google-site-verification: google0d91bc93cfc88895.html ການຄຸ້ມຄອງການຂຸດຄົ້ນໄມ້ໃນເຂດປ່າຜະລິດ ແລະ ເຂດກໍ່ສ້າງພື້ນຖານໂຄງລ່າງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, September 10, 2020

ການຄຸ້ມຄອງການຂຸດຄົ້ນໄມ້ໃນເຂດປ່າຜະລິດ ແລະ ເຂດກໍ່ສ້າງພື້ນຖານໂຄງລ່າງ

ການຄຸ້ມຄອງການຂຸດຄົ້ນໄມ້ໃນເຂດປ່າຜະລິດ ແລະ ເຂດກໍ່ສ້າງພື້ນຖານໂຄງລ່າງ


ການຄຸ້ມຄອງການຂຸດຄົ້ນໄມ້ໃນເຂດປ່າຜະລິດ ແລະ ເຂດກໍ່ສ້າງພື້ນຖານໂຄງລ່າງ

ອີງ​ຕາມ ສະຫຼຸບການຈັດຕັ້ງປະຕິບັດ​ວຽກງານຄຸ້ມ​ຄອງ​ປ່າ​​ໄມ້ ປະຈໍາປີ 2017 ແລະ ທິດທາງແຜນການ ປະຈໍາປີ 2018 ຂອງ​ກົມ​ປ່າ​ໄມ້ ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້​ເວົ້າ​ວ່າ:

  •    ໄມ້ທີ່ອະນຸຍາດໃຫ້ຂຸດຄົ້ນ ປະຈຳປີ 2017 ມີທັງໜົດຈຳນວນ 13.558,344 ແມັດກ້ອນ, ຂຸດ​ຄົ້ນ​ໄດ້​ທັງ​ໝົດ 11.871,745 ​ແມັດ​ກ້ອນ ໃນນີ້: ຍັງຄ້າງສະ ໜາມ II ບໍ່ທັນໄດ້ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າຈຳນວນ 2.224,222 ແມັດກ້ອນ ແລະ ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແລ້ວ ຈຳນວນ 9.647,523 ແມັດກ້ອນ ຍັງບໍ່ທັນໄດ້ເຄື່ອນຍ້າຍຈາກສະໜາມ II ຈຳນວນ 3.463,941 ແມັດກ້ອນ ແລະ ເຄື່ອນຍ້າຍເຂົ້າທຳການຜະລິດແລ້ວຢູ່ສະໜາມ III ຈຳນວນ 6.183,582 ແມັດກ້ອນ ຊື່ງລາຍລະອຽດມີຢູ່ແຕ່ລະບ້ວງດັ້ງນີ້:

1)    ໄມ້ທີ່ລັດຖະບານອອກອະນຸຍາດ ມີທັງໜົດ ຈຳນວນ 9.493, 344 ແມັດກ້ອນ ຂຸດຄົ້ນໄດ້ທັງໜົດຈຳນວນ 2.833,482 ແມັດກ້ອນ ໄມ້ຈຳນວນນີ້ໄດ້ມອບໃຫ້ ພະແນກອຸດສາຫະກຳ ແລະ ການຄ້າແລ້ວແຕ່ຍັງບໍ່ທັນໄດ້ເຄື່ອນຍ້າຍເຂົ້າທຳການຜະລິດຄ້າງຢູ່ສະໜາມ II.

2)    ໄມ້ທີກະຊວງກະສິກຳ ແລະ ປ່າໄມ້ ອອກອະນຸຍາດມີທັງໜົດ ຈຳນວນ 4.065,00 ແມັດກ້ອນ ຂຸດຄົ້ນໄດ້ທັງໜົດຈຳນວນ 6.814,041 ແມັດກ້ອນ ໄມ້ຈຳນວນນີ້ໄດ້ມອບໃຫ້ ພະແນກອຸດສາຫະກຳ ແລະ ການຄ້າແລ້ວ ແຕ່ຍັງບໍ່ທັນໄດ້ເຄື່ອນຍ້າຍເຂົ້າທຳການຜະລິດ ຄ້າງຢູ່ສະໜາມ II ຈຳນວນ 630,459 ແມັດກ້ອນແລະ ເຄື່ອນຍ້າຍເຂົ້າທຳການຜະລິດແລ້ວ ຢູ່ສະໜາມ III ຈຳນວນ 6.186,582 ແມັດກ້ອນ.

3)    ໄມ້ບັນດາແຂວງອອກອະນຸຍາດຂຸດຄົ້ນໄດ້ທັງໜົດ ຈຳນວນ 2.224,222 ແມັດກ້ອນ ໄມ້ຈຳນວນນີ້ຍັງບໍ່ທັນໄດ້ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ຄ້າງຢູ່ສະໜາມ II.

  •   ເຂົ້າຮ່ວມ ແລະ ຕິດຕາມການປະມູນຂາຍໄມ້ຢຶດ​ຊື່​ງມີ​ໄມ້​​ເປັນ​ຂອງ​ລັດ​ຢູ່ນະຄອນຫຼວງ ແລະ ບັນດາແຂວງຕ່າງໆໃນຂອບເຂດທົ່ວປະເທດ ຊື່​ງມີ​ໄມ້ຢຶດທັງ​ໝົດ 68.963,746 ແມັດກ້ອນ, ​ມີໄມ້​ມຸ່ນ​ເປັນ​ສີ້​ນສ່ວນ​ເສດ​ເຫຼືອ 113,304 ​ໂຕນ,​ ເປັນ​ປະ​ເພດ​ໄມ້​ຫວງ​ຫ້າມ ​ແລະ ​ໄມ້​ຄຸ້ມ​ຄອງ 1,2,3, ສາມາ​ຈັດ​ຕັ້ງ​ປະຕິບັດ​ໃນ​ການ​ປະມູນ​ຊື້ - ຂາຍ​ແລ້ວ​ໄດ້​ຈຳນວນ 72.477.796.597 ກີບ ຫຼື ​ເທົ່າ​ກັບ 72 ຕື້​ກີບ, ສ່ວນ​ທີ​ຍັງ​​ບໍ່​ໄດ້​ຈັດ​ຕັ້ງ​ປະຕິບັດ 20.995,959 ​ແມັດ​ກ້ອນ ​ແລະ ຍັງ​ໄມ້​ມຸ່ນ​ສີ້​ນສ່ວນ​ເສດ​ເຫຼືອ 73,493 ​ໂຕນ
  •        ສໍາເລັດ ການສໍາຫຼວດກ່ອນການຂຸດຄົ້ນໃນເຂດປ່າຜະລິດພູລິວ ມີເນື້ອທີ່ 446,1 ເຮັກຕາ, ໃນເຂດຄຸ້ມຄອງເມືອງຊໍາເໜືອ ແລະ ເມືອງຫົວເມືອງ ແຂວງຫົວພັນ
  •        ສໍາເລັດ ການລົງຊຸກຍູ້ທີມງານການເຮັດທົດລອງວຽກງານຈັດສັນປ່າໄມ້ແບບພູມີທັດ 02 ແຂວງບໍ່ແກ້ວ ​ແລະ​ຫຼວງນໍ້າທາ (Forest LandscapManagement) ​ເພື່ອເກັບກຳຂໍ້ມູນ ແລະ ສ້າງແຜນທີ່ການນຳໃຊ້ທີ່ດີນໃນການທົດລອງ, ແລ້ວລົງຈັດຕັ້ງປະຕິບັດຮູບແບບທົດລອງຕົວຈິງ ຂອງໂຄງການຄຸ້ມຄອງປ່າໄມ້ແບບຍືນນານ;
  •        ໄດ້ມອບໃບອະນຸຍາດການຂຸດຄົ້ນໄມ້ທຳມະຊາດ, ໃບອະນຸຍາດເຄື່ອນຍ້າຍໄມ້ພາຍໃນ ແລະ ອອກຕ່າງ ປະເທດໃຫ້ບັນດາແຂວງ ລວມທັງໜົດໄດ້ 43 ຫົວ, ໃນນັ້ນມີ: ໃບອະນຸຍາດເຄື່ອນຍ້າຍໄມ້ພາຍໃນ ຈຳນວນ 39 ຫົວ,ໃບອະນຸຍາດຂຸດຄົ້ນໄມ້ທຳມະຊາດ ຈຳນວນ 04 ຫົວ.
  •        ສັງລວມການອອກໃບອະນຸຍາດເຄື່ອນຍ້າຍໄມ້ພາຍໃນໄດ້ ຈຳນວນທັ່ງໝົດ 40.965 ແມັດກ້ອນ ໃນນັ້ນໄມ້  ແປຮູບ 12.660 ແມັດກ້ອນ ແລະ ​ໄມ້​ທ່ອນ 28.305 ​ແມັດ​ກ້ອນ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ