ຊື່ວິທະຍາສາດ: Scaphium macropodium
ຊື່ທົ່ວໄປ ເປັນພາສາອັງກິດ: Malva nut tree
ຕົ້ນໝາກຈອງບານຖືກຈັດໃນບັນຊີແດງ ເພາະເປັນພືດທີ່ມີຄວາມສ່ຽງຕໍ່ການສູນພັນຕາມສົນທິສັນຍາ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ລະຫວ່າງຊາດ ເອີ້ນຊື່ຫຍໍ້ວ່າ <ໄຊແຕສ> (CITES).
ຕົ້ນໝາກຈອງ ຫຼື ໝາກຈອງບານ ເປັນໄມ້ຢືນຕົ້ນຂະໜາດໃຫຍ່, ມີເຊື້ອສາຍດຽວກັນກັບບັນດາຕົ້ນປໍຈຳນວນໜຶ່ງ ດັ່ງ ປໍແດງ, ປໍແກ້ວ, ກົກສົ້ມໂຮງ,.. ດັ່ງນີ້ເປັນຕົ້ນ ແຕ່ກໍແມ່ນຊະນິດທີ່ໃຫຍ່ກວ່າໝູ່ໃນຕະກຸນດຽວກັນ. ຕົ້ນໝາກຈອງບານເປັນຕົ້ນຊື່, ຮຽວ,ສູງ 30-45 ມ, ເສັ້ນຜ່າກາງລຳຕົ້ນ 80-100 ຊມ, ແຕກງ່າຢູ່ປາຍຕົ້ນ ອ່າວຫຼາຍກວ່າຢູ່ສ່ວນລຸ່ມຂອງຕົ້ນ. ໃບຂອງພືດຊະນິດນີ້ ມີຈຸດພິເສດທາງດ້ານຮູບຊົງ ຍ້ອນມີຮູບຊົງ3 ແບບແຕກຕ່າງກັນຕາມໄວຂອງຕົ້ນ ດັ່ງ ເວລາເປັນຕົ້ນອ່ອນໃບເປັນຮູບ 5 ແຊກເຫວີອອກຄືຝາມືນີ້ລະ, ແຜ່ນໃບໃຫຍ່ ກ້ານໃບກໍ່ຍາວອີກດ້ວຍ, ທັງແຜ່ນໃບ ທັງກ້ານສາມາດຍາວຮອດ 1 ມ ພຸ້ນ. ເມື່ອຕົ້ນຫາກເລີ້ມແກ່ ໃບພັດປ່ຽນເປັນຮູບ 3 ແຊກ, ຂະໜາດພໍປານໆເກົ່າ, ເມື່ອຕົ້ນແກ່ເຕັມໄວ ໃບບໍ່ເປັນແຊກອີກແລ້ວ ແຕ່ເປັນຮູບສ້ວຍ,ຕີນໃບວຳ້ ຮູບຫົວໃຈ, ປາຍໃບຍາວ ຄືປາຍດາບນີ້ລະ ແຕ່ຂະໜາດຫຼຸດເກົ່າປະມານ 4 ຫາ 6 ເທົ່າ. ຕົ້ນໄມ້ຊະນິດນີ້ເປັນຕົ້ນສູງ, ການຕິດຕາມດອກເປັນໄປໄດ້ຍາກ,ດອກນ້ອຍ ຈັດລຽນກັນ ເປັນພົ້ວຖີ່ໆ, ບໍ່ມີກີບດອກ ແຕ່ສິ່ງທີ່ແນມເຫັນເດັ່ນກວ່າໝູ່ແມ່ນ ກາບດອກຊຶ່ງອອກສີຂຽວອ່ອນໆປົນແຊກແດງຢູ່ດ້ານໃນ. ໝາກ ມີປີກເປັນແຜ່ນບາງ ກົ່ງເປັນໂກບຄ້າຍຈ້ອງປົກບັງໝາກໄວ້, ເມື່ອໝາກແກ່ໃກ້ຈະຫລົ່ນປີກນັ້ນ ກໍ່ພັບແປເຂົ້າກັນ, ເປັນຮູບສ້ວຍຮຽວປາຍ, ປີກນີ້ເຮັດໃຫ້ໝາກປິວໄປໄດ້ໄກ. ໝາກ ມີສີຂຽວ, ບາດເວລາແຫ້ງ ມີສີນຳ້ຕານ. ຕົ້ນໝາກຈອງສາມາດໃຫ້ໝາກໄດ້ເມື່ອອາຍຸຮອດ 10-15 ປີຂຶ້ນໄປເທົ່ານັ້ນ. ຊຳ້ບໍ່ພໍ ມັນບໍ່ໄດ້ອອກດອກທຸກປີອີກ, ມັນຈະຂັ້ນ 3 ຫາ 5 ປີ. ເມື່ອເຮົາແຊ່ໝາກແຫ້ງ ນວນທີ່ເປັນເສັ້ນໄຍສີນ້ຳຕານກໍ່ບານພຸຂຶ້ນ, ດັ່ງນັ້ນ ເພິ່ນຈຶ່ງເອີ້ນພືດຊະນິດນີ້ວ່າໝາກຈອງບານ ເພື່ອຈຳແນກອອກຈາກໝາກຈອງທີ່ເກີດຢູ່ບັນດາປະເທດໃນເຂດອົບອຸ່ນ ແລະ ຖືກນຳມາປູກຢູ່ພາກເໜືອຂອງລາວໂດຍສະເພາະຢູ່ໃນທ້ອງຖິ່ນຊຽງຂວາງ ຊຶ່ງຢູ່ຕະກຸນຕ່າງກັນເລີຍ. ຕົ້ນໝາກຈອງບານ ເກີດຢູ່ປ່າດົງດິບ ແລະ ປ່າປະສົມຕາມເປີ້ນພູ, ຕາມແຄມຫ້ວຍ,ບ່ອນທີ່ມີຄວາມສູງແຕ່ 400 ມ ຂຶ້ນໄປ ແລະໃນດິນສົມບູນ. ຕົ້ນໄມ້ຊະນິດນີ້ພົບ ເປັນກຸ່ມທຳມະຊາດໃນປະເທດລາວ, ມ່ຽນມ້າ, ໄທ, ພາກກາງຫວຽດນາມ,ກຳບູເຈຍ, ອິນໂດເນເຊຍ, ມາເລເຊຍ, ສິງກະໂປ ແລະບຼູໄນ. ສະເພາະຢູ່ໃນລາວເພິ່ນພົບເຫັນແຕ່ຢູ່ພາກໃຕ້ ດັ່ງໃນແຂວງຈຳປາສັກ,ເຊກອງ, ອັດຕະປື ແລະສາລະວັນເທົ່ານັ້ນ ແລະ ປະເທດລາວກໍ່ເປັນຜູ້ຈຳໜ່າຍໝາກ ຈອງບານລາຍໃຫ່ຍກວ່າໝູ່ຢູ່ໃນໂລກດ້ວຍ. ແຕ່ຜ່ານມາ ການຂຸດຄົ້ນ ໝາກຈອງບານຂອງຊາວບ້ານເກີນຂອບເຂດ ແລະ ແບບດັບສູນ ອັນໄດ້ເຮັດໃຫ້ພັນໄມ້ຊະນິດນີ້ສ່ຽງຕໍ່ການສູນພັນ.ຕົ້ນໝາກຈອງເຕີບໂຕຊ້າຫຼາຍທີ່ສຸດ ຊຳ້ພັດເປັນຕົ້ນໃຫຍ່ອີກ, ເວລາຈະເກັບເອົາໝາກຊາວບ້ານມັກຈະຕັດຕົ້ນລົງໂລດ. ດີແຕ່ວ່າ ໃນທຳມະຊາດເບ້ຍຂອງພັນໄມ້ຊະນິດນີ້ເກີດຫຼາຍຢູ່ອ້ອມໆຕົ້ນແມ່ ແຕ່ກວ່າເບ້ຍຈະໃຫຍ່ຈົນໃຫ້ໝາກໄດ້ນັ້ນ ມັນໃຊ້ເວລາກວ່າໄມ້ຊະນິດອ່ືນຫຼາຍ. ຊິ້ນສ່ວນທີ່ເພິ່ນນຳໃຊ້ແມ່ນ ໝາກແຫ້ງເອົາມາແຊ່ນຳ້ ແລ້ວແຍກເອົານວນ ຊຶ່ງເປັນເສັ້ນໄຍສີນ້ຳຕານ. ນວນຂອງໝາກຈອງນີ້ບັນຈຸທາດສານເປັນປະໂຫຍດຫຼາຍຢ່າງ ເຊັ່ນໂປຼເຕອີນ, ເກືອແຮ່ຈ່ານຈຳນວນໜຶ່ງ, ວິຕາມິນ B1 ແລະວິຕາມິນ B2. ນວນປະສົມໃນນ້ຳ ໃຊ້ເປັນຢາເຢັນ ແລະ ປົວພະຍາດໄດ້ຫຼາຍຢ່າງ.ສູດຢາພື້ນເມືອງຈີນໄດ້ນຳໃຊ້ໝາກຈອງເປັນຢາມາໄດ້ຫຼາຍສັດຕະວັດແລ້ວ ແລະ ປະເທດຈີນ ກໍ່ເປັນຜູ້ຊື້ລາຍໃຫຍ່ຂອງໂລກແຕ່ນັ້ນມາ. ໃນໄລຍະຫຼັງໆມານີ້ຢູ່ປະເທດໄທ ກໍໄດ້ມີການປຸງແຕ່ງເປັນເຄື່ອງດື່ມສຳເລັດຮູບໃສ່ກະປອ໋ງໃນຊື່ (ນ້ຳສຳຣອງ). ສຳລັບຊາວລາວພາກໃຕ້ ຍັງນຳໃຊ້ນວນທີ່ແຊ່ແລ້ວປຸງແຕ່ງອາຫານ ແລະ ນ້ຳຫວານຊຶ່ງເປັນສູດເອກກະລັກຂອງຊາວລາວພາກໃຕ້ອີກດ້ວຍ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ