ຊື່ວິທະຍາສາດ: Aquilaria crassna
ຊື່ທົ່ວໄປ ເປັນພາສາອັງກິດ: Eaglewood tree, agarwood tree, aloeswood tree
ໄມ້ເກດສະໜາຖືກຈັດໃນບັນຊີແດງ ຕາມສົນທິສັນຍາວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າລະຫວ່າງຊາດເອີ້ນຊື່ຫຍໍ້ວ່າ ໄຊແຕັສ (CITES).ນຳ້ມັນລະເຫີຍຂອງໄມ້ເກດໃຊ້ ເຮັດທູບ, ເຮັດນ້ຳຫອມ, ເຄື່ອງສຳອາງ ແລະ
ໃຊ້ເປັນສ່ວນປະກອບໃນຕຳລາຢາພື້ນເມືອງ.
ຕົ້ນເກດສະໜາ ເປັນຕົ້ນໄມ້ທີ່ຜູ້ຄົນທົ່ວໆໄປຮູ້ຈັກດີໃນຊື່ (ໄມ້ເກດ) ຫຼາຍກວ່າ. ຕົ້ນໄມ້ທີ່ມີເຊື້ອສາຍລາຍລ່ອງຮ່ວມຕະກຸນດຽວກັນ ໃນຖານະເປັນຕົ້ນໄມ້ທີ່ຄົນເຮົານຳໃຊ້ແລະ ພໍເປັນທີ່ຮູ້ຈັກບໍ່ຄ່ອຍມີປານໃດ. ຕົ້ນເກດສະໜາເປັນໄມ້ຂະໜາດກາງ ແຕ່ 15ຫາ 30 ມ, ເສັ້ນໜ້າຕ່າງ ກວ້າງເຖິງ 1 ມ. ຕົ້ນເກດສະໜາມີບາງລັກສະນະທີ່ຊ່ວຍໃນການຈຳແນກມັນອອກຈາກໝູ່ເພື່ອນໄດ້ ດັ່ງ ລຳຕົ້ນ ຕັ້ງຊື່, ມີເປືອກກ້ຽງ ແລະ ບາງ, ລຳຕົ້ນແບ່ງເປັນສອງງ່າແຕ່ໄລຍະຕົ້ນໆ ແລະ ສືບຕໍ່ແບ່ງເປັນສອງງ່າຫຼຸດໆກັນ ຈົນຮອດງ່າເລັກ ງ່ານ້ອຍ, ງ່າທັງໝົດທີ່ໄດ້ຈາກການ ແບ່ງກໍຢູ່ໃນທ່າຕັ້ງ. ເປືອກ ມີສີຂີ້ເທົ່າ ອົມສີນ້ຳຕານໃໝ້, ເຮືອນຍອດ ຮູບສ້ວຍຈ້ອມເຂົ້າຢູ່ປາຍເທິງ ສ່ວນຢູ່ລຸ່ມເຫວີອອກ. ໃບແມ່ນໃບດ່ຽວ, ຈັບສະຫຼັບກັນ, ຮູບຂອບຂະໜານແກມຮູບໄຂ່, ສີຂຽວອ່ອນຫາສີຂຽວເຂັ້ມ,ຜິວໃບດ້ານເທິງເປັນມັນ, ເສັ້ນກ່າງມີຈຳນວນຫຼາຍຈັດກັນຖີ່ໆ. ເວລາໃບແກ່ ເສັ້ນກ່າງຢູ່ກາງດູນຂຶ້ນ ແລະ ອອກສີເຫຼືອງ ສີດຽວກັບຂອບຂອງໃບ.
ໄມ້ເກດສະໜາເປັນພືດທີ່ເຕີບໂຕໄວ, ເປັນໄມ້ຜັດປ່ຽນໃບຕະຫຼອດລະດູແລ້ງ. ດອກອອກເປັນຈຸ້ມສັ້ນ, ອອກຢູ່ດ້ານຂ້າງຂອງກິ່ງ, ຕີນຂອງກາບດອກຕິດກັນແໜ້ນເປັນຫົ້ງຮູບຈວຍ. ດອກອອກສີໄຂ່, ມີຂົນບົ່ວເຕັມຢູ່ຕາມກີບດອກ, ເຕົ້າໄຂ່, ກ້ານດອກແລະ ຢູ່ກ້ານຊໍ່ດອກ. ໝາກຂອງໄມ້ເກດສະໜາເປັນຮູບກົມຄ້າຍໜ່ວຍໄຂ່, ບາງພັນກໍ່ມີປາຍເປອອກ, ບາງພັນ ກໍ່ມີປາຍຈ້ອມເຂົ້າ ແລະ ເປືອກກໍຍູ່ຍີ່ເລັກນ້ອຍ ຈັດກັນເປັນຈຸ້ມ, 4 ຫາ 6 ໝາກຕໍ່ພົ້ວໜຶ່ງໆ. ພິເສດອີກອັນໜຶ່ງ ແມ່ນເວລາເປັນໝາກແລ້ວກາບດອກຂະຫຍາຍໃຫ່ຍຂຶ້ນ, ມີສີຂຽວ ແລະ ຈັບຢູ່ຕີນໝາກເບິ່ງຄືວ່າກາບດອກຊູໝາກໄວ້ຢູ່. ໄມ້ເກດສະໜາ ມີຖິ່ນກຳເນີດຢູ່ໃນບັນດາປະເທດໃນເຂດເອເຊຍຕາເວັນອອກສ່ຽງໃຕ້, ເກີດໃນປ່າດົງດິບ, ເກີດບໍ່ເລືອກດິນ, ບ່ອນທີ່ມີລຳດັບຄວາມສູງແຕ່ 300ຫາ 1000 ມ. ຄວາມຈິງໃນວົງການຄ້າເພິ່ນເອີ້ນໄມ້ເກດສະໜາ (ໄມ້ເກດ)ແມ່ນແກນຂອງລຳຕົ້ນທີ່ຖືກເຫັດຂັ້ນຕ່ຳໃນກຸ່ມເຊື້ອຣາ ຫຼື ກຸ່ມຈຸນລະຊີບເຂົ້າໄປທຳລາຍໂຄງສ້າງເດີມ ຫຼັງຈາກທີ່ຕົ້ນນັ້ນມີບາດແຜໂດຍທຳມະຊາດ ຫຼື ໂດຍເຈດຕະນາກໍ່ແລ້ວແຕ່, ຈາກນັ້ນ ຈຶ່ງໄດ້ແກນໄມ້ທີ່ພຸພັງ, ເບົາ, ເປັນແຊກໆມີສີຊ້ຳກ່ຳ ແລະ ມີກິ່ນຫອມ. ມີພືດຫຼາຍຊະນິດໃກ້ຄຽງກັນໃນຕະກຸນດຽວກັນນີ້ທີ່ສາມາດໃຫ້ໄມ້ເກດສະໜາໃນຮູບແບບດຽວກັນຊຶ່ງລ້ວນແລ້ວ ແຕ່ມີລາຄາສູງຍ້ອນມັນບັນຈຸທາດສານໃຫ້ກິ່ນຊຶ່ງແມ່ນນ້ຳມັນລະເຫີຍນັ້ນເອງ. ໄມ້ເກດສະໜາ ທີ່ນິຍົມກັນຂຸດຄົ້ນໃນປະເທດ ລາວ, ຫວຽດນາມ, ກຳບູເຈຍແລະ ໄທ ແມ່ນຊະນິດດຽວກັນ. ສ່ວນວ່າ ຢູ່ປະເທດອ່ືນໃນເຂດເອເຊຍຕາເວັນອອກສ່ຽງໃຕ້ແມ່ນຊະນິດອື່ນອີກ ທີ່ໃກ້ຄຽງກັນ ແລະ ຊຶ່ງນອນໃນຕະກຸນດຽວກັນ. ຊິ້ນສ່ວນຂອງຕົ້ນເກດສະໜາ ທີ່ເພິ່ນນຳໃຊ້ແມ່ນແກນໄມ້ທີ່ພຸພັງນັ້ນເອງ ທ່ີເພິ່ນເອົາມາກັ່ນ ແລະ ແຍກເອົານຳ້ມັນລະເຫີຍອອກ, ຫຼັງຈາກນັ້ນ ຈຶ່ງສົ່ງອອກຂາຍໃນຮູບນ້ຳມັນລະເຫີຍເຂັ້ມຂຸ້ນ. ນ້ຳມັນນີ້ ເອົາໄປໃຊ້ຫຼາຍຢ່າງ ດັ່ງຢູ່ໃນບັນດາປະເທດໃນເຂດຕາວັນອອກກາງ ແມ່ນໃຊ້ເຮັດທູບ, ເຮັດນ້ຳຫອມ ແລະ ເຮັດເຄື່ອງສຳອາງ, ຢູ່ປະເທດຈີນ ແລະ ປະເທດໃນເອເຊຍຕະວັນອອກສ່ຽງໃຕ້ເພິ່ນໃຊ້ເປັນສ່ວນປະກອບໃນຕຳລາຢາພື້ນເມືອງລະດັບດີ. ໃນບັນດາປະເທດໃນເຂດເອເຊຍຕະວັນອອກສ່ຽງໃຕ້ການຂຸດຄົ້ນໄມ້ເກດສະໜາໄດ້ລະບາດແຮງມາຍາວນານ ແລະ ຍັງສືບຕໍ່ຢູ່. ຍ້ອນແນວນັ້ນ ໃນປະເທດເຫຼ່ົານັ້ນ ພືດຊະນິດນີ້ຈຶ່ງຖືກຈັດໃນບັນຊີແດງ ວ່າຈະສູນພັນຕາມສົນທິສັນຍາວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າລະຫວ່າງຊາດ ເອີ້ນຊື່ຫຍໍ້ວ່າໄຊແຕສ (CITES). ທີ່ບ້ານເຮົາກໍ່ໄດ້ເລີ້ມມີການປູກໄມ້ເກດສະໜາ ຢ່າງກວ້າງຂວາງຈາກແນວພັນທີ່ມາຈາກແກ່ນ ແລະ ເບ້ຍນ້ອຍທີ່ຂະຫຍາຍດ້ວຍເນື້ອເຍື່ອ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ