ການອະນຸລັກເຄື່ອງປ່າຂອງດົງ
ສປປ. ລາວ ມີພື້ນທີ່ປ່າໄມ້ປົກຫຸ້ມ ປະມານ 39.7% - 49.1% ຂອງເນື້ອທີ່ ທັງໝົດຂອງປະເທດ
ໂດຍອີງຕາມເງື່ອນທີ່ນຳໃຊ້ໂດຍ WB/Sida/GO Finland
(2001).
ລະບົບປ່າສະຫງວນແຫ່ງຊາດກວມພື້ນທີ່ເຖິງ 14% ຂອງເນື້ອທີ່ທົວປະເທດ ຫຼື ປະມານ 30,000 ຕາລາງກິໂລແມັດ ໄດ້ເປັນເສົາຄ້ຳທີ່ໝັ້ນຄົງ
ສຳລັບການອະນຸລັກຊີວະນາໆພັນຂອງປະເທດ. ພື້ນທີ່ດັ່ງດ່າວ
ໄດ້ຖືກນຳໃຊ້ໂດຍຊາວບ້ານຫຼາຍຮ້ອຍບ້ານ ທີ່ອາໄສ ແລະ ຢູ່ອ້ອມຮອບ ແລະ ພາກລັດກໍພົບຄວາມຫຍຸ້ງຍາກ
ໃນການທີ່ຈະເອົາປະຊາຊົນໃນເຂດທີ່ກ່າວເຂົ້າຮ່ວມໃນການຄຸ້ມຄອງຈັດສັນ.
ການມີເຄື່ອງປ່າຂອງດົງໃນເຂດເລົ່ານີ້ ເປັນເຫດຜົນໃຫ້ປະຊາຊົນເຂົ້າໄປເກັບ ສະນັ້ນ ເຄື່ອງປ່າຂອງດົງ
ຈຶ່ງເປັນສິ່ງຈູງໃຈທີ່ເປັນທ່າແຮງສຳຄັນ
ໃນການທີ່ຈະນຳເອົາເຈົ້າເຂົ້າມາມີສ່ວນຮ່ວມໃນການຄຸ້ມຄອງຈັດສັນ.
ການອະນຸລັກແບບພື້ນບ້ານ
ປະຊາຊົນຊາວຊົນນະບົດ ສາມາດພັນລະນາ ເຄື່ອງປ່າຂອງດົງ ທີ່ເຂົາເຈົ້າເກັບຈາກປ່າ,
ຈາກປ່າເລົ່າ ແລະ ຫ້ວຍຮ່ອງຄອງບຶງ ເປັນຮ້ອຍໆຊະນິດ ໄດ້ຢ່າສະບາຍ (SomnasangF 1998; Foppes & Ketphanh, 2001). ແຫຼ່ງຄວາມຮູ້ອັນມະຫາສານເລົ່ານີ້ ເປັນພຽງໜຶ່ງ
ໃນບັນດາລະບົບພື້ນບ້ານເທົ່ານັ້ນ ທີ່ມີການພັນທະນາ ແລະ ຮັກສາສືບທອດກັນມາໂດຍຊາວບ້ານ
ເປັນຫຼາຍໆສັດຕະວັດແລ້ວ. ລະບົບຄວາມຮູ້ພື້ນບ້ານປະເພດອື່ນກໍມີ ດ້ານການຜະລິດກະສິກຳ,
ການປູກເຄື່ອງປ່າຂອງດົງເປັນສວນ, ລະບົບການຈັດສັນຊັບພະຍາກອນ, ຄວາມເຊື່ອ, ຮີດຄອງ ແລະ ຮູບແບບການຄົ້ນຄິດ.
ໃນເຂດຊົນນະບົດ ຄວາມຮູ້ກ່ຽວກັບການເກັບ ແລະ ການນຳໃຊ້ ເຄື່ອງປ່າຂອງດົງຍັງເປັນຮາກຖານສຳລັບການສຶກສາ
ຂອງເດັກທຸກໆຄົນ ແລະ ຄວາມຮູ້ພື້ນບານກ່ຽວກັບການຜະລິດປ່າໄມ້ ກໍຍັງເປັນກ້ອນຄວາມຮູ້ອັນມະຫາສານຂອງທັງເພດຊາຍ
ແລະ ຍິງ (Hansen & JepoesenF 2004).
ການອະນຸລັກຊີວະນາໆພັນ
ການອະນຸລັກ (Conservation) ແມ່ນແນວຄວາມຄິດງ່າຍໆ ແຕ່ຄົນເຮົາມັກເຂົ້າໃຈຜິດພາດຢູ່ສະເໝີ. ການອະນຸລັກ ແມ່ນມີຄວາມໝາຍງ່າຍໆຄື: ການນຳໃຊ້ຊັບພະຍາກອນແບບຍືນຍົງ
ບໍ່ໃຫ້ຊັບພະຍາກອນເລົ່ານັ້ນຖືກດັບສູນ. ຄົນເຮົາຈຳນວນຫຼວງຫຼາຍ ມັກເຂົ້າໃຈວ່າ: ການອະນຸລັກ ແມ່ນການບໍ່ໃຫ້ນຳໃຊ້ຊັບພະຍາກອນເລົ່ານັ້ນ, ເຊິ່ງມັນບໍ່ເປັນຄວາມຈິງເລີຍ. ຖ້າເຮົາຕ້ອງການອະນຸລັກຊັບພະຍາກອນເຄື່ອງປ່າຂອງດົງ, ພວກເຮົາຈຳເປັນຕ້ອງນຳໃຊ້ຊັບພະຍາກອນເຄື່ອງປ່າຂອງດົງເລົ່ານັ້ນ
ຢ່າງມີຂອບເຂດ ແລະ ມີຄວາມລະມັດລະວັງທີ່ສຸດ, ເພື່ອບໍ່ໃຫ້ມັນຖຶກທຳລາຍຈົນກ້ຽງ ຫຼື ສູນຫາຍໄປໝົດໂດຍບໍ່ມີວັນຫວນກັບ. ການອະນຸລັກບໍ່ແມ່ນການຫ້າມບໍ່ໃຫ້ນຳໃຊ້ຊັບພະຍາກອນເລົ່ານັ້ນ, ແຕ່ເປັນການນຳໃຊ້ແບບສະຫຼາດເພື່ອໃຫ້ພວກເຮົາໄດ້ນຳໃຊ້ຊັບພະຍາກອນເລົ່ານັ້ນໄດ້ຕະຫຼອດໄປ. ດັ່ງນັ້ນມັນຮຽກຮ້ອງໃຫ້ມີການເອົາໃຈໃສ່ ແລະ ຈັດຕັ້ງປະຕິບັດບັນດາກົດລະບຽບ
ແລະ ກົດໝາຍຕ່າງໆຢ່າງເຂັ້ມງວດ,
ຖ້າເຮັດໄດ້ແນວນັ້ຊັບພະຍາກອນທຳມະຊາດ
ແລະ ລະບົບນິເວດວິທະຍາກໍຍັງຈະຮັກສາຄວາມອຸດົມສົມບູນໄວ້ໄດ້ໃນສະພາບດີ. ບັນດາຂໍ້ກຳນົດ, ກົດລະບຽບຕ່າງໆທັງໝົດທີ່ໄດ້ສ້າງຂຶ້ນມານັ້ນແມ່ນເພື່ອແນ່ໃສ່ເຮັດໃຫ້ການນຳໃຊ້ຊັບພະຍາກອນເລົ່ານັ້ນຍືນຍົງຕະຫຼອດໄປຮອດຊົ່ວລູກຊົ່ວຫຼານ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ