ໂດຍອີງໃສ່ສະພາບແວດລ້ອມສາກົນ, ຈຸດພິເສດ, ສະພາວະຄວາມເປັນຈິງ ແລະ ທິດທາງຍຸດທະສາດຂອງການພັດທະ ນາປະເທດ, ໄດ້ກໍານົດ ວິ ໄສທັດຂອງການພັດທະນາປະ ເທດຮອດປີ 2030 ໄວ້ດັ່ງ ນີ້:
ຮອດປີ 2030, ສປປ ລາວ ສ້າງໄດ້ບາດ ລ້ຽວໃໝ່ໃນການພັດທະນາໃຫ້ກາຍເປັນປະເທດກຳ ລັງພັດທະນາທີ່ມີ ລາຍ ຮັບປານກາງສູງຕາມທິດ ເສດຖະກິດ-ສັງຄົມ ພູມປັນຍາ, ສີຂຽວ ແລະ ຍືນຍົງ,14 ລາຍໄດ້ແຫ່ງຊາດສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນຫຼາຍກວ່າ 4 ເທົ່າທຽບໃສ່ປີ 2015, ມີ ອຸດສາຫະກຳທີ່ເປັນເສົາຄຳ ແລະ ມີໂຄງລ່າງພື້ນຖານເສດຖະກິດ ທີ່ ເຂັ້ມແຂງ ສຳລັບການຫັນ ເປັນອຸດສາຫະກຳ ແລະ ທັນສະໄໝ, ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບຫຼາຍຂຶ້ນ; ສັງຄົມມີ ຄວາມສະຫງົບສຸກ, ສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ປະຊາຊົນບັນດາ ເຜົ່າຮັ່ງມີຜາສຸກ, ມີຄວາມສາມັກຄີເປັນປຶກແຜ່ນ, ຄວາມແຕກໂຕນກັນດ້ານການພັດ ທະນາລະຫວ່າງຕົວເມືອງ ແລະ ຊົນນະບົດ, ຊັ້ນຄົນຕ່າງໆໃນສັງຄົມຫຍັບໃກ້ເຂົ້າຫາກັນ, ຊັບພະຍາກອນມະນຸດໄດ້ຮັບການພັດທະນາມີຄຸນນະພາບດີຂຶ້ນ, ປະຊາຊົນສາມາດເຂົ້າເຖິງການບໍລິການສັງຄົມທີ່ມີຄຸນນະພາບຢ່າງທົ່ວເຖິງ, ສິດທິ ຂອງພົນລະເມືອງ ມີການຮັບປະກັນດ້ວຍການຄຸ້ມຄອງລັດຕາມກົດໝາຍທີ່ສັກສິດ, ລະບອບ ການປົກຄອງ ຕາມທິດ 3 ສ້າງມີຄວາມ ເຂັ້ມແຂງ; ສິ່ງແວດລ້ອມ ທຳມະຊາດໄດ້ຮັບການປົກປັກຮັກສາແລະ ນຳໃຊ້ຢ່າງມີປະສິດທິພາບ
ແລະ ຍືນຍົງ; ລະບົບການເມືອງການປົກຄອງມີສະຖຽນລະພາບ ແລະ ເຂັ້ມແຂງ; ເຊື່ອມໂຍງ ແລະ ເຊື່ອມຈອດຢ່າງ ກວ້າງຂວາງ ແລະ ເລິກເຊິ່ງກັບພາກພື້ນ ແລະ ສາກົນ.
 
 



 
 
![ເຕັກນິກການປູກມັນຕົ້ນ [cassava]](https://blogger.googleusercontent.com/img/b/R29vZ2xl/AVvXsEgQZwxwrLbBQOrEyglJfxL_ps2Zhpbro8guEBit32YaNuO9wlWoQz4Bb5h4t8v5A-UV7Be5uyWB8WV4z9qCYCCW1tvatVYKCaq9ToGSlrUekMaFe2GKTGImDz9LIHLiAuBtu8oILmUzTWYa/s72-c/%25E0%25BB%2580%25E0%25BA%2595%25E0%25BA%25B1%25E0%25BA%2581%25E2%2580%258B%25E0%25BA%2599%25E0%25BA%25B4%25E0%25BA%2581%25E2%2580%258B%25E0%25BA%2581%25E0%25BA%25B2%25E0%25BA%2599%25E2%2580%258B%25E0%25BA%259B%25E0%25BA%25B9%25E0%25BA%2581%25E2%2580%258B%25E0%25BA%25A1%25E0%25BA%25B1%25E0%25BA%2599%25E2%2580%258B%25E0%25BA%2595%25E0%25BA%25BB%25E0%25BB%2589%25E0%25BA%2599.jpg) 
 
 
 
 
 
 
 
 
 
 
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ