google-site-verification: google0d91bc93cfc88895.html ພືດອາຫານສັດ 4 ສາຍພັນຕ່າງ​ປະ​ເທດ ທີ່ແນະນຳສຳລັບເຂດພູດອຍ ໃນ​ລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, July 20, 2019

ພືດອາຫານສັດ 4 ສາຍພັນຕ່າງ​ປະ​ເທດ ທີ່ແນະນຳສຳລັບເຂດພູດອຍ ໃນ​ລາວ


ມາຣັນດຸ ເປັນຫຍ້າທີ່ມີລຳຕົ້ນສູງລະດັບກາງ, ເໝາະສົມສຳລັບການຕັດໃຫ້ສັດກິນ. ຫຍ້າດັ່ງກ່າວ ສາມ ໄດ້ດີໃນດິນທີ່ເປັນກົດແຕ່ລະດັບກາງຫາສູງ. ມັນມີຄວາມທົນທານຕໍ່ຄວາມແຫ້ງແລ້ງຊຶ່ງໃນລະດູແລ ຫຍ້າມາຣັນດູ ແມ່ນໃຫ້ຜົນຜະລິດເມັດພັນສູງກ່ວາຫຍ້າຊິກນານສາຍພັນ“ບາເຊລິສກ”.ບໍ່ຄວນນຳເປັນອາຫານແບ້, ແກະ ແລະ ງົວນ້ອຍໃຈຳນວນຫຼາຍ.



ມູລາໂຕ (ຫຍ້າບຼາກີເຣຍສາຍພັນລູກປະສົມ).ເປັນລູກປະສົມລະຫວ່າງຫຍ້າ “ມາຣັນດູ”ແລະ “ຣູຊທີ່ມີຄວາມສົມບູນ.  ສາມາດປູກ ແລະເຕີບໂຕໄວໂດຍການນຳໃຊ້ເຫງົ້າ,ຈະເລີນເຕີບໂຕດີໃນລະດູແລ້ງ ແລະ ​ຜະ​ລິດ ເມັດພັນ ທີ່ມີຄຸນະພາບດີກ່ວາຫຍ້າບຼາກີເຣຍສາຍພັນອື່ນໆ, ແຕ່ຜົນຜະລິດເມັດຕ່ຳ ແລະ ຕ້ອງການ ດົມສົມບູນໃນລະດັບກາງຂຶ້ນໄປ.



ກີນີສີມ່ວງ ເປັນຫຍ້າທີ່ມີລຳຕົ້ນສູງ  ເໝາະສົມສຳລັບການຕັດໃ​ຫ້​ສັດ​ກິນ ແລະ ມີຄຸນນະພາບທາງດ້ານອາຫານສູງ,  ຫຍ້າດັ່ງກ່າວມີຄວາມເໝາະສົມ​ກັບ​ເຂດ​ທີ່​ມີ ດິນ​ທີ່ອຸດົມສົມບູນ  ແລະ  ຕ້ອງໄດ້ໃສ່ຝຸ່ນເປັນປະຈຳ  ເພື່ອຮັກ​ສາ​ລະ​ດັບ​ຜົນ​ຜະ​ລິດຂອງມັນ. ຫຍ້າກີນີຈະແກ່ ແລະ ມີລຳຕົ້ນຫຼາຍຖ້າບໍ່ຕັດເລື້ອຍໆ. ນອກ ກ່າວຍັງບໍ່ເໝາະສົມກັບເຂດທີ່ມີລະດູແລ້ງແກ່ຍາວ.



ສະໄຕໂລ 184” ເປັນຖົ່ວພຸ່ມ ແລະ ລຳຕົ້ນຕັ້ງຊື່, ເປັນຖົ່ວຢືນຕົ້ນໄລຍະມານ 2-3 ປີ). ມັນສາມາດເກີດໄດ້ດີໃນດິນທີ່ມີຄວາມເປັນກົດ ແລະ​ ອຸ​ດົມສົມບູນຕ່ຳ, ໃຫ້ຜົນຜະລິດສູງ ແລະ ມີຄຸນະພາບດີ. ຖົ່ວ​ສະ​ໄປ​ໂລ 184 ມີຄວາມທົນທານຕໍ່ຄວາມແຫ້ງແລ້ງ. ໃບຖົ່ວສະໄຕໂລສາມາດນຳມາໃຊ້ເປັນຫານສັດແບບສົດ, ຫຼື ແຫ້ງ ແລະ ບົດເກັບໄວ້ຄືໃບຖົ່ວປົ່ນກໍ່ໄ​ດ້ ສະ​ໄປ​ໂລ 184 ຈຳເປັນຕ້ອງໄດ້ປູກຄືນດ້ວຍແກ່ນ  ແລະ ບໍ່ທົນທານຕໍ່ການກັດເລັມ ການຕັດທີ່ເນື່ອງນິດລຽນຕິດ.




No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ