google-site-verification: google0d91bc93cfc88895.html ການກ້າແກ່ນກັນຊາ ​ໂດຍ​ໃຊ້​ທິດ​ຊູ Paper Towel Method - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, November 10, 2021

ການກ້າແກ່ນກັນຊາ ​ໂດຍ​ໃຊ້​ທິດ​ຊູ Paper Towel Method

ການ​ກ້າແກ່ນ​ຖື​ວ່າ​ເປັນ​ທັກ​ສະ​ຂັ້ນ​ພື້ນ​ຖານ​ສຳລັບ​ນັກ​ປຸກ​ມື້​ນີ້​ຈຶ່ງ​ຂໍ​ແນະ​ນຳ ວິທີ​ການ​ກ້າແກ່ນຊາ​ດ້ວຍ​ທິດ​ຊູ່ ການເຮັດໃຫ້​ເມັດ​ງອກ​ເຮັດ​ໄດ້​ງ່າຍ​ຫລາຍ ຕ້ອງ​ມີ​ເງື່ອນ​ໄຂ​ສອງ​ສາມ​ຂໍ້​ເພື່ອ​ໃຫ້​ແກ່ນງອກ ໂດຍ​ມີ​ອຸນຫະພູມ, ຄວາມ​ຊື້ນ, ອອກ​ຊິ​ເຈນ ແລະ​ຄວາມ​ມືດ​ທີ່​ເໝາະ​ສົມ ມີ​ວິທີ​ຕ່າງ​ໆ ຫລວງ​ຫລາຍ​ສຳລັບ​ການ​ງອກ​ຂອງ​ເມັດ ແຕ່​ວິທີ​ທີ່ ​ຈະ​ກ່າວເຖິງ​ເປັນ​ວິທີ​ທີ່​​ໄດ້​ເຮັດ​ມັນ​ທຸກ​ເທື່ອ ແລະ​ກໍ​ປະ​ສົບ​ຄວາມ​ສຳ​ເລັດ​ທຸກ​ເທື່ອ

 

Paper Towel Method

Paper towel method ຫລື​ ພາສາ​ບ້ານ​ເຮົາ​ກໍ “ການກ້າແກ່ນ​ໂດຍ​ໃຊ້​ທິດ​ຊູ” ວິທີ​ນີ້​ເປັນ​ວິທີ​ທີ່​ງ່າຍ ແລະ​ບໍ່​ຕ້ອງ​ໃຊ້​ອຸປະກອນ​ຫຍັງ​ຫລວງ​ຫລາຍ ສາມາດຫາ​ອຸປະກອນ​ໄດ້​ຈາກ​ໃນ​ບ້ານ

 

ອຸປະກອນ​ທີ່​ຕ້ອງ​ໃຊ້​ໃນ​ການ​ກ້າແກ່ນກັນ​ຊາ

  • ເມັດ​ພັນ
  • ຈອກ​ນ້ຳ
  • ທິດ​ຊູ ແບບ​ຖືກ​ໆ ບໍ່​ຕ້ອງ​ມີ​ການ​ປະສົມ​ນ້ຳ​ຫອມ ຫລື​ຫຍັງ​ແປລກ​ໆ ມາ

ນ້ຳ​ສະ​ອາດ ໂດຍ​ແນະ​ນຳ​ເປັນ​ນ້ຳ​ປະ​ປາ​ທີ່​ຕັ້ງ​ຖິ້ມ​ໄວ້​ແລ້ວ 24 ຊັ່ວ​ໂມງ ເພື່ອ​ໃຫ້​ຄລໍ​ຣີນ​ໃນ​ນ້ຳ​ຫາຍ​ໄປ​ກ່ອນ

ຈານ​ນ້ອຍ​ໆ ສອງ​ໃບ ໃຫ້​ນຶກ​ເຖິງ​ຈານ​ກິນ​ເຂົ້າ​ໜຽວ ຫລື​ກລ່ອງ​ທຶບ​ແສງ​ແບບ​ມີ​ຝາ​ປິດ

ຂັ້ນ​ຕອນ​ການ​ກ້າແກ່ນກັນ​ຊາ

1. ແຊ່​ເມັດ​ກັນ​ຊາ​ໃນ​ຕູ້​ເຢັນ

ນຳ​ເມັດ​ທີ່​ຕ້ອງ​ການ​ເພາະ​ໄປ​ແຊ່​ໄວ້​ໃນ​ຕູ້​ເຢັນ​ຊ່ອງ​ເກັບ​ຜັກ 24 ຊັ່ວ​ໂມງ ຈະ​ເປັນ​ການ​ລຽນ​ແບບ​ການ​ເກີດ​ຂຶ້ນ​ເອງ​ຕາມ​ທຳມະຊາດ​ຂອງ​ຕົ້ນ​ກັນຊາ ຊຶ່ງ​ມັກ​ຈະ​ເກີດ​ໃນ​ລະຫວ່າງ​ລະດູ​ໃບໄມ້ປົ່ງ​ຊຶ່ງ​ອາ​ກາດ​ເຢັນ

2. ແຊ່​ເມັດ​ກັນ​ຊາ​ລົງ​ໃນ​ຈອກ

ຖອກນ້ຳ​ໃສ່ຈອກແກ້ວ​ລົງ​ໄປ​ປະ​ມານ 50% – 70% ຈາກ​ນັ້ນ​ເອົາ​ເມັດ​ກັນ​ຊາ(ແກ່ນ)​ໃສ່​ລົງ​ໄປ ແລະ​ພະຍາຍາມ​ໃຊ້​ນິ້ວ​ແຍ່ໃສ່​ເມັດ​ໃຫ້​ຈົມ​ນ້ຳ ຊຶ່ງ​ເມັດ​ກັນ​ຊາ​ທີ່​ດີ​ຈະ​ຈົມ​ນ້ຳ​ຫາກ​ເມັດ​ໃດ​ບໍ່​ຈົມ​ກໍ​ບໍ່​ເປັນ​ຫຍັງ ແລ້ວ​ນຳ​ແກ້ວ​ທີ່​ມີ​ເມັດ​ໄປ​ເກັບ​ໄວ້​ໃນ​ທີ່​ມືດ ຫລື​ຫາ​ຜ້າ​ມາ​ປິດ​ໄວ້​ໃຫ້​ມືດ​ສະນິດ ໂດຍ​ເກັບ​ໄວ້​ໃນ​ອຸນ​ພູ​ມິ​ຫ້ອງ​ປົກກະຕິ 24 ຊັ່ວ​ໂມງ


ຂັ້ນ​ຕອນ​ການ​ກ້າແກ່ນກັນ​ຊາ 1. ແຊ່​ເມັດ​ກັນ​ຊາ​ໃນ​ຕູ້​ເຢັນ  ນຳ​ເມັດ​ທີ່​ຕ້ອງ​ການ​ເພາະ​ໄປ​ແຊ່​ໄວ້​ໃນ​ຕູ້​ເຢັນ​ຊ່ອງ​ເກັບ​ຜັກ 24 ຊັ່ວ​ໂມງ ຈະ​ເປັນ​ການ​ລຽນ​ແບບ​ການ​ເກີດ​ຂຶ້ນ​ເອງ​ຕາມ​ທຳມະຊາດ​ຂອງ​ຕົ້ນ​ກັນຊາ ຊຶ່ງ​ມັກ​ຈະ​ເກີດ​ໃນ​ລະຫວ່າງ​ລະດູ​ໃບໄມ້ປົ່ງ​ຊຶ່ງ​ອາ​ກາດ​ເຢັນ  2. ແຊ່​ເມັດ​ກັນ​ຊາ​ລົງ​ໃນ​ຈອກ  ຖອກນ້ຳ​ໃສ່ຈອກແກ້ວ​ລົງ​ໄປ​ປະ​ມານ 50% – 70% ຈາກ​ນັ້ນ​ເອົາ​ເມັດ​ກັນ​ຊາ(ແກ່ນ)​ໃສ່​ລົງ​ໄປ ແລະ​ພະຍາຍາມ​ໃຊ້​ນິ້ວ​ແຍ່ໃສ່​ເມັດ​ໃຫ້​ຈົມ​ນ້ຳ ຊຶ່ງ​ເມັດ​ກັນ​ຊາ​ທີ່​ດີ​ຈະ​ຈົມ​ນ້ຳ​ຫາກ​ເມັດ​ໃດ​ບໍ່​ຈົມ​ກໍ​ບໍ່​ເປັນ​ຫຍັງ ແລ້ວ​ນຳ​ແກ້ວ​ທີ່​ມີ​ເມັດ​ໄປ​ເກັບ​ໄວ້​ໃນ​ທີ່​ມືດ ຫລື​ຫາ​ຜ້າ​ມາ​ປິດ​ໄວ້​ໃຫ້​ມືດ​ສະນິດ ໂດຍ​ເກັບ​ໄວ້​ໃນ​ອຸນ​ພູ​ມິ​ຫ້ອງ​ປົກກະຕິ 24 ຊັ່ວ​ໂມງ

ຈາກ​ນັ້ນ​ເມື່ອ​ຄົບ 24 ຊັ່ວ​ໂມງ​ໃຫ້​ນຳ​ອອກ​ມາ​ເບິ່ງ​ວ່າ​ມີ​ຮອຍ​ແຕກ​ທີ່​ເມັດ​ຫລື​ບໍ່ ຈະ​ສັງເກດ​ເຫັນ​ຮາກ​ຂາວ​ໆ ໂຜ່​ອອກ​ມາ ອັນ​ໃດ​ບໍ່​ມີ​ກໍ​ແຊ່​ຕໍ່ໄປ​ອີກ 24 ຊັ່ວ​ໂມງ ຖ້າ​ແຊ່​ເກີດ 48 ຊັ່ວ​ໂມງ​ແລ້ວ​ຢັງ​ບໍ່​ມີ​ຫຍັງ​ເກີດ​ຂຶ້ນ ລອງ​ວິທີ​ທຸບເບົາໆໃຫ້ແຕ່ແຫງ ​ເພື່ອ​ເພີ່ມ​ໂອ​ກາດ​ການ​ງອກ​ເບິ່ງ​

3.ບົ່ມ​ເມັດ​ກັນ​ຊາ​ໃນ​ທິດ​ຊູ​ປຽກ

ນຳ​ທິດ​ຊູ​ສອງ​ແຜ່ນ​ແລ້ວ​ວາງ​ໄວ້​ໃນ​ຈານ​ໃບ​ແຮກ ​ແລ້ວ​ພົມ​ນ້ຳ​ໃຫ້​ພໍ​ຊຸ່ມ ຈາກ​ນັ້ນ​ຢົກ​ຈານ​ເພື່ອ​ເທ​ນ້ຳ​ອອກ ວິທີ​ນີ້​ເປັນ​ການ​ຢືນຢັນ​ວ່າ​ເຮົາ​ບໍ່​ໄດ້​ໃສ່​ນ້ຳ​ຫລາຍເກີນ​ໄປ ເອົາ​ແຄ່​ພໍ​ປຽກ​ທິດ​ຊູ່

 

ຈາກ​ນັ້ນ​ນຳ​ເມັດ​ກັນ​ຊາ​ທີ່​ເຣີ່ມ​ແຕກ​ເປັນ​ຮອຍ​ຂາວ​ຮາກ​ງອກ​ໃຫ້​ເຫັນ ​ວາງ​ລົງ​ໃນ​ຈານ​ທີ່​ມີ​ທິດ​ຊູ ແລ້ວ​ນຳ​ທິດ​ຊູ​ແຜ່ນ​ໃໝ່​ມາ​ປົກ ປະ​ກົບ​ປິດ​ເມັດ​ໄວ້ ເອົາ​ມື​ກົດ​ລົງ​ທິດ​ຊູ​ເພື່ອ​ໃຫ້​ທິດ​ຊູ​ແຜ່ນ​ເທິງ​ດູດ​ຊັບ​ນ້ຳ​ຈາກ​ແຜ່ນ​ລຸມ ແລ້ວ​ເອົາ​ຈານ​ໃບ​ທີ່​ສອງ​ປິດຫລືປະ​ກົບ​ປິດ​ເພື່ອ​ບໍ່​ໃຫ້​ແສງ​ເຂົ້າ


ຂັ້ນ​ຕອນ​ການ​ກ້າແກ່ນກັນ​ຊາ 1. ແຊ່​ເມັດ​ກັນ​ຊາ​ໃນ​ຕູ້​ເຢັນ  ນຳ​ເມັດ​ທີ່​ຕ້ອງ​ການ​ເພາະ​ໄປ​ແຊ່​ໄວ້​ໃນ​ຕູ້​ເຢັນ​ຊ່ອງ​ເກັບ​ຜັກ 24 ຊັ່ວ​ໂມງ ຈະ​ເປັນ​ການ​ລຽນ​ແບບ​ການ​ເກີດ​ຂຶ້ນ​ເອງ​ຕາມ​ທຳມະຊາດ​ຂອງ​ຕົ້ນ​ກັນຊາ ຊຶ່ງ​ມັກ​ຈະ​ເກີດ​ໃນ​ລະຫວ່າງ​ລະດູ​ໃບໄມ້ປົ່ງ​ຊຶ່ງ​ອາ​ກາດ​ເຢັນ  2. ແຊ່​ເມັດ​ກັນ​ຊາ​ລົງ​ໃນ​ຈອກ  ຖອກນ້ຳ​ໃສ່ຈອກແກ້ວ​ລົງ​ໄປ​ປະ​ມານ 50% – 70% ຈາກ​ນັ້ນ​ເອົາ​ເມັດ​ກັນ​ຊາ(ແກ່ນ)​ໃສ່​ລົງ​ໄປ ແລະ​ພະຍາຍາມ​ໃຊ້​ນິ້ວ​ແຍ່ໃສ່​ເມັດ​ໃຫ້​ຈົມ​ນ້ຳ ຊຶ່ງ​ເມັດ​ກັນ​ຊາ​ທີ່​ດີ​ຈະ​ຈົມ​ນ້ຳ​ຫາກ​ເມັດ​ໃດ​ບໍ່​ຈົມ​ກໍ​ບໍ່​ເປັນ​ຫຍັງ ແລ້ວ​ນຳ​ແກ້ວ​ທີ່​ມີ​ເມັດ​ໄປ​ເກັບ​ໄວ້​ໃນ​ທີ່​ມືດ ຫລື​ຫາ​ຜ້າ​ມາ​ປິດ​ໄວ້​ໃຫ້​ມືດ​ສະນິດ ໂດຍ​ເກັບ​ໄວ້​ໃນ​ອຸນ​ພູ​ມິ​ຫ້ອງ​ປົກກະຕິ 24 ຊັ່ວ​ໂມງ

ຈາກ​ນັ້ນ​ນຳ​ຈານ​ຊຸດ​ນີ້​ໄປ​ວາງ​ໄວ້​ໃນ​ທີ່​ມືດ​ອີກ 24-72 ຊັ່ວ​ໂມງ ໃນ​ທຸກ​ມື້​ໃຫ້​ເປີດ​ອອກ​ມາ​ເພື່ອ​ເບິ່ງ​ວ່າ​ທິດ​ຊູ​ຢັງ​ຄົງ​ຊຸ່ມ​ນ້ຳ​ຢູ່​ຫລື​ບໍ່ ຖ້າ​ບໍ່​ກໍ​ໃຫ້​ພົມ​ນ້ຳ​ເພີ່ມ​ນ້ອຍໆ ຖ້າ​ເປີດ​ອອກ​ມາ​ເຮົາ​ຈະ​ພົ​ບວ່າ​ມີ​ຮາກ​ງອກ​ອອກ​ມາ​ປະ​ມານ​ໜຶ່ງ ກໍ​ສະແດງ​ວ່າ​ພ້ອມ​ສຳລັບ​ການ​ລົງ​ດິນ​ແລ້ວ​ພຽງ​ເທົ່າ​ນີ້​ເຮົາ​ກໍ​ຈະ​ໄດ້​ເມັດ​ກັນ​ຊາ​ທີ່​ພ້ອມ​ລົງ​ປຸກ​ແລ້ວ ຕໍ່​ມາ​ເຮົາ​ກໍ​ນຳ​ເມັດ​ມາ​ລົງ​ດິນ​ປຸກ​ໄດ້​ເລີຍ

ຂັ້ນ​ຕອນ​ການ​ກ້າແກ່ນກັນ​ຊາ 1. ແຊ່​ເມັດ​ກັນ​ຊາ​ໃນ​ຕູ້​ເຢັນ  ນຳ​ເມັດ​ທີ່​ຕ້ອງ​ການ​ເພາະ​ໄປ​ແຊ່​ໄວ້​ໃນ​ຕູ້​ເຢັນ​ຊ່ອງ​ເກັບ​ຜັກ 24 ຊັ່ວ​ໂມງ ຈະ​ເປັນ​ການ​ລຽນ​ແບບ​ການ​ເກີດ​ຂຶ້ນ​ເອງ​ຕາມ​ທຳມະຊາດ​ຂອງ​ຕົ້ນ​ກັນຊາ ຊຶ່ງ​ມັກ​ຈະ​ເກີດ​ໃນ​ລະຫວ່າງ​ລະດູ​ໃບໄມ້ປົ່ງ​ຊຶ່ງ​ອາ​ກາດ​ເຢັນ  2. ແຊ່​ເມັດ​ກັນ​ຊາ​ລົງ​ໃນ​ຈອກ  ຖອກນ້ຳ​ໃສ່ຈອກແກ້ວ​ລົງ​ໄປ​ປະ​ມານ 50% – 70% ຈາກ​ນັ້ນ​ເອົາ​ເມັດ​ກັນ​ຊາ(ແກ່ນ)​ໃສ່​ລົງ​ໄປ ແລະ​ພະຍາຍາມ​ໃຊ້​ນິ້ວ​ແຍ່ໃສ່​ເມັດ​ໃຫ້​ຈົມ​ນ້ຳ ຊຶ່ງ​ເມັດ​ກັນ​ຊາ​ທີ່​ດີ​ຈະ​ຈົມ​ນ້ຳ​ຫາກ​ເມັດ​ໃດ​ບໍ່​ຈົມ​ກໍ​ບໍ່​ເປັນ​ຫຍັງ ແລ້ວ​ນຳ​ແກ້ວ​ທີ່​ມີ​ເມັດ​ໄປ​ເກັບ​ໄວ້​ໃນ​ທີ່​ມືດ ຫລື​ຫາ​ຜ້າ​ມາ​ປິດ​ໄວ້​ໃຫ້​ມືດ​ສະນິດ ໂດຍ​ເກັບ​ໄວ້​ໃນ​ອຸນ​ພູ​ມິ​ຫ້ອງ​ປົກກະຕິ 24 ຊັ່ວ​ໂມງ







No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ