google-site-verification: google0d91bc93cfc88895.html ແມງ​ໄມ້​ສັດ​ຕູ​ຂອງ​ຖົ່ວ​ເຫລືອງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, July 22, 2019

ແມງ​ໄມ້​ສັດ​ຕູ​ຂອງ​ຖົ່ວ​ເຫລືອງ

Insect pests

​ແມງ​ໄມ​ສັດ​ຕູ​ຂອງ​ຖົ່ວ​ເຫລືອງ

ມື້​ນີ້​ທາງ​ຄົນ​ຮັກ​ກະ​ເສດຈະ​ມາ​ແນະ​​ດຳ​ວິ​ທີ​ການ ສັງ​ເກດເບິງ​ອາ​ການ ແລະ ວິ​ທີ​ການ​ກຳ​ຈັດ​ສະ​ຕູ​ຖົ່ວ​ເຫລືອງ ເຊິ່ງ​ຈະ​ແບ່ງ​ອອກ​ເປັນ​ຊ່ວງ​ໄວ​ຂອງ​ພືດ​ດັ່ງ​ນີ້:

​ແມງ​ໄມ​ສັດ​ຕູ​ຂອງ​ຖົ່ວ​ເຫລືອງ


ໄລ​ຍະ​ຕົ້ນ​ອ່ອນ


  • ຫນອນ​ແມງວັນ ເຈາະ​ກິນ​ລຳ​ຕົ້ນ ລັກ​ສະ​ນະ​ຄ້າຍ​ແມງວັນ ມີ​ສີ​ເທົາ​ດຳ ຫລື ສີ​ຟ້າ​ດຳ ມັກ​ບິນ​ຈັບ​ໃບ​ພືດ ໃນ​ຊ່ວງ​ເຊົ້າ ແລະ ແລງ ວິ​ທີ​ກວດ​ສອບ​ເບິ່ງ​ແມ່ນ ຕ້ອງ​ຕິດ​ຕາມ​ເບິ່ງ​ໃນ​ຊ່ວງ​ເຊົ້າ ແລະ ຊ່ວງ​ແລງ​ເຊັ່ນ​ດຽວ​ກັນ
  • ​ຫນອນ: ຫນອນ​ຈະ​ມີ​ລັກ​ສະ​ນະ ສີ​ຂາວ​ເຫລືອງ
  • ​ດັກ​ແດ້: ​ໃຫ້​ສັງ​ເກດ​ຕາມ​ເຫງົ້າ​ຕົ້ນ​ທີ່ ລະ​ດັບ​ຫນ້າ​ດິນ ແລະ ພາຍ​ໃນ​ລະ​ຕົ້ນ​ຂອງ​ຖ​ົ່ວ
  • ລັກ​ສະ​ນະ​ການ​ທຳ​ລາຍ​ໃນ​ໄລ​ຍະ​ຕົ້ນ​ອ່ອນ: ຖົ່ວເຫຼືອງຖືກໜອນແມງວັນທໍາລາຍອາຍຸຖົ່ວໄດ້7-21ວັນ ຫຼັງງອກ
  • ການປ້ອງກັນກໍາຈັດ: ສີດຢາຫຼັງຖົ່ວງອກໄດ້ 7 ວັນ, ສີດຢາຫ່າງຄັ້ງທໍາອິດ 7 ວັນ ໂດຍ​ການ​ນຳ​ໃຊ້ຢາ ຄຣາໂບຊຸນແຟນ 30ຊີຊີ/ນໍ້າ20ລິດ
​ແມງ​ໄມ​ສັດ​ຕູ​ຂອງ​ຖົ່ວ​ເຫລືອງ

​ແມງ​ໄມ​ສັດ​ຕູ​ຂອງ​ຖົ່ວ​ເຫລືອງ

ໄລ​ຍະ​ອອກດອກ ແລະ ຕິດ​ຝັກ

ປະ​ກອບ​ມີ: 

1. ເພ້ຍ​ອ່ອນ ທັງ​ມີ​ປີກ ແລະ ບໍ່​ມີ​ປີກ

ລັກ​ສະ​ນະ​ການ​ທຳ​ລາຍ: ເພ້ຍ​ອ່ອນ​ມັກ​ທຳ​ລາຍ​ຕາມ​ຈຸດ​ຕ່າງໆ​ຂອງ​ຕົ້ນ​ຖົ່ວ​ດັ່ງ​ນີ້:
  • ຍອດ
  • ຊໍ່​ດອກ
ການ​ແພ​ກະ​ຈາຍ​ຂອງ​ເພ້ຍ: ແມ່ນ​ຍ້ອນ​ຄວາມ​ແຫ້ງ​ແລ້ງ ຂອງ​ພື້ນ​ທີ່ ຫລື​ຕາມ​ລະ​ດູ​ການ​ກໍ່​ຕາມ, ຝ​ົນ​ຂາດ​ຊ່ວງ​ກໍ່​ເຮັດ​ໃຫ້​ມີ​ຜົນ​ກະ​ທົບ​ໄດ້ ເຊິ່​ສ່ວນ​ໃຫຍ່​ແມ່ນ​ຈະ​ມັກ​ເກີດ​ຂື້ນ​ຢູ່​ໃນ​ຊ່ວງ​ເດືອນ 6-8
ວິ​ທີ​ປ້ອງ​ກັນ ແລະ ກຳ​ຈັດ: ແມ່ນໃຫ້​ສີດ​ຢາ ຄຣາໂບຊຸນແຟນ 20% ໃນອັຕາ30-40ຊີຊີ/ນໍ້າ20ລິດ

​ແມງ​ໄມ​ສັດ​ຕູ​ຂອງ​ຖົ່ວ​ເຫລືອງ

​ແມງ​ໄມ​ສັດ​ຕູ​ຂອງ​ຖົ່ວ​ເຫລືອງ

​ແມງ​ໄມ​ສັດ​ຕູ​ຂອງ​ຖົ່ວ​ເຫລືອງ

2. ບົ້ງ​ເຈາະ​ຝັກ

ລັກ​ສະ​ນະ: ສີຂາວ ຂາວເຫຼືອງ ມີຈຸດສີນໍ້າຕານທຸກປ້ອງ, ບົ້ງເຈາະຝັກລາຍຈຸດ
ລັກ​ສະ​ນະການທໍາລາຍ: ກັດກີນດອກ, ປ່ອຍໄຍໜຽວດືງດອກມາຕິດເປັນກຸ່ມ, ເຈາະທໍາລາຍຝັກ, ກັດກີນແກ່ນພາຍໃນຝັກ

ລັກ​ສະ​ນະ​ການ​ແພ​ກະ​ຈາຍ: ບົ້ງ​ເຈາະ​ຝັກ ຈະແຜ່ຂະຫຍາຍຫຼາຍທີ່ສຸດ ຢູ່​ໃນ​ຊ່ວງທ້າຍເດືອນສີງຫາ-ເດືອນຕຸລາ ແລະ ສິ່ງ​ທີ່ ທີມ​ງານ​ຮັກ​ກະ​ເສດ​ຂໍ​ແນະ​ນຳ​ແມ່ນ ຄວນລະວັງຖົ່ວທີ່ປູກທ້າຍລະດູຝົນ, ໃຫ້​ສີດດຢາໃນເມື່ອ ພືດ​ເຂົ້າ​ໄລ​ຍະ ອອກດອກ-ຕິດຝັກອ່ອນ ຫລື ພົບເຫັນຫລາຍກວ່າ 1ໂຕ/ຕົ້ນ
ການ​ກຳ​ຈັດ: ການຊີດຢາ ໃຊ້ ຄຣາໂບຊຸນແຟນ1-2 ຄັ້ງ ຫ່າງກັນ 10 ວັນ

​ແມງ​ໄມ​ສັດ​ຕູ​ຂອງ​ຖົ່ວ​ເຫລືອງ

​ແມງ​ໄມ​ສັດ​ຕູ​ຂອງ​ຖົ່ວ​ເຫລືອງ

3. ບົ້ງຮໍາໃບ

ລັກ​ສະ​ນະ: ໂຕຂຽວ ຫົວສີນໍ້າຕານ
ການສໍາຫລວດ ຊຸ່ມເອົາ 10 ຈຸດ ຈຸດລະ 10ຕົ້ນ
​ແມງ​ໄມ​ສັດ​ຕູ​ຂອງ​ຖົ່ວ​ເຫລືອງ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ