google-site-verification: google0d91bc93cfc88895.html ຜັກ​ໜາມLasia spinosa (L.) ລັກສະນະ​ຂອງ​ຜັກ​ໜາມ ແລະ ສັບພະຄຸນ​ຂອງ​ຜັກ​ໜາມ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, November 25, 2021

ຜັກ​ໜາມLasia spinosa (L.) ລັກສະນະ​ຂອງ​ຜັກ​ໜາມ ແລະ ສັບພະຄຸນ​ຂອງ​ຜັກ​ໜາມ

 

ຜັກ​ໜາມLasia spinosa (L.) ລັກສະນະ​ຂອງ​ຜັກ​ໜາມ ແລະ ສັບພະຄຸນ​ຂອງ​ຜັກ​ໜາມ

ຜັກ​ໜາມ

ຜັກ​ໜາມ ຊື່​ວິທະຍາ​ສາດ Lasia spinosa (L.) Thwaites ຈັດ​ຢູ່ໃນ​ວົງ​ບອນ (ARACEAE)

ສະຫ​ມຸນ​ໄພ​ຜັກ​ໜາມ ມີ​ຊື່​ເອີ້ນ​ອື່ນ​ວ່າ ກະ​ລີ, ບອນ​ໜາມ (ໄທ​ລື້, ຂະ​ມຸ), ຜະ​ຕູ່​ໂປລ່ ເຮາະ​ຕູ່​ຄຸ (ກະ​ຫຣ່ຽງ), ດໍ່​ແກງ​ເລີ່, ບ່ອນ​ຢິ້ມ (ມ່ຽນ), ບ່ະ​ໜາມ (ລົ້ວະ), ຫຼັ່ນ​ສື່​ໂກ ຈຸຍ​ຫຼັກ​ຕີນ (ຈີນ​ແຕ້​ຈິ໋ວ) ເປັນ​ຕົ້ນ

ລັກສະນະ​ຂອງ​ຜັກ​ໜາມ

ຕົ້ນ​ຜັກ​ໜາມ ຈັດ​ເປັນ​ພັນ​ໄມ້​ລົ້ມ​ລຸກ ມີ​ອາຍຸ​ຫຼາຍ​ປີ ລຳ​ຕົ້ນ​ມີ​ລັກສະນະ​ເປັນ​ເຫງົ້າ​ແຂງ​ຢູ່​ໃຕ້​ດິນ​ ​ເລື້ອຍ ເລືອ​ຂະຫນານ​ກັບ​ພື້ນ​ດິນ ຕັ້ງ​ກົງ​ ແລະ​ ໂຄ້ງ​ລົງ​ນ້ອຍໆ ລຳ​ຕົ້ນ​ມີ​ຂະໜາດ​ເສັ້ນ​ຜ່ານ​ສູນ​ກາງ​ປະ​ມານ 4-5 ເຊັນ​ຕິ​ແມັດ ແລະ​ ຍາວ​ໄດ້​ປະ​ມານ 75 ເຊັນ​ຕິ​ແມັດ ຕາມ​ລຳ​ຕົ້ນ​ມີ​ໜາມ​ແຫຼມ ຂະຫຍາຍ​ພັນ​ດ້ວຍ​ວິທີ​ການ​ເພາະ​ເມັດ ແລະ ແຍກກໍ ມີ​ເຂດ​ການ​ກະ​ຈາຍ​ພັນ​ໃນ​ອິນ​ເດຍ ທາງ​ຕອນ​ໃຕ້​ຂອງ​ປະເທດ​ຈີນ ເອ​ເຊຍ​ຕະເວັນ​ອອກ​ສຽງ​ໃຕ້​ເຖິງ​ອິນ​ໂດ​ນີ​ເຊຍ ໃນ​ປະເທດ​ພົບ​ໄດ້​ຕາມ​ແຫຼ່ງ​ທຳມະຊາດ​ທົ່ວ​ທຸກ​ພາກ ມັກ​ດິນ​ຣ່ວນ ຄວາມ​ຊື້ນ​ຫລາຍ ແລະ​ ແສງ​ແດດ​ແບບ​ເຕັມ​ມື້ ມັກ​ຂຶ້ນ​ໃນ​ທີ່​ຊື້ນ​ແສະ​ ມີ​ນ້ຳ​ຂັງ ເຊັ່ນ ຕາມແຄມ​ນ້ຳ ແຄມຫ້ວນນ້ຳ ຫນອງ ຄອງບືງ ແຄມ​ຄູ ຕາມ​ຮ່ອງ​ນ້ຳ​ໃນ​ສວນ ຫລື ​ບໍລິເວນ​ດິນ​ຕົມ​ທີ່​ມີ​ນ້ຳ​ຂັງ

ຜັກ​ໜາມLasia spinosa (L.) ລັກສະນະ​ຂອງ​ຜັກ​ໜາມ ແລະ ສັບພະຄຸນ​ຂອງ​ຜັກ​ໜາມ

ຜັກ​ໜາມLasia spinosa (L.) ລັກສະນະ​ຂອງ​ຜັກ​ໜາມ ແລະ ສັບພະຄຸນ​ຂອງ​ຜັກ​ໜາມ

ຜັກ​ໜາມLasia spinosa (L.) ລັກສະນະ​ຂອງ​ຜັກ​ໜາມ ແລະ ສັບພະຄຸນ​ຂອງ​ຜັກ​ໜາມ


ໃບ​ຜັກ​ໜາມ ໃບ​ເປັນ​ໃບ​ດ່ຽວ ອອກ​ຮຽງ​ສະ​ລັບກັນ ລັກສະນະ​ຂອງ​ໃບ​ເປັນ​ຮູບ​ຫົວ​ລູກ​ສອນ ​ຫລື​ ຮູບ​ໂລ່ ປາຍ​ໃບ​ແຫຼມ ຂອບ​ໃບ​ຮຽບ ​ແລະ​ ເປັນວັກ​ເວົ້າ​ເລິກ​ເປັນ 9 ພູ ຮອຍ​ເວົ້າ​ ມັກ​ເລິກ​ເກືອບ​ເຖິງ​ເສັ້ນ​ກາງ​ໃບ ໃບ​ມີ​ຂະໜາດ​ກວ້າງ​ຫລາຍກວ່າ 25 ເຊັນ​ຕິ​ແມັດ ແລະ ຍາວ​ປະ​ມານ 30-40 ເຊັນ​ຕິ​ແມັດ ມີ​ໜາມ​ແຫຼມ​ຕາມ​ເສັ້ນ​ໃບ​ດ້ານ​ລຸມ​ແລະ​ ຕາມ​ກ້ານ​ໃບ ໃບ​ອ່ອນ​ມ້ວນ​ເປັນ​ແທ່ງ​ກົມ ກ້ານ​ໃບ​ມີ​ລັກສະນະ​ເປັນ​ຮູບ​ຊົງ​ກະ​ບອກຍາວ ​ແລະ ​ແຂງ ໂດຍ​ມີ​ຄວາມ​ຍາວ​ປະ​ມານ 40-120 ເຊັນ​ຕິ​ແມັດ

ຜັກ​ໜາມLasia spinosa (L.) ລັກສະນະ​ຂອງ​ຜັກ​ໜາມ ແລະ ສັບພະຄຸນ​ຂອງ​ຜັກ​ໜາມ

ຜັກ​ໜາມLasia spinosa (L.) ລັກສະນະ​ຂອງ​ຜັກ​ໜາມ ແລະ ສັບພະຄຸນ​ຂອງ​ຜັກ​ໜາມ


ດອກ​ຜັກ​ໜາມ:  ອອກ​ດອກ​ເປັນ​ຊໍ່​ແຫລມຍາວຊີ້ຟ້າ ລັກສະນະ​ເປັນ​ຮູບ​ຊົງ​ກະ​ບອກ ເປັນ​ແທ່ງ​ຍາວຂະຫນານກັນ​ເທົ່າ​ກັບ​ໃບ ປະ​ມານ 4 ເຊັນ​ຕິ​ແມັດ ແທງ​ອອກ​ມາ​ຈາກ​ກາບ​ໃບ ກ້ານ​ຊໍ່​ດອກ​ມີ​ໜາມ ​ແລະ​ ຍາວ​ໄດ້​ເຖິງ 75 ເຊັນ​ຕິ​ແມັດ ມີດ​ອກ​ຍ່ອຍ​ອັດ​ກັນ​ແໜ້ນ​ເປັນ​ດອກ​ແບບ​ສົມບູນ​ເພດ ໃບ​ປະ​ດັບ​ເປັນ​ກາບ​ສີ​ນ້ຳ​ຕານ​ແກມ​ຂຽວ ​ເຖິງ​ສີ​ມ່ວງ ກາບ​ຫຸ້ມ​ມ້ວນ​ບິດ​ເປັນ​ກຽວ​ຕາມ​ຄວາມ​ຍາວ​ຂອງ​ກາບ ມີ​ຄວາມ​ຍາວ​ໄດ້​ເຖິງ 55 ເຊັນ​ຕິ​ແມັດ ດອກ​ເປັນ​ຊໍ່​ດອກ​ແບບ​ແທ່ງ Spadix ຊໍ່​ດອກ​ເປັນ​ສີ​ນ້ຳ​ຕານ ດອກ​ເພດ​ຜູ້​ຈະ​ມີ​ຈຳນວນ​ຫລາຍ ​ແລະ ​ຢູ່​ສ່ວນເທິງ ສ່ວນ​ດອກ​ເພດ​ເມຍ​ຈະ​ມີ​ຈຳນວນ​ນ້ອຍ​ກວ່າ ​ແລະ ​ຢູ່​ສ່ວນ​ລຸມ ຈະ​ອອກ​ດອກ​ໃນ​ຊ່ວງ​ປະ​ມານ​ເດືອນ​ພຶດສະພາ​ເຖິງ​ເດືອນ​ມິ​ຖຸ​ນາ

ຜັກ​ໜາມLasia spinosa (L.) ລັກສະນະ​ຂອງ​ຜັກ​ໜາມ ແລະ ສັບພະຄຸນ​ຂອງ​ຜັກ​ໜາມ

ຜັກ​ໜາມLasia spinosa (L.) ລັກສະນະ​ຂອງ​ຜັກ​ໜາມ ແລະ ສັບພະຄຸນ​ຂອງ​ຜັກ​ໜາມ


ຫມາກ​ຜັກ​ໜາມ: ຫມາກ​ມີ​ລັກສະນະ​ຮຽງ​ຊິດ​ກັນ​ແໜ້ນ​ເປັນ​ແທ່ງ ​ຮູບ​ຊົງ​ກະ​ບອກ ເປັນຫມາກ​ສົດ ໜາ ແລະ​ ໜຽວ ຫມາກ​ອ່ອນ​ເປັນ​ສີ​ຂຽວ​ມີ​ຊີ້ນ​ນຸ່ມ ເມື່ອ​ແກ່​ແລ້ວ​ຈະ​ປ່ຽນ​ເປັນ​ສີ​ເຫຼືອງ​ແກມ​ແດງ ຈະ​ເປັນ​ຫມາກ​ໃນ​ຊ່ວງ​ປະ​ມານ​ເດືອນ​ມິ​ຖຸ​ນາ​ເຖິງ​ເດືອນ​ສິງ​ຫາ​

ຜັກ​ໜາມLasia spinosa (L.) ລັກສະນະ​ຂອງ​ຜັກ​ໜາມ ແລະ ສັບພະຄຸນ​ຂອງ​ຜັກ​ໜາມ

ຜັກ​ໜາມLasia spinosa (L.) ລັກສະນະ​ຂອງ​ຜັກ​ໜາມ ແລະ ສັບພະຄຸນ​ຂອງ​ຜັກ​ໜາມ

ສັບພະຄຸນ​ຂອງ​ຜັກ​ໜາມ

  1. ຕາມຕຳລາ​ຢາ​​ຈະ​ໃຊ້​ທັງ​ຕົ້ນ​ເປັນ​ຢາ​ແກ້​ຍ່ຽວ​ພິ​ການ ສ່ວນ​ໃນ​ອິນ​ເດຍ​ຈະ​ໃຊ້​ທັງ​ຕົ້ນ​ເປັນ​ຢາ​ແກ້​ປວດ​ທ້ອງ ປວດ​ຕາມ​ຂໍ້​ແລະ​ ພະຍາດ​ຜິດ​ປົກກະຕິ​ກ່ຽວກັບ​ລຳ​ໄສ້ ໃຊ້​ນ້ຳ​ຄັ້ນ​ຈາກ​ຕົ້ນ​ເປັນ​ຢາ​ແກ້​ຣິດ​ສີດ​ວົງ​ທະວານ ແລະ​ໃຊ້​ລຳ​ຕົ້ນ​ ແລະ ​ຫມາກ​ເປັນ​ຢາ​ແກ້​ອາການ​ຜິດ​ປົກກະຕິ​ກ່ຽວກັບ​ຄໍ
  2. ​ໃຊ້​ທັງ​ຕົ້ນ​ທັງຫມົດ​ກັບ​ໄມ້​ເປົາ ​ແລະ​ ໄມ້​ຈະ​ລາຍ ນຳ​ໄປ​ຕົ້ມ​ອາບ​ ແລະ​ ດື່ມ​ເປັນ​ຢາ​ບຳ​ຣຸງ​ກຳ​ລັງ ແກ້​ອາການ​ປວດ​ເມື່ອຍ
  3. ລຳ​ຕົ້ນ​ຜັກ​ໜາມ ມີ​ລົດ​ເຜັດ​ຊາ ໃຊ້​ເປັນ​ຢາ​ແກ້​ໄອ ແກ້​ກະ​ຫາຍ​ນ້ຳ ຂັບ​ເສມ​ຫະ ຂັບ​ຍ່ຽວ ແກ້​ຍ່ຽວ​ເຫຼືອງ​ ຫລື​ແດງ ຜິວ​ໜັງ​ເນົ່າ​ເປື່ອຍ​ເປັນ​ໜອງ ໃຊ້​ຕົ້ມ​ເອົາ​ນ້ຳ​ອາບ​ແກ້​ອາການ​ຄັນ​ເນື່ອງ​ຈາກ​ພິດ​ຫັດ ເຫືອດ ໄຂ້​ອອກ​ຜື່ນ ອີສຸກ​ອີ່ໃສ ດຳ​ແດງ ເຮັດໃຫ້​ຜື່ນ​ຫາຍ​ໄວ ແລະ​ ໃຊ້​ເປັນ​ຢາ​ຖອນ​ພິດ ດ້ວຍ​ໃຊ້​ລຳ​ຕົ້ນ​ແຫ້ງ​ເຮັດ​ເປັນ​ຢາ​ປິ່ນປົວພະຍາດ​ຜິວ​ໜັງ
  4. ຕຳ​ຮັບ​ຢາ​ແກ້​ຜິວ​ໜັງ​ເນົ່າ​ເປື່ອຍ​ຊຳເຮື້ອ ຕີນ​ເນົ່າ​ເປື່ອຍ ຫລື​ຫົວ​ເນົ່າ​ເປື່ອຍ​ເປັນ​ແຜ​ຊຳເຮື້ອ ໃຫ້​ໃຊ້​ລຳ​ຕົ້ນ​ຜັກ​ໜາມ​ນຳ​ຕົ້ມ​ເອົາ​ນ້ຳ​ຊະ​ລ້າງ​ ຫລື ​ບົດ​ໃຫ້ເປັນ​ຜົງ​ແລ້ວ​ນຳ​ມາ​ທາ​ບໍລິເວນ​ທີ່​ເປັນ
  5. ເຫງົ້າ​ໃຊ້​ເປັນ​ຢາ​ຂັບ​ເສມ​ຫະ ແກ້​ໄອ ໃຊ້​ຕົ້ມ​ກັບ​ນ້ຳ​ອາບ​ແກ້​ຄັນ​ເນື່ອງ​ຈາກ​ພິດ​ຫັດ ເຫືອດ ອີ່ສຸກ​ອີ່ໃສ ດຳ​ແດງ ແລະ​ພະຍາດ​ຜິວ​ໜັງ ດ້ວຍ​ໃຊ້​ເຫງົ້າ​ຝົນ​ກັບ​ນ້ຳ​ກິນ​ເປັນ​ຢາ​ຖ່າຍ​ພະຍາດ (ເຫງົ້າ)
  6. ຮາກ​ໃຊ້​ຕົ້ມ​ກັບ​ນ້ຳ​ດື່ມ​ເປັນ​ຢາ​ແກ້​ເຈັບ​ຄໍ ສ່ວນ​ອີກ​ຂໍ້​ມູນ​ລະ​ບຸ​ໃຫ້​ໃຊ້​ຮາກ​ຕົ້ມ​ກັບ​ນ້ຳ​ໃຫ້​ເດັກ​ແລກ​ເກີດ​ອາບ ແກ້​ອາການ​ເຈັບ​ຄໍ
  7. ຮາກ​ແລະ​ໃບ​ມີ​ສັບ​ພະຄຸນ​ເປັນ​ຢາ​ຂັບ​ເສມ​ຫະ
  8. ໃບ​ຜັກ​ໜາມ​ໃຊ້​ເປັນ​ຢາ​ແກ້​ປວດ​ທ້ອງ ແກ້​ໄອ ສ່ວນ​ໃນ​ສີ​ລັງ​ກາ ​ຈະ​ໃຊ້​ໃບ​ເປັນ​ຢາ​ແກ້​ປວດ​ທ້ອງ​ ແລະ​ ອາການ​ປວດ​ອື່ນ ໆ ໃຊ້​ກ້ານ​ໃບ​ບົດ​ໃຫ້ມຸ່ນ​ແລ້ວ​ນຳ​ໄປ​ໃຫ້ງົວຄວາຍ​ກິນ​ເທື່ອ​ລະ​ນ້ອຍ ໆ ເປັນ​ຢາ​ແກ້​ອາການ​ຜິດ​ປົກກະຕິ​ກ່ຽວກັບ​ຄໍ
  9. ຂະໜາດ ​ແລະ ​ວິທີ​ໃຊ້ : ການ​ເກັບ​ຢາ ​ໃຫ້​ເກັບ​ລຳ​ຕົ້ນ​ໃນ​ຊ່ວງ​ລະດູ​ຮ້ອນ ​ແລະ​ລ້າງ​ໃຫ້​ສະ​ອາດ ແລ້ວ​ນຳ​ໄປ​ຕາກ​ແຫ້ງ​ຫລື​ ຫັ່ນ​ເປັນ​ແຜ່ນ​ຕາກ​ແຫ້ງ​ເກັບ​ໄວ້​ໃຊ້ (ລັກສະນະ​ຢາ​ທີ່​ດີ​ຈະມີລົດ​ເຜັດ​ຊາ ຕົ້ນ​ທີ່​ເກັບ​ຈະ​ຕ້ອງ​ມີ​ລັກສະນະ​ເປັນ​ແທ່ງ​ຊົງ​ກະ​ບອກ ເປືອກ​ສີ​ນ້ຳ​ຕານ​ເທົາ ມີ​ຂໍ້​ເປັນ​ປຸ່ມ ສູງໂນນ​ມີ​ໜາມ​ແຂງ ແຕ່​ລະ​ຂໍ້​ຫ່າງ​ກັນ​ປະ​ມານ 6-7 ເຊັນ​ຕິ​ແມັດ ມີ​ຮາກ​ຝອຍ​ຂົດ​ມ້ວນ​ເຂົ້າໄປ​ທີ່​ໂຄນ​ກ້ານ​ໃບ ຊີ້ນ​ໃນ​ເປັນ​ສີ​ເທົາ​ ຫລື​ ສີ​ຊົມ​ພູ ມີ​ແປ້ງ​ຫລາຍ ແລະ ​ມີ​ຈຸດ​ສີ​ນ້ຳ​ຕານ​ນ້ອຍ ໆ ຢູ່​ທົ່ວ​ໄປ) ໂດຍ​ໃຫ້​ໃຊ້​ລຳ​ຕົ້ນ​ແຫ້ງ​ປະ​ມານ 10-15 ຕົ້ມ​ກັບ​ນ້ຳ​ກິນ ສ່ວນ​ການ​ໃຊ້​ພາຍນອກ​ໃຫ້​ນຳ​ໄປ​ຕົ້ມ​ເອົາ​ນ້ຳ​ຊະ​ລ້າງ ​ຫລື ​ບົດ​ເປັນ​ຜົງ​ທາ​ບໍລິເວນ​ທີ່​ເປັນ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ