google-site-verification: google0d91bc93cfc88895.html ຕົ້ນສີສຽດ [Ton Sisiet] Burma mahogany - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, July 28, 2019

ຕົ້ນສີສຽດ [Ton Sisiet] Burma mahogany

ຕົ້ນສີສຽດ [Ton Sisiet]  ຊື່ວິທະຍາສາດ: Pentace burmanica  ຊື່ທົ່ວໄປ ເປັນພາສາອັງກິດ: Burma mahogany, Tannine bark tree


ຕົ້ນສີສຽດ [Ton Sisiet]
ຊື່ວິທະຍາສາດ: Pentace burmanica
ຊື່ທົ່ວໄປ ເປັນພາສາອັງກິດ: Burma mahogany, Tannine bark tree

ຕົ້ນສີສຽດມີຖິ່ນກຳເນີດຢູ່ປະເທດ ມາເລເຊຍ ແລະ ມ່ຽນມ້າ, ຍັງພົບ ແບບທຳມະຊາດໃນປະເທດ ຈີນ, ລາວ, ກຳບູເຈຍ, ຫວຽດນາມ ແລະ ໄທ. ຢູ່ໃນປະເທດເຫຼົ່ານີ້ ລ້ວນແລ້ວແຕ່ມີການໃຊ້ເຂົ້າໃນການຄ້ຽວໝາກທັງນັ້ນ. ໄມ້ສີສຽດໃຊ້ເຮັດເຟີນິເຈີ, ໃຊ້ຕົບແຕ່ງພາຍໃນເຮືອນ.

ຕົ້ນສີສຽດ ແມ່ນໄມ້ຢືນຕົ້ນຂະໜາດກາງ ຮ່ວມຕະກຸນດຽວກັນກັບຕົ້ນຄ່ອມ, ຕົ້ນປໍພານ, ກຸ່ມຕົ້ນປໍເຂົ້າຈີ່ ທັງຫຼາຍ ດັ່ງນີ້ເປັນຕົ້ນ. ຄວາມຈິງ ຜູ້ຄົນທົ່ວໄປຮູ້ຈັກພັນໄມ້ຊະນິດນີ້ຍ້ອນສີສຽດ ຫຼື ເປືອກສຽດຫຼາຍກວ່າຊຶ່ງແມ່ນເປືອກຂອງຕົ້ນສີສຽດນີ້ເອງທີ່ຊາວລາວເອົາມາຄ້າຂາຍໃນນາມເຄື່ອງປ່າຂອງດົງຊະນິດໜຶ່ງ. ຕົ້ນສີສຽດ ມີບາງລັກສະນະທີ່ພໍຊ່ວຍໃນການຈຳແນກໄດ້ ເຊັ່ນເປັນຕົ້ນຕັ້ງຊື່, ສູງ 20-30 ມ, ລຳຕົ້ນເປັນທໍ່ກົມ ອອກສີນ້ຳຕານແກມສີໝົ່ນມີຮອຍແຕກຕື້ນ, ງ່າຕັ້ງ ແລະ ແຕກ ເປັນງ່າຍ່ອຍຢ່າງແໜ້ນໜາ. ເມື່ອຕົ້ນມີອາຍຸແກ່ ມີປີກຮາກໄຕ່ຕາມພື້ນດິນອອກໄປ. ໃບ ເປັນໃບດ່ຽວ, ຈັບສະຫຼັບກັນ, ແຜ່ນໃບຫຍາບ, ຂອບໃບເປັນແຂ້ວເລື່ອຍ, ຕີນໃບມົນ ແຕ່ປາຍໃບແຫຼມເປັນຫາງຍາວເລັກ ນ້ອຍ. ຕົ້ນສີສຽດເປັນໄມ້ຜັດປ່ຽນໃບໄລຍະຍາວຕະຫຼອດໝົດລະດູແລ້ງ ເຮັດໃຫ້ເມ່ືອໃບລົ່ນແລ້ວເຫັນແຕ່ງ່າເລັກງ່ານ້ອຍສົນສວ້າກັນຢູ່. ໝາກຂອງ ຕົ້ນສີສຽດເປັນໝາກແຫ້ງ ຈັດເປັນພົ້ວໃຫຍ່, ໝາກໜຶ່ງໆມີ 5 ປີກໂຄ້ງຕາມລວງຍາວຂອງໝາກ, ເວລາແກ່ໝາກອອກສີນ້ຳຕານ. ເມື່ອເຫັນໝາກຂອງຕົ້ນສີສຽດແລ້ວ ເຮັດໃຫ້ນຶກເຖິງໝາກຂອງຕົ້ນເຊືອກທັງໆທີ່ວ່າຢູ່ຕະກຸນຕ່າງກັນ. ຕົ້ນສີສຽດ ມີຖິ່ນກຳເນີດຢູ່ປະເທດມາເລເຊຍ ແລະ ມ່ຽນມ້າ, ຍັງພົບແບບທຳມະ ຊາດ ໃນປະເທດຈີນ, ລາວ, ກຳບູເຈຍ, ຫວຽດນາມ ແລະ ໄທ ອີກດ້ວຍ.ພັນໄມ້ຊະນິດນີ້ ເກີດໃນປ່າດົງດິບເຄິ່ງແລ້ງ ແລະມີການນຳໃຊ້ເປືອກສຳລັບຂາຍເປັນສິນຄ້າຫຼາຍ. ເປືອກສີສຽດມີທາດສານຕາແນັງສູງ, ເພິ່ນໃຊ້ປະກອບກັບໃບພູ,
ໝາກ, ເປືອກຫາດ, ປູນ,…ເປັນເຄື່ອງຄ້ຽວ ເອີ້ນວ່າ ຄ້ຽວໝາກ. ພັນໄມ້ຊະນິດນີ້ເຕີບໃຫຍ່ຊ້າ ກວ່າຈະໄດ້ໃຊ້ເປືອກກໍ່ກິນເວລາ 15-20 ປີຢູ່ໃນປ່າທຳມະຊາດ.ຢູ່ບ້ານເຮົາ ແຫຼ່ງທີ່ມາຂອງເປືອກສີສຽດ ຕົ້ນຕໍແມ່ນມາຈາກທຳມະຊາດ, ແຕ່ຫວ່າງ 30-40 ປີມານີ້ ໄດ້ມີການປູກເຄື່ອງປ່າຂອງດົງເພື່ອເປັນລາຍໄດ້ຂອງຊາວບ້ານນອກຈາກເກັບກູ້ຈາກປ່າໂດຍກົງແລ້ວ. ໃນຈຳນວນນັ້ນກໍ່ມີຕົ້ນສີສຽດຊຶ່ງ ຊາວບ້ານໄດ້ປູກອ້ອມເຮືອນຊານ ຫຼື ໃນສວນໃກ້ບ້ານເພື່ອປົກປັກຮັກສາໄດ້ງ່າຍ. ແຕ່ກ່ອນ ການເກັບກູ້ແມ່ນເຮັດແບບດັບສູນເລີຍເພາະມີການຕັດຕົ້ນສີສຽດແລ້ວລອກເອົາເປືອກ, ແຕ່ໄລຍະ ຫຼັງໆມານີ້ໂດຍສະເພາະໃນສວນປູກ ມີການລອກເປືອກສຽດເຄິ່ງໜຶ່ງສຳລັບແຕ່ລະຕົ້ນ ແລ້ວປ່ອຍໃຫ້ເປືອກໄດ້ຟື້ນຕົວແລະປົ່ງຄືນ, ໃນກໍລະນີນີ້ອາດລອກໄດ້ 2 ຫາ 3ເທື່ອຕໍ່ປີ. ການຂາຍເປືອກສຽດ ບໍ່ແມ່ນແຕ່ຮັບໃຊ້ໃຫ້ແກ່ການຄ້ຽວໝາກ ຂອງຜູ້ເຖົ້າຜູ້ແກ່ຄົນລາວເທົ່ານັ້ນ ຍັງມີຢູ່ທາງພາກຕະວັນອອກສ່ຽງເໜືອຂອງປະເທດໄທອີກ ແລະລາວເຮົາກໍ່ໄດ້ສົ່ງເປືອກສຽດອອກໄປປະເທດໄທອີກ. ຊິ້ນສ່ວນທີ່ສອງຖືກນຳໃຊ້ແມ່ນໄມ້ຊຶ່ງເປັນໄມ້ທີ່ໜຽວ, ເນື້ອໄມ້ລະອຽດອອກສີແດງຊ້ຳໆແກມສີຕັບໝູ, ປະກົດວ່າຢູ່ຫຼາຍປະເທດ ເພິ່ນໃຊ້ໄມ້ນີ້ເຮັດເຟີນີເຈີຫ້ອງການ, ເຮັດພື້ນເຮືອນ, ເຮັດເຮືອ,
ເຮັດໄມ້ອັດ, ເຮັດຫີບ, ໃຊ້ຕົບແຕ່ງພາຍໃນເຮືອນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ