google-site-verification: google0d91bc93cfc88895.html ແຫລ່ງອາຫານສັດ Feed sources - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here

Sunday, July 14, 2019

ແຫລ່ງອາຫານສັດ Feed sources

ແຫລ່ງອາຫານສັດ Feed sources

ປະ​ຊາ​ຊົນ ຂົງ​ເຂດ​ໂຄງ​ການ ສ່ວນ​ໃຫຍ່ ຈະ​ທຳ​ການ​ລ້ຽງ​ສັດ​ແບບ​ທຳ​ມະ​ຊາ​ດ ໂດຍ​ວິ​ທີ​ການ​ປ່ອຍ​ໃຫ້​ສັດ​ຫາ​ກິນ​ຕາມ​ທຳ​ມະ​ຊາດ ແລະ ສັດ​ຈະ​ກັບ​ມາ​ນອນ​ຕາມ​ສະ​ຖານ​ທີ່​ກຳ​ນົດ ຕອນ​ຕາ​ເວັນ​ຕົກ ປະ​ເພດ​ສັດ​ທີ່​ປະ​ຊາ​ຊົນ​ນິ​ຍົມ​ລ້ຽງ​ກັນ ລຽງ​ຕາມ​ລຳ​ດັບ​ຈຳ​ນວນ​ຄວາມ​ຫລາຍ​ມີ: ຫມູ​ດຳ, ເປັດ, ໄກ່, ງົວ, ຫມູ​ພັນ, ປາ, ຄວຍ ສຳ​ລັບ​ທີ່​ເປັນ​ເສດ​ຖະ​ກິດ​ຫລັກ​ແມ່ນ ຫມູດ​ຳ ສ່ວນ​ສັດ​ອື່ນໆ​ແມ່ນ ລ້ຽງ​ແບບ​ກຸ້ມ​ຕົນ​ແຕ່​ບໍ່​ໄດ້​ລ້ຽງ​ເພື່ອ​ເສດ​ຖະ​ກິດ

ຈາກ​ການ​ສຶກ​ສາ​ຕົວ​ຈິງ ສະ​ພາບ​ອາ​ກາດ, ແຫລ່ງ​ອາ​ຫານ ໃນ​ພື້ນ​ທີ່ ແມ່ນ​ມີ​ຄວາມ​ເຫມາະ​ສົມ​ແກ່​ການ​ລ້ຽງ​ສັດ​ໃຫຍ່​ປະ​ເພດ ງົວ ສັດ​ຂະ​ຫນາດ​ກາງ ປະ​ເພດ ແບ້ ທີ່​ການ​ຂະ​ຫຍາຍ​ຕົວ​ຂອງ​ສັດ​ຈຳ​ພວກ​ນີ້​ຂ້ອນ​ຂ້າງ​ໄວ ແລະ ການ​ຈະ​ເລີນ​ເຕີບ​ໂຕ​ໄວ ເມື່ອ​ທຽບ​ກັບ​ພື້ນ​ທີ່ອື່ນໆ​ພາຍໃນ​ເມືອງວຽງ​ທອງ ຖື​ວ່າ​ເຂດ​ສຶກ​ສາ​ໂຄງ​ການ​ດີ​ທີ​ສຸດ

ແຫລ່ງ​ທີ່​ມາ
ລາຍ​ລະ​ອຽດ
​ແຫລ່ງ​ອາ​ຫານ​ສັດ​ຈາກ​ທຳ​ມະ​ຊາດ
ໄດ້​ແກ່: ຫຍ້າ, ຖົ້ວ ແລະ ພືດ​ອື່ນໆ ທີ່​ຂື້ນ​ຕາມ​ທຳ​ມະ​ຊາດ ເຊິ່ງ​ເປັນ​ອາ​ຫານ​ຂອງ​ສັດ​ຈຳ​ພວກ ຄວຍ,ງົວ ມ້າ
ແຫລ່ງ​ອາ​ຫານ​ສັດ​ທີ່​ມະ​ນຸດ​ຜະ​ລິດ​ຂື້ນ
​ໄດ້​ແກ່: ຜົນ​ຜະ​ລິດ​ທາງ​ກະ​ສິ​ກຳ​ຕ່າງໆ​ເຊັ່ນ ສາ​ລີ ເຂົ້າ​ຟ້າງ ມັນ​ຕົ້ນ ທີ່​ປູກ​ເພື່ອ​ໃຊ້​ເປັນ​ອາ​ຫານ​ສັດ
​ແຫລ່ງ​ອາ​ຫານ​ສັດ​ທີ່​ເປັນ​ເສດ​ວັດ​ສະ​ດຸ​ຈາກ​ໂຮງ​ງານ
ໄດ້​ແກ່: ກາກ​ຖົ່ວ​ເຫລືອງ ກາກ​ຖົ່ວ​ດິນ ຮຳ​ເຂົ້າ ແລະ ເຂົ້າ​ປຽນ ນ້ຳ​ມັນ​ຫມາກ​ພ້າວ ກາກ​ປາມ ກາກ​ຢາງ​ພາ​ລາ ສ່າ​ເຫລົ້າ ກາກ​ເບຍ ເສດ​ຫມາກ​ນັດ ຫມາກ​ເລັ່ນ ຫມໍ່​ໄມ້​ຝ​ຣັງ ກະ​ດູກ​ປົ່ນ ວັດ​ສະ​ດຸ​ເຫລືອ​ໃຊ້​ເຫລົ່າ​ນີ້​ມີ​ຄຸນ​ຄ່າ​ອາ​ຫານ​ສູງ
ແຫລ່ງ​ອາ​ຫານ​ສັດ​ທີ່​ເປັນ​ຜົນ​ພອຍ​ໄດ້​ຈາກ​ໄຮ່​ນາ
ໄດ້​ແກ່ ຍອດ​ອ້ອຍ ເສດ​ຕົ້ນ ແລະ​ ເປືອກ​ສາ​ລີອ່ອນ ເຟືອງ​ເຂົ້າ ໃບ​ມັນ​ຕົ້ນ ຈັດ​ເປັນ​ອາ​ຫານ​ຫຍາບ ໃຊ້​ລ້ຽງ​ງົວ ຄວຍ ແບ້
ແຫລ່ງ​ອາ​ຫານ​ທີ່​ເປັນ​ຜະ​ລິດ​ຕະ​ພັນ​ຈາກ​ສັດ
ໄດ້​ແກ່: ປາ​ປົ່ວ ເປືອກ​ຫອຍ ກະ​ດູກ​ສັດ ກໍ່​ເປັນ​ແຫລ່ງ​ອາ​ຫານ​ສັດ​ເຊັ່ນ​ກັນ
ແຫລ່ງ​ອາ​ຫານ​ສັດ​ທີ່​ເປັນ​ທົ່ງ​ຫຍ້າ
ເປັນ​ແຫລ່ງ​ອາ​ຫານ​ທີ່​ສຳ​ຄັນ​ແກ່​ສັດ​ປະ​ເພດ​ກິນ​ຫຍ້າ​ເຊັ່ນ: ງົວ ຄວຍ ແບ້ ມ້າ ຊ້າງ ເຊິ່ງ​ມີ​ການ​ປູກ ແລະ ບຳ​ລຸງ​ຮັກ​ສາ​ເຊັ່ນ​ດຽວ​ກັນ

ແຫລ່ງອາຫານສັດ Feed sources, ແຫລ່ງອາຫານສັດ Feed sources, ແຫລ່ງອາຫານສັດ Feed sources
ແຫລ່ງອາຫານສັດ Feed sources, ແຫລ່ງອາຫານສັດ Feed sources, ແຫລ່ງອາຫານສັດ Feed sources

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ