25 ມີນລິກຣາມ, ຟອສຟໍຣັດ 42 ມີນລິກຣາມ, ໂປແທສຊຽມ 400 ມີນລິກຣາມ, ວິຕາມິນຊີ 124 ມີນລິກຣາມ, ທາດເຫຼັກ 0.5 ມີນລິກຣາມ, ໂຊດຽມ 2 ມີນລິກຣາມ, ວິຕາມິນເອ 500 ຫົວໜ່ວຍສາກົນ.

ລາຄາ ແລະ ຕະຫລາດຫມາກກ້ຽງ


•  ມີຕະຫລາດຫລາຍແຫ່ງທີ່ຂາຍໝາກກ້ຽງນໍ້າບາກ.
•  ໝາກກ້ຽງ ແມ່ນມີຂາຍຢູ່ໃນຕະຫລາດ 35 ແຫ່ງພາຍໃນທົ່ວແຂວງ ແລະ ມີພໍ່ຄ້າຈາກທາງນອກມາເກັບຊື້ 20 ຄົນ.
•  ຊາວກະສິກອນ ໄດ້ຂາຍຍົກເປັນຕົ້ນຕໍ ແລະ ຍັງມີຈຸດຂາຍອີກ 3 ຈຸດຢູ່ຕາມແຄມທາງຫລວງ, ການຂາຍຍົກໂດຍກົງຈາກສວນ ແລະ ຂາຍຢູ່ຕະຫລາດທ້ອງຖິ່ນ ເປັນຍຸດທະສາດການຂາຍທີ່ສໍາຄັນ ທີ່ຊາວກະສິກອນໄດ້ປະຕິບັດຢູ່.
•  ຍຸດທະສາດການຕະຫລາດ ແມ່ນຕ້ອງໄດ້ເພີ້ມການເອົາໃຈໃສ່ ກ່ຽວກັບ ການຜະລິດອິນຊີ, ຄຸນນະພາບ ແລະ ການຫຸ້ມຫໍ່.
•  ລາຄາຂາຍຍົກໝາກກ້ຽງນໍ້າບາກຢູ່ສວນ ໃນໄລຍະ 5 ປີທີ່ຜ່ານມາ ແມ່ນ 1,500-2,000 ກີບ ຕໍ່ ໜຶ່ງກິໂລ, ສ່ວນລາຄາຂາຍຍ່ອຍແມ່ນ 3,000-4,000 ກີບ ຕໍ່ ໜຶ່ງກິໂລ.

ໂອກາດ:

•  ປັບປຸງຄຸນນະພາບ ແລະ ການຜະລິດໝາກກ້ຽງ ໂດຍວິິທີການປັບປຸງການຄຸ້ມຄອງທັງໝົດ, ການຕັດແຕ່ງກິ່ງງ່າຕົ້ນໝາກກ້ຽງໃນແຕ່ລະປີ.
•  ຍົກລະດັບການນໍາໃຊ້ນໍ້າຊົນລະປະທານ ແລະ ການໃສ່ຝຸ່ນຕ່າງໆ.
•  ຕັດຕົ້ນທີ່ເປັນພະຍາດອອກ ປູກຕົ້ນທີ່ມີຄຸນນະພາບສູງໃສ່ແທນ.
•  ປູກໝາກກ້ຽງແນວພັນອື່ນໃສ່ນໍາຕື່ມ.

ເຕັກນິກການປູກ, ບົວລະບັດຮັກສາ, ເກັບກ່ຽວ ແລະ ຂະຫຍາຍພັນ

ການປູກ ແລະ ການຈັດການດູແລສວນປູກ

ໄລຍະການປູກທີ່ເໝາະສົມແມ່ນໃນຊ່ວງເດືອນມິຖຸນາ ຫາ ເດືອນກໍລະກົດ.

1. ການກະກຽມດິນປູກ

 ການຂຸດຂຸມປູກແມ່ນຂະໜາດ 60×60×60 ຊມ ໂດຍແບ່ງຊັ້ນດິນອອກເປັນ 2 ສ່ວນຄື 30 ຊມ ຊັ້ນໜ້າເອົາໄມ້ຂ້າງໜຶ່ງ ແລະ 30 ຊມ ຊັ້ນລຸ່ມເອົາໄວ້ຂ້າງໜຶ່ງ ແລະ ນໍ້າປູນຂາວ 0.5-1 ກກ, ຝຸ່ນຄອກ 1 ກກ ມາປະສົມກັບດິນທີ່ຂຸດອອກມານັ້ນປະໄວ້ 5-7 ວັນແລ້ວຈຶ່ງປູກ, ໄລຍະຫ່າງຂອງຂຸມປູກແມ່ນ 4×5 ແມັດ. 

ຕົ້ນໝາກກ້ຽງເປັນໄມ້ຢືນຕົ້ນຂະໜາດກາງ, ສູງ 3–10 ມ. ເປືອກລຽບ. ໃບປະສົມ, ຈັບສະຫຼັບ, ແຜ່ນໃບຮູບຮີ ຫຼື ຮູບໄຂ່, ປາຍໃບແຫຼມ ຫຼື ວ້ຳຕື່ນເລັກນ້ອຍ, ຂອບແຂ້ວເລື້ອຍ, ແຜ່ນໃບກວ້າງ 2–4 ຊມ ແລະ ຍາວ 5–8 ຊມ, ສີຂຽວເຂັ້ມເປັນມັນ. ກ້ານໃບສັ້ນ ແຜ່ເປັນແຜ່ນ, ມີຫູໃບນ້ອຍຮຽວ. ດອກອອກເປັນຊໍ່ແບບກະຈະຕາມຊອກໃບ, ດອກຍ່ອຍມີ 10–20 ດອກຕໍ່ຊໍ່, ເປັນດອກແບບສົມບູນເພດ, ເມື່ອດອກບານຈະມີກີ່ນຫອມ. ກີບດອກສີຂາວ, 4–5 ກີບ, ມີເກສອນຜູ້ 20–25 ອັນ. ໝາກມົນກົມ, ເມື່ອຍັງອ່ອນສີຂຽວ, ເມື່ອແກ່ຈະເປັນສີສົ້ມປົນສີຂຽວ, ເສັ້ນຜ່າສູນກາງ 7–10 ຊມ, ຜິວລຽບເປັນມັນ, ເປືອກໜາ 0.5 ຊມ, ມີຫ້ອງປະມານ 12 ຫ້ອງ, ອັດແໜ້ນດ້ວຍເນື້ອອ່ອນສີເຫຼືອງ. ແກ່ນຮູບໄຂ່, ເປືອກຫຸ້ມສີຂາວ


2. ວິທີການປູກ

 ນຳເອົາດິນຊັ້ນໜ້າລົງລຸ່ມ ແລະ ດິນຊັ້ນລຸ່ມປະໄວ້ເທິງຂຸມ ຫຼັງຈາກນັ້ນຈຶ່ງເຮັດເປັນຂຸມນ້ອຍຂະໜາດເທົ່າກັບເບົ້າທີ່ຈະນຳມາປູກ, ເອົາເບົ້າອອກ ແລະ ປູກໃສ່ຂຸມ ຢຽບໃຫ້ແໜ້ນພໍປະມານ, ນຳເອົາໄມ້ມາປັກຂ້າງຕົ້ນແລ້ວມັດດ້ວຍເຊືອກຝາງ ແລະ ຫົດນ້ຳໃຫ້ຊຸ່ມ.

2.1. ວິທີການໃຫ້ນໍ້າ

     ການໃຫ້ນ້ຳໃນລະດູຝົນແມ່ນບໍ່ຈຳເປັນຫຼາຍ ຖ້າຝົນບໍ່ຕົກແມ່ນຕ້ອງໃຫ້ນ້ຳທຸກໆວັນໃນ 1 ອາທິດທີ່ປູກທຳອິດ, ສຳຫຼັບລະດູແລ້ງການໃຫ້ນ້ຳແມ່ນມີຄວາມສຳຄັນຫຼາຍ ຖ້າເປັນຕົ້ນໄມ້ທີ່ປູກໃໝ່ ແມ່ນໃຫ້ນ້ຳທຸກໆວັນໃນ 1 ອາທິດທຳອິດ ແລະ 2 ວັນຕໍ່ຄັ້ງ ໃນອາທິດຕໍ່ມາ ແລະ 2 ຄັ້ງຕໍ່ອາທິດ ຫຼັງຈາກຕົ້ນໄມ້ໃຫຍ່ກໍ່ຈະສາມາດທົນແລ້ງໄດ້.

ການຈັດການ ແລະ ບົວລະບັດຮັກສາ

ການໃສ່ຝຸ່ນ: ເມື່ອປູກແລ້ວຕ້ອງມີການໃສ່ຝຸ່ນ ໃນປີທຳອິດໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ໃນອັດຕາ 1 ກກ ຕໍ່ຕົ້ນ ແລະ ປີທີ 2 ແມ່ນ 2 ກກ ຕໍ່ຕົ້ນຂຶ້ນຕາມອັນດັບເມື່ອຕົ້ນໝາກກ້ຽງໃຫ້ໝາກແລ້ວ ຕ້ອງໃສ່ໃນລະດັບ 5-10 ກກ ຕໍ່ຕົ້ນ ຕໍ່ປີ ແລະ ພ້ອມກັນນັ້ນຕ້ອງມີການສີດນ້ຳສະກັດຊີວະພາບຕາມ ສູດເລັ່ງໃບ, ຈັບໝາກ ແລະ ສູດປັບປຸງຣົດຊາດຂອງໝາກ ແລະ ອີກວິທີໜ່ຶງ ຖ້າໝາກໄມ້ຍັງມີລົດຊາດສົ້ມຫຼາຍ ເຮົາອາດຈະໃສ່ຝຸ່ນ 15-15-15 ຫຼື 00-00-60 ໃນອັດຕາ 1-3 ກກ ຕໍ່ຕົ້ນຕໍ່ປີ ເພື່ອປັບປຸງລົດຊາດໝາກ ແລະ ການຈັບໝາກ. 

ການຕັດແຕ່ງ: ຫຼັງຈາກເກັບຜົນຜະລິດທຸກໆປີຕ້ອງມີການຕັດແຕ່ງ ໂດຍຕັດງ່າທີ່ເປັນພະຍາດ ແລະ ງ່າທີ່ຕຶບຫຼາຍອອກ ເພື່ອເຮັດໃຫ້ຕົ້ນໄມ້ໄດ້ຮັບແສງສະຫວ່າງຢ່າງສະໜໍ່າສະເໝີ ແລະ ເປັນໝາກທຸກໆປີ.

ການຂະຫຍາຍພັນດ້ວຍການສຽບຍອດ

ວັດຖຸ ແລະ ອຸປະກອນ : ມີດຄັດເຕີ, ຊີຄັດເຕີ, ເທບຄຽນ, ເຊືອກຟາງ, ຖົງຢາງຂາວຂະໜາດ 5×8 ນິ້ວ , ຕົ້ນຕໍ ແລະ ຍອດພັນດີ.

ວິທີການ: ຕັດຕົ້ນຕໍ່ບໍລິເວນທີ່ຊື່, ບໍ່ມີຂໍ້ ຫຼື ຕາ, ຜ່າຕົ້ນຕໍ່ຕາມລວງຍາວ ເລິກປະມານ 3-5 ຊມ, ປາດຍອດພັນດີສະລຽງທັງສອງຂ້າງ ແຕ່ໃຫ້ຮອບປາດເບື້ອງໜຶ່ງຍາວກວ່າອີກດ້ານໜຶ່ງ, ໃຊ້ປາຍມີດຊຸກເຂົ້າໃນຮອຍຜ່າ ແລະ ບິດມີດເພື່ອໃຫ້ຕົ້ນຕໍແຜ່ອອກ ນໍາເອົາຍອດລົງສຽບໃສ່ ໃຊ້ເທບຄຽນໃຫ້ແໜ້ນ ແລ້ວເອົາຖົງຢາງປົກຍອດໄວ້, ໃຊ້ເຊືອກຟາງມັດປາກຖົງໃຫ້ເປັນຜົ້ງ. ຫຼັງຈາກນັ້ນຫົດນ້ຳໃຫ້ມີຄວາມຊຸ່ມຕະຫຼອດຈົນຕົ້ນທີ່ສຽບຍອດສາມາດນຳໄປປູກໄດ້ ຫຼື ປະມານ 3-4 ເດືອນ ຫຼື ວິທີໜຶ່ງແມ່ນສຽບຢູ່ກັບສວນເລີຍ (ວິທີການແມ່ນຄືກັນ).

ການຂະຫຍາຍພັນດ້ວຍການໂທມງ່າ (ການງ່າ)

ວັດຖຸອຸປະກອນ: ມີດຄັດເຕີ, ຊີຄັດເຕີ, ເຊືອກຟາງ, ຂຸຍໝາກພ້າວ, ຖົງຢາງຂາວ, ນ້ຳຢາເລັ່ງຮາກ ວິທີການ: ເລືອກງ່າທີ່ບໍ່ເປັນພະຍາດ ແລະ ແມງໄມ້ທຳລາຍ ອາຍຸປະມານ 6-12 ເດືອນ ມີມູມເນີ້ງປະມານ 45 ອົງສາ, ຈາກນັ້ນນຳເອົາມີດມາຫັ່ນສອງສົ້ນຫາງກັນປະມານ 3-5 ຊມ ຂູດເອົາເປືອກ ແລະ ເນື້ອເມືອກອອກໃຫ້ໝົດ ນຳສຳລີຈຸບນ້ຳຢາເລັ່ງຮາກທາບໍລິເວນ ສົ້ນເບື້ອງເທິງ ໃຊ້ດິນໂພນປວກປະສົມນໍ້າແລ້ວປັ້ນເປັນກ້ອນນ້ອຍໆມາຫຸ້ມປາກບາດດ້ານເທິງ ຈາກນັ້ນກໍ່ເອົາມຸດໝາກພ້າວທີ່ໃສ່ໃນຖົງຢາງ ມາໂທມໃສ່ປາກບາດທີ່ປາດໄວ້ນັ້ນ, ແລ້ວເອົາເຊືອກຟາງມັດ ເບື້ອງລຸ່ມໃຫ້ແໜ້ນ ແລະ ເບື້ອງເທິງໃຫ້ແໜ້ນພໍປະມານ ເພື່ອໃຫ້ນ້ຳເຂົ້າໄດ້ ແລະ ການອອກຮາກໄດ້ດີ ຫຼັງຈາກນັ້ນປະມານ 45 ວັນເຮົາຈະເຫັນຮາກສີຂາວອອກມາ ແລະ ລໍຖ້າໃຫ້ຮາກເປັນສີນ້ຳຕານແລ້ວຈິ່ງຕັດໄປໃສ່ເບົ້າ ບົວລະບັດຮັກສາຫົດນ້ຳໃຫ້ມີຄວາມຊຸ່ມ ເມື່ອເຫັນໃບໃໝ່ປົ່ງອອກມາ ແລ້ວກໍ່ສາມາດນຳໄປປູກໄດ້.

ຕົ້ນໝາກກ້ຽງເປັນໄມ້ຢືນຕົ້ນຂະໜາດກາງ, ສູງ 3–10 ມ. ເປືອກລຽບ. ໃບປະສົມ, ຈັບສະຫຼັບ, ແຜ່ນໃບຮູບຮີ ຫຼື ຮູບໄຂ່, ປາຍໃບແຫຼມ ຫຼື ວ້ຳຕື່ນເລັກນ້ອຍ, ຂອບແຂ້ວເລື້ອຍ, ແຜ່ນໃບກວ້າງ 2–4 ຊມ ແລະ ຍາວ 5–8 ຊມ, ສີຂຽວເຂັ້ມເປັນມັນ. ກ້ານໃບສັ້ນ ແຜ່ເປັນແຜ່ນ, ມີຫູໃບນ້ອຍຮຽວ. ດອກອອກເປັນຊໍ່ແບບກະຈະຕາມຊອກໃບ, ດອກຍ່ອຍມີ 10–20 ດອກຕໍ່ຊໍ່, ເປັນດອກແບບສົມບູນເພດ, ເມື່ອດອກບານຈະມີກີ່ນຫອມ. ກີບດອກສີຂາວ, 4–5 ກີບ, ມີເກສອນຜູ້ 20–25 ອັນ. ໝາກມົນກົມ, ເມື່ອຍັງອ່ອນສີຂຽວ, ເມື່ອແກ່ຈະເປັນສີສົ້ມປົນສີຂຽວ, ເສັ້ນຜ່າສູນກາງ 7–10 ຊມ, ຜິວລຽບເປັນມັນ, ເປືອກໜາ 0.5 ຊມ, ມີຫ້ອງປະມານ 12 ຫ້ອງ, ອັດແໜ້ນດ້ວຍເນື້ອອ່ອນສີເຫຼືອງ. ແກ່ນຮູບໄຂ່, ເປືອກຫຸ້ມສີຂາວ


ການປ້ອງກັນ ແລະ ກຳຈັດສັດຕູພືດ

ສັດຕູພືດ, ວິທີການປ້ອງກັນ ແລະ ກໍາຈັດ.                                                  

ຕ້ອງໝັ່ນກວດກາ ແລະ ຕິດຕາມສວນປູກ ເມື່ອພົບເຫັນການລະບາດຂອງສັດຕູພືດຕ່າງໆສາມາດກຳຈັດໄດ້ດັ່ງນີ້: ປະເພດບົ້ງ: ແກ່ນກະເດົາແຫ້ງ 1 ກິໂລບົດລະອຽດ ແຊ່ນ້ຳ 100 ລິດ 1 ຄືນ. ຕອງເອົາກາກແກ່ນກະເດົາອອກ, ປະສົມສານຈັບໃບ ( ນ້ຳສະບູ່ ) ຊີດຕອນແລງ. ກຳຈັດບົ້ງ. ຖ້າບໍ່ມີແກ່ນກະເດົາ ໃຫ້ເອົາໃບກະເດົາ 3 ກິໂລຕຳໃຫ້ແຫຼກໃຊ້ນ້ຳ 5 ລິດ ແຊ່ໄວ້ 1 ຄືນຕອງເອົານ້ຳຢາປະສົມສານຈັບໃບຊີດຕອນແລງ 3 ວັນຕິດຕໍ່ກັນ.
ດ້ວງເຈາະລຳຕົ້ນ: ເມື່ອເຫັນຮູຂອງດ້ວງເຈາະເຂົ້າທຳລາຍ ຄວນຕັດອອກແລ້ວເອົາໄປເຜົາໄຟຖິ້ມ, ຖ້າຫາກຢູ່ໃນງ່າໃຫຍ່ ຫຼື ກົກຂອງຕົ້ນໝາກກ້ຽງ ແມ່ນໃຫ້ເອົາ ສຳລີຈຸ່ມໃສ່ນ້ຳມັນກາດ ຫຼື ນ້ຳມັນກາຊວນ ແລ້ວແຍ່ເຂົ້າໄປທາງໃນຂອງຮູດ້ວງ ຫຼື ສີດເຂົ້າໄປໃນແລ້ວເອົາດິນໜຽວອັດໄວ້.
ເພັ້ຍທຸກຊະນິດ: ຢາສູບປຸກໆ 3.5 ກິໂລ ໃສ່ນ້ຳ 5 ລິດຕົ້ມໃຫ້ແຫ້ງເຫຼືອນ້ຳ 3 ລິດປະສົມສານຈັບໃບ, ນ້ຳຢາ 5 ບ່ວງແກງຕໍ່ນ້ຳ 5 ລິດ. ຊີດຕອນແດດກ້າ, ກຳຈັດເພັ້ຍທຸກໆຊະນິດຂໍ້ຄວນປະຕິບັດ: ໃຫ້ນຸ່ງເຄື່ອງປົກປິດຮ່າງກາຍ ແລະ ໃຊ້ຜ້າປິດປາກ ແລະ ດັງ, ໃຫ້ຊີດຕອນສວຍ, ຊີດອ້ອມເປັນວົງມົນເຂົ້າມາໃນເວລາຊີດຢາ. ຫຼັງຈາກສຳເລັດການຊີດຢາໃຫ້ອານາໄມອາບນ້ຳດ້ວຍສະບູ.

ສະມັດຕະພາບຂອງຜົນຜະລິດ

ເມື່ອໂຄງການໄດ້ເຂົ້າໄປຊ່ວຍຊາວສວນ, ສາມາດສັງເກດເຫັນໄດ້ຈະແຈ້ງທາງດ້ານເສດຖະກິດຄອບຄົວຂອງບັນດາຄອບຄົວ ເປົ້າໝາຍໃນ ໂຄງການໂດຍສະເພາະແມ່ນຜົນຜະລິດໝາກກ້ຽງໄດ້ເພີ່ມຂື້ນໂດຍສົມ ທຽບໃນໄລຍະ 2 ປີຜ່ານມາຄື:
   + ຜົນຜະລິດໝາກກ້ຽງປີ 2014: 156.080 ກິໂລ, ສ້າງລາຍຮັບໄດ້ທັງໝົດ 278.540.000 ກີບ, ສະເລ່ຍຜົນຜະລິດ 4,7 ໂຕນ/ຮຕ ; ສະເລ່ຍລາຍຮັບ 8.505.000 ກີບ/ຮຕ.
   + ຜົນຜະລິດໝາກກ້ຽງປີ 2015: 198.526 ກິໂລ, ສ້າງລາຍຮັບໄດ້ 384.080.000 ກີບ, ສະເລ່ຍຜົນຜະລິດ 6 ໂຕ່ນ/ຮຕ; ສະເລ່ຍລາຍຮັບ 11.727.000 ກີບ/ຮຕ. ດັ່ງທີ່ພວກເຮົາເຫັນຕົວເລກສົມທຽບໃນ2ປີນີ້ເຫັນວ່າຜົນຜະລິດໃນປີ 2015 ໄດ້ເພີ່ມຂື້ນຈາກ 4,7 ໂຕ່ນມາເປັນ 6 ໂຕ່ນ, ເທົ່າກັບ 27%. ການນຳໃຊ້ເຕັກນິກເຂົ້າໄປຊ່ວຍຊາວສວນນີ້ພວກເຮົາສາມາດເຫັນ ຜົນຢ່າງຈະແຈ້ງຄືດັ່ງຕົວເລກໄດ້ຍົກມານັ້ນ, ສາມາດສ້າງເສດຖະກິດ ເພີ້ມໃຫ້ຊາວສວນ, ແກ້ໄຂຊິວິດການເປັນຢູ່ຂອງເຂົາເຈົ້າດີຂື້ນເທື່ອ ລະກ້າວ, ຄາດວ່າໃນ 4-5 ຄັ້ງໜ້ານີ້ບັນດາຄອບຄົວຊາວສວນດັ່ງກ່າວນີ້ ຈະມີລາຍຮັບສູງຂື້ນເຖີງ 18.000.000-25.000.0000ກີບ/ຮຕ/ປີ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ