google-site-verification: google0d91bc93cfc88895.html ການ​ຄິດ​ໄລ່ ວິ​ທີ​ການ​ໃຫ້​ນ້ຳ ໄມ້​ໃຫ້​ຫມາກ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, July 13, 2019

ການ​ຄິດ​ໄລ່ ວິ​ທີ​ການ​ໃຫ້​ນ້ຳ ໄມ້​ໃຫ້​ຫມາກ


(1) ການ​ຫາ​ນ້ຳ​ໃຊ້​ຂອງ​ໄມ້​ໃຫ້​ຫມາກ
ການ​ຄຳ​ນວນ​ປະ​ລິ​ມານ​ການ​ໃຊ້​ນ້ຳ​ຂອງ​ໄມ້​ໃຫ້​ຫມາກ​ຫາ​ໄດ້​ຈາກ
ສູດ ET = Kp x Ep x ຊົງຝຸ່ມ  = …………ລິດ/ວັນ
            ປະສິດທິພາບໃນໃຫ້ນ້ຳ
ຮູ້ວ່າ :
ET = ຄ່າການໃຫ້ນ້ຳຂອງໄມ້ໃຫ້ຫມາກ
Kp = ສຳປະສິດການໃຊ້ນ້ຳຂອງພືດສ່ວນຕ່າງໆ
Ep = ຄ່າການລະເຫີຍທີ່ໄດ້ຈາກ ການວັດແທກການລະເຫີຍ (ມມ​/ວັນ)
ຊົງຟຸ່ມ = ພື້ນທີ່ຂອງຊົງຟຸ່ມ (2)
 (ກຳນົດປະສິດທິພາບ ການໃຫ້ນ້ຳ 85%)
(2) ອົງ​ປະ​ກອບ​ທີ່​ມີ​ຜົນ​ຕໍ່​ການ​ໃຊ້​ນ້ຳ​ຂອງ​ໄມ້​ໃຫ້​ຫມາກ
ປະ​ລິ​ມານ​ການ​ໃຫ້​ນ້ຳ​ຂອງ​ໄມ້​ໃຫ້​ຫມາກ​ຈະ​ຫລາຍ​ຫລື​ນ້ອຍ ຂື້ນ​ຢູ່​ກັບ​ອົງ​ປະ​ກອບ​ທີ່​ສຄັນ 4 ຢ່າງຄື :
·         ສະພາບພູມອາກາດຮອບໆ ຕົ້ນພືດ ຊື່ງໄດ້ແກ່ອຸນຫະພູມຄວາມຊື້ນ ແລະ ຄວາມໄວລົມ
·         ຊະນິດ ແລະ ອາຍຸຂອງໄມ້ໃຫ້ຫມາກ ພືດແຕ່ລະຊະນິດມີຄວາມຕ້ອງການນ້ຳທີ່ແຕກຕ່າງກັນ ພືດສະນິດດຽວກັນ ການໃຊ້ນ້ຳຈະເພີ່ມຂື້ນເລື່ອຍໆ ແຕ່ເລີ່ມປູກຈົນຫລາຍສຸດເມື່ອໃຫຍ່ເຕັມທີ່ ຈາກນັ້ນຄ່ອຍໆ ລົດລົງ
·         ດິນ ເຊິ່ງໄດ້ແກ່ເນື້ອດິນ ປະລິມານຄວາມຊື້ນໃນດິນ ຄວາມສາມາດໃນການອູ້ມນ້ຳ
·         ອົງປະກອບອື່ນໆເຊັ່ນ ວິທີການໃຫ້ນ້ຳແກ່ພືດ ແລະ ຄວາມເລິກທີ່ໃຊ້ແຕ່ລະຄັ້ງ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ