google-site-verification: google0d91bc93cfc88895.html ການປົກປັກຮັກສາ ສິ່ງແວດລອ້ມ ແລະ ການຄຸ້ມ ຄອງຊັບພະຍາກອນທາໍມະຊາດແບບຍືນຍົງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, July 16, 2019

ການປົກປັກຮັກສາ ສິ່ງແວດລອ້ມ ແລະ ການຄຸ້ມ ຄອງຊັບພະຍາກອນທາໍມະຊາດແບບຍືນຍົງ

ສິ່ງແວດລອ້ມ


ໄດ້ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄື: ກົດໝາຍວ່າ ດ້ວຍ ທີ່ດິນ, ກົດໝາຍວ່າ ດ້ວຍ ປ່າ ໄມ້, ກົດໝາຍນໍ້າ ແລະ ຊັບພະຍາກອນ ແຫຼ່ງນໍ້າ, ກົດໝາຍວ່າ ດ້ວຍ ການ ປົກ ປັກ ຮັກສາ ສິ່ງ ແວດ ລ້ອມ ແລະປັບປຸງດຳ ລັດວ່າ ດ້ວຍ ການ ປະ ເມີນ ຜົນ ກະທົບ ຕໍ່ສິ່ງ ແວດ ລ້ອມ ແລະ ສັງຄົມ ແລະ ດຳ ລັດ ວ່າ ດ້ວຍ ການ ທົດ ແທນ ຄ່າ ເສຍ ຫາຍ ແລະ ຍົກຍ້າຍ ຈັດ ສັນ ປະຊາກອນ; ໄດ້ຮ່າງດຳລັດວ່າ ດ້ວຍ ການ ຍົກ ລະດັບ ປ່າ ສະຫງວນ ແຂວງ (ພູ ຫີ ຜີ ແລະ ລະວິ ງລະ ເວີນ) ເປັນ ປ່າສະຫງວນ ແຫ່ງ ຊາດ, ຮ່າງ ດຳລັດວ່າດ້ວຍ ການກຳ ນົດ 12 ເຂດ ປ່າ ສະຫງວນ ຊັບພະຍາກອນ ແຮ່ ທາດ, ຮ່າງດໍາລັດວ່າດ້ວຍການຄວບຄຸມມົນ ລະ ພິດ; ປັບປຸງ ຍົກ ລະດັບຂໍ້ ຕົກລົງ ວ່າ ດ້ວຍ ມາດຕະຖານ ສິ່ງ ແວດ ລ້ອມ ແຫ່ງ ຊາດມາ ເປັນ ດຳລັດ ວ່າ ດ້ວຍ ມາດຕະຖານ ສິ່ງ ແວດລ້ອມ ແຫ່ງ ຊາດ. ໄດ້ ຮັບຮອງ ແຜນ ດຳ​ເນີນງານສິ່ງ ແວດ ລ້ອມສົກ ປີ 2011-2015 ແລະ ຍຸດ ທະ ສາດ ວ່າ ດ້ວຍ ວຽກງານ ເຕືອນ ໄພລ່ວງໜ້າ ແລະ ລະບຽບການ ກ່ຽວກັບ ການ ເຕືອນ ໄພ ທໍາ ມະ ຊາດ; ນອກຈາກນັ້ນ, ຍັງ ມີ ບາງໜ້າວຽກທີ່ ພົ້ນເດັ່ນ ທີ່ສາມາດ ຈັດ ຕັ້ງ ປະຕິບັດໄດ້ເຊິ່ງ ລາຍ ລະອຽດມີດັ່ງລຸ່ມ ນີ້:


  1. ການຄຸ້ມຄອງ ແລະ ພັດທະນາ ທີ່ ດິນ: ສຳ​ເລັດ ການຈັດ ສັນ ທີ່ ດິນ ຂັ້ນ ບ້ານ/ກຸ່ມບ້ານ ຈຳ ນວນ 3.779 ບ້ານ ເທົ່າກັບ 43,2% ຂອງຈໍານວນ 8.654 ບ້ານ ໃນ ທົ່ວ ປະ ເທດ. ການຈັດສັນທີ່ ດິນ ຂັ້ນ ເມືອງຈໍ ານວນ 55 ເມືອງ ກວມ ເອົາ 37,1 %ຂອງຈໍານວນ 148 ເມືອງ ໃນ ທົ່ວ ປະ ເທດ. ໃນ ໄລຍະ 2011-2015 ສາມາດ ຂຶ້ນ ທະບຽນ ແລະ ອອກ ໃບ ຕາດິນ ຖາ ວອນໃນ ຂອບເຂດ ທົ່ວ ປະ ເທດ ໄດ້ 254.399 ຕອນ ເທົ່າກັບ 25,33% ( ແຜນການ 1 ລ້ານ ຕອນ); ເລີ່ມແຕ່ມີໂຄງການອອກໃບຕາດິນ ແຕ່ປີ 1994-1995 ມາຮອດປະຈຸບັນ ສາມາດ ຂຶ້ນ ທະບຽນ ແລະ ອອກໃບຕາດິນໄດ້ ທັງ ໝົດ 871.317 ຕອນ, ສຳ​ເລັດ ການ ສ້າງຖານສຳມະໂນທີ່ດິນໃນຂອບເຂດທົ່ວ ປະ ເທດ 2,6 ລ້ານຕອນ ລວມ ເນື້ອ ທີ່ ດິນ 4,5 ລ້ານ ກວ່າ ເຮັກຕາ, ໃນ ນັ້ນ ໄດ້ ບັນທຶກ ເຂົ້າ ລະບົບ ຄອມ ພິວເຕີ ສຳ​ເລັດ ແລ້ວ 1,28 ລ້ານຕອນ ເທົ່າ ກັບ 49,2%. ສຳ​ເລັດ ການ ສ້າງ ແຜນ ທີ່ ເຂດ ປະ ເມີນ ລາຄາ ທີ່ ດິນ ແລະ ສິ່ງ ປຸກ ສ້າງ ຈຳນວນ 26 ເມືອງ ໃນ 9 ແຂວງ. ສ້າງລະບົບຖານຂໍ້ມູນ-ຂ່າວສານທີ່ທັນສະໄໝ ໂດຍນໍາໃຊ້ໂປຼແກມ LLMS ຄຸ້ມຄອງບໍລິຫານທີ່ດິນເຊິ່ງໄດ້ດໍາເນີນການທົດລອງ ນະຄອນຫຼວງວຽງຈັນ ໄລຍະ I.
  2. ການຄຸ້ມຄອງຊັບພະຍາກອນປ່າໄມ້: ສໍາເລັດການຈັດສັນປ່າປ້ອງກັນທັງໝົດ 139 ແຫ່ງ ກວມເນື້ອທີ່ 7,99 ລ້ານເຮັກຕາ, ໃນນັ້ນ: ມີປ່າປ້ອງກັນແຫ່ງຊາດທັງໝົດ 49 ແຫ່ງ ເນື້ອທີ່ 7,48 ລ້ານເຮັກຕາ, ປ່າປ້ອງກັນຂອງແຂວງ 5 ແຫ່ງ ເນື້ອທີ່ 141.633 ເຮັກຕາ ແລະ ປ່າປ້ອງກັນຂອງເມືອງ 85 ແຫ່ງ ເນື້ອທີ່ 366.838 ເຮັກຕາ, ນອກຈາກນີ້ແລ້ວຍັງມີປ່າສະຫງວນທັງໝົດ 1 76 ແຫ່ງ ກວມເນື້ອທີ່ 4,89 ລ້ານເຮັກຕາ, ໃນນັ້ນ: ມີປ່າສະຫງວນແຫ່ງຊາດທັງໝົດ 24 ເນື້ອທີ່ 3,77 ລ້ານເຮັກຕາ (ລວມທັງເນື້ອທີ່ເຂດເຊື່ອມຕໍ່), ປ່າສະຫງວນຂອງແຂວງ 59 ແຫ່ງ ເນື້ອທີ່ 626.499 ເຮັກຕາ ແລະ ປ່າສະຫງວນຂອງເມືອງ 93 ແຫ່ງ ເນື້ອທີ່ 420.678 ເຮັກຕາ ແລະ ເຂດເຊື່ອມຕໍ່ 2 ແຫ່ງຄື: ເຂດເຊື່ອມຕໍ່ລະຫວ່າງປ່າສະຫງວນແຫ່ງຊາດ ນາກາຍ-ນໍ້າເທີນ ກັບພູຫີນບູນ ແລະ ເຂດເຊື່ອມຕໍ່ລະຫວ່າງປ່າສະຫງວນແຫ່ງຊາດ ນາກາຍ-ນໍ້າເທີນ ກັບ ຫີນໜາມໜໍ່ ມີເນື້ອທີ່ທັງໝົດ 77.170 ເຮັກຕາ. ສໍາເລັດການສ້າງແຜນຈັດສັນປ່າສະຫງວນແຫ່ງຊາດ 5 ແຫ່ງ ແລະ ປ່າສະ ຫງວນຂອງແຂວງ 5 ແຫ່ງ ເດັ່ນກວ່າໝູ່ແມ່ນປ່າສະຫງວນແຫ່ງຊາດ ນໍ້າຫ້າ ແຂວງຫຼວງນໍ້າທາ ເປັນສະຖານທີ່ທ່ອງທ່ຽວທາງ ທໍາມະຊາດ ແລະ ມໍລະດົກອາຊຽນ, ສ່ວນປ່າສະຫງວນແຫ່ງຊາດຫີນໜາມໜໍ່ ກຳ ລັງສະເໜີເຂົ້າເປັນມໍລະດົກໂລກທາງທໍາມະຊາດ. ສໍາເລັດການກໍານົດເຂດຄຸ້ມຄອງສັດນໍ້າ-ສັດປ່າ 5 ເຂດ ຄື: 1) ເຂດອະນຸລັກພັນເສືອໂຄ່ງຢູ່ປ່າສະ ຫງວນ ນໍ້າແອດ-ພູເລີຍ, 2) ເຂດອະນຸລັກເສົາຫຼາ ແຂວງອຸດົມໄຊ, 3) ເຂດອະນຸລັກແຂ້ນໍ້າຈືດ, 4) ເຂດອະນຸລັກໂອ່ງ-ມັ່ງ ແຂວງສະຫວັນນະເຂດ ແລະ 5) ເຂດອະນຸລັກທະນີແກ້ມຂາວ ແຂວງບໍ່ແກ້ວ.
  3. ການຄຸ້ມຄອງ ທໍລະນີສາດ ແລະ ແຮ່ທາດ: ສໍາເລັດການສໍາຫຼວດ ສ້າງແຜນທີ່ທໍລະນີສາດ-ແຮ່ທາດ ມາດຕາສ່ວນ 1:200.000 ໃນເນື້ອທີ່ປະມານ 129.925 ກມ2 ເທົ່າກັບ 54,86% ຂອງເນື້ອທີ່ທົ່ວປະເທດ, ດໍາເນີນກາຄຸ້ມຄອງ, ສົ່ງເສີມ ແລະ ຕິດຕາມກວດກາ ການອະນຸຍາດສໍາປະທານລົງທຶນຊອກຄົ້ນ, ສໍາຫຼວດແຮ່ທາດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກເບື້ອງຕົ້ນ ໃຫ້ດໍາເນີນໄປຕາມຂອບສັນຍາ, ຂັ້ນຕອນ ແລະ ລະບຽບກົດໝາຍ ຂອງ ສປປ ລາວ ປະຈຸບັນ ມີທັງໝົດ 168 ບໍລິສັດ 293 ກິດຈະການ, ກວມເນື້ອທີ່ປະມານ 87.941,17 ກມ2 ເທົ່າກັບ 37,4% ຂອງເນື້ອທີ່ທົ່ວປະເທດ ປະເພດແຮ່ທາດທີ່ອະນຸຍາດສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ຕົ້ນຕໍແມ່ນ: ແຮ່ຄໍາ, ແຮ່ທອງ, ຖ່ານຫີນ, ແຮ່ໂປຕາສ, ຫີນກາວ ແລະ ອື່ນໆ.
  4. ດ້ານຊັບພະຍາກອນ ນໍ້າ, ອຸຕຸນິຍົມ ແລະ ອຸ ທົກ ກະສາດ: ຈັດຕັ້ງ ປະຕິບັດແຜນງານແຫ່ງຊາດການຄຸ້ມຄອງຊັບພະຍາກອນນໍ້າແບບປະສົມປະສານ ໂດຍໄດ້ປັບປຸງຫ້ອງທົດລອງຄຸນນະພາບນໍ້າ, ສ້າງຍຸດທະສາດແລະ ນະ ໂຍບາຍນໍ້າແຫ່ງຊາດ, ປັບປຸງລະບົບ ເກັບກໍາຂໍ້ມູນອຸຕຸນິຍົມ, ອຸທົກກະສາດ ແລະ ສຳ​ເລັດການສຳ​ຫຼວດພື້ນ ທີ່ ແລະ ກຳນົດເຂດເພື່ອ ກະກຽມສ້າງສວນສາທິດໃນ ການ ຄຸ້ມ ຄອງ ຊັບພະຍາກອນ ນໍ້າແບບ ປະສົມ ປະສານເພື່ອຮັບໃຊ້ໃຫ້ແກ່ການຝຶກອົບຮົມ, ການສຶກສາຄົ້ນຄວ້າ, ທັດສະນະ ສຶກສາແລະ ສ້າງຈິດສຳນຶກ ; ສຳ​ເລັດສ້າງແຜນ ທີ່ອ່າງຮັບນໍ້າໄດ້ທັງໝົດ 62 ອ່າງ ແລະ ສຳ​ເລັດການສ້າງຕັ້ງຄະນະກຳມະການອ່າງແມ່ນໍ້າ 6 ອ່າງ, ໄດ້ຄົ້ນຄວ້າ ແລະ ລິເລີ່ມຄຸ້ມຄອງອ່າງແມ່ນໍ້າບູລິມະສິດອື່ນໆ ເປັນ ຕົ້ນ: ອ່າງແມ່ນໍ້າເຊບັ້ງໄຟ- ເຊບັ້ງ ຫຽງ ແລະ ແມ່ນໍ້າເຊກອງ ແລະ ອ່າງແມ່ນໍ້າ ຍ່ອຍເຊັ່ນ: ນໍ້າຕອນ, ນໍ້າຊອງ, ນໍ້າລີກ, ນໍ້າເປາະ, ນໍ້າແຈ້ງ-ນໍ້າ ຊວງ, ຫວ້ຍຈໍາປີ, ຫວ້ຍນໍ້າໄສ ; ດຳ​ເນີນການ ຄຸ້ມຄອງດິນທາມ (ດິນບໍລິເວນນໍ້າ) ບຶງຂຽດໂງ້ງ ແລະ ເຊຈໍາພອນ; ສໍາເລັດການກໍານົດຈຸດ ແລະ ດໍາເນີນການຄຸ້ມຄອງ, ຕິດຕາມກວດກາຄຸນນະພາບນໍ້າ ໄດ້ຫຼາຍກວ່າ 144 ຈຸດທົ່ວປະເທດ. ປັບປຸງຕາໜ່າງສະຖານີອຸຕຸນິຍົມ-ອຸທົກກະສາດ, ສະຖານີອຸຕຸນິຍົມຜິວພື້ນ, ສະຖານີພູມອາກາດ, ສະຖານີອາກາດຍານສູງ, ອຸຕຸການບິນ ຣາດາອຸຕຸນິຍົມ, ດາວທຽມອຸຕຸນິຍົມ, ຈຸດວັດແທກນໍ້າຝົນ ແລະ ສະຖານີແຜ່ນດິນໄຫວເພື່ອເຮັດໃຫ້ບັນດາສະຖານີດັ່ງກາ່ວເປັນແຫ່ຼງ ເຕືອນໄພ ລວ່ງໜ້າ ການປ່ຽນ ແປງສະພາບອາກາດ ທັງພາຍໃນ ແລະ ຕາ່ງປະເທດ ເປັນຕົ້ນ: ສ້າງ ແລະ ປັບປຸງສະຖານີອຸຕຸນິຍົມ ຈໍານວນ 51 ສະຖານີ ແລະ ສະຖານີອຸທົກກະສາດ ຈໍານວນ 26 ສະຖານີຈາກລະບົບທໍາມະດາໃຫ້ເປັນລະບົບອັດ ຕະໂນມັດ , ສືບຕ່ໍສ້າງສູນ ເຕືອນໄພແຫ່ງຊາດ ທີ່ກົມອຕຸນິຍົມ ແລະ ອຸທົກກະສາດ, ແລກປ່ຽນຂ້ໍມນູ ຂ່າວສານດ້ານອຸຕຸນິຍົມຈາກສາກົນ ພ້ອມທັງສະໜອງຂໍ້ມູນພະຍາກອນອາກາດ ແລະ ແຈ້ງເຕືອນ ຢ່າງເປັນປົກກະຕິ.
  5. ດ້ານ ສິ່ງ ແວດ ລ້ອມ: ສໍາເລັດການສ້າງແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ ແລະ ສືບຕໍ່ສ້າງໃຫ້ສໍາເລັດ 8 ແຂວງຈຸດສຸມ ໃນທ້າຍປີ 2015 ໂດຍຄັດເລືອກເອົາແຂວງຫຼວງພະບາງ, ຫຼວງນໍ້າທາ, ໄຊຍະບູລີ ແລະ ອຸດົມໄຊ ເປັນຕົວແບບໃນການສ້າງແຜນແມ່ບົດດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ສ້າງກົນໄກການປະເມີນສິ່ງ ແວດລ້ອມໃນລະດັບນະໂຍບາຍ,ຍຸດທະສາດ, ແຜນງານ ແລະ ແຜນການ ເພື່ອພິຈາລະນາທາງເລືອກທີ່ດີເລີດໃນການພັດ ທະນາ; ສຶກສາຄົ້ນຄວ້າກ່ຽວກັບອາກອນສິ່ງແວດລ້ອມ ແລະ ນຳ​ໃຊ້ລາຍຮັບຈາກ ໂຄງການ ພັດທະນາ ເຂົ້າໃນການ ຄຸ້ມ ຄອງ ຊັບພະຍາ ກອນທຳ​ມະຊາດ ແລະ ສິ່ງແວດ ລ້ອມແບບ ຢືນ ຍົງ; ສຳ ເລັດການສ້າງແຜນການຄຸ້ມຄອງການນຳ ໃຊ້ສານທຳ ຄວາມເຢັນ HCFCs; ປະຕິບັດແຜນ ງານ ຕົວ ແບບ ຮ່ວມມືສາມຝ່າຍ (ຫຼັກການ 3R) ໃນ ການ ຄຸ້ມ ຄອງ ຂີ້ ເຫຍື້ ອຢູ່ 6 ເມືອງ ຕົວແບບໃນນະຄອນຫຼວງວຽງຈັນ , ເມືອງຫຼວງ ພະ ບາງ , ໄຊ ຍະບູລີ, ວັງວຽງ, ປາກຊັນ ແລະ ໄກສອນພົມວິຫານ ; ສົ່ງເສີມໃຫ້ບັນດາ ໂຄງການລົງທຶນຈັດ ຕັ້ງ ປະຕິບັດ ຂະ ບວນການ ປະ ເມີນ ຜົນ ກະທົບຕໍ່ ສິ່ງ ແວດ ລ້ອມ ໃຫ້ ຖືກຕ້ອງ ຕາມລະບຽບ ຫຼັກການ ແລະ ມີ ຄວາມໂປ່ງໃສເຊິ່ງ ໄດ້ດຳ​ເນີນການທົບທວນບົດລາຍງານການ ປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ອອກໃບຢັ້ງຢືນສິ່ງ ແວດລ້ອມທັງໝົດຈຳ ນວນ 288 ໂຄງການ, ໃນນັ້ນບົດລາຍງານການສຶກສາສິ່ງແວດລ້ອມເບື້ອງຕົ້ນ (IEE) 145 ໂຄງການ, ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (EIA) 143 ໂຄງການ; ສຳ​ເລັດການສ້າງຕັ້ງໜ່ວຍງານຄຸ້ມຄອງສິ່ງແວດ ລ້ອມພາກສະໜາມໄດ້ 27 ຕົວ ເມືອງ, 13 ແຂວງ ທີ່ ມີ ໂຄງການ ລົງທຶນພັດທະນາ ຂະໜາດ ກາງ ແລະ ໃຫຍ່ ສາມາດຄຸ້ມຄອງສິ່ງແວດລ້ອມໄດ້ 18 ໂຄງການຫຼັກ; ສ້າງລະບົບຕິດຕາມກວດກາຄຸນນະພາບສິ່ງແວດລ້ອມ ແລະ ມົນລະພິດໃນໂຄງການລົງທຶນ, ກິດຈະການພັດທະນາ ແລະ ທຸລະກິດຄອບຄົວ ໂດຍສ້າງຫ້ອງວິໄຈສິ່ງແວດລ້ອມ (ລະດັບແຂວງ) ປະຈໍາຢູ່ ແຂວງຫຼວງພະບາງ, ຊຽງຂວາງ, ແຂວງຈໍາປາສັກ, ນະຄອນຫຼວງວຽງຈັນ ແລະ ຫ້ອງວິໄຈແຫ່ງຊາດນະຄອນຫຼວງວຽງຈັນ ເພື່ອເຮັດໜ້າທີ່ຢັ້ງຢືນການວິໄຈຕ່າງໆ ສູ່ມາດຕະຖານສາກົນ ISO/IEC 17025.
  6. ດ້ານການຄຸ້ມ ຄອງໄພພິບັດ ແລະ ການ ປ່ຽນແປງດິນຟ້າອາກາດ: ໄດ້ຈັດຕັ້ງຜັນຂະຫຍາຍຍຸດທະສາດແຫ່ງຊາດດ້ານການປ່ຽນແປງດິນຟ້າອາກາດ ແລະ ແຜນການແຫ່ງຊາດ ກ່ຽວກັບການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍການປັບປຸງນິຕິກຳ ແລະ ບັນດາເຄື່ອງມືໃຫ້ສອດຄ່ອງກັບສະພາບຕົວຈິງຂອງ ສປປ ລາວ; ສຳ​ເລັດການສ້າງຍຸດທະສາດ, ແຜນດຳ​ເນີນງານໃນການປັບຕົວກັບການປ່ຽນແປງດິນຟ້າອາກາດ ແລະ ສ້າງແຜນຫຼຸດຜ່ອນຄວາມສ່ຽງໄພພິບັດຂັ້ນແຂວງໄດ້ 6 ແຂວງ, ສຳ​ເລັດຮ່າງ ສະບັບສຸດທ້າຍຜົນຂອງ ການສຳ​ຫຼວດການປ່ອຍອາຍພິດເຮືອນແກ້ວ ສຳ ລັບລະດັບຜູ້ຕັດສິນຢູ່ ໃນຂະແໜງກະສິກຳ ແລະ ປ່າໄມ້ສໍາເລັດການສະເໜີລັດຖະບານພິຈາລະນາຮັບເອົາໂຄງການການຫຼຸດຜ່ອນທາດອາຍພິດເຮືອນແກ້ວ ຈາກການຫຼີກລ້ຽງການທຳ ລາຍປ່າ ແລະ ສະພາບປ່າຊຸດໂຊມ ໃນລະດັບທ້ອງຖິ່ນຂອງກຸ່ມບໍລິສັດ ນິວຈິບເຊັງ (SN-REDD+Project) ເປັນໂຄງການທົດລອງຊື້-ຂາຍກາກບອນ ທີ່ແຂວງສາລະວັນ ແລະ ສະຫວັນນະເຂດ; ລິເລີ່ມການສຶກສາກ່ຽວກັບທ່າແຮງ ແລະ ດ້ານຫຍໍ້ທໍ້ ຂອງກອງທຶນວ່າດ້ວຍການປ່ຽນແປງດິນຟ້າອາກາດໂລກ ເພື່ອຮັບປະ ກັນໃຫ້ການຍາດແຍ່ງການຊ່ວຍເຫຼືອກອງທຶນດັ່ງກ່າວ; ລິເລີ່ມການສ້າງແຜນຄຸ້ມຄອງນໍ້າຖ້ວມ ແລະ ແຜນຄຸ້ມຄອງເຂດທີ່ດິນບໍລິເວນນໍ້າ ໃນອ່າງແມ່ນໍ້າເຊບັ້ງໄຟ ແລະ ເຊບັ້ງຫຽງ; ສໍາເລັດການສ້າງພື້ນທີ່ສາທິດໃນການລິເລີ່ມການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຢູ່ເຂດແກ້ງກອກ ແລະ ບ້ານນາກະທ້າງ, ເມືອງຈໍາພອນ ແຂວງສະຫວັນນະເຂດ; ປະຈຸບັນສໍາເລັດການສ້າງບົດແນະນໍາກ່ຽວກັບການພັດທະນາ ແລະ ພິຈາລະນາໂຄງການກົນໄກການພັດທະນາສະອາດ (CDM) ໃນປີ 2013 ແລະ ສາມາດອອກໃບຢັ້ງຢືນທັງໝົດ 22 ໂຄງການ.
ສິ່ງແວດລອ້ມ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ