ຕົ້ນງິ້ວ [Ton Ngiou]
ຊື່ວິທະຍາສາດ: Ceiba pentandra
ຊື່ທົ່ວໄປ ເປັນພາສາອັງກິດ: Kapok tree, Silk Cotton tree, Ceiba
ຕົ້ນງິ້ວມີຖິ່ນກຳເນີດຢູ່ເຂດອາເມຣິກາກາງກວມມາຮອດພາກເໜືອຂອງອາເມຣິກາໃຕ້ ແລະ ເຂດຕະເວັນຕົກຂອງທະວີບອາຟຼິກກາ. ໃນຖິ່ນເດີມຕົ້ນງິ້ວສູງເຖິງ 70 ມ, ສ່ວນໃນແຖບເອເຊຍ ມັນສາມາດສູງຮອດ 30-40 ມ ເທົ່ານັ້ນ. ຕົ້ນງິ້ວອ່ອນມີໜາມແຂງຢາຍຕາມລຳຕົ້ນ ແຕ່ບາດເວລາ ເປັນຕົ້ນເກົ່າແລ້ວ ໝາມຈະໝົດໄປແຕ່ ຕົງກັນຂ້າມ ປີກຮາກມີຫຼາຍຂຶ້ນ ແລະ ມີຂະໜາດໃຫຍ່ອີກດ້ວຍ.
ຕົ້ນງິ້ວ ເປັນໄມ້ທີ່ມີສາຍຍາດດຽວກັນກັບ ຕົ້ນຖົ່ວລຽນ, ຕົ້ນງິ້ວປ່າ ຫຼື ງິ້ວຜາ, ຕົ້ນງິ້ວດອກແດງ ແລະ ຕົ້ນບາວບັບ ທີ່ເກີດຢູ່ປ່າຄັງ ທະວີບອາຟຼິກກາ. ຖ້າປ່ອຍໃຫ້ພັນໄມ້ຊະນິດນີ້ ເກີດຕາມທຳມະຊາດ ມັນເປັນຕົ້ນໃຫຍ່ຫຼາຍ, ສູງເຖິງ 30 ຫາ 40 ມ ພຸ້ນໃດ໋ແຕ່ ຢູ່ບ້ານເຮົາມັກຮານໄມ້ຊະນິດນີ້ຫຼາຍ ອາດແມ່ນຍ້ອນເປັນໄມ້ທີ່ເຕີບໃຫຍ່ໄວຫຼາຍກໍ່ເປັນໄດ້ ຊຶ່ງເຮັດໃຫ້ກວມເອົາໝູ່ຫຼາຍໂພດ. ໝ້າຕັດຂອງລຳຕົ້ນໃຫຍ່ໆນີ້ສາມາດກວ້າງ ເຖິງ 2 ມ. ຕົ້ນງິ້ວຈຳແນກອອກໄດ້ງ່າຍ ຍ້ອນມີບາງລັກສະນະເດັ່ນຈຳນວນໜຶ່ງເຊັ່ນ ເປັນຕົ້ນຕັ້ງຂຶ້ນຊື່, ເວລາຍັງອ່ອນ ຕົ້ນມີເປືອກບາງ, ກ້ຽງ, ອອກສີຂຽວ. ງ່າ ແຕກອອກເປັນສອງ ຫາສາມງ່າຍ່ອຍຢູ່ລະດັບໃກ້ຄຽງກັນ. ເມື່ອຂະຫຍາຍໄປໄດ້ໄລຍະໜຶ່ງຈະມີໜາມແຂງ ແລະ ແຫຼມຢັງຢາຍຢູ່ຕາມລຳຕົ້ນ, ເປືອກສີຂຽວ ກໍກ່ຳລົງ, ເມື່ອ ເປັນຕົ້ນແກ່ແລ້ວ ໝາມກໍ່ຄ່ອຍໆໝົດໄປ, ສີຂອງລຳຕົ້ນກໍ່ອ່າວເປັນສີນ້ຳຕານແກມສີໝົ່ນໄປຊັກໃຊ້, ເຮືອນຍອດເຫວີອອກ ບໍ່ພຽງກັນປານໃດ, ງ່າ ມັກມີຢູ່ປາຍໆຂອງຕົ້ນ. ຕົ້ນ
ງິ້ວ ແມ່ນໄມ້ຜັດປ່ຽນໃບຕະຫຼອດລະດູແລ້ງ ກ່ອນທີ່ຈະອອກດອກ. ໃບ ແມ່ນໃບປະສົມແບບນິ້ວມື, ມີໃບຍ່ອຍ 5 ຫາ 9 ໃບ, ຂະໜາດຫຼຸດລື່ນກັນ. ໃບຍ່ອຍໃບກາງໃຫຍ່ກວ່າໝູ່ສຸດ. ດອກອອກເປັນຈຸ້ມສັ້ນໆ, ມີ 3 ຫາ 6 ດອກຕໍ່ຈຸ້ມ. ດອກສີຂາວໄຂ່ ຫຼືສີຂາວອົມສີບົວອ່ອນໆ, ກາບດອກສີຂຽວຕິດກັນເປັນຮູບຈອກ, ພົ້ນລື່ນກີບດອກຂຶ້ນມາແມ່ນເກສອນຊ່ຶງອອກສີສົ້ມ ຕັດກັບສີຂອງກີບດອກ ເຮັດໃຫ້ເຮົາແນມເຫັນແຕ່ໄກ.ໝາກເປັນຮູບທໍ່ກົມ ສ້ວຍກົກ ສ້ວຍປາຍ, ສີຂຽວເຫຼື້ອມ, ບາດເວລາແກ່ ຈະອອກສີນຳ້ຕານ. ເມື່ອຫາກແກ່ເຕັມທີ່ ແລະແຫ້ງ ໝາກຈະແຕກເຮັດໃຫ້ນວນງິ້ວທີ່ຖືກຈັດແໜ້ນຢູ່ພາຍໃນຢ່າງເປັນລະບຽບແຕກຊະອອກ. ອັນເຮັດໃຫ້ແກ່ນຊຶ່ງຝັງໃນນວນງິ້ວປິວໄປໄດ້ໄກ ຊຶ່ງເປັນການຊ່ວຍໃຫ້ການແຜ່ພັນຂອງໄມ້ຊະນິດນີ້ກວ້າງອອກໄປ.ເດີມ ຕົ້ນງິ້ວມີຖິ່ນກຳເນີດຢູ່ໃນເຂດອາເມຣິກາກາງ (ປະເທດເມັກຊິກໂກ ແລະປະເທດໃນແຖບໝູ່ເກາະກາຣາອິບ) ກວມມາຮອດພາກເໜືອ ຂອງອາເມຣິກາໃຕ້ ແລະ ເຂດຕາເວັນຕົກ ຂອງທະວີບອາຟຼິກກາ. ມັນຖືກນຳມາປູກໃນເຂດເອເຊຍຍ້ອນການແຜ່ພັນແບບທຳມະຊາດ ງ່າຍດາຍ ຫຼື ຜ່ານການປູກ ຈຶ່ງເຮັດໃຫ້ໄມ້ຊະນິດນີ້ແຜ່ຫຼາຍ ແລະ ເປັນທີ່ຮູ້ຈັກດີ. ໃນຖິ່ນເດີມຕົ້ນງິ້ວເກີດໃນປ່າຕຶບ, ສາມາດສູງເຖິງ
70 ມ ພຸ້ນ. ຍິ່ງ ຕົ້ນໄດ້ຫຼາຍປີເທົ່າໄດ້ ຍິ່ງມັກມີປີກຮາກຊຶ່ງຄວາມສູງອາດເທົ່າກັບສອງເທື່ອຄົນພຸ້ນ, ປີກຮາກໄຕ່ຕາມໜ້າດິນ ຢູ່ບໍລິເວນຕີນຕົ້ນອັນເຮັດໃຫ້ຕົ້ນມີຄວາມ
ສວຍງາມ ແລະ ເພີ້ມຄວາມມະຫັດສະຈັນຂຶ້ນ. ທຸກຊິ້ນສ່ວນຂອງຕົ້ນງິ້ວລ້ວນແຕ່ມີປະໂຫຍດໃນຊີວິດປະຈຳວັນທັງນັ້ນ ແລະ ຊິ້ນສ່ວນທີ່ຖືກນຳໃຊ້ຫຼາຍກວ່າໝູ່ ກໍ່ແມ່ນນວນງິ້ວ. ຢູ່ປະເທດເຮົາ ແຕ່ກ່ອນມີການໃຊ້ງິ້ວເຮັດເສື່ອ, ໝອນ, ເຄື່ອງນອນ ແລະເຄື່ອງໃຊ້ອື່ນຫຼາກຫຼາຍຢ່າງ ແຕ່ປະຈຸບັນ ຖືກທົດແທນດ້ວຍເຄື່ອງທຽມຫຼາຍກວ່າ ເຖິງວ່າຄຸນຄ່າຈະທຽບກັນບໍ່ໄດ້ກໍຕາມ. ຫຼາຍປະເທດໄດ້ປູກຕົ້ນງິ້ວ ເປັນສິນຄ້າ ດັ່ງ ປະເທດອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ບັນດາປະເທດໃນເຂດພາກເໜືອ ຂອງອາເມຣິກາໃຕ້. ໃນເວລາ ທີ່ບັນຫາພາວະໂລກຮ້ອນກຳລັງຄຸກຄາມໂລກຂອງເຮົາ ການທີ່ຈະນຳໃຊ້ງິ້ວທົດແທນເຄື່ອງທຽມຂ້າງເທິງນີ້ເປັນສິ່ງເໝາະສົມທ່ີສຸດ. ສ່ວນ ດອກງິ້ວຊາວລາວຍັງໃຊ້ເປັນຜັກ, ນອກນັ້ນ ດອກຍັງເປັນແຫຼ່ງນ້ຳຫວານທຳມະຊາດ ອັນຫຼວງຫຼາຍໃຫ້ແກ່ແມ່ເຜິ້ງອີກດ້ວຍ, ແກ່ນທີ່ເຫຼືອຈາກການແຍກເອົາງິ້ວແລ້ວກໍຍັງນຳມາເຮັດສະບູ, ເປັນສ່ວນປະກອບຂອງອາຫານສັດ ແລະ ໃຊ້ເປັນສ່ວນປະກອບຂອງພູມປູກສະປໍຂອງເຫັດ. ສຸດທ້າຍໃບ ແລະ ຮາກໃຊ້ເຮັດຢາພື້ນເມືອງອີກດ້ວຍ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ