google-site-verification: google0d91bc93cfc88895.html ແຄຂາວ: Khe khao - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, November 24, 2020

ແຄຂາວ: Khe khao

ແຄຂາວ: Khe khao ຊື່ວິທະຍາສາດ: markhamia stipulata seem  ຕະກຸນ:  BIGNONIACVEAE Bignonia stipulata (Wall.) Roxb. Dolichandrone cauda-felina (Hance) Benth. ex Hemsl. Dolichandrone stipulata (Wall.) Benth. ex C.B.Clarke Markham cauda-felina (Hance) Craib Markhamia indica P.H. Hô Markhamia pierrei Dop Markhamia stipulata (Wall.) Seem. ex K. Schum. Spathodea cauda-felina Hance Spathodea stipulata Wall. Spathodea velutina Kurz ຊື່ອື່ນໆ:  ແຄປ່າ, (ລາວ); ແຄຂອນ, ຂຸ່ຍ, ແຄຫາງຄ່າງ, ແຄຍອດຄຳ, ແຄຫົວໜູ, (ໄທ); Dinh, Thiet dinh (Viet)


ແຄຂາວ: Khe khao

  • ຊື່ວິທະຍາສາດ: markhamia stipulata seem 
  • ຕະກຸນ:  BIGNONIACVEAE
    • Bignonia stipulata (Wall.) Roxb.
    • Dolichandrone cauda-felina (Hance) Benth. ex Hemsl.
    • Dolichandrone stipulata (Wall.) Benth. ex C.B.Clarke
    • Markham cauda-felina (Hance) Craib
    • Markhamia indica P.H. Hô
    • Markhamia pierrei Dop
    • Markhamia stipulata (Wall.) Seem. ex K. Schum.
    • Spathodea cauda-felina Hance
    • Spathodea stipulata Wall.
    • Spathodea velutina Kurz
  • ຊື່ອື່ນໆ:  ແຄປ່າ, (ລາວ); ແຄຂອນ, ຂຸ່ຍ, ແຄຫາງຄ່າງ, ແຄຍອດຄຳ, ແຄຫົວໜູ, (ໄທ); Dinh, Thiet dinh (Viet)

ກ. ຄຸນປະໂຫຍດການນຳຊ້

ເປືອກຖາກແລ້ວອົມດີປາກເປັນກ່າງ, ແຊ່ເປືອກກິນ ເປັນຢາດີເຫຼືອງ ແລະ ດອກນິຍົມໃຊ້ເປັນອາຫານໃຫ້ແກ່ຄົນລາວ ແຕ່ເໜືອເຖິງໃຕ້ ແລະ ຄົນພາກທາງອີສານຂອງໄທ ກໍນິຍົມດອກໃຊ້ເຂົ້າໃນການປຸງແຕ່ງ ດອກເປັນອາຫານມີຫຼາຍແບບຫຼາຍວິທີຄື: ໜື້ງດອກແລ້ວສຸບກິນ, ຂົ້ວໃສ່ຊີ້ນໝູປົນກັບເສັ້ນລ້ອນ ແລະ ໄຂ່ແລ້ວໜື້ງກາຍເປັນອາຫານທີ່ແຊບ.

ຂ. ຈຳແນກໂດຍທາງພືດສາດ ແລະ ນິເວດວິທະຍາ

ເປັນໄມ້ຢືນຕົ້ນສູງປະມານ 10-15 , ເສັ້ນຜ່າກາງປະມານ 50-80 ຊມ. ເປືອກລຽບມີສີເທົາແກມເຫຼືອງ, ຕົ້ນແຄຂາວສູງປະມານ 10-15 ມ, ແຄຂາວກະຈາຍພັນໄດ້ເອງຕາມທຳມະຊາດ ແລະ  ແຜ່ພັນໃນຫຼາຍປະເທດຄື: ລາວ, ວຽດນາມ, ກຳປູເຈຍ, ໄທ ແລະ ມຽນມາ. ແຄຂາວເກີດຕາມປ່າປະສົມ ແລະ ຕາມແຄມນ້ຳປ່າດົງດິບ ເຊິ່ງມີຄວາມສູງຈາກລະດັບນ້ຳທະເລ 100-1,200 ມ. ພັນໄມ້ເດັ່ນທີ່ຂຶ້ນປົນຢູ່ນຳກໍຄື: ໄມ້ໄຜ່, ໝາກກູ່, ພະເຈົ້າ 5 ອົງໝາກໄຟ ແລະ ໝາກກໍຊະນິດຕ່າງໆ.



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ