google-site-verification: google0d91bc93cfc88895.html ຈຸດປະສົງ ແລະ ເປົ້າຫມາຍຂອງໂຄງການ ຊົນ​ລະ​ປະ​ທານ Objectives and goals of the project - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, July 13, 2019

ຈຸດປະສົງ ແລະ ເປົ້າຫມາຍຂອງໂຄງການ ຊົນ​ລະ​ປະ​ທານ Objectives and goals of the project

ຈຸດປະສົງ ແລະ ເປົ້າຫມາຍຂອງໂຄງການ ຊົນ​ລະ​ປະ​ທານ Objectives and goals of the project



1.1.           ຈຸດ​ປະ​ສົງ​ຂອງ​ໂຄງ​ການ (Project Objectives)

·         ​ກໍ່​ສ້າງ​ຄອງ​ຊົນ​ລະ​ປະ​ທານ ແລະ ອາ​ຄານ​ຊົນ​ລ​ະ​ປະ​ທານຕ່າງ
·         ສົ່ງ​ເສີມ​ການ​ຜະ​ລິດ​ກະ​ສິ​ກຳ ເຂດ​ຊົນ​ນະ​ບົດ​ໃຫ້​ມີ​ຄວາມ​ເທົ່າ​ທຽບ​ກັບ​ເຂດ​ໃນ​ເມືອງ ຫລື ເຂດ​ພື້ນ​ທີີ່ທຳ​ການ​ຜະ​ລິດ
·         ນຳ​ໃຊ້​ນ້ຳ​ຈາກ​ທ້າຍ​ເຂື່ອນ​ໃຫ້​ເກີດ​ຜົນ​ປະ​ໂຫຍດ​ສູງ​ສຸດ
·         ສົ່ງ​ນ້ຳ​ໃຫ້​ແກ່​ການ​ຜະ​ລິດ​ກະ​ສິ​ກຳ ປູກ​ຝັງ, ລ້ຽງ​ສັດ
·         ບຸກ​ເບິກ​ພື້ນ​ທີ່​ທຳ​ການ​ຜະ​ລິດ​ກະ​ສິ​ກຳ​ໃຫ້​ຫລາຍ​ຂື້ນ ຈັດ​ແບ່ງ​ເນື້ອ​ທີ່ ທີ່​ຍັງ​ເປົ່າ​ຫວ່າງ​ໃຫ້​ປະ​ຊາ​ຊົນ​ຜູ້​ທີ່​ບໍ່​ມີ​ພື້ນ​ທີ່​ທຳ​ການ​ຜະ​ລິດ ຫລື ເຂົ້າ​ມາ​ເປັນ​ສ່ວນ​ຫນຶ່ງ ໃນ​ສະ​ຫະ​ກອນ ການ​ຜະ​ລິດ​ກະ​ສິກ​ແບບ​ຢືນ​ຍົງ​ທີ່​ທາງ​ໂຄງ​ການ​ສ້າງ​ຂື້ນ
·         ຈັດ​ສັນ​ພື້ນ​ທີ່​ປູ​ກພືດ, ລ້ຽງ​ສັດ​ໃຫ້​ເ​ປັນ​ໄປ​ຕາມ​ມາດ​ຖານ ເຕັກ​ນິກ ແລະ ໃຫ້​ມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ
·         ສ້າງ​ຈຸດ​ຮັບ​ຊື້-ຂາຍ​ຜົນ​ລະ​ປູກ ແລະ ສັດ
·         ສ້າງ​ໂຮງ​ງານ​ແປ​ຮູບ​ຜະ​ລິ​ດຕະ​ພັນ​ທາງ​ດ້ານ​ກະ​ສິ​ກຳ ເພື່ອ​ສົ່ງ​ອອກ​ຂາຍ​ໃນ​ທ້ອງ​ຕະ​ຫລາດ
·         ສົ່​ງເສີມທັກ​ສະ ຄວາມ​ຮູ້​ໃຫ້​ແກ່​ປະ​ຊາ​ຊົນ ຕໍ່​ກັບ​ການ​ເພາະ​ປູກ ແລະ ລ້ຽງ​ສັດ​ໃຫ້​ຖືກ​ຕ້ອງ​ຕາມ​ເຕັກ​ນິກວິ​ທີ​ການ
·         ສ້າງ​ອາ​ຊິບ​ທີ່​ຫມັ້ນ​ຄົ້ງ​ໃຫ້​ກັບ​ປະ​ຊາ​ຊົນ ຂົງ​ເຂດ​ໂຄງ​ການ ດ້ານ​ການ​ກະ​ສິ​ກຳ
·         ສົມ​ທົບ​ກັບ​ສູນ​ພັດ​ທະ​ນາ​ກະ​ສິ​ກຳ​ເມືອງ ທ​ີ່​ມີ​ທີ່​ຕັ້ງ​ໃກ້​ກັບ​ພ​ື້ນ​ທີ່​ໂຄງ​ການ ປະ​ມານ 10 ກມ, ເຂົ້າ​ມາ​ໃຫ້​ຄວາມ​, ທັກ​ສະຮູ້​ດ້ານ​ຕ່າງ​ໆ ແກ່​ປະ​ຊາ​ຊົນ
·         ສ້າງກອງ​ທຶນ ເພື່ອ​ການ​ກະ​ເສດ ໃຫ້​ປະ​ຊາ​ຊົນ​ສາ​ມາດ ຝາກ-ຖອນ ແລະ ກູ້​ຢືມ​ເພື່ອ​ໄປ​ລົງ​ທືນ​ໃສ່​ການ​ຜະ​ລິດ​ຂອງ​ຕົ້ນ ໃຫ້​ເກີດ​ປະ​ສິດ​ທິ​ຜົນ​ຫລາຍ​ທີ່​ສຸດ ໃຫ້​ຄວາມ​ຮູ້​ດ້ານ​ການ​ຈັດ​ການ ເງິນກອງ​ທຶນ​ການ​ກະ​ເສດ
ຈຸດປະສົງ ແລະ ເປົ້າຫມາຍຂອງໂຄງການ ຊົນ​ລະ​ປະ​ທານ Objectives and goals of the project

1.2.           ເປົ້າ​ຫມາຍ​ຂອງ​ໂຄງ​ການ (goals of the project)

·         ສ້າງ​ຄອງ​ຊົນ​ລະ​ປະ​ທານ ໃຫ້​ໄດ້​ຕາມ​ແຜນ ແລະ ໃຫ້​ມີ​ນ້ຳ​ໃຊ້​ໃຫ້​ແກ່​ການ​ຜະ​ລິດ ທົ່ວ​ເຖິງ​ທຸກ​ພື້ນ​ທີ່ຂອງ​ການ​ຜະ​ລິດ​ກະ​ສິ​ກຳ
·         ສ້າງ​ຜົນ​ຜະ​ລິດ​ກະ​ສິ​ກຳ​ເຂດ​ຊົນ​ນະ​ບົດ ໃຫ້​ມີ​ປະ​ສິດ​ທິ​ພາບ ແລະ ຄຸນ​ນະ​ພາບ ໃກ້​ຄຽງ​ກັບ​ເຂດ​ຈຸດ​ສຸມ​ການ​ຜະ​ລິດ ຫລື ໃນ​ເມືອງ
·         ໃຫ້​ປະ​ລິ​ມາ​ນ​ນ້ຳ​ທີ່​ອອກ​ຈາກ​ທ້າຍ​ເຮືອນ​ຈັກ ທຸກ​ເມັດ​ທ​ຸກ ແມັດ​ກ້ອນ ມີ​ຄຸນ​ຄ່າ ແລະ ໄດ້​ໃຊ້​ປະ​ໂຫຍດ​ໂດຍ​ການ​ສະ​ຫນອງ​ໃຫ້​ພືດ ຜົນ​ລະ​ປູກ ລວມ​ໄປ​ເຖິງ​ການ​ສ້ຽງ​ສັດ
·         ສາ​ມາດ​ປູກ​ພືດ​ຕາມ​ລະ​ດູ​ການ ແລະ ນອກ​ລະ​ດູ​ການ​ໄດ້​ຫລາຍ​ຂື້ນ ສາ​ມາດ​ລ້ຽງ​ສັດເປັນ​ຕົ້ນ ສັດ​ໃຫຍ່ ປາ​ອື່ນໆ​ໄດ້​ຕາມ​ເປົ້າ​ຫມາຍ
·         ໃຫ້​ມີ​ເນື້ອ​ທີ່​ນາ ເພີ່ມ​ຂື້ນ ຈາກ 5 ເຮັກ​ຕາ ໃຫ້​ກາຍ​ມາ​ເປັນ 50-100 ເຮັກ​ຕາ, ເພິ່ມ​ພື້ນ​ທີ່​ສວນ​ເພາະ​ປູກ ພືດ​ລົ້ມ​ລຸກ, ພືດ​ຢືນ​ຕົ້ນ
·         ກຳ​ນົດ​ຈຸດ​ຮັບ-ຊື້​ວັດ​ສະ​ດຸ ຫລື​ສ້າງ​ຕະ​ຫລາດ ພາຍ​ໃນ​ໂຄງ​ການ​ໃຫ້​ໄດ້ 1ແຫ່ງ ເປັນ​ຕະ​ຫລາດ​ທາງ​ດ້ານ​ຜົນ​ຜະ​ລິດ​ຂອງ​ສະ​ຫະ​ກອນ ຫລື ກອງ​ທຶນ ແລ້ວ​ໃຫ້​ອົງ​ກອນ​ນີ້​ນຳ​ອອກ​ສູງ​ຕະ​ຫລາດ​ຂອງ​ປະ​ເທດ ເຮັດ​ໃຫ້​ສາ​ມາດ​ຄວບ​ຄຸມ ປະ​ລິ​ມານ ແລະ ຄຸນ​ນະ​ພາບ​ລວມ​ໄປ​ເຖິງ ລາ​ຄາ​ການ​ຊື້-ຊາຍ​ພາຍ​ໃນ​ໂຄງ​ການ ແລະ ລາ​ຄາ​ຕະ​ຫລາດ​ໃນ​ປະ​ເທດ ລວມ​ໄປ​ເຖິງ​ການ​ສົ່ງ​ອອກນອກ​ໄປ​ເທດ​ໄດ້ ຢ່າງ​ມີ​ປະ​ສິດ​ທິ​ພາບ
·         ມອບ​ໃຫ້​ສູນ​ພັດ​ທະ​ນາ​ກະ​ສິ​ກຳ​ເມືອງ ສົມ​ທົບ​ກັບ​ ກອງ​ທຶນ​ການ​ກະ​ເສດ​ພາຍ​ໃນ​ໂຄງ​ການ ຈັດ​ຝຶກ​ອົບ​ຮົມ ໃຫ້​ຄວາມ​ຮູ້​ທາງ​ດ້ານ​ເຕັກ​ນິກ​ແກ່​ສະ​ມາ​ຊິກ ແລະ ປະ​ຊາ​ຊົນ​ທີ່​ເຂົ້າ​ມາ​ມີ​ສ່ວນ​ຮ່ວມ​ກັບ​ໂຄງ​ການປະ​ສານ​ງານ​ກັບ​ອົງ​ການ​ກ່ຽວ​ຂອງ ເປັນ​ຕົ້ນ​ທະ​ນາ​ຄານ​ນະ​ໂຍ​ບາຍ, ແລະ ທະ​ນາ​ຄານ​ໃນ​ທ້ອງ​ຖິ່ນ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ ແລະ ເປັນ​ວິ​ທະ​ຍາ​ກອນ​ໃນ​ການ​ໃຫ້​ຄວາມ​ຮູ້​ດ້ານ​ການ​ເງິນ ແກ່​ປະ​ຊາ​ຊົນ​ທັງ​ຮ່ວມ​ໂຄງ​ການ ແລະ ບໍ່​ໄດ້​ຮ່ວມ​ໂຄງ​ການ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ