ຊື່ວິທະຍາສາດ: Aegle marmelos
ຊື່ທົ່ວໄປ ເປັນພາສາອັງກິດ: Beal fruit tree, Indian beal, Wood apple
ຄວາມສູງ: 10 ເຖິງ 12 ແມັດ,
ຖິ່ນກຳເນີດ: ປະເທດ ອິນເດຍ ແລະ ເນປານ. ການນຳໃຊ້:ໃບໃຊ້ເປັນອາຫານ ແລະ ໃຊ້ໝາກແຫ້ງ ປຸງແຕ່ງເປັນນຳ້ດື່ມ ສະໝູນໄພ ແລະ ໃຊ້ເປັນຢາປົວພະຍາດໄດ້ຫຼາຍຢ່າງ ຍ້ອນໝາກບັນຈຸທາດໂປຼເຕອີນ,ເສັ້ນໄຍ, ເກືອແຮ່ຈ່ານ, ວິຕາມິນ B ແລະ ວິຕາມິນ C ໃນອັດຕາສູງ.
ຕົ້ນໝາກຕູມເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫາຂະໜາດກາງ, ຮ່ວມຕະກຸນດຽວກັນກັບຕົ້ນໝາກນາວ, ໝາກພຸກ ແລະ ຕົ້ນໝາກສັງ ດັ່ງນີ້ເປັນຕົ້ນ. ຄືດັ່ງ ເພື່ອນໆທັງຫຼາຍຕົ້ນໝາກຕູມມີລຳຕົ້ນ ແລະ ງ່າເຕັມແຕ່ໝາມ ທັງແຫຼມ ທັງແຂງ ແຕ່ ຕົວຈິງຕົ້ນໄມ້ຊະນິດນີ້ບໍ່ເປັນພິດເປັນໄພຫຍັງເລີຍ ຕົງກັນຂ້າມ ມັນຍັງມີຈຸດດີຫຼາຍຢ່າງ. ຕົ້ນໝາກຕູມເປັນ ຕົ້ນຕັ້ງຊື່, ສູງແຕ່ 10 ຫາ 12 ມ, ເສັ້ນຜ່າກາງລຳຕົ້ນ 20-30 ຊມ. ລຳຕົ້ນເປັນທໍ່ກົມ, ມີໜາມຢາຍທົ່ວໆ ແຕ່ພໍເມື່ອລຳຕົ້ນຫາກແກ່ ໜາມກໍໝົດໄປ ຍັງເຫຼືອຢູ່ຕາມງ່າເທົ່ານັ້ນ, ລຳຕົ້ນແຕກງ່າຢູ່ແຕ່ລຸ່ມຕົ້ນຂຶ້ນໄປ. ໃບ ຂອງຕົ້ນໝາກຕູມ ເປັນປະເພດໃບປະສົມ, ມີໃບຍ່ອຍ 3 ໃບ, ແຜ່ນໃບບາງ, ຂອບເປັນຄື້ນໆເລັກນ້ອຍ, ອອກສີຂຽວອ່ອນໆ. ເວລາຍ່ອງໃບ ມີກິ່ນຫອມອ່ອນໆຍ້ອນ ວ່າແຜ່ນໃບມີຕ່ອມຜລິດທາດສານໃຫ້ກິ່ນ ຫຼື ເອີ້ນອີກວ່າຕ່ອມນ້ຳມັນລະເຫີຍຊຶ່ງຢັງຢາຍ ຢູ່ຕາມຜິວຂອງໃບໂດຍສະເພາະຢູ່ພື້ນໃບ. ຕົ້ນໝາກຕູມເປັນໄມ້ປ່ຽນໃບເຕັມສ່ວນ ໝາຍຄວາມວ່າໃບຫລົ່ນຈົນໝົດ ແລະຕະຫຼອດເວລາດົນນານເຖິງ 3 ເດືອນກ່ອນ ທີ່ໃບໃໝ່ຈະປົ່ງ ພ້ອມໆກັບການອອກດອກ.ດອກມີຂະໜາດນ້ອຍ, ອອກສີເຫຼືອງອ່ອນໆ ຫຼື ມີສີຂາວອົມຂຽວ, ຈັດເປັນຊໍ່ສັ້ນໆ.ດອກຂະໜາດນ້ອຍໆ ບາດເວລາກາຍເປັນໝາກ ເສັ້ນຜ່າກາງໝາກ ປະມານ 10ຊມ, ເປັນຮູບກົມມົນ ຫຼື ກົມຍາວເລັກນ້ອຍ, ເປືອກລຽບ ແລະແຂງຫຼາຍຈົນບາງຄັ້ງໄດ້ເອົາສິ່ງຂອງໜັກທັບໃສ່ ຈຶ່ງຜ່າມັນໄດ້. ເວລາຍັງອ່ອນ ໝາກອອກສີຂຽວອ່ອນໆ,ເມື່ອສຸກແລ້ວ ມັນອອກສີເຫຼືອງອ່ອນໆ. ຂ້າງໃນຂອງໝາກ ແບ່ງເປັນຫຼາຍໆຫ້ອງ,ມີແກ່ນເປັນຮູບສ້ວຍ ແລະ ແປຈຳນວນຫຼາຍ, ແກ່ນຫຸ້ມດ້ວຍເສັ້ນໄຍແລບໆ, ທັງໝົດແກ່ນ ແລະ ເສັ້ນໄຍຝັງຢູ່ໃນແຕ່ລະຫ້ອງຂອງໝາກ ແລະ ມີນ້ຳເມືອກໜຽວສີເຫຼືອງອ່ອນ, ໄສໆ, ມີກິ່ນຫອມອ່ອນໆຫຸ້ມໄວ້. ເດີມ ຕົ້ນໝາກຕູມມີຖິ່ນກຳເນີດຢູ່ປະເທດອິນເດຍ ແລະ ເນປານ, ແຜ່ກະຈາຍໄປ ໃນບາງປະເທດໃນເຂດເອເຊຍຕາເວັນອອກສ່ຽງໃຕ້ ດັ່ງເພິ່ນໄດ້ພົບມັນເກີດແບບທຳມະຊາດຢູ່ປະເທດລາວ, ມ່ຽນມ້າ,ຫວຽດນາມ, ໄທ, ກຳບູເຈຍ, ປາກິດສະຖານ, ບັງກະລາເທດ ແລະສີລັງກາ. ຕົ້ນໝາກຕູມພົບທົ່ວໄປຕາມປ່າປະສົມແຫ້ງແລ້ງ, ປ່າໂຄກ, ຢູ່ທີ່ຕ່ຳ ຫຼື ທີ່ສູງ 500-700 ມ, ມີຄວາມທົນທານຕໍ່ຄວາມແຫ້ງແລ້ງໄດ້ດີ. ຍ້ອນໝາກ ບັນຈຸທາດໂປຼເຕອີນ, ເສັ້ນໄຍ,ເກືອແຮ່ຈ່ານ, ວິຕາມິນ B ແລະ ວິຕາມິນ C ໃນອັດຕາສູງ. ໃນປະເທດອິນເດຍ ແລະ ປະເທດອ້ອມຂ້າງຈຶ່ງມີການນຳໃຊ້ເປັນຢາປົວພະຍາດຢ່າງກວ້າງຂວາງ. ສ່ວນ ໃນປະເທດລາວແມ່ນໃຊ້ຍອດອ່ອນເປັນຜັກກັບ, ໃຊ້ໝາກຜານບາງໆຕາກແຫ້ງແລ້ວປຸງແຕ່ງ ເປັນນຳ້ດື່ມສະໝູນໄພ ດື່ມໄດ້ທັງຮ້ອນ ແລະ ເຢັນ, ດື່ມແກ້ອາ ການເຈັບຕົນໂຕ ໃຫ້ຢູ່ສະບາຍຂຶ້ນ. ແຕ່ກ່ອນ ຊາວພື້ນເມືອງ ຍັງເອົານຳ້ເມືອກໜຽວຢູ່ອ້ອມແກ່ນໃຊ້ເປັນຢາງກາວອີກດ້ວຍ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ