google-site-verification: google0d91bc93cfc88895.html ຫຍ້າຍຸບ Sensitive plant - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, November 25, 2021

ຫຍ້າຍຸບ Sensitive plant

ຫຍ້າຍຸບ  ຫຍ້າຍຸບ ຊື່​ສາ​ມັນ Sensitive plant, Sleeping grass, Shameplant     ຫຍ້າຍຸບ ຊື່​ວິທະຍາ​ສາດ Mimosa pudica L. (ຊື່​ພ້ອງ​ວິທະຍາ​ສາດ Mimosa hispidula Kunth, Mimosa pudica var. pudica) ຈັດ​ຢູ່ໃນ​ວົງ​ຖົ່ວ (FABACEAE ຫລື LEGUMINOSAE) ແລະ​ ຢູ່ໃນ​ວົງ​ຍ່ອຍ​ສີ​ສຽດ (MIMOSOIDEAE ຫລື MIMOSACEAE)     ຫຍ້າຍຸບ ມີ​ຊື່​ທ້ອງ​ຖິ່ນ​ອື່ນໆ ວ່າ ກະ​ທືບ​ຍອດ ໜາມ​ຫຍ້າ​ຣາບ, ຫງັບ​ພະ​ມາຍ, ກ້ານ​ຂອງ, ຣະ​ງັບ, ຫຍ້າ​ປັນ​ຍອດ ຫຍ້າ​ຈິນ​ອົບ, ກະ​ຫງັບ ດ້ານ​ຂອງ​ຫງັບ​ພະ​ພາຍ, ຫຍ້າ​ປັນ​ຍອບ ກະ​ເສດ​ໂຄກ ຫຍ້າ​ງັບ ຕ້ອງຍຸບ ແຕະຍຸບ ຫຍ້າຍຸບ ເປັນ​ຕົ້ນ


ຫຍ້າຍຸບ

ຫຍ້າຍຸບ ຊື່​ສາ​ມັນ Sensitive plant, Sleeping grass, Shameplant

 

ຫຍ້າຍຸບ ຊື່​ວິທະຍາ​ສາດ Mimosa pudicaL. (ຊື່​ພ້ອງ​ວິທະຍາ​ສາດ Mimosa hispidula Kunth, Mimosa pudica var. pudica) ຈັດ​ຢູ່ໃນ​ວົງ​ຖົ່ວ (FABACEAE ຫລື LEGUMINOSAE) ແລະ​ ຢູ່ໃນ​ວົງ​ຍ່ອຍ​ສີ​ສຽດ (MIMOSOIDEAE ຫລື MIMOSACEAE)

 

ຫຍ້າຍຸບ ມີ​ຊື່​ທ້ອງ​ຖິ່ນ​ອື່ນໆ ວ່າ ກະ​ທືບ​ຍອດ ໜາມ​ຫຍ້າ​ຣາບ, ຫງັບ​ພະ​ມາຍ, ກ້ານ​ຂອງ, ຣະ​ງັບ, ຫຍ້າ​ປັນ​ຍອດ ຫຍ້າ​ຈິນ​ອົບ, ກະ​ຫງັບ ດ້ານ​ຂອງ​ຫງັບ​ພະ​ພາຍ, ຫຍ້າ​ປັນ​ຍອບ ກະ​ເສດ​ໂຄກ ຫຍ້າ​ງັບ ຕ້ອງຍຸບ ແຕະຍຸບ ຫຍ້າຍຸບ ເປັນ​ຕົ້ນ

 

ລັກສະນະ​ຂອງ​ຫຍ້າຍຸບ

ຕົ້ນ​ຫຍ້າຍຸບ ມີ​ຖິ່ນ​ກຳ​ເນີດ​ໃນ​ແຖບ ​ອາ​ເມ​ຣິ​ກາ​ໃຕ້ ຊຶ່ງ​ປະເທດ​ເຮົາ​ໄດ້​ມີ​ການ​ແພ່ຂະຫຍາຍມາຈາກ ປະເທດເພື່ອບ້ານ ແລະແພ່ຂະຫຍາຍຢ່າງກວ້າວຂວາງໃນປະຈຸບັນ ໂດຍ​ຈັດ​ເປັນ​ໄມ້​ລົ້ມ​ລຸກ​ອາຍຸ​ຫຼາຍ​ປີ ມັກ​ແຜ່​ທອດ​ເລື້ອຍ​ຕາມ​ພື້ນ​ດິນ ບາງເທື່ອ​ຈະ​ສູງ​ເຖິງ 1 ແມັດ ຕົ້ນ​ມີ​ນ້ຳ​ຕານ​ແດງ ມີ​ຂະໜາດ​ນ້ອຍ ແລະ​ມີ ​ຂົນ​ຫຍາບໆ ປົກ​ຄຸມ​ທີ່​ລຳ​ຕົ້ນ ແກນ​ກ້ານ​ໃບ ທ້ອງ​ໃບ ທັງຫມົດ​ໄປ​ເຖິງ​ຊໍ່​ດອກ ແລະ ​ຂະຫຍາຍ​ພັນ​ດ້ວຍ​ວິທີ​ການ​ກ້າແກ່ນ

ໃບ​ຫຍ້າຍຸບ ຈັດ​ເປັນ​ໃບ​ປະກອບ​ແບບ​ຂົນ​ນົກ 2 ຊັ້ນ ແກນກາງ​ທັງຫມົດ​ກັບ​ກ້ານ​ໃບ ມີ​ຄວາມ​ຍາວ​ປະ​ມານ 2.5-5 ເຊັນ​ຕິ​ແມັດ ສ່ວນ​ໃບ​ຍ່ອຍ​ມີ 1-2 ໃບ ມີ​ຄວາມຍາວ​ປະ​ມານ 1.5-7 ເຊັນ​ຕິ​ແມັດ ໂດຍ​ໃບ​ຍ່ອຍ​ຈະ​ມີ​ຢູ່​ປະ​ມານ 12-25 ຄູ່ ລັກສະນະ​ຄ້າຍ​ຮູບ​ຂອບ​ຂ​ະຫນານ ຍາວ​ປະ​ມານ 0.5-1 ເຊນ​ຕິ​ແມັດ

ຫຍ້າຍຸບ  ຫຍ້າຍຸບ ຊື່​ສາ​ມັນ Sensitive plant, Sleeping grass, Shameplant     ຫຍ້າຍຸບ ຊື່​ວິທະຍາ​ສາດ Mimosa pudica L. (ຊື່​ພ້ອງ​ວິທະຍາ​ສາດ Mimosa hispidula Kunth, Mimosa pudica var. pudica) ຈັດ​ຢູ່ໃນ​ວົງ​ຖົ່ວ (FABACEAE ຫລື LEGUMINOSAE) ແລະ​ ຢູ່ໃນ​ວົງ​ຍ່ອຍ​ສີ​ສຽດ (MIMOSOIDEAE ຫລື MIMOSACEAE)     ຫຍ້າຍຸບ ມີ​ຊື່​ທ້ອງ​ຖິ່ນ​ອື່ນໆ ວ່າ ກະ​ທືບ​ຍອດ ໜາມ​ຫຍ້າ​ຣາບ, ຫງັບ​ພະ​ມາຍ, ກ້ານ​ຂອງ, ຣະ​ງັບ, ຫຍ້າ​ປັນ​ຍອດ ຫຍ້າ​ຈິນ​ອົບ, ກະ​ຫງັບ ດ້ານ​ຂອງ​ຫງັບ​ພະ​ພາຍ, ຫຍ້າ​ປັນ​ຍອບ ກະ​ເສດ​ໂຄກ ຫຍ້າ​ງັບ ຕ້ອງຍຸບ ແຕະຍຸບ ຫຍ້າຍຸບ ເປັນ​ຕົ້ນ

ດອກ​ຫຍ້າຍຸບ ອອກ​ດອກ​ເປັນ​ຊໍ່​ກົມ​ສີ​ຊົມ​ພູ ເປັນ​ດອກ​ດ່ຽວ ​ຫລື​ ດອກ​ຄູ່ ອອກ​ທີ່​ບໍລິເວນ​ຊອກ​ໃບ ກ້ານ​ດອກ​ມີ​ຄວາມຍາວ​ປະ​ມານ 2.5-4 ເຊັນ​ຕິ​ແມັດ ດອກ​ມີ​ຈຳນວນ​ຫລາຍ ຂາດ​ກ້ານ ມີກີບ​ລ້ຽງ​ຂະໜາດ​ນ້ອຍ​ຫລາຍ ປະ​ມານ 0.1 ມິນ​ລິ​ແມັດ ກີບ​ດອກ​ຈະ​ຄ້າຍ​ກັບຮູບລະ​ຄັງ​ແຄບ ມີ​ຄວາມ​ຍາວ​ປະ​ມານ 2 ມິນ​ລິ​ແມັດ ກີບ​ດອກ​ຈະ​ມົນ​ກົມ ມີ​ຄວາມຍາວ​ປະ​ມານ 0.5-0.8 ມິນ​ລິ​ແມັດ ມີ​ເກ​ສອນ​​ຜູ້​ຢູ່ 4 ອັນ ແລະ​ ມີ​ຮວຍໄຂ່​ຍາວ​ປະ​ມານ 0.5 ມິນ​ລິກ​ຣັມ

ຜົນ​ຫຍ້າຍຸບ ມີ​ລັກສະນະ​ເປັນ​ຝັກ​ແຫ້ງ ແປ ຍາວ​ຣຽວ ຝັກ​ມີ​ຫຼາຍ​ຝັກ​ໃນ​ແຕ່​ລະ​ຊໍ່​ດອກ ລັກສະນະ​ເປັນ​ຮູບ​ຂອບ​ຂະຫນານ ແລະ​ ຍາວ​ປະ​ມານ 1.5-1.8 ເຊັນ​ຕິ​ແມັດ ມີ​ຂົນ​ແຂງ​ປົກ​ຄຸມ​ຕາມ​ສັນ​ຂອບ​ຜົນ ສ່ວນ​ແກ່ນ​ມີ​ສີ​ນ້ຳ​ຕານ​ອ່ອນ ແກ່ນແປ​ເປັນ​ສັນ​ນູນ​ສູນກາງ ໜຶ່ງ​ຫນ່ວຍ​ມີແກ່ນ​ປະ​ມານ 2-5 ເມັດ ຫມາກ​ຫັກ​ຕາມ​ຮອຍ​ກິວ

ຫຍ້າຍຸບ ເປັນ​ພືດ​ລົ້ມ​ລຸກ​ທີ່​ມີ​ລັກສະນະ​ພິເສດ ຄື ຫາກ​ໄດ້ຮັບ​ແຮງ​ສັ່ນ​ສະ​ເທືອນ ກ້ານ ​ແລະ​ ໃບ​ຫຍ້າ​ຍຸບ​ຈະ​ຕອບສະຫນອງ​ດ້ວຍ​ການ​ຫຸບ​ຕົວ​ລົງ​ຢ່າງ​ວ່ອງໄວ ແລະ ຍັງ​ເປັນ​ພືດ​ທີ່​ຈັດ​ຢູ່ໃນ​ຕະກູນ​ ແລະ​ ມີ​ຄຸນສົມບັດ​ໃກ້​ຄຽງ​ກັບ​ຜັກ​ກະ​ເສດ

ຫຍ້າຍຸບ  ຫຍ້າຍຸບ ຊື່​ສາ​ມັນ Sensitive plant, Sleeping grass, Shameplant     ຫຍ້າຍຸບ ຊື່​ວິທະຍາ​ສາດ Mimosa pudica L. (ຊື່​ພ້ອງ​ວິທະຍາ​ສາດ Mimosa hispidula Kunth, Mimosa pudica var. pudica) ຈັດ​ຢູ່ໃນ​ວົງ​ຖົ່ວ (FABACEAE ຫລື LEGUMINOSAE) ແລະ​ ຢູ່ໃນ​ວົງ​ຍ່ອຍ​ສີ​ສຽດ (MIMOSOIDEAE ຫລື MIMOSACEAE)     ຫຍ້າຍຸບ ມີ​ຊື່​ທ້ອງ​ຖິ່ນ​ອື່ນໆ ວ່າ ກະ​ທືບ​ຍອດ ໜາມ​ຫຍ້າ​ຣາບ, ຫງັບ​ພະ​ມາຍ, ກ້ານ​ຂອງ, ຣະ​ງັບ, ຫຍ້າ​ປັນ​ຍອດ ຫຍ້າ​ຈິນ​ອົບ, ກະ​ຫງັບ ດ້ານ​ຂອງ​ຫງັບ​ພະ​ພາຍ, ຫຍ້າ​ປັນ​ຍອບ ກະ​ເສດ​ໂຄກ ຫຍ້າ​ງັບ ຕ້ອງຍຸບ ແຕະຍຸບ ຫຍ້າຍຸບ ເປັນ​ຕົ້ນ

ສະ​ມຸນ​ໄພ​ຫຍ້າຍຸບ ໃນ​ປະຈຸບັນ​ໄດ້​ມີ​ການ​ນຳ​ໄປ​ສຶກ​ສາ​ວິ​ໄຈ ​ເພື່ອ​ພັດທະນາ​ຕໍ່ຍ​ອດ​ນຳ​ມາ​ໃຊ້​ເປັນ​ຢາ​ປິ່ນປົວພະຍາດ​ເບົາ​ຫວານ ໂດຍ​ຈາກ​ງານ​ວິ​ໄຈ​ນີ້​ເອງ ​ຫຍ້າ​ຍຸບ​ເປັນ​ຕົວ​ຕອກ​ຢ້ຳ​ພູ​ມິ​ປັນຍາ​ ແພດ​ຢາພື້ນເມືອງ​ໃນສັບພະຄຸນ​ຂອງ​ຫຍ້າຍຸບ ແລະ ຍັງ​ໄດ້​ມີ​ການ​ຢືນຢັນ​ແລ້ວ​ວ່າ​ການ​ດື່ມ​ຊາ ສະຫ​ມຸນ​ໄພ​​ນີ້​ຕ່າງ​ນ້ຳ​ທຸກ​ມື້​ ຫຍ້າ​ຍຸບ​ບໍ່​ມີ​ຜົນ​ຂ້າງ​ຄຽງ​ ຫລື​ ພິດ​ໃດໆ ເລີຍ ແມ່ນ​ກະ​ທັ່ງ​ໃນ​ສັດ​ທົດລອງ ​ຫຍ້າ​ຍຸບ​ບໍ່​ພົບ​ເຖິງ​ອາການ​ຜິດ​ປົກກະຕິ​ແຕ່​ຢ່າງ​ໃດ ນອກ​ຈາກ​ນີ້ຫຍ້າຍຸບ ​ຍັງມີ​ສັບພະຄຸນ​ອື່ນໆ ອີກ​ຫລວງ​ຫລາຍ ໂດຍ​ສ່ວນ​ທີ່​ນຳ​ມາ​ໃຊ້​ຫຍ້າ​ຍຸບ​ໄດ້​ແກ່ຕົ້ນ ຮາກ ໃບ ແລະ​ ທຸກ​ສ່ວນ​ຂອງ​ຕົ້ນ (ຮາກ ລຳ​ຕົ້ນ ໃບ ດອກ ຫມາກ)

 

ສັບ​ພະຄຸນຂອງຫຍ້າຍຸບ

  • ຊ່ວຍ​ບຳ​ລຸງ​ຮ່າງກາຍ (ທັງ​ຕົ້ນ)
  • ຕົ້ນ​ແຫ້ງ​ນຳ​ມາ​ຕົ້ມ​ກັບ​ນ້ຳ​ກິນ​ຊ່ວຍ​ແກ້​ອາການ​ອ່ອນ​ເພຍ​ໄດ້ (ຕົ້ນ)
  • ຫຍ້າຍຸບ ​ທັງ​ຕົ້ນ​ນຳ​ມາ​ສັບ​ເປັນ​ຊິ້ນ​ນ້ອຍ ໆ ແລ້ວ​ນຳ​ມາ​ຕາກ​ຈົນ​ແຫ້ງ​ສະນິດ ​ແລະ​ ນຳ​ມາ​ຕົ້ມ​ກິນ​ຕ່າງ​ນ້ຳ ສາມາດ​ຊ່ວຍ​ປິ່ນປົວພະຍາດ​ກະ​ໃສ​ໄດ້ (ໂລກກະໃສ ຄື ພະຍາດ​ສັງ​ຂານ​ເສື່ອມ ຊູບ​ຊີດ ຈ່ອຍ​ແຫ້ງ​ແຮງ​ນ້ອຍ ເບື່ອ​ອາຫານ​ງ່າຍ ມີ​ອາການ​ເຈັບ​ປວດ​ເມື່ອຍ​ຕາມ​ຕົນໂຕ ເລືອດ​ຈາງ) (ທັງ​ຕົ້ນ)
  • ຊ່ວຍ​ແກ້​ເບົາ​ຫວານ ລຸດ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ ເພາະ​ສາ​ນສະກັດ​ນ້ຳ​ຈາກ​ຕົ້ນ ​ແລະ ​ຮາກ​ຂອງ​ຫຍ້າຍຸບ ​ຂະໜາດ 20 ມິນ​ລິກ​ຣັມ ​ຕໍ່​ນ້ຳ​ໜັກ​ 1 ກິ​ໂລກ​ຣັມ​ ສາມາດ​ອອກ​ລິດ​ຊ່ວຍຫ​ລຸດ​ລະ​ດັບ​ນ້ຳ​ຕານ​ໄດ້​ທຽບ​ເທົ່າ​ກັບ​ການ​ໃຊ້​ຢາ​ມາດຕະຖານ​ໂທລ​ບູ​ຕາ​ໄມ​ດ​໌ (Tolbutamide) ຂະໜາດ 100 ມກ./ກກ. ນ້ຳ​ໜັກ​ຕົວ ໂດຍ​ຈະ​ອອກ​ລິດ​ໄດ້​ຢ່າງ​ຕໍ່​ເນື່ອງ​ດົນ​ເຖິງ 5 ຊົ່ວ​ໂມງ
  • ທຸກ​ສ່ວນ​ຂອງ​ຕົ້ນ​ນຳ​ມາ​ຫັ່ນ​ແລ້ວ​ຄົ່ວ​ໂດຍ​ໃຊ້​ໄຟ​ອ່ອນໆ ຈະ​ມີກິ່ນ​ຫອມ ສາມາດ​ນຳ​ໄປ​ຊົງ​ດື່ມ​ແທນ​ຊາ ຊ່ວຍຫ​ລຸດ​ລະ​ດັບ​ຄໍ​ເລດ​ເຕີ​ຣອນ​ໄດ້ (ທັງ​ຕົ້ນ)
  • ຊ່ວຍ​ຂັບ​ເລືອດ (ຕົ້ນ)
  • ຊ່ວຍ​ແກ້​ເດັກ​ເປັນ​ຕານ​ລັກ (ທັງ​ຕົ້ນ)
  • ຊ່ວຍ​ແກ້​ຕານ​ຊ້າງ​ໃນ​ເດັກ​ນ້ອຍ (ທັງ​ຕົ້ນ)
  • ຊ່ວຍ​ໃນ​ການ​ລະ​ງັບ​ປະສາດ (ຮາກ)
  • ຊ່ວຍ​ແກ້​ອາການ​ປວດ​ຫົວ (ທັງ​ຕົ້ນ)
  • ຊ່ວຍ​ແກ້​ອາການ​ນອນ​ບໍ່​ຫຼັບ (ທັງ​ຕົ້ນ)
  • ຊ່ວຍ​ເຮັດໃຫ້​ສະຫງົບ​ປະສາດ (ທັງ​ຕົ້ນ)
  • ຊ່ວຍ​ເຮັດໃຫ້​ຕາ​ສະຫວ່າງ (ຮາກ)
  • ຊ່ວຍ​ແກ້​ອາການ​ຕາບ​ວມ ຕາ​ເຈັບ (ທັງ​ຕົ້ນ)
  • ຊ່ວຍ​ແກ້​ໄຂ້​ອອກ​ຫັດ (ທັງ​ຕົ້ນ)
  • ຊ່ວຍ​ແກ້​ອາການ​ໄອ (ຮາກ)
  • ຊ່ວຍ​ຂັບ​ເສມ​ຫະ (ຮາກ)
  • ຊ່ວຍ​ແກ້​ຫລອດລົມ​ອັກ​ເສບ​ຊຳເຮື້ອ (ຮາກ)
  • ຊ່ວຍ​ບຳ​ລຸງ​ກະເພາະ​ອາຫານ (ຮາກ)
  • ຊ່ວຍ​ແກ້​ອາການ​ບິດ ທ້ອງ​ຣ່ວງ (ຮາກ)
  • ຊ່ວຍ​ແກ້​ກະເພາະ​ອາຫານ​ອັກ​ເສບ (ທັງ​ຕົ້ນ)
  • ຊ່ວຍ​ແກ້​ລຳ​ໄສ້​ອັກ​ເສບ (ທັງ​ຕົ້ນ)
  • ຊ່ວຍ​ແກ້​ບັນຫາ​ລະບົບ​ຍ່ອຍ​ອາຫານ​ຂອງ​ເດັກ​ບໍ່​ດີ​ໄດ້ (ຮາກ)
  • ຊ່ວຍ​ແກ້​ທາງເດີນ​ຍ່ຽວ​ອັກ​ເສບ (ຕົ້ນ, ທັງ​ຕົ້ນ)
  • ຊ່ວຍ​ຂັບ​ຍ່ຽວ (ຕົ້ນ, ຮາກ, ທັງ​ຕົ້ນ)
  • ຊ່ວຍ​ແກ້​ນິ່ວ ຂັບ​ນິ່ວ (ທັງ​ຕົ້ນ)
  • ຊ່ວຍ​ແກ້​ຣິດ​ສີດ​ວງ​ທະວານ (ຮາກ)
  • ຊ່ວຍ​ແກ້​ໄສ້​ເລື່ອນ ດ້ວຍ​ການ​ນຳ​ທຸກ​ສ່ວນ​ຂອງ​ຕົ້ນ​ມາ​ຕົ້ມ​ກິນ (ທັງ​ຕົ້ນ)
  • ຊ່ວຍ​ແກ້ອາການລົງ​ຂາວ (ຕົ້ນ, ທັງ​ຕົ້ນ)
  • ຊ່ວຍ​ປິ່ນປົວພະຍາດ​ປວດ​ເວລາ​ມີ​ປະຈຳ​ເດືອນ (ຮາກ)
  • ຊ່ວຍ​ແກ້​ຫມາກໄຂ່ຫລັງ​ພິ​ການ (ຕົ້ນ, ທັງ​ຕົ້ນ)
  • ຊ່ວຍ​ແກ້​ເຣີມ (ໃບ)
  • ຊ່ວຍ​ແກ້​ອາການ​ງູດ​ວັດ (ໃບ)
  • ຊ່ວຍ​ແກ້​ໄຟ​ລາມ​ທຸ່ງ (ໃບ)
  • ຊ່ວຍ​ປິ່ນປົວພະຍາດ​ພຸ​ພອງ (ໃບ)
  • ຊ່ວຍ​ ຮັກສາ​ແຜ​ຊຳເຮື້ອ​ຕ່າງ ໆ (ໃບ)
  • ຊ່ວຍ​ແກ້​ອາການ​ຜື່ນ​ຄັນ​ຕາມ​ຕົນໂຕ (ທັງ​ຕົ້ນ)
  • ຊ່ວຍ​ແກ້​ແຜ ​ຝີ (ທັງ​ຕົ້ນ)
  • ຊ່ວຍ​ຮັກສາ​ແຜ ​ຝີ​ ໜອງ (ໃບ)
  • ຊ່ວຍ​ແກ້​ອາການ​ປວດ​ຂໍ້​ໄດ້ (ທັງ​ຕົ້ນ)
  • ຊ່ວຍ​ແກ້​ອາການ​ບວມ​ຕາມ​ຊີ້ນ​ຕາມ​ຕົນໂຕ (ທັງ​ຕົ້ນ)
  • ຊ່ວຍ​ແກ້​ອາການ​ປວດ​ຫຼັງ​ປວດ​ແອວ ຫລື​ ຈະ​ນຳ​ມາ​ປະສົມ​ກັບ​ດອກ​ຄຳ​ຝອຍ ໃບ​ເຕຍ​ຫອມ ໃບ​ໝ່ອນ ທອງ​ພັນ​ຊັ່ງ ໂດຍ​ໃຊ້​ຫຍ້າຍຸບ ​ເປັນ​ຕົວ​ຢາ​ຫຼັກ​ໃນ​ການ​ຕົ້ມ​ດື່ມ​ ເພື່ອ​ສຸກຂະພາບ ​ແລະ ​ຊ່ວຍ​ແກ້​ອາການ​ປວດ​ຫຼັງ​ໄດ້ (ທັງ​ຕົ້ນ)
  • ໃບ​ຫຍ້າຍຸບ ​ນຳ​ມາ​ຕຳ​ພອກ​ຊ່ວຍ​ແກ້​ອາການ​ປວດ​ບວມ​ໄດ້ (ໃບ)
  • ຊ່ວຍ​ແກ້​ຫັດ (ທັງ​ຕົ້ນ)
  • ຊ່ວຍ​ຂັບ​ນ້ຳ​ນົມ (ທັງ​ຕົ້ນ)
  • ສານ​ບໍລິສຸດ​ສະ​ກັດ​ຈາກ​ຕົ້ນ​ຂອງຫຍ້າຍຸບ ສາມາດ​ນຳ​ມາ​ໃຊ້​ເຮັດ​ເປັນ​ເປັນຢາ ​ເຊັດ​ໜ້າ​ຫຼັງ​ອາບ​ນ້ຳ ເພື່ອ​ໃຊ້​ຂ້າ​ເຊື້ອ​ທີ່​ເປັນ​ສາ​ເຫດ​ຂອງ​ການ​ເກີດ​ສິວ​ ແລະ​ເຮັດ​ຄວາມ​ສະ​ອາດ​ຜິວ​ໜ້າ​ໄດ້​ອີກ​ດ້ວຍ (ສາ​ນສະກັດ​ຈາກ​ຕົ້ນ)

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ