google-site-verification: google0d91bc93cfc88895.html ຕົ້ນໝາກມີ້ີ້ [Ton Makmi] Jack fruit tree - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, July 25, 2019

ຕົ້ນໝາກມີ້ີ້ [Ton Makmi] Jack fruit tree

ຕົ້ນໝາກມີ້ີ້ [Ton Makmi]
ຊື່ວິທະຍາສາດ: Artocarpus heterophyllus
ຊື່ທົ່ວໄປ ເປັນພາສາອັງກິດ: Jack fruit tree


ຕົ້ນໝາກມີ້ ມີຖິ່ນກຳເນີດຢູ່ ປະເທດມາເລເຊຍ ແລະ ປະເທດອິນເດຍ, ແຜ່ຂະຫຍາຍໄດ້ດີ ຢູ່ເຂດຮ້ອນໃນທົ່ວໂລກ. ຕົ້ນສູງເຖິງ 25 ມ, ມີປະໂຫຍດທາງດ້ານອາຫານ ແລະ ໃຊ້ເປັນໄມ້ປະດັບ.



ຕົ້ນໝາກມີ້ ມີເຊື້ອສາຍລາຍລ່ອງດຽວກັນກັບຕົ້ນຫາດ, ຕົ້ນໝາກເດື່ອທຸກຊະນິດ, ຕົ້ນໄຮທຸກປະເພດ, ຕົ້ນໜ້ອງ, ຕົ້ນປໍສາ, ດັ່ງນີ້ ເປັນຕົ້ນແຕ່ ຕົ້ນໝາກມີ້ເປັນຕົ້ນໄມ້ທີ່ຢູ່ໃກ້ກັບຮົ້ວສວນເຮືອນຊານຂອງຄົນກວ່າເພື່ອນໆໃນຕະກຸນດຽວກັນ. 



ແມ່ນຕົ້ນໄມ້ຂະໜາດນ້ອຍຫາຂະໜາດກາງ, ສູງແຕ່ 8 ຫາ 25 ມ, ມີຫນ້າຕັດກວ້າງແຕ່ 30-50 ຊມ. ຕົ້ນໝາກມີ້ຈຳແນກອອກຈາກເພື່ອນໆໄດ້ງ່າຍ ຍ້ອນມີບາງລັກສະນະເດັ່ນ ຈຳນວນໜຶ່ງ,ເຊັ່ນ: ເປັນຕົ້ນຕັ້ງຂຶ້ນຊື່, ງ່າຕາກອອກ ແລະ ຕັ້ງຊັນຂຶ້ນພໍສົມຄວນ, ທຸກພາກສ່ວນມີນ້ຳຢາງຂາວຂຸ້ນ ຈະເຫັນໄດ້ເມື່ອເຮົາເອົາປາຍມີດຂີດ ຫຼື ເດັດຍອດອ່ອນ, ລຳຕົ້ນມີເປືອກບາງ, ສີຂຽວອອກໝົ່ນເວລາຍັງອ່ອນ, ບາດເປັນຕົ້ນແກ່ເປືອກມີສີໝົ່ນ ອອກຂຽວຫາໝົ່ນ, ໃບດົກໜາ ແລະ ຫລົ່ນເປັນເວລາສັ້ນໆ ແລະ ບໍ່ພ້ອມກັນຊຶ່ງເຮັດໃຫ້ຕົ້ນມີ້ມີໃບຂຽວເກືອບຕະຫຼອດປີ. ແມ່ນໃບດ່ຽວຈັບສະຫຼັບກັນ, ແຜ່ນໃບຫຍາບ ແລະ ຊາໃນມືເວລາຈັບ, ມີສີຂຽວເຂັ້ມ ແລະ ເຫື້ຼອມ, ດ້ານລຸ່ມຂອງໃບມີສີຂຽວອ່ອນ, ກ້ານໃບມີຮ່ອງເລິກ. ຮູບຊົງຂອງແຜ່ນໃບມີສອງແບບ ເຊັ່ນເວລາເປັນຕົ້ນນ້ອຍ ຫຼື ຢູ່ຕາມງ່າປົ່ງໃໝ່ແຜ່ນໃບແກວກເລິກ ເຫັນເປັນສາມບິ້ງຕິດກັນຢູ່ຕີນໃບ, ຂອບໃບເປັນແຂ້ວເລ່ືອຍຖີ່ໆ,ເມື່ອເວລາເປັນຕົ້ນແກ່ ແຜ່ນໃບເປັນແຜ່ນດຽວ ສ້ວຍຮູບໄຂ່, ໜາ ແລະ ຫຍາບກວ່າຫຼາຍ. ງ່າອ່ອນ ອວບນ້ຳ, ໃຄ່ຢູ່ຕາມຂໍ້ ບ່ອນທີ່ໃບຈັບຢູ່,ຍອດອ່ອນມີຫູໃບສີເຫຼືອງອ່ອນຫຸ້ມເອົາໄວ້. ຕົ້ນໝາກມີ້ ມີເພດແຍກຢູ່ພາຍໃນຕົ້ນດຽວກັນ, ຊໍ່ດອກຜູ້ທີ່ເອີ້ນກັນວ່າຫຳໝາກມີ້ ມີດອກນ້ອຍໆຈຳນວນຫຼາຍຈັບກັນຖີ່ໆ ສີຂຽວຈືດໆ ເວລາແກ່ດອກຊ້ຳດຳເຂົ້າ. ດອກແມ່ມີຂະໜາດໃຫຍ່ກວ່າ, ຈັບກັນຖີ່ໆເປັນຊໍ່ໃຫຍ່ກວ່າຊໍ່ຂອງດອກຜູ້. ຊໍ່ດອກແມ່ອອກ ຢູ່ຕາມແໜງໃໜ່ຊຶ່ງມີຕາມລຳຕົ້ນ ຫຼື ງ່າແກ່. ເມື່ອກາຍເປັນໝາກໆກໍຈັບຢູ່ຕາມລຳຕົ້ນ ຫຼື ງ່າແກ່ບ່ອນທີ່ຊໍ່ດອກແມ່ເຄີຍຈັບຢູ່. ຄວາມຈິງ ໝາກແມ່ນໝາກລວມ ຊຶ່ງວິວັດມາຈາກຊໍ່ດອກຊໍ່ໜຶ່ງ, ເວລາຍັງອ່ອນໝາກຈະແຂງ, ມີສີຂຽວແກມສີນ້ຳຕານ,ໜັງໝາກເປັນຕາ ຈັດກັນຖ່ີໆ, ເມື່ອໝາກສຸກແລ້ວ ຕາຈະຫ່າງໆອອກ(ຊາວບ້ານເອີ້ນວ່າຕາໝາກມີ້ຕີ່) ແລ້ວໜັງຂອງໝາກມີ້ ກໍ່ຄ່ອຍອ່ອນນຸ້ມຂຶ້ນ, ມີສີນ້ຳຕານແກມສີເຫຼືອງແລະ ມີກິ່ນຫອມ. ໝາກມີຂະໜາດໃຫຍ່ກວ່າຊໍ່ດອກຫຼາຍສິບເທົ່າ ແລະ ມີນ້ຳໜັກແຕ່3 ຫາ 30 ກິໂລ. ໝາກມີ້ ມີສອງພັນ ດັ່ງ ພັນໝາກມີ້ໜັງ ແລະ ພັນໝາກມີ້ຝ້າຍ ຊຶ່ງຈະຈຳແນກ ຄວາມແຕກຕ່າງໄດ້ນຳລົດຊາດ ແລະ ຈຸດພິເສດຂອງໝາກເທົ່ານັ້ນ, ສ່ວນວ່າຊິ້ນສ່ວນອື່ນຄືກັນໝົດ. 
ເມື່ອຜ່າໝາກຈະເຫັນແກນຂອງໝາກ, ຈັບຢູ່ອ້ອມແກນ ມີບົວຫຼາຍໆອັນ, ແຕ່ລະບົວແມ່ນໝາກໜຶ່ງໜ່ວຍ. ເດີມ ຕົ້ນໝາກມີ້ມີຖິ່ນກຳເນີດຢູ່ໃນປ່າຕຶບຂອງປະເທດມາເລເຊຍ ແລະປະເທດອິນເດຍໂດຍສະເພາະຢູ່ຕາມສາຍພູກັດ ເອີ້ນອີກວ່າສາຍພູຊາຢາດີ ຊຶ່ງຕັ້ງຢູ່ຝັ່ງຕາວັນຕົກຂອງປະເທດອິນເດຍ. ຕໍ່ມາ ໄດ້ມີການນຳພັນໄມ້ ຊະນິດນີ້ອອກໄປປູກຢ່າງກວ້າງຂວາງ ທົ່ວເອເຊຍຕະວັນອອກສ່ຽງໃຕ້ ແລະ ເອເຊຍພາກໃຕ້ລາມໄປເຖິງພາກໃຕ້ຂອງປະເທດຈີນ, ປູກຢູ່ໃນບັນດາເກາະທີ່ມະຫາສະມຸດປາຊີຟິກໃນໄລຍະທີ່ມີການສ້າງຕັ້ງ ປະເທດຫົວເມືອງຂຶ້ນຂອງບາງປະເທດ ໃນຢູໂຣບ, ປູກຢູ່ທະວີບອາຟິຼກກາ ແລະອະເມຣິກາກາງ. 



ການນຳໄປປູກ ຕົ້ນຕໍກໍແມ່ນເພື່ອບໍລິໂພກໝາກ, ຕໍ່ມາ ກໍແມ່ນເພື່ອປະດັບສວນ ແລະ ເດີ່ນຫຍ້າ ຊຶ່ງເຮັດໃຫ້ມີຮົ່ມ ແລະ ມີໃບສວຍງາມ ຂຽວເກືອບຕະຫຼອດປີ. ການນຳໄປປູກຕ່າງຖິ່ນກຳເນີດໄດ້ມີມາຫຼາຍເຊັ່ນຄົນແລ້ວ ອັນເຮັດໃຫ້ພັນໄມ້ຊະນິດນີ້ ປັບຕົວຕາມແວດລ້ອມເຂດຮ້ອນຕ່າງໆທີ່ກ່າວມາໄດ້ຢ່າງສົມດູນທີ່ສຸດ.ຕົ້ນໝາກມີ້ເກີດງ່າຍ, ເຕີບໂຕໄວໃນດິນຫຼາຍປະເພດທີ່ມີການລະບາຍນ້ຳໄດ້ດີ, ມັກແສງແດດ, ຈະຂະຫຍາຍໄດ້ດີຢູ່ເຂດຕ່ຳ ກວ່າຢູ່ໃນເຂດສູງ. ຊິ້ນສ່ວນທີ່ເພິ່ນໃຊ້ຫຼາຍກວ່າໝູ່ ແມ່ນໝາກ ຊຶ່ງບໍລິໂພກເປັນເຄື່ອງຫວານ, ມີແຕ່ພັນໝາກມີ້ຝ້າຍຈຶ່ງໃຊ້ປຸງແຕ່ງອາຫານ ເຊັ່ນ: ເຮັດແກງ, ເຮັດຊຸບໝາກມີ້ ເປັນອາຫານທີ່ຊາວລາວພາກກາງ ແລະ ພາກໃຕ້ນິຍົມເປັນພິເສດ. ສ່ວນວ່າ ປະເທດໃນແຖບເອເຊຍຕະວັນອອກສ່ຽງໃຕ້ ກໍໄດ້ມີການບໍລິໂພກແບບໃກ້ຄຽງກັນ. ນອກນັ້ນ ແກ່ນມີສານບຳລຸງຫຼາຍຢ່າງ ໃຊ້ກິນໄດ້,ໄມ້ມຸ່ນຫຼື ເສດໄມ້ກໍ່ໃຊ້ຍ້ອມຜ້າ ອອກສີສົ້ມຊ້ຳ ຫຼື ສີເຂ (ສີແສດຊ້ຳ) ທີ່ເພິ່ນເອົາຍ້ອມຜ້າສະບົງ, ເນື້ອໄມ້ ໃຊ້ເຮັດເຟີນິເຈີ, ເຮັດຫີບ ແລະໃຊ້ໃນການປຸກສ້າງເບົາ.



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ