google-site-verification: google0d91bc93cfc88895.html ຕົ້ນກຸງ [Ton Koung] - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, July 22, 2019

ຕົ້ນກຸງ [Ton Koung]


ຕົ້ນກຸງ [Ton Koung]
ຊື່ວິທະຍາສາດ: Dipterocarpus tuberculatus

ໄມ້ກຸງ ເກີດຢູ່ປ່າໂຄກໃນປະເທດ ບັງກະລາເທດ, ມ່ຽນມ້າ, ໄທ, ຫວຽດນາມ,ກຳບູເຈຍ ແລະ ລາວ. ແຜ່ນໃບໃຫຍ່, ຫຍາບໃຊ້ຫໍ່ເຄື່ອງ, ມຸງເຮືອນ, ເຮັດຝາຂັ້ນຫ້ອງ.ໄມ້ໃຊ້ກໍ່ສ້າງບ້ານເຮືອນ ແລະ ເຮັດໄມ້ອັດ. ຂີ້ຕົກໃຊ້ເຮັດກະບອງ ຊື່ງເປັນວັດຖຸແປຊະນິດຫນື່ງໃນກຸ່ມເຄື່ອງປ່າຂອງດົງ.

ຕົ້ນກຸງ ແມ່ນພັນໄມ້ທີ່ມີເຊື້ອສາຍລາຍລ່ອງດຽວກັບຕົ້ນຍາງ, ຕົ້ນຈິກ, ຕົ້ນຮັງ, ຕົ້ນຕະແບງ, ຕົ້ນຊີ,…ດັ່ງນີ້ເປັນຕົ້ນ. ຕົ້ນກຸງ ເປັນຕົ້ນໄມ້ທີ່ຕິດພັນກັບຊີວິດປະຈຳວັນຂອງຄົນລາວທົ່ວໄປຫຼາຍສົມຄວນໃນສະໄໝກ່ອນ ແຕ່ໃນປະຈຸບັນນີ້ ຄົນລຸ້ນໃໝ່ສ່ວນຫຼາຍ ບໍ່ຮູ້ຈັກເສຍແລ້ວ ນອກຈາກວ່າແມ່ນຄົນລຸ້ນໃໝ່ ທີ່ຍັງຕິດພັນກັບຊົນນະບົດແດ່.ຕົ້ນກຸງມີບາງລັກສະນະທີ່ຊ່ວຍໃນການຈຳແນກອອກຈາກເພື່ອນໆຮ່ວມຕະກຸນດຽວໄດ້ເປັນບາງຈຸດ ດັ່ງໄມ້ກຸງເປັນໄມ້ຢືນຕົ້ນຂະໜາດກາງ ຫາຂະໜາດໃຫຍ່, ສູງແຕ່ 20 ຫາ30 ມ, ລຳຕົ້ນຕັ້ງຊື່, ເປັນທໍ່ກົມ, ສີໝົ່ນ ຫຼື ສີໝົ່ນອອກດຳ, ມີຮອຍແຕກເຫີບເປັນຮ່ອງເລິກຕາມລວງຍາວ, ງ່າຊັນຂື້ນແຕ່ເປັນງ່າເລັກງ່ານ້ອຍ ຄົດໆໂງໆ. ໃບ ເປັນໃບດ່ຽວ,ຂະໜາດໃຫຍ່, ລວງກວ້າງຮອດ 30 ຊມ, ລວງຍາວ 35-40 ຊມ, ແຜ່ນໃບຫຍາບ,ກ້ຽງ ຫຼື ມີຂົນຫ່າງໆ, ຕີນໃບວຳ້ເປັນຮູບຫົວໃຈ, ໃບອອ່ນ ອອກສີນຳ້ຕານ ແກມສີແດງ,ໃບແກ່ສີຂຽວອ່ອນແກມສີເຫຼືອງອ່ອນໆ. ຕົ້ນໄມ້ກຸງ ເປັນໄມ້ຜັດປ່ຽນໃບ, ໃບລົ່ນໄລຍະສັ້ນໆ, ຍອດອ່ອນປົ່ງໃໝ່ ມີກາບສີເທົາຫຸ້ມໄວ້, ກາບມີຂົນສັ້ນໆ. ດອກອອກເປັນຊໍ່ສັ້ນ ອອກຕາມຫຼືບໃບ ຫຼື ປາຍກິ່ງ, ດອກມີ ສີມ່ວງອົມສີແດງ ຫາສີບົວແກມສີມ່ວງ,ແຄມຂອງກີບດອກເປັນສີຂາວໄຂ່, ທັງໝົດກີບດອກ ຈັບວຽນກັນ ເຮັດໃຫ້ມີຄວາມສວຍງາມພິເສດ. ເມື່ອເປັນໝາກໆມີປີກ, ປີກຍາວ 2 ປີກ, ປີກສັ້ນພໍເຫັນເປັນຕິ່ງ 3ປີກ, ປີກຍາວສີບົວອ່ອນແກມສີແດງອ່ອນ, ມີກ່າງກາງ 1 ກ່າງ ແລະ ກ່າງຂ້າງ 2 ກ່າງ.ຕົ້ນກຸງ ເກີດໃນປ່າໂຄກມີໄມ້ຜັດປ່ຽນໃບ ທີ່ມີພືດພັນຕະກຸນຕົ້ນຍາງເປັນຈຳນວນເດັ່ນ,ພົບປະປົນກັບພັນໄມ້ອື່ນ ຫຼື ບາງຄັ້ງກໍ່ພົບແຕ່ໄມ້ພັນນີ້ລ້ວນໆ, ພົບຢູ່ເຂດຕ່ຳຈົນເຖິງບ່ອນທີ່ມີລະດັບຄວາມສູງ 1300 ມ ໃນປະເທດ ບັງກະລາເທດ, ມ່ຽນມ້າ, ໄທ, ຫວຽດ
ນາມ, ກຳປູເຈຍ ແລະ ລາວ. ຊິ້ນສ່ວນທີ່ຖືກນຳໃຊ້ ແມ່ນໃບຊື່ງເພິ່ນເອົາໃຊ້ຫໍ່ເຄື່ອງໄດ້ທຸກຢ່າງນັບທັງອາຫານການກິນໃນສະໃໝກ່ອນ ແຕ່ໃນປະຈຸບັນໄດ້ເຊົາໃຊ້ແລ້ວແລະ ທົດແທນດ້ວຍແຜ່ນເຈ້ຍ ຫຼື ຖົງເຈ້ຍ ຫຼື ຖົງຢາງປລັດສະຕິກ,…. ດັ່ງນີ້ເປັນຕົ້ນ.
ນອກນັ້ນ ການສານໃບຕອງກຸງ ເປັນແຜ່ນເພື່ອມຸງເຮືອນ ແລະ ເຮັດຝາຂັ້ນຫ້ອງ ກໍຍັງມີຢູ່ໃນຊົນນະບົດຢູ່. ສ່ວນວ່າໄມ້ ຊື່ງເປັນໄມ້ເນື້ອແຂງທົນທານ ຕໍ່ມອດແມງສົມຄວນເພິ່ນນຳໃຊ້ເຂົ້າໃນການກໍ່ສ້າງບ້ານເຮືອນ, ເຮັດໄມ້ອັດທີ່ມີລວດ ລາຍງາມພໍສົມຄວນສຳລັບໃຊ້ໃນການຕົບແຕ່ງພາຍໃນ. ສຸດທ້າຍ ຂີ້ຕົກທີ່ມາຈາກນ້ຳມັນຂອງພັນໄມ້ຊະນິດນີ້ຊື່ງຕົກຫລົ່ນຈາກຕົ້ນໄມ້ກຸງເອງ ເພິ່ນເອົາມາໃຊ້ຢາເຮືອ ແລະ ປະສົມກັບ ນຳ້ມັນຢາງແລະ ເສດໄມ້ໂດກ ເຮັດໃຫ້ມຸ່ນ ເພື່ອເຮັດກະບອງສຳລັບໄຕ້ຈົນຮອດເທົ່າທຸກວັນນີ້




No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ