google-site-verification: google0d91bc93cfc88895.html ລັກສະນະ​ຂອງ​ກັນ​ຊາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, November 13, 2021

ລັກສະນະ​ຂອງ​ກັນ​ຊາ

ລັກສະນະຂອງກັນຊາ


ກັນຊາ

ກັນຊາ ຊື່​ສາ​ມັນ: Cannabis, Hemp, Indian Hemp, Marihuana, Marijuana, Dope, Gage, Ganja, Grass, Hash, Hashish, Kuf, Mary jane, Pot, Sens, Sess, Skunk, Smoke, Reefer, Weed[1],[4],[7]

ກັນ​ຊາ ຊື່​ວິທະຍາ​ສາດ: Cannabis sativa L. (ຊື່​ພ້ອງ​ວິທະຍາ​ສາດ Cannabis sativa subsp. indica (Lam.) E.Small & Cronquist, Cannabis indica Lam.) ຈັດ​ຢູ່ໃນ​ວົງ​ກັນ​ຊາ (CANNABACEAE)[1]

ສະ​ມຸນ​ໄພ​ກັນ​ຊາ: ມີ​ຊື່​ເອີ້ນແບບ​ອື່ນ​ວ່າ ກັນ​ຊາ ກັນ​ຊາ​ຈີນ (ທົ່ວ​ໄປ), ປາງ (ງ້ຽວ), ຢານ​ໍ (ກະ​ຫຣ່ຽງ​) ຄຸນ​ເຊົ້າ ຄຸນ​ເຊົ້າ (ຈີນ), ຕ້າ​ໝາ (ຈີນ​ກາງ) ເປັນ​ຕົ້ນ

ລັກສະນະ​ຂອງ​ກັນ​ຊາ

ຕົ້ນ​ກັນຊາ ຈັດ​ເປັນ​ພັນ​ໄມ້​ລົ້ມ​ລຸກ​ລະດູ​ດຽວ ມີ​ຄວາມ​ສູງ​ໄດ້​ປະ​ມານ 1-3 ແມັດ ລຳ​ຕົ້ນ​ມີ​ຂະໜາດ​ນ້ອຍ ຕັ້ງ​ຊື່ ລັກສະນະ​ຂອງ​ລຳ​ຕົ້ນ​ເປັນ​ຫຼ່ຽມ ມີ​ຂົນ​ສີ​ຂຽວ​ອົມ​ເທົາ​ ແລະ​ ບໍ່​ຄ່ອຍ​ແຕກ​ສາ​ຂາ ຂະຫຍາຍ​ພັນ​ໂດຍ​ໃຊ້​ແກ່ນ ຂຶ້ນ​ໄດ້​ໃນ​ດິນ​ທຸກ​ຊະນິດ ຖ້າ​ປຸກ​ໃນ​ດິນ​ຣ່ວນ​ຊຸຍ ​ແລະ ​ມີ​ອາຫານ​ອຸດົມ​ສົມບູນ​ຈະ​ງອກ​ງາມ​ດີ​ຫລາຍ ພືດ​ຊະນິດ​ນີ້​ມີ​ຖິ່ນ​ກຳ​ເນີດ​ໃນ​ທະວີບ​ເອ​ເຊຍ ມີ​ເຂດ​ການ​ກະ​ຈາຍ​ພັນ​ໃນ​ອ​ັ​ຟ​ກາ​ນິ​ສະຖານ ທະວີບ​ແອ​ຟ​ຣິ​ກາ​ເຂດ​ຮ້ອນ ທະວີບ​ຢຸ​ໂຣບ ທະວີ​ບ​ເມ​ຣິ​ກາ​ເໜືອ​ແລະ​ໃຕ້ ແລະ​ຮາ​ວາຍ ພົບ​ປຸກ​ຫລາຍ​ໃນ​ຢຸ​ໂຣບ ປະເທດ​ບ​ຣາ​ຊິນ ອະ​ເມ​ຣິ​ກັນ​ແຖບ​ຕະເວັນ​ອອກ ແລະ​ປຸກ​ຫລາຍ​​ທາງ​ພາກ​ເໜືອ​ຂອງ​ປະເທດ​ໄທ ສ່ວນລາວເຮົາພົບປູກຫລາຍເຂດພູດອຍ, ພູສູງເປັນຕົ້ນແມ່ນຊົນເຜົ່າມົ້ງ ທີທຳການປູກ

ລັກສະນະຂອງກັນຊາ



ໃບ​ກັນຊາ: 

ໃບ​ເປັນ​ໃບ​ດ່ຽວ ຮູບ​ຮູບລັກສະນະຄືຝ່າ​ມື ອອກ​ຮຽງ​ກົງກັນຂ້າມ ລັກສະນະ​ຂອງ​ໃບ​ແຕກ​ອອກ​ເປັນ​ແສກ ໆ ປະ​ມານ 5-8 ແສກ ແຕ່​ລະ​ແສກ​ເປັນ​ຮູບ​ຍາວ​ຣີ ປາຍ​ແລະ​ໂຄນ​ສອບ ສ່ວນ​ຂອບ​ໃບ​ທຸກ​ແສກ​ເປັນ​ຫຍັກ​ແບບ​ແຂ້ວ​ເລື່ອຍ ມີ​ຂະໜາດ​ກວ້າງ​ປະ​ມານ 0.3-1.5 ເຊັນ​ຕິ​ແມັດ ແລະ​ຍາວ​ປະ​ມານ 6-10 ເຊັນ​ຕິ​ແມັດ ລັກສະນະ​ຂອງ​ໃບ​ໂດຍ​ທັງຫມົດ​ຈະ​ຄ້າຍ ໆ ກັບ​ໃບ​ໝາກ​ຫຸ່ງ ໃບມັນ​ຕົ້ນ ແລະ​ໃບ​ສົ້ມພໍດີ ຜິວ​ໃບ​ດ້ານ​ເທິງ​ເປັນ​ສີ​ຂຽວ​ເຂ້ັມ ສ່ວນ​ດ້ານ​ລຸ່ມ​ທ້ອງ​ໃບ​ມີ​ສີ​ເທົາ​ອ່ອນ​ນ້ອຍໆ ມີ​ຂົນ​ຕ່ອມ​ກະ​ຈາຍ​ທັ່ວ​ຜິວ​ໃບ​ດ້ານ​ເທິງ ສ່ວນ​ດ້ານ​ລຸມ​ມີ​ຂົນ​ອ່ອນ​ນາບ​ໄປ​ກັບ​ແຜ່ນ​ໃບ ກ້ານ​ໃບ​ຍາວ​ປະ​ມານ 4-15 ເຊັນ​ຕິ​ແມັດ ໃນ​ກ້ານ​ໜຶ່ງ​ຈະ​ມີ​ໃບ​ດ່ຽວ 3-11 ໃບ ມີກິ່ນ​ເໝັນ​ຂຽວ

ລັກສະນະຂອງກັນຊາ

ດອກ​ກັນ​ຊາ: 

ອອກ​ດອກ​ເປັນ​ຊໍ່​ທີ່​ງ່າມ​ໃບ ​ຫລື​ ປາຍ​ກິ່ງ ດອກ​ເປັນ​ສີ​ເຫຼືອງ​ ຫລື​ ສີ​ຂຽວ ດອກ​ເປັນ​ແບບ​ແຍກ​ເພດ ມີ​ທັງ​ດອກ​ຊໍ່​ເພດ​ຜູ້ ​ແລະ ​ດອກ​ຊໍ່​ເພດ​ແມ່ ດອກ​ເພດ​ຜູ້​ ແລະ ​ດອກ​ເພດ​ແມ່ ​ຈະ​ແຍກ​ກັນ​ຢູ່​ຄົນ​ລະ​ຕົ້ນ ໂດຍ​ຊໍ່​ດອກ ​ແລະ​ ໃບ​ຂອງ​ຕົ້ນ​ເພດ​ຜູ້​ ຈະ​ຈັດ​ຣຽງ​ຕົວ​ກັນ​ແບບ​ຫ່າງໆ (ພາບ​ແລກ) ຊຶ່ງ​ຕ່າງ​ຈາກ​ຕົ້ນ​ເພດ​ເມຍ​ທີ່​ຈະ​ລຽງ​ຊິດ​ກັນ ດອກ​ນ້ອຍ ແລະ​ ດອກ​ເພດ​ເມຍ ​ຈະ​ມີກ​ີບ​ລ້ຽງ​ຫຸ້ມ​ຢູ່ (ພາບ​ສອງ)

ລັກສະນະຂອງກັນຊາ
ກັນຊາດອກຜູ້

ລັກສະນະຂອງກັນຊາ
ກັນຊາເພດແມ່

ແກ່ນ​ກັນ​ຊາ

ຫມາກ​ແຫ້ງ​ຂະໜາດ​ນ້ອຍ ເມັດ​ລ່ອນ ບໍ່​ແຕກ ລັກສະນະ​ຂອງຫມາກ​ເປັນ​ຮູບ​ໄຂ່​ກວ້າງ ຜິວຫມາກ​ລຽບ​ເປັນ​ມັນ ສີ​ນ້ຳ​ຕານ​ແກມ​ເທົາ​ ຫລື ​ສີ​ເທົາ​ເຂ້ັມ ມີ​ໃບ​ປະ​ດັບ​ຫຸ້ມ ໃນ​ຫມາກຈະ​ມີ​ເມັດ​ຂະໜາດ​ນ້ອຍ ເມັດ​ມີ​ລັກສະນະ​ກົມ

ລັກສະນະຂອງກັນຊາ




1 comment:

  1. How do I make money? - WorkPowder
    How do I 바카라 사이트 make money? What does a good poker game mean? Poker games are played with 메리트 카지노 money or stakes in หารายได้เสริม their hands. When the pot is dealt, the game pays out

    ReplyDelete

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ