google-site-verification: google0d91bc93cfc88895.html ເຕັກ​ນິກ ການ​ກ້າ​ແກ່ນ​ຊາ ໃຫ້​ງອກຫລາຍ​ທີ່​ສຸດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, July 16, 2019

ເຕັກ​ນິກ ການ​ກ້າ​ແກ່ນ​ຊາ ໃຫ້​ງອກຫລາຍ​ທີ່​ສຸດ





ມື້­ນີ້​ຈະ​ມາ​ແນະ­ນຳ​ເທັກ​ນິກ​ການ​ເຮັດ​ໃຫ້​ເມັດ​ກັນ­ຊາ​ງອກ​ຮາກ​ແບບ​ງ່າຍ​ທີ່​ສຸດ​ແລະ​ລົງ­ທຶນ​ນ້ອຍ​ທີ່​ສຸດ​ກັນ

ອຸ­ປະ­ກອນ​ທີ່​ຕ້ອງ​ໃຊ້
ຖາດ​ພຣາດ​ຕິກ (ຜ່ານ​ການ​ເຮັດ​ຄວາມ​ສະ­ອາດ​ມາ​ແລ້ວ) ຈຳ­ນວນ 2 ຖາດ
ເຈ້ຍ​ທິດ​ຊູ່​ແບບ​ໜາ
ເມັດ​ກັນ­ຊາ
ສະ​ເປຍ​ສີດ​ນ້ຳ

ຂັ້ນ​ຕອນ​ທີ່ 1 - ຕຽມ​ເຈ້ຍ​ທິດ​ຊູ່ ຈຳ­ນວນ 4 ແຜ່ນ ແລ້ວ​ເຮັດ​ໃຫ້​ຊຸ່ມ​ນ້ຳ ແຕ່​ຢ່າ​ໃຫ້​ເຖິງ​ກັບ​ປຽກ​ນອງ ໂດຍ​ນ້ຳ​ຕ້ອງ​ຜ່ານ​ການ​ຕົ້ມ​ຂ້າ​ເຊື້ອ​ມາ​ແລ້ວ (ປ່ອຍ​ໃຫ້​ນ້ຳ​ເຢັນ​ລົງ​ກ່ອນ ຄ່ອຍ​ເອົາ​ມາ​ໃຊ້)

ຂັ້ນ​ຕອນ​ທີ່ 2 - ວາງ​ເຈ້ຍ​ທິດ​ຊູ່​ທີ່​ຊຸ່ມ​ນ້ຳ ຈຳ­ນວນ 2 ແຜ່ນ ໄວ້​ເທິງ​ຖາດ ວາງ​ເມັດ​ກັນ­ຊາ​ລົງ​ໄປ ໃຫ້​ແຕ່​ລະ​ເມັດ​ຫ່າງ​ກັນ​ຢ່າງ​ນ້ອຍ 3 ຊົມ ແລ້ວ​ເອົາ​ເຈ້ຍ​ທິດ​ຊູ່​ທີ່​ຊຸ່ມ​ນ້ຳ​ອີກ 2 ແຜ່ນ ມາ​ປິດ​ທັບ​ໄວ້​ດ້ານ​ເທິງ​ເມັດ

ຂັ້ນ​ຕອນ​ທີ່ 3 - ນຳ​ຖາດ​ອີກ​ອັນ​ມາ​ປິດ​ຄອບ​ໄວ້​ດ້ານ​ເທິງ ເພື່ອ​ສ້າງ​ພື້ນ​ທີ່​ມືດໆ​ໃຫ້​ເມັດ​ກັນ­ຊາ

ຂັ້ນ​ຕອນ​ທີ່ 4 - ເມັດ​ກັນ­ຊາ​ມັກ​ອາ­ກາດ “ອຸ່ນໆ” ດັ່ງ­ນັ້ນ​ໃຫ້​ເອົາ​ຖາດ​ເພາະ​ເມັດ​ຂອງ​ເຮົາ​ໄປ​ວາງ​ໄວ້​ໃນ​ທີ່ໆ​ມີ​ອຸນ­ຫະ­ພູມ​ປະ­ມານ 21 – 32 ອົງ­ສາ​ເຊ​ວ​ຊຽດ

ຫຼັງ​ຈາກ​ນັ້ນ​ກໍ​ຄື​ການ​ຖ້າ​ໃຫ້​ຮາກ​ງອກ​ອອກ​ມາ ເມັດ​ບາງ​ອັນ​ຮາກ​ຈະ​ງອກ​ໄວ​ຫລາຍ ໃນ​ຂະ­ນະ​ທີ່​ບາງ​ອັນ​ອາດ​ຈະ​ໃຊ້​ເວ­ລາ​ຫຼາຍ​ມື້ ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ລະ­ຫວ່າງ​ຖ້າ​ກໍ​ຄື ຄອຍ​ຖ້າ​ລະ­ວັງ​ຢ່າ​ໃຫ້​ທິດ​ຊູ່​ແຫ້ງ ຕ້ອງ​ຄອຍ​ຖ້າ​ພົ່ນ​ນ້ຳ​ເພີ່ມ​ຄວາມ​ຊຸ່ມ​ຊື້​ນ​ຕະ­ຫລອດ​ເວ­ລາ

ສິ່ງ​ສຳ­ຄັນ​ຄື ຕ້ອງ​ເຮັດ​ໃຫ້​ພື້ນ​ທີ່​ເພາະ​ເມັດ​ຂອງ​ເຮົາ​ສະ­ອາດ​ທີ່​ສຸດ ພະ­ຍາ­ຍາມ​ຢ່າ​ເອົາ​ມື​ໄປ​ແຕະ​ເມັດ​ຫລື​ຮາກ­ແກ້ວ​ທີ່​ງອກ​ອອກ​ມາ




No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ