google-site-verification: google0d91bc93cfc88895.html ພະ​ລັງ​ງານ​ໄຟ​ຟ້າ ໃນ ສ​ປ​ປ​ລາວ (Electricity in Lao PDR) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, July 16, 2019

ພະ​ລັງ​ງານ​ໄຟ​ຟ້າ ໃນ ສ​ປ​ປ​ລາວ (Electricity in Lao PDR)

ພະ​ລັງ​ງານ​ໄຟ​ຟ້າ ໃນ ສ​ປ​ປ​ລາວ (Electricity in Lao PDR)


ດ້ານໄຟຟ້າ: ຜະລິດກະແສໄຟຟ້າທັງໝົດ 67.270,25 ລ້ານກິໂລວັດໂມງ, ລວມມູນ ຄ່າ 27.298,28 ຕື້ ກີບ, ສະເລ່ຍເພີ່ມຂຶ້ນ 14,09%/ຕໍ່ປີ. ປະຈຸບັນທົ່ວປະເທດ ມີໂຄງການຜະລິດໄຟຟ້າ ທີ່ກໍາລັງດໍາເນີນການຜະລິດພະລັງງານໄຟຟ້າທີ່ມີກໍາລັງຕິດຕັ້ງ 1 MW ຂຶ້ນໄປ ມີ 38 ແຫ່ງ ລວມກໍາລັງຕິດຕັ້ງທັງໝົດ 6.258,95 MW ສາມາດຜະລິດພະລັງງານໄຟຟ້າໄດ້ 33.324,6 ລ້ານກິໂລວັດໂມງຕໍ່ປີ. ໃນນັ້ນ ລັດວິສາຫະກິດໄຟຟ້າລາວຄຸ້ມຄອງ ມີ 13 ແຫ່ງ ລວມກໍາລັງຕິດຕັ້ງ 681,5 MW ແລະ ບໍລິສັດເອກະຊົນຄຸ້ມຄອງ (IPP) 25 ແຫ່ງ ລວມກໍາລັງຕິດຕັ້ງ 5.577,45 MW. ສໍາລັບໂຄງການໄຟຟ້າທີ່ ກໍ່ສ້າງ ສໍາ ເລັດ ໃນ ແຜນ 5 ປີ ຄັ້ງ ທີ VII (20112015) ລວມມີ 26 ແຫ່ງ (4.328,45 MW) ກຳ ລັງການ ຜະລິດ 23.341,70 ລ້ານກິ ໂລ ວັດ ໂມງ ຄື: ເຂື່ອນໄຟຟ້າ ນໍ້າ ຍອນ (3 MW) ສໍາ ເລັດປີ 2011 (IPP), ເຂື່ອນ ໄຟຟ້ານໍ້າ ທາ 3 (1.25 MW) ສໍາ ເລັດ ປີ 2011 (EDL), ເຂື່ອນໄຟຟ້າ ນໍ້າ ພາວ (1.7 MW) ສໍາ ເລັດ ປີ 2011 (IPP), ເຂື່ອນ ໄຟຟ້ານໍ້າ ຊອງພາກຂະຫຍາຍ (6 MW) ສໍາ ເລັດ ປີ 2012 (EDL), ເຂື່ອນໄຟຟ້າ ນໍ້າ ງື່ມ 2 (615 MW) ສໍາ ເລັດ ປີ 2012 (IPP), ເຂື່ອນ ໄຟຟ້ານໍ້າ ງື່ມ 5 (120 MW) ສໍາ ເລັດ ປີ 2012 (IPP), ເທີນ ຫີນ ບູນພາກ ຂະຫຍາຍ (220 MW) ສໍາ ເລັດປີ 2012 (IPP), ເຂື່ອນ ໄຟຟ້ານໍ້າ ຍວງ 8 (60 MW) ສໍາ ເລັດ ປີ 2012 (IPP), ເຂື່ອນໄຟຟ້າຕາດສະແລັນ (3,2 MW) ສໍາ ເລັດ ໃນ ປີ 2012 (IPP), ເຂື່ອນໄຟຟ້າເຊ ຂະ ໝານ 3 (250 MW) ສໍາ ເລັດປີ 2013 (IPP) ແຕ່ ຍັງ ປັບປຸງ ເຕັກນິກ, ເຂື່ອນ ໄຟຟ້ານໍ້າ ລອງ (5,5 MW) ສໍາ ເລັດ ປີ 2013 (IPP), ໂຮງງານໄຟຟ້າຈາກກາກອ້ອຍ ຢູ່ແຂວງອັດຕະປື (30 MW) ສໍາ ເລັດ ປີ 2013 (IPP), ໂຮງງານໄຟຟ້າຈາກກາກອ້ອຍ ຢູ່ແຂວງສະຫັວນນະເຂດ (5 MW) ສໍາເລັດ ປີ 2013 (IPP), ເຂື່ອນໄຟຟ້າ ເຊ ນໍ້າ ນ້ອຍ 1 (14.8 MW) ສໍາ ເລັ ດ ປີ 2014 (IPP), ເຂື່ອນໄຟຟ້ານໍ້າແສນ (5 MW) ສໍາເລັດ ປີ 2014 (IPP), ເຂື່ອ ນໄຟຟ້ານໍ້າ ສະນາ (14 MW) ສໍາ ເລັດ ປີ 2015 (EDL), ເຂື່ອນໄຟຟ້າ ນໍ້າ ງຽບ 3A (44 MW) ສໍາເລັດ 2015 (IPP), ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ (88 MW) ສໍາ ເລັດ 2015 (EDL), ໂຮງງານໄຟຟ້າຄວາມຮ້ອນຫົງ ສາ ລິດໄນ (1.878 MW) ສໍາ ເລັດ ປີ 2015, ເຂື່ອນໄຟຟ້ານໍ້າງຽບ 2 (180 MW) ສໍາ ເລັດປີ 2015 (IPP), ເຂື່ອນໄຟຟ້ານໍ້າຊັນ 3B (45MW) ສໍາ ເລັດປີ 2015 (IPP), ເຂື່ອນໄຟຟ້ານໍ້າຊັນ 3A (69 MW) ສໍາ ເລັດປີ 2015 (IPP), ເຂື່ອນໄຟຟ້ານໍ້າອູ 2 (120MW) ສໍາ ເລັດປີ 2015 (IPP), ເຂື່ອນໄຟຟ້ານໍ້າອູ 5 (240 MW) ສໍາ ເລັດປີ 2015 (IPP), ເຂື່ອນໄຟຟ້ານໍ້າອູ 6 (180 MW)ສໍາເລັດປີ 2015 (IPP), ເຂື່ອນໄຟຟ້ານໍ້າຄານ 2 (130 MW) ສໍາ ເລັດປີ 2015 (EDL).

ພະ​ລັງ​ງານ​ໄຟ​ຟ້າ ໃນ ສ​ປ​ປ​ລາວ (Electricity in Lao PDR)


ປະຈຸບັນທົ່ວປະເທດ ມີບັນດາໂຄງການໄຟຟ້າ ທີ່ກໍາລັງກໍ່ສ້າງ ແລະ ໄດ້ເຊັນສັນຍາປະເພດຕ່າງໆແລ້ວ ມີຈຳ ນວນ 369 ໂຄງການ (ບໍ່ນັບໂຄງການທີ່ດຳ ເນີນການຜະລິດແລ້ວ) ໃນນັ້ນ, ໂຄງການທີ່ເຊັນສັນຍາສຳ ປະທານໂຄງການ (CA) ທີ່ ກຳລັງກໍ່ສ້າງມີ 31 ໂຄງການ ລວມກຳ ລັງຕິດຕັ້ງ 3.972,6 ເມກາວັດ ຫຼື MW, ໂຄງການໄຟຟ້າ ທີ່ກຳລັງກະກຽມກໍ່ສ້າງ (ກໍາລັງເຈລະຈາ CA, ເລີ່ມວຽກກະກຽມພາກສະໜາມ) ມີ 22 ໂຄງການ ລວມກຳ ລັງຕິດຕັ້ງ 1.757 ເມກາວັດ, ໂຄງການໄຟຟ້າ ທີ່ຄາດວ່າຈະໄດ້ລົງມືກໍ່ສ້າງກ່ອນປີ 2020 ມີ 55 ໂຄງການ ລວມກຳ ລັງຕິດຕັ້ງ 4.130 ເມກາວັດ, ໂຄງການໄຟຟ້າທີ່ຮັບຮອງບົດວິພາກເສດຖະກິດເຕັກນິກ (FS) ແລ້ວ 27 ໂຄງການ ລວມກຳ ລັງຕິດຕ້ັງ 3.351 ເມກາວັດ, ໂຄງການໄຟຟ້າ ທີ່ກຳ ລັງສຶກສາ FS ມີ 234 ໂຄງການ 9.085 ເມກາວັດ.

ພະ​ລັງ​ງານ​ໄຟ​ຟ້າ ໃນ ສ​ປ​ປ​ລາວ (Electricity in Lao PDR)


ສຳ ລັບຄວາມຄືບໜ້າ ຂອງ ໂຄງການໄຟຟ້າ ທີ່ກຳ ລັງກໍ່ສ້າງ ມີ: ນໍ້າ ກົງ 2 (66 MW) ຄືບ ໜ້າ 98%, ເຊເຊັດ 3 (23 MW) ຄືບ ໜ້າ 83,59%, ນໍ້າ ຄານ 3 (60 MW) ຄືບ ໜ້າ 94,38%, ນໍ້າ ແບ່ງ (34 MW) ປະຕິບັດໄດ້ 98%, ນໍ້າ ສີມ (8 MW) ປະຕິບັດໄດ້ 60%, ຫີນບູນ (30 MW) ປະຕິບັດໄດ້ 67%, ເຊຂະໝານ 1 (290 MW) ປະຕິບັດໄດ້ 97%, ນໍ້າແຈ (104MW) ປະຕິບັດໄດ້ 70,69%, ນໍ້າມັງ (64 MW) ປະຕິບັດໄດ້ 81%, ນໍ້າລີກ 1 (64 MW) ປະຕິບັດໄດ້ 34%, ນໍ້າງື່ມ 1 ພາກຂະຫຍາຍ (80 MW) ປະຕິບັດໄດ້ 31,79%, ນໍ້າໄຜ່ (86 MW) ປະຕິບັດໄດ້ 72%, ນໍ້າກົງ 3 (45 MW) ປະຕິບັດໄດ້ 64%, ນໍ້າຂອງໄຊຍະບູລີ (1.285 MW) ປະຕິບັດໄດ້ 60%, ເຊຂະໝານຊານໄຊ (32 MW) ປະຕິບັດໄດ້ 30%, ນໍ້າທາ 1 (168 MW) ປະຕິບັດໄດ້ 21%, ເຊປຽນເຊນໍ້ານ້ອຍ (410 MW) ປະຕິບັດໄດ້ 36%, ນໍ້າງຽບ 1 (272 MW) ປະຕິບັດໄດ້ 28%, ນໍ້າເປິນ (32 MW) ປະຕິບັດໄດ້ 70%, ນໍ້າງຽບ 1 (ຝາຍທົດນໍ້າລຸ່ມ) (18 MW) ປະຕິບັດໄດ້ 32%, ນໍ້າງື່ມ 3 (480 MW) ປະຕິບັດໄດ້ 12,93%, ເຊກະຕໍາເຊນໍ້ານ້ອຍ 2 (13,4 MW) ປະຕິບັດໄດ້ 60%, ເຊນໍ້ານ້ອຍ 6 (5 MW) ປະຕິບັດໄດ້ 98%, ນໍ້າເປິນ 2 (12 MW) ປະຕິບັດໄດ້ 50% ແລະ ນໍ້າຮາວ (15 MW) ປະຕິບັດໄດ້ 14%.

ພະ​ລັງ​ງານ​ໄຟ​ຟ້າ ໃນ ສ​ປ​ປ​ລາວ (Electricity in Lao PDR)



ທີ່​ມາ​ຂໍ້​ມ​ູນ: ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (20162020)
(ຜ່ານກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງວັນທີ 2023 ເມສາ 2016 ທ່ີສະພາແຫ່ງຊາດ, ນະຄອນຫຼວງວຽງຈນັ ) ກະຊວງແຜນການ ແລະ ການລົງທຶນ ມິຖຸນາ 2016

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ