ຕົ້ນດອກຈານ [Ton Chane]
ຊື່ວິທະຍາສາດ: Butea monosperma
ຊື່ທົ່ວໄປ ເປັນພາສາອັງກິດ: Flame of the forest, Bastard teak, Parrot tree
ຕົ້ນຈານມີຖິ່ນກຳເນີດຢູ່ປະເທດປະກິດສະຖານຮອດປະເທດ ອິນເດຍ, ບັງກະລາເທດ,ເນປານ, ສີລັງກາ, ອິນໂດເນເຊຍ, ມ່ຽນມ້າ, ໄທ, ກຳປູເຈຍ, ຫວຽດນາມ ແລະ ລາວ.ເປັນຕົ້ນສູງ ປະມານ 15 ມ ໃຊ້ເປັນພືດປະດັບຍ້ອນ ດອກ ແລະ ໃບ, ທັງໃຊ້ເປັນຢາພື້ນເມືອງອີກດ້ວຍ.
ຕົ້ນດອກຈານ ຫຼື ກົກຈານ ເປັນໄມ້ຢືນຕົ້ນທີ່ມີເຊື້ອສາຍລາຍລ່ອງດຽວກັນກັບ ຕົ້ນດູ່,ຕົ້ນຄຳພີ, ຕົ້ນຖົ່ວທັງຫຼາຍ, ເຄືອຕຸ່ມແຍ ແລະ ເຄືອໄຫຼ ດັ່ງນີ້ເປັນຕົ້ນ, … ບາງຄັ້ງຢູ່ບາງທ້ອງຖິ່ນເພິ່ນຍັງເອີ້ນຊື່ຕົ້ນນີ້ວ່າ ຈານຕົ້ນເພື່ອແຍກອອກຈາກພືດຊະນິດໜຶ່ງທີ່ຄ້າຍຄືກັນຫຼາຍແຕ່ເປັນເຄືອ ຊຶ່ງເພິ່ນເອີ້ນວ່າຈານເຄືອ. ທາງດ້ານຊື່ ເປັນພາສາສາກົນ (Flame of the Forest) ຊຶ່ງແມ່ນຊື່ທີ່ເພິ່ນເຄີຍໄດ້ຕັ້ງ ໃຫ້ຕົ້ນຜາງ ດັ່ງທີ່ໄດ້ກ່າວມາແລ້ວໃນປຶ້ມຫົວນີ້ກໍ່ອາດ ແມ່ນຍ້ອນສີສັນຂອງດອກສີສົ້ມຈືດ ຫຼື ສີສົ້ມແກມສີແດງທີ່ເບັ່ງບານຊອນໆກັນ ຫຼັງຈາກໃບໄດ້ຫຼຸດຫລົ່ນອອກ ເກືອບໝົດແລ້ວ ອັນເຮັດໃຫ້ກົກຈານ ຮຸ່ງຈາດອອກສູ່ສາລະທິດເຊັ່ນ ດຽວກັບຕົ້ນ ດອກຜາງ, ແຕ່ຂອບເຂດແຜ່ກະຈາຍຂອງຕົ້ນດອກຈານນີ້ພັດມີຄວາມຈຳກັດ ກວ່າຕົ້ນດອກຜາງຫຼາຍ. ກົກຈານມີລັກສະນະບາງຢ່າງທີ່ຊ່ວຍໃນການແຍກອອກ ຈາກເພື່ອນໆໄດ້ ດັ່ງເປັນໄມ້ຂະໜາດກາງ, ສູງປະມານ 15 ມ, ໜ້າຕັດ ກວ້າງ 20-40 ຊມ, ລຳຕົ້ນເປັນທໍ່ກົມ ມີຕູດມີໂກນຢົງຢາຍຢູ່ຕາມລຳຕົ້ນ, ເປືອກສີຂີ້ເທົ່າຊ້ຳ, ມີຮອຍແຕກຕື້ນຢາຍທົ່ວໆຕາມລວງຍາວ, ງ່າຕັ້ງຊັນ, ໝົດທັງຕົ້ນບໍ່ເປັນຮູບ ເປັນຊົງ ຈະແຈ້ງ. ໃບ ແມ່ນໃບປະສົມ ມີສາມໃບຍ່ອຍ, ໃບຍ່ອຍໃບກາງໃຫຍ່ກວ່າໝູ່, ຮູບ ເກືອບສີ່ລ່ຽມຈ້ວຍ, ກ້ານໃບຍາວ, ຕີນ ແລະ ປາຍໃບອ່າວມົນ,ມີຂົນອ່ອນໆປູຕາມ ທ້ອງໃບ. ກົກຈານເປັນໄມ້ຜັດປ່ຽນໃບ ໄລຍະສັ້ນໆ, ໂດຍທົ່ວໄປດອກອອກກ່ອນ ໃບປົ່ງໃນທ້າຍລະດູແລ້ງ, ແຕ່ບາງຄັ້ງຄາວ ກໍ່ເຫັນວ່າເວລາດອກເລີ້ມບານ ຍັງເຫັນມີໃບຢູ່ນຳເລັກໆນ້ອຍໆ. ດອກອອກເປັນຊໍ່ໃຫຍ່, ມີດອກຈຳນວນຫຼາຍຈໍ່ຈີມກັນ ອອກມາ, ມີຂົນຕາມກ້ານຊໍ່ດອກ, ຕາມກ້ານດອກ, ຕາມກາບ ແລະ ກີບດອກອີກດ້ວຍ. ເບິ່ງຢ່າງໜຶ່ງລັກສະນະຂອງກີບດອກຄ້າຍຄືສົບນົກແກ້ວອີກ ຊຶ່ງສຽບຢູ່ ຫົ້ງ
ກາບດອກ ສີນ້ຳຕານຊ້ຳ ຕັດກັບສີແສດຂອງກີບດອກ. ໝາກເປັນຝັກແປ ຍາວ 15-20ຊມ, ມີຂົນເຕັມຕາມເປືອກອອກ ສີຂາວໂໝກ. ແກ່ນມີ 1 ເມັດ ຈັບຢູ່ເບື້ອງປາຍໝາກ.ເວລາໝາກຫ້າວ ມັນຈະແຕກອອກຢູ່ປາຍບ່ອນທີ່ມີແກ່ນຈັບຢູ່ເທົ່ານັ້ນ ສ່ວນດ້ານລຸ່ມຂອງໝາກບໍ່ແຕກເລີຍ. ກົກຈານມີຖິ່ນກຳເນີດຢູ່ເຂດເອເຊຍຮ້ອນ ແລະ ຊຸ່ມ,ແຕ່ປະເທດປະກິດສະຖານ ຮອດປະເທດອິນເດຍ, ບັງກະລາເທດ, ເນປານ, ສີລັງກາ, ອິນໂດເນເຊຍ, ມ່ຽນມ້າ, ໄທ, ກຳບູເຈຍ, ຫວຽດນາມ ແລະ ລາວ. ເປັນພັນໄມ້ປ່າ, ມີການເຕີບໂຕຊ້າ, ເພິ່ນພົບໄມ້ພັນນີ້ໃນເຂດທົ່ງພຽງ, ໃນປ່າໂຄກ, ປ່າຄັງ, ບ່ອນດິນເປົ່າວ່າງ.
ສິ່ງທີ່ນຳໃຊ້ຈາກຕົ້ນນີ້ ກໍ່ແມ່ນດອກເພື່ອໃຊ້ປະດັບ, ໃຊ້ບູຊາພຼະ ຍາມບຸນເຂົ້າຈີ່ໃນເດືອນສາມເພັງ ຊຶ່ງບ່າວສາວຊາວຊົນນະບົດໃນສະໄໝກ່ອນໄດ້ອອກໄປເກັບດອກໄມ້ປ່າ ເຊັ່ນດອກຂະຍອມ, ດອກຈານ ດັ່ງນີ້ເປັນຕົ້ນ ແລ້ວນຳມາຖະຫວາຍພຼະເພື່ອຂໍພອນໃຫ້ສິ່ງທີ່ປາດຖະໜາຢູ່ໃນໃຈຂອງແຕ່ລະຄົນໄດ້ສົມຫວັງດ້ວຍ. ໃນໄລຍະຫຼັງໆມານີ້ ຜູ້ຄົນກໍເລີ້ມນຳເອົາພັນໄມ້ຊະນິດນີ້ເຂົ້າມາປູກເປັນພືດປະດັບໃນຕົວເມືອງຫຼາຍຂຶ້ນ ເຊັ່ນ ປະດັບລຽບແຄມທາງ, ເດີ່ນຕ່າງໆ ຍ້ອນຄວາມງົດງາມ ແລະສົດໄສຂອງດອກນັ້ນເອງ, ນອກຈາກເວລາອອກດອກ ຕົ້ນຈານກໍ່ຍັງຄົງຄວາມສວຍງາມບໍ່ໜ້ອຍ ຍ້ອນໃບມີສີຂຽວ ທົນນານ. ໄດ້ມີການເກັບກຳວ່າ ຢູ່ປະເທດອິນເດຍຕົ້ນຈານຍັງເປັນຕົ້ນໄມ້ສັກສິດ ເພາະມັນຕິດພັນກັບຮີດຄອງທາງສາດສະໜາຂອງຜູ້ຄົນໃນປະເທດນັ້ນ, ພ້ອມດຽວກັນ ບາງຊິ້ນສ່ວນຂອງ ຕົ້ນຈານຍັງໃຊ້ເປັນຢາປົວພະຍາດ ດັ່ງໃບ ແລະ ແກ່ນ, ດອກເອົາໃຊ້ຍ້ອມຜ້າ. ສ່ວນວ່າຢູ່ບ້ານເຮົາກໍ່ປະກົດວ່າມີການໃຊ້ດອກແຫ້ງຊົງນຳ້ຮ້ອນ ຜ່ອນຄາຍຄວາມອິດເມື່ອຍ ແລະ ບຳລຸງຮ່າງກາຍ
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ