google-site-verification: google0d91bc93cfc88895.html ສັບ​ພະຄຸນ​ຂອງ​ກັນ​ຊາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, November 14, 2021

ສັບ​ພະຄຸນ​ຂອງ​ກັນ​ຊາ

ສັບພະຄຸນຂອງກັນຊາ ປະໂຫຍດທາງການເພດ ສັບພະຄຸນຂອງກັນຊາ


ສັບ​ພະຄຸນ​ຂອງ​ກັນ​ຊາ

  • ຕຳ​ລາ​ຢາ​ສະຫມຸນໄພລາວ ຈະ​ໃຊ້​ເມັດ​ກິນ​ເປັນ​ຢາ​ຊູ​ກຳ​ລັງ ຊ່ວຍ​ຈະເລີນ​ອາຫານ ແຕ່​ຖ້າ​ກິນ​ຫລາຍ​ຈະ​ມີ​ອາການ​ຢ້ານ​ກົວ ​ແລະ ​ໝົດ​ສະຕິ (ເມັດ)
  • ຍອດ​ອ່ອນ​ເມື່ອ​ນຳ​ມາສະ​ກັດ​ດ້ວຍ​ແອວ​ກໍ​ຮ​ໍ ຈະ​ໄດ້​ສານ​ທີ່​ຮຽກວ່າ "ທິງ​ເຈ​ີ​ແຄນ​ເນ​ບິດ​ອິນ​ດິ​ຄາ" ຊຶ່ງ​ເປັນ​ນ້ຳ​ຢາ​ສີ​ຂຽວ ເມື່ອ​ກິນ​ເຂົ້າໄປ​ປະ​ມານ 5-15 ຢົດ ຈະ​ມີ​ສັບພະຄຸນ​ເປັນ​ຢາ​ຊ່ວຍ​ປິ່ນປົວພະຍາດ​ທີ່​ກ່ຽວກັບ​ລະບົບ​ປະສາດ ເປັນ​ຢາ​ລະງັບ​ເສັ້ນ​ປະສາດ ເຮັດໃຫ້​ນອນ​ຫຼັບ ເຄີ້ມ​ຝັນ ແກ້​ພະຍາດ​ສະຫມອງ​ພິ​ການ ເປັນ​ຢາ​ລະ​ງັບ​ປວດ ແລະ​ເປັນ​ຢາ​ແກ້​ອັກ​ເສບ (ຢອດ​ອ່ອນ)
  • ດອກ​ໃຊ້​ເປັນ​ຢາ​ແກ້​ພະຍາດ​ເສັ້ນ​ປະສາດ ເຊັ່ນ ນອນ​ບໍ່​ຫຼັບ ຄິດ​ຫລາຍ ຫລື​ໃຊ້​ກັບ​ຜູ້​ປ່ວຍ​ທີ່​ເບື່ອ​ອາຫານ ໂດຍ​ນຳ​ມາ​ປຸງ​ເປັນ​ອາຫານ​ໃຫ້​ກິນ (ດອກ)
  • ໃບ​ໃຊ້​ເປັນ​ຢາ​ແກ້​ໄຂ້​ຈ່ອຍ​ເຫຼືອງ ບໍ່​ມີ​ກຳ​ລັງ ຕົວ​ສັ່ນ ສຽງ​ສັ່ນ (ໃບ)
  • ໃບ​ກັນ​ຊາ ໃຊ້​ເປັນ​ຢາ​ປິ່ນປົວພະຍາດ​ຫອບ​ຫືດ ຊ່ວຍ​ຂະຫຍາຍ​ຫລອດລົມ​ແລະ ຫ​ລຸດ​ການຫົດ​ຕົວ​ຂອງ​ຫລອດລົມ ດ້ວຍ​ການ​ນຳ​ໃບ​ສົດ​ມາ​ຫັ່ນ​ໃຫ້ເປັນ​ຝອຍ ແລ້ວ​ເອົາ​ໄປ​ຕາກ​ແຫ້ງ ຈາກ​ນັ້ນ​ຈຶ່ງ​ນຳ​ມາ​ສູບ​ເປັນ​ຢາ​ປິ່ນປົວພະຍາດ (ໃບ)
  • ໃຊ້​ດອກ​ປະສົມ​ກັບ​ຢາ​ສຸນ​ພະ​ຍາ​ມື​ເຫຼັກ ນຳ​ມາ​ຫັ່ນ​ແລ້ວ​ສູບ​ເປັນ​ຢາ​ຊ່ວຍ​ກັດ​ເສມ​ຫະ​ໃນ​ລຳ​ຄໍ (ດອກ)
  • ເມັດ​ໃຊ້​ເປັນ​ຢາ​ແກ້​ກະ​ຫາຍ​ນ້ຳ (ເມັດ)
  • ນ້ຳ​ຢາ​ສີ​ຂຽວ​ທີ່ສະ​ກັດ​ໄດ້​ຈາກ​ຍອດ​ອ່ອນ​ດ້ວຍ​ແອວ​ກໍ​ຮ​ໍ ມີ​ສັບພະຄຸນ​ເປັນ​ຢາ​ແກ້​ພະຍາດທ້ອງ​ບິດ ແກ້​ປວດ​ທ້ອງ ແລະ​ພະຍາດ​ຖອກທ້ອງ (ຢອດ​ອ່ອນ) ສ່ວນ​ເມັດ​ກໍ​ມີ​ສັບພະຄຸນ​ເປັນ​ຢາ​ແກ້​ບິດ​ເຊັ່ນ​ດຽວ​ກັບ​ຍອດ (ເມັດ)
  • ເມັດ​ມີ​ສັບພະຄຸນ​ເປັນ​ຢາ​ແກ້ຖອກ​ທ້ອງ ໃຊ້​ເປັນ​ຢາ​ແກ້​ຖອກທ້ອງ​ໃນ​ຄົນ​ສູງ​ອາ​ຍຸ​ໄດ້​ດີ ໂດຍການ​ໃຊ້​ເມັດ​ຊຶ່ງ​ມີ​ນ້ຳ​ມັນ 30% ໃຫ້​ໃຊ້​ຮ່ວມ​ກັບ​ຕົວ​ຢາ​ອື່ນ ໆ ໃນ​ຕຳ​ຮັບ​ຢາ (ເມັດ)
  • ຢາ​ພື້ນ​ບ້ານ​ ​ຈະ​ໃຊ້​ເມັດ​ກັນ​ຊາ​ຈຳນວນ 3 ເມັດ ນຳ​ມາ​ປະສົມ​ກັບ​ພິກ​ໄທ 3 ຫນ່ວຍ ບົດ​ໃຫ້ເປັນ​ຜົງ ໃຊ້​ປະສົມ​ກັບ​ນ້ຳ​ກິນ​ທຸກ​ຄືນ​ເປັນ​ຢາ​ຄຸມ​ກຳ​ເນີດ​ສຳລັບ​ສະຕີ (ເມັດ)
  • ຊ່ວຍ​ແກ້​ປະຈຳ​ເດືອນ​ບໍ່​ປົກກະຕິ​ຂອງ​ສະຕີ (ທັງ​ຕົ້ນ)
  • ທັງ​ຕົ້ນ​ໃຊ້​ພາຍນອກ​ເປັນ​ຢາ​ແກ້​ພະຍາດ​ຜິວ​ໜັງ​ກາກ​ ຂີ້ກ້ຽນ (ທັງ​ຕົ້ນ)
  • ໃຊ້​ເປັນ​ຢາ​ແກ້​ກ້າມ​ຊີ້ນ​ກະ​ຕຸກ (ທັ້ງ​ຕົ້ນ)
  • ຊ່ວຍ​ລຸດ​ອາການ​ເຈັບ​ປວດ​ຈາກ​ພະຍາດ​ໄຂ​ຂໍ້​ອັກ​ເສບ
  • ນອກ​ຈາກ​ສັບພະຄຸນ​ທີ່​ກ່າວ ໃນ​ທາງ​ການ​ແພດ​ຍັງ​ໃຊ້​ປະໂຫຍດ​ຈາກ​ກັນ​ຊາ​ໃນ​ການ​ປິ່ນປົວພະຍາດ​ ແລະ​ ບັນ​ເທົາ​ອາການ​ຢ່າງ​ຫຼາກ​ຫຼາຍ ເຊັ່ນ ໃຊ້​ແກ້​ປວດ​ຫົວ​ໄມ​ເກນ ແກ້​ອາການ​ສັ່ນ​ເພີ້ ແກ້​ອາການ​ໄອ ອ່ອນ​ລ້າ ປວດ​ປະຈຳ​ເດືອນ​ຂອງ​ສະຕີ ພະຍາດ​ຂໍ້ ຫລື​ ກະ​ທັ່ງ​ພະຍາດ​ມະ​ເຣັງ​ບາງ​ຊະນິດ

ຂະໜາດ​ແລະ​ວິທີ​ໃຊ້ : ໃຊ້​ຕົ້ມ​ຮັບປະທານ ໂດຍ​ຕົ້ນ​ແຫ້ງ​ໃຫ້​ໃຊ້​ເທື່ອ​ລະ 10-20 ກຣາມ ຫລື​ໃຊ້​ຮ່ວມ​ກັບ​ຕົວ​ຢາ​ອື່ນ ໆ ໃນ​ຕຳ​ຮັບ​ຢາ ສ່ວນ​ເມັດ​ໃຫ້​ໃຊ້​ເທື່ອ​ລະ 10-15 ກຣາມ

ສັບ​ພະຄຸນ​ຂອງ​ກັນ​ຊາ ຢາດີທີ່ຕ້ອງຮູ້


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ