google-site-verification: google0d91bc93cfc88895.html ປະຫວັດ​ຄວາມ​ເປັນ​ມາ​ຂອງ​ກັນ​ຊາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, November 13, 2021

ປະຫວັດ​ຄວາມ​ເປັນ​ມາ​ຂອງ​ກັນ​ຊາ

ກັນຊາ ປະຫວັດກັນຊາ ຄວາມເປັນມາຂອງກັນຊາ


ປະຫວັດ​ຄວາມ​ເປັນ​ມາ​ຂອງ​ກັນ​ຊາ

ຈາກ​ຂໍ້​ມູນ​ທາງ​ປະຫວັດສາດ ພ​ົບວ່າ ມີ​ການ​ປຸກ​ກັນຊາ​ໃນ​ປະເທດ​ຈີນ​ມາ​ດົນ ​ຕັ້ງ​ແຕ່​ປະ​ມານ 3 ທົດສະ​ວັດ​ກ່ອນ​ຄຣິ​ດຕາສັກກະຣາດ ສ່ວນ​ປະ​ຫວ​ັດ​ການ​ໃຊ້​ກັນ​ຊາ​ນັ້ນ​ພ​ົບວ່າ ມີ​ປາກົດ​ຢູ່ໃນ​ຫຼັກ​ຖານ​ຂອງ​ຊາວ​ອັນ​ຊີ​ຣຽນ ກຣີກ​ແລະ​ໂຣ​ມັນ​ໃນ​ລະຫວ່າງ​ຄຣິດ​ຕະສັດຕະວັດ​ທີ່ 2 ໄດ້​ປາກົດ​ຫຼັກ​ຖານ​ວ່າ​ມີ​ການ​ນຳ​ເອົາ​ເມັດ​ກັນ​ຊາ​ມາ​ລ້ຽງ​ແຂກ ຈົນ​ເປັນ​ທຳນຽມ​ປະເພນີ ​ເພື່ອ​ໃຫ້​ກຽດ​ແກ່​ຜູ້​ມາ​ຢ້ຽມ​ເຢືອນ (Galen of Pergamos, died about A.D. 200 ) ແຕ່​ໄລຍະ​ນັ້ນ ​ບໍ່​ໄດ້​ມີ​ກັນ​ຊາ​ໄວ້​ສຳລັບ​ເສບ​ເພື່ອ​ຄວາມ​ມຶນ​ເມົາ ສ່ວນ​ຊາວ​ໄຊ​ເທຍ (Scythians) ໃຊ້​ແກ່ນ​ກັນ​ຊາ​ເຜົາ​ເທິງ​ກ້ອນ​ຫິນ​ຊຶ່ງ​ຖືກກອງ​ໄຟ​ເຮັດໃຫ້​ຮ້ອນ​ ໃຫ້​ເຜົາ​ໄໝ້​ເປັນ​ຄວັນ​ອົບ​ຮ່າງ​ການ​ແທນ​ການ​ອາບ​ນ້ຳ ແຕ່​ບໍ່​ວ່າ​ກໍລະນີ​ໃດ​ໆ ຊາວ​ກຣີກ​ແລະ​ໂຣ​ມັນ​ບູຮານ ​ບໍ່​ໄດ້​ໃຊ້​ກັນຊາ​ໄວ້​ເສບ​ເພື່ອ​ຄວາມ​ມຶນ​ເມົາ ແຕ່​ຫຼັກ​ຖານ​ສະແດງ​ວ່າ​ມີ​ການ​ປຸກ​ກັນ​ຊາ​ມາ​ກ່ອນ​ໃນ​ສະໄໝ​ນັ້ນ​ແລ້ວ

 

ຈວບ​ຈົນກະທັ້ງ​ຕອນ​ຕົ້ນ​ຄຣິດ​ຕະສັດຕະວັດ​ທີ່ 19 ພົ​ບວ່າ​ມີ​ການ​ໃຊ້​ກັນ​ຊາ​ກັນ​ຢ່າງ​ກວ້າງ​ຂວາງ ແພ່​ຫຼາຍ​ໃນ​ກລຸ່ມ​ຊາວ​ອິນ​ເດຍ ອີ​ຢິ​ບ ອາຟຣິກາ​ເໜືອ​ ແລະ​ ກຸ່ມ​ປະເທດ​ຕະເວັນ​ອອກ ໂດຍ​ສະເພາະ​ຢ່າງ​ຢິ່ງ​ຊາວ​ມຸດສະ​ລິມ ພົ​ບວ່າ​ມີ​ການ​ເສບ​ກັນຊາ​ເພື່ອ​ໃຫ້​ເກີດ​ຄວາມ​ມຶນ​ເມົາ​ກັນ​ຫລາຍ ແລະ​ມີ​ການ​ສັງເກດ​ພ​ົບວ່າ ລິດ​ຂອງ​ກັນ​ຊາ​ທີ່​ນຳ​ມາ​ໃຊ້​ນັ້ນ​ແຕກ​ຕ່າງ​ກັນ​ໄປ​ຕາມ​ວັດ​ຖຸ​ປະສົງ​ຂອງ​ການ​ເສບ ສ່ວນ​ໃນ​ຄາບ​ທະເລ​ອິນ​ໂດ​ຈີນ​ນັ້ນ ພ​ົບວ່າ ມີ​ການ​ປຸກ​ກັນ​ຊາ​ກັນ​ມາ​ຕັ້ງ​ແຕ່​ຄຣິດຕະສັດຕະ​ທີ່ 19 ເຊັ່ນ​ດຽວ​ກັນ ສຳລັບ​ປະເທດ​ຕ່າງ​ໆ ໃນ​ທະວີ​ອາຟຣິກາ ເອ​ເຊຍ​ຕະເວັນ​ອອກ​ສຽງ​ໃຕ້ ແລະ ​ອີກ​ຫຼາຍ​ປະເທດ​ໃນ​ທະວີ​ອາ​ເມ​ຣິ​ກາ​ໃຕ້​ ທັງຫມົດ​ທັງ​ສ​ະຫະຣັດ​ອ​ເມ​ຣິ​ກາ ຕະຫລອດ​ຈົນ​ປະເທດ​ຕ່າງ​ໆ​ໃນ​ຕະເວັນ​ອອກ​ກາງ​ພ​ົບວ່າ​ມີ​ການ​ເສບ​ກັນ​ຊາ​ກັນ​ຢ່າງ​ກວ້າງ​ຂວາງ​ ແລະ​ ຈາກ​ການ​ລາຍ​ງານ​ຂອງ​ອົ​ງ​ການສະຫະປະ​ຊາ​ຊາດ ປີ 2505 ລະ​ບຸ​ວ່າ 10 ປະເທດ​ເຊັ່ນ ອິນ​ເດຍ​ ແລະ ​ປາ​ກີ​ສະຖານ​ໃຊ້​ກັນ​ຊາ​ເພື່ອ​ການ​ແພດ ລວມຍອດ​ໄດ້​ປີ​ລະ 299 ກິ​ໂລກ​ຣັມ



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ