google-site-verification: google0d91bc93cfc88895.html ເຕັກນິກການຜະລິດຖົ່ວເຫຼືອງ [Soybean cultivation techniques] - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, July 21, 2019

ເຕັກນິກການຜະລິດຖົ່ວເຫຼືອງ [Soybean cultivation techniques]


ລະດູການປູກ

ສ່ວນໃຫຍ່ລະດູການປູກຖົ່ວເຫຼືອງຢູ່ລາວເຮົາມີ 2 ລະດູ ຄື:

  • ລະດູແລ້ງເລີ້ມປູກແຕ່ເດືອນ 11 ສາກົນ ເກັບກ່ຽວໃນທ້າຍເດືອນ 1ຫາ ເດືອນ 2 ສາກົນ.
  • ລະດູຝົນເລີ້ມປູກແຕ່ກາງເດືອນ 5 ຫາ ເດືອນ 6 ສາກົນ ເກັບກ່ຽວໃນເດືອນ 9 ຫາ ເດືອນ 10 ສາກົນ.
ແຕ່ໃນຕົວຈີງແລ້ວບ່ອນທີ່ມີເງື່ອນໄຂສະດວກ, ຖົ່ວເຫຼືອງສາມາດປູກໄດ້ ຕະຫຼອດປີ.

ແນວພັນຖົ່ວເຫຼືອງ:


ແນວພັນຖົ່ວເຫຼືອງທີ່ຕ່າງກັນກໍ່ມີຄວາມແຕກຕ່າງກັນທາງດ້ານຄຸນລັກສະນະພຶກສາສາດ. ການຈະເລີນເຕີບຕົວ ແລະ ຂື້ນກັບສະພາບແວດລ້ອມແຕ່ລະທ້ອງຖີ່ນ, ລະດູການປູກຖົ່ວເຫຼືອງແຕ່ລະທ້ອງຖີ່ນມີຄວາມແຕກຕ່າງກັນ ແລະຄັດ ເລືອກແນວພັນຖົ່ວເຫຼືອງ, ເພື່ອເຮັດໃຫ້ມີຄວາມແທດເໝາະກັບສະພາບທ້ອງຖີ່ນຂອງໃຜລາວ.
        ແນວພັນທີ່ແທດເໝາະໃນເຂດເນີນສູງມີແນວພັນຖົ່ວເຫຼືອງ DT12, DT26 ຂອງຫວຽດນາມ ແລະ ແນວພັນຖົ່ວເຫຼືອງ CM60, SJ5 ຂອງໄທ.

ການຄັດເລືອກດິນ ແລະ ການກຽມດິນ

ດີນທີ່ຈະປູກຖົ່ວເຫຼືອງຕ້ອງເປັນດີນທີ່ຜຸຜຸ່ຍ, ບໍ່ໃຫ້ເປັນດີນໜຽວ ຫຼື ດີນແໜ້ນເພາະການຈະເລີນເຕີບຕົວຂອງຕົ້ນຖົ່ວຈະຊັກຊ້າການຂະຫຍາຍຕົວບໍ່ໄດ້ເທົ່າທີ່ ຄວນ ເຮັດໃຫ້ຕົ້ນຖົ່ວເປັນຕົ້ນນ້ອຍ ຫຼື ອາດຈະຕາຍ. ເປັນດີນທີ່ລະບາຍນໍ້າໄດ້ດີ, ບໍ່ໃຫ້ມີນໍ້າຂັງ, ລະດັບຄວາມເປັນກົດເປັນດ່າງຂອງດີນທີ່ເໝາະສົມໃນລະ ຫວ່າງ pH5-6 ຖ້າບ່ອນໃດມີເງື່ອນໄຂສະດວກໃນການໃຫ້ນໍ້າກໍ່ຍີ່ງເຮັດໃຫ້ຜົນຜະລິດສູງຂື້ນ. ການກຽມດີນກໍ່ເປັນປັດໃຈທີ່ສໍາຄັນ, ໄຖດີນຕາກແດດໄວ້ປະມານ 1-2 ອາທິດ ເພື່ອກໍາຈັດວັດສະພືດ ແລະ ຂ້າພະຍາດບາງຊະນິດໃນດິນ. ຖ້າຈະປູກໃນນາເຂົ້າ ຫຼື ດີນສວນທີ່ຮາບພຽງເຮົາກໍ່ສາມາດເຮັດເປັນໜານກວ້າງປະ ມານ1,2-1,7ແມັດ ຄວາມຍາວສຸດແລ້ວແຕ່ເນື້ອທີ່ດີນ, ລວງສູງຂອງໜານປະມານ15-20ຊມ ຫຼື ພາຍຫຼັງໄຖຄາດແລ້ວສັກປູກເລີຍກໍ່ໄດ້,



ວິທີການປູກ ແລະ ອັດຕາຄວາມໜາແໜ້ນຂອງຕົ້ນ:

ຖົ່ວເຫຼືອງເຮົາມີຄວາມສາມາດປັບໄດ້ຕາມອັດຕາການປູກ, ຖ້າປູກໜາແໜ້ນເກີນໄປການແຕກງ່າມີໜ້ອຍມັນມີຜົນສະທ້ອນເຖີງການອອກດອກເປັນໝາກກໍ່ມີໜ້ອຍ. ດັ່ງນັ້ນອັດຕາການປູກຖົ່ວເຫຼືອງໃຫ້ເໝາະສົມອີງຕາມອາຍຸການເກັບກ່ຽວຖົ່ວເຫຼືອງເຊີ່ງມີ ອາຍຸສັ້ນ, ອາຍຸປານກາງ ແລະ ອາຍຸຍາວ. ພວກອາຍຸສັ້ນ ແຕ່89ວັນລົງມາ ຄວນປູກຖົ່ວເຫຼືອງໃຫ້ມີຄວາມໜາແໜ້ນໃນລະຫວ່າງ 35-40ຂຸມ/1ແມັດກາເລ ຫຼື ຕົ້ນໄລຍະຫ່າງການປູກ15x20ຊມ, ອາຍຸ 90-99ວັນ ຄວນປູກຖົ່ວເຫຼືອງໃຫ້ມີຄວາມໜາແໜ້ນ 30ຂຸມ/1ແມັດມົນທົນ ຫຼືຕົ້ນໄລຍະຫ່າງການປູກ20x25ຊມ, ອາຍຸ100ວັນຂື້ນໄປຄວນປູກຖົ່ວເຫຼືອງໃຫ້ມີຄວາມໜາແໜ້ນໃນລະຫວ່າງ 20-25ຂຸມຫຼືຕົ້ນໄລຍະຫ່າງການປູກ 20x30ຊມ. ການນໍາໃຊ້ເມັດພັນປະມານ10-12ກິໂລ/ໄລ່. ການໃສ່ເມັດຖົ່ວຕໍ່ຂຸມປະມານ2-3ເມັດ/ຂຸມ

ການໃສ່ຝຸ່ນ:

ອັດຕາການໃສ່ຝຸ່ນໃຫ້ຖົ່ວໃນອັດຕາ 25 ກິໂລຕໍ່ໄລ່ ໃນນີ້ແບ່ງສູດຝຸ່ນອອກເປັນ 2 ຊະນິດເຊັ່ນ: 15-15-15 ແລະ 46-0-0. ພາຍຫຼັງກຽມດີນໄຖ ກ່ອນຄາດຄັ້ງສຸດທ້າຍເຮົາຕ້ອງໃສ່ຝຸ່ນຮອງພື້ນກ່ອນສູດ 15-15-15 ຈໍານວນ 10ກິໂລ/ໄລ່, ປູນຂາວ 30 ກິໂລ/ໄລ່ ພ້ອມທັງຝຸ່ນສັດ(ຂີ້ງົວ,ຄວາຍ,ໄກ່,ໝູ….)ໃສ່ບໍ່ໃຫ້ເກີນ700-1000ກິໂລ/ໄລ່ ແລ້ວຈື່ງຄາດເພື່ອໃຫ້ຝຸ່ນປະສົມເຂົ້າກັບດີນຢ່າງທົ່ວເຖີງ ຫຼັງຈາກນັ້ນຈື່ງເລີ້ມລົງມືປູກ. ພາຍຫຼັງປູກໄດ້ 20-25ວັນ ໃຫ້ໃສ່ຝຸ່ນເລັ່ງຄັ້ງທີ2 ໂດຍປະສົມຝຸ່ນ 46-0-0 ຈໍານວນ 10 ກິໂລ/ໄລ່ ແລະ 15-15-15 ຈໍານວນ 5 ກິໂລ/ໄລ່ ປະສົມເຂົ້າກັນ ໃສ່ຕາມຫວ່າງຂອງຕົ້ນຖົ່ວ.



ການບົວລະບັດຮັກສາ:

ການບົວລະບັດຮັກສາເປັນສີ່ງສໍາທີ່ສຸດຂອງທຸກໆພືດທີ່ເຮົາໄດ້ປູກລົງໄປ. ຕ້ອງໃຫ້ນໍ້າ, ເສຍຫຍ້າ, ໃສ່ຝຸ່ນ, ກໍາຈັດສັດຕູພືດ ແລະ ພະຍາດທີ່ເຂົ້າມາທໍາລາຍ. ຖ້າປະຕິບັດໄດ້ຕາມແນະນໍາມັນກໍ່ຈະຍົກສະມັດຕະພາບທາງດ້ານຜົນຜະລິດໃຫ້ສູງຂື້ນ.
  • ການໃຫ້ນໍ້າເປັນປັດໃຈສໍາຄັນຫຼາຍຕໍ່ລະບົບການປູກພືດຕະກຸນຖົ່ວໂດຍສະເພາະແມ່ນຖົ່ວເຫຼືອງ ເຮົາຕ້ອງຮັກສາຄວາມຊຸ່ມຊື້ນຂອງດີນໄດ້ໃນລະດັບ 80-85% ກໍ່ພຽງພໍຕໍ່ການຈະເລີນເຕີບຕົວຂອງຖົ່ວ. ໂດຍປົກກະຕິແລ້ວຕາມການຄໍານວນການນໍາໃຊ້ນໍ້າຕໍ່ຖົ່ວເຫຼືອງປະມານ 6-9 ແມັດກ້ອນຕໍ່1ໄລ່ຕໍ່ລະດູການເກັບກ່ຽວ.
  • ການເສຍຫຍ້າສັງເກດເບີ່ງແປງປູກຖ້າມີຫຍ້າປະມານ20%ຂື້ນໄປເຮົາຕ້ອງເສຍຫຍ້າໂລດເພື່ອບໍ່ໃຫ້ຫຍ້າຍາດກີນອາຫານນໍາຕົ້ນຖົ່ວ

ສືບຕໍ່ການບົວລະບັດຮັກສາ:

  • ການໃສ່ຝຸ່ນເຮົາໃສ່ຝຸ່ນຮອງພື້ນກ່ອນປູກ ຕາມອັດຕາສ່ວນທີ່ໄດ້ແນະນໍາ, ພາຍຫຼັງປູກເມື່ອອາຍຸຖົ່ວໄດ້ 20-25ວັນ ເຮົາຄວນໃສ່ຝຸ່ນເລັ່ງຄັ້ງທີ2 ແລະ ພວນດິນໄປນໍາເລີຍ ຕາມອັດຕາກໍານົດໄວ້(46-0-0 ຈໍານວນ 10ກິໂລ/ໄລ່ ປະສົມກັບ 15-15-15 ຈໍານວນ 5ກິໂລ/ໄລ່) ແລ້ວໃສ່ຕາມຫວ່າງຂອງຕົ້ນຖົ່ວໃຫ້ທົ່ວເຖີງ, ບໍ່ຄວນໃສ່ໃກ້ຕົ້ນຖົ່ວເພາະຢ້ານຕົ້ນຖົ່ວຕາຍ. 
  • ການກໍາຈັດພະຍາດ ແລະ ແມງໄມ້ທີ່ເຂົ້າມາທໍາລາຍຖົ່ວມັນເປັນສີ່ງທີ່ເຮົາປັດສະຈາກບໍ່ໄດ້ ເມື່ອພົບເຫັນພະຍາດທີ່ທໍາລາຍຕົ້ນຖົ່ວຍັງມີໜ້ອຍຄວນລົກທໍາລາຍຖີ້ມ, ແມງໄມ້ກໍ່ເຊັ່ນດຽວກັນເມື່ອພົບເຫັນກໍ່ກໍາຈັດຖີ້ມໂລດ.
  • ສີ່ງທີ່ຄວນເອົາໃຈໃສ່ເມື່ອຕົ້ນຖົ່ວປູກປົ່ງຂື້ນມາໄໝ່ອາຍຸໄດ້ 7-10ວັນ ເຮົາຄວນຊີດຢາກັນແມງໄມ້ທີ່ຈະມາທໍາລາຍຕົ້ນຖົ່ວຕອນຍັງອ່ອນ.

ການປ້ອງກັນພະຍາດ ແລະ ແມງໄມ້

ຕາມປົກກະຕິແລ້ວເຮົາຕ້ອງລົງກວດກາພື້ນທີ່ປູກຖົ່ວເປັນປະຈໍາເພື່ອໃຫ້ຮູ້ການເກີດພະຍາດຕ້ອງກໍາຈັດເພື່ອປ້ອງກັນບໍ່ໃຫ້ແພ່ລາມອອກໄປ, ແມງໄມ້ກໍ່ເຊັ່ນດຽວກັນເມື່ອມັນວາງໄຂ່ມີໜ້ອຍຄວນທໍາລາຍຖີ້ມໂລດ. ໃນພື້ນທີ່ປູເມື່ອມີແມງໄມ້ມາທໍາລາຍເຊັ່ນຈໍາພວກເພ້ຍ ທໍາລາຍ 5-10% ເຮົາຄວນຊີດຢາປ້ອງກັນໂລດ ໂດຍນໍາໃຊ້ຢາ ຄຣາໂບຊຸນແຟນ ໃນອັດຕາ 30ຊີຊີ/ນໍ້າ20ລິດ ແລ້ວຊີດໃຫ້ທົ່ວເຖີງພື້ນທີ່ປູກຖົ່ວ. ຊ້ວງອາຍຸຖົ່ວເຫຼືອງໄດ້ 3 ອາທິດຂື້ນໄປມັກມີພວກບົ້ງຮໍາໃບເຂົ້າມາທໍາລາຍຖົ່ວເຮົາຄວນຊີດຢາກໍາຈັດໂລດ.

ການເກັບກ່ຽວ

ການເກັບກ່ຽວເມື່ອສັງເກດເບີ່ງໃບເຫຼືອງ, ລົ່ນ, ໝາກປ່ຽນສີມາເປັນສີເຫຼືອງ, ສີນໍ້າຕານ ຫຼື ສີຂີ້ເທົ່າ ສັງເກດເຫັນໝາກສຸກແກ່ໃນຕົ້ນ 95% ຂື້ນໄປເຮົາກໍ່ສາມາດເກັບກ່ຽວໄດ້, ຖ້າປະໄປດົນກວ່ານັ້ນຖົ່ວເຫຼືອງບາງແນວພັນຝັກແກ່ມັກແຕກເຮັດໃຫ້ເມັດລົ່ນລົງດີນຈະນໍາໄປສູ່ຜົນຜະລິດຕໍ່າລົງ.
ພາຍຫຼັງເກັບກ່ຽວມາແລ້ວຄວນຕາກໃຫ້ເມັດແຫ້ງຄວາມຊຸ່ນຂອງເມັດໃຫ້ໄດ້ 10-12% ຈື່ງນໍາໄປເກັບຮັກສາ.

ວິທີການເກັບຮັກສາເມັດພັນ

ການເກັບຮັກສາເມັດພັນເປັນປັດໃຈທີ່ສໍາຄັນທີ່ສຸດແມ່ນສະແດງເຖີງເມັດພັນທີ່ມີຄຸນນະພາບຕ້ອງປັດສະຈາກມ໋ອດແມງເຂົ້າມາທໍາລາຍເພື່ອຈະນໍາເມັດພັນດັ່ງກ່າວໄປປູກໃນລະດູຕໍ່ໄປ ຫຼື ຂ້າມລະດູການ. ດັ່ງນັ້ນການເກັບຮັກສາເມັດພັນທີ່ດີຕ້ອງປະຕິບັດຕາມຂັ້ນຕອນລຸ່ມນີ້:
  1. ເມັດພັນຕ້ອງແຫ້ງດີມີຄວາມຊຸ່ມຊື້ນໃນເມັດ 10%
  2. ບໍ່ມີສີ່ງເຈືອປົນ
  3. ເປັນເມັດພັນບໍລິສຸດ
ການເກັບຮັກສາຕ້ອງໃສ່ຖົງຢາງສອງຊັ້ນ ຊັ້ນທີສາມແມ່ນກະສອບ ຫຼື ກະເປົາ, ຖົງບັນຈຸເມັດພັນມີນໍ້າໜັກບໍ່ໃຫ້ເກີນ10-12ກິໂລ ປະສົມໃສ່ຢາສູບແຫ້ງກ່ອນ 1-2 ຂີດ ເພື່ອກັນມ໋ອດແມງ ແລ້ວຈື່ງບັນຈຸໃສ່ຖົ່ງຕາມຂັ້ນຕອນທີ່ອະທິບາຍ.








No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ