ຕົ້ນປໍສາ [Ton Posa]
ຊື່ວິທະຍາສາດ: Broussonetia papyrifera
ຊື່ທົ່ວໄປ ເປັນພາສາອັງກິດ: Paper mulberry tree
ຕົ້ນປໍສາມີຖິ່ນກຳເນີດຢູ່ເຂດເອເຊຍພາກຕະວັນອອກ ແລ້ວ ຖືກນຳໄປປູກຢູ່ປະເທດອື່ນໄດ້ຫຼາຍສັດຕະວັດແລ້ວ ຈົນພັນໄມ້ ນີ້ປັບຕົວເຂົ້າກັບທຳມະຊາດໃໝ່ໄດ້ຢ່າງກົມກຽວທີ່ສຸດ ທັງນີ້ ເພື່ອການນຳໃຊ້ເປືອກສຳລັບເຮັດເຈ້ຍ ແລະ ເຄື່ອງໃຊ້ ອື່ນໆທີ່ປຸງແຕ່ງມາຈາກເຈ້ຍປໍສານັ້ນເອງ.
ຕົ້ນປໍສາເປັນໄມ້ຢືນຕົ້ນທີ່ມີເຊື້ອສາຍລາຍລ່ອງດຽວກັນກັບຕົ້ນໝາກມີ້, ຕົ້ນສົ້ມພໍ່,ຕົ້ນຫາດ, .. ດັ່ງນີ້ເປັນຕົ້ນ. ຄົນເຮົາຮູ້ນຳໃຊ້ປໍ ທີ່ໄດ້ຈາກເປືອກຂອງລຳຕົ້ນປໍສາ ເພື່ອມາດັດແປງເປັນວັດຖຸໃຊ້ປະຈຳວັນໄດ້ຫຼາຍສັດຕະວັດມາແລ້ວ. ຕົ້ນປໍສາ ເປັນຕົ້ນໄມ້ຂະໜາດນ້ອຍຫາຂະໜາດກາງ, ສູງແຕ່ 6 ຫາ 15 ມ, ມີໝ້າຕັດກວ້າງແຕ່ 10-30 ຊມ. ຕົ້ນປໍສາຈຳແນກອອກຈາກເພື່ອນໆໄດ້ງ່າຍ ຍ້ອນມີບາງລັກສະນະເດັ່ນ ຈຳນວນໜຶ່ງເຊັ່ນ ເປັນຕົ້ນຕັ້ງຂຶ້ນຊື່, ມີງ່າແຕກອອກແຕ່ລຸ່ມໆຕົ້ນ, ງ່າຕັ້ງຊັນຂຶ້ນພໍສົມຄວນ, ລຳຕົ້ນມີເປືອກບາງ, ສີນ້ຳຕານອ່ອນ ລອກອອກໄດ້ງ່າຍແລະເປັນເສັ້ນຍາວ. ຕົ້ນປໍສາເປັນໄມ້ຜັດປ່ຽນໃບ ໄລຍະສັ້ນໆ, ໃບແມ່ນໃບດ່ຽວ ຈັບສະຫຼັບກັນ, ຮູບໄຂ່ກວ້າງ, ອວບນ້ຳເລັກນ້ອຍ, ຕີນໃບມົນ ແຕ່ປາຍໃບແຫຼມ, ແຜ່ນໃບຫຍາບ, ມີຂົນຂາວທົ່ວໆ ແລະ ຄາຍມື, ແຄມໃບເປັນວັກແຂ້ວເລື່ອຍແນມເຫັນງ່າຍພໍຄວນ. ໂດຍທົ່ວໄປ ໃບມີສອງແບບຊຶ່ງອາດພົບໃນງ່າດຽວກໍ່ເປັນໄດ້ເຊັ່ນ: ໃບອ່ອນ ຫຼື ໃບທີ່ມີຢູ່ຕາມຕົ້ນທີ່ ມີການເຕີບໂຕໄວຈະແກວກເລິກຂາດອອກເປັນຮູບໂຕ M ປີ້ນຢູ່ທັງສອງຂ້າງຂອງແຜ່ນໃບເລີຍ ຫຼື ມີຂ້າງດຽວເຮັດໃຫ້ສ່ວນທີ່ຍັງເຫຼືອເປັນແຜ່ນ ຍ່ອຍ 2 ຫາ 3 ແຜ່ນ ແລະ ແບບທີສອງເຫັນທົ່ວໄປແມ່ນ ໃບມີແຜ່ນດຽວ, ສ່ວນສີຂອງໃບສ່ວນຫຼາຍແມ່ນໃບມີສີຂຽວອ່ອນນອກຈາກບ່ອນທີ່ຕົ້ນປໍສາຂະຫຍາຍງາມເປັນພິເສດ ສີຈະອອກຂຽວເຂັ້ມກວ່າ. ຕົ້ນປໍສາ ມີເພດແຍກຢູ່ຕ່າງຕົ້ນ ໝ.ຄ. ວ່າ ມີຕົ້ນຜູ້ ແລະ ຕົ້ນແມ່. ຕົ້ນຜູ້ມີແຕ່ດອກຜູ້ ຊຶ່ງມີຂະໜາດນ້ອຍ, ສີຂາວ, ຈັດລຽນກັນແໜ້ນໜາເປັນຊໍ່ ຮູບຫຼອດ, ຊໍ່ຍາວ 4 ຫາ 8 ຊມ, ໃນຊໍ່ໜຶ່ງໆມີດອກຫຼາຍຮ້ອຍດອກ ແລະ ຊໍ່ດອກຢ່ອນລົງ, ອອກເປັນຈຸ້ມໆ. ສ່ວນຕົ້ນແມ່ກໍ່ມີແຕ່ດອກແມ່ ຊຶ່ງ ມີຂະໜາດໃຫຍ່ກວ່າດອກຜູ້ນ້ອຍໜຶ່ງ, ດອກແມ່ ມີສີແດງແກມ
ສີເຫຼືອງ, ຈັດກັນແໜ້ນໜາເປັນຊໍ່ດອກ ຮູບປຸ້ມມົນ ມີເສັ້ນຜ່າກາງ ປຸ້ມດອກ 2 ຫາ 4ຊມ. ເມື່ອເປັນໝາກໆກໍ່ຈັດລຽນກັນເປັນປຸ້ມ ຄ້າຍຊໍ່ດອກ, ໝາກນ້ອຍໆ ໄສໆສີແດງແກມສີສົ້ມ ຣົດຫວານ, ກິນໄດ້. ແຕ່ໂດຍທົ່ວໄປ ຄົນຈະບໍລິໂພກເວລາຜ່ານໄປພໍ້ເທົ່ານັ້ນ ມັກຈະປະໄວ້ໃຫ້ສັດ ແລະ ອີກຢ່າງໜຶ່ງ ໝາກກໍ່ນ້ອຍຫຼາຍໂພດຈະເກັບ ຫຼືພົກພາກໍ່ຊ້ຳໄປໝົດເລີຍ. ສ່ວນຫຼາຍ ໝາກເປັນຈຸດທີ່ຄົນທົ່ວໄປສາມາດເອົາເປັນສິ່ງບົ່ງບອກວ່າຕົ້ນນັ້ນແມ່ນຕົ້ນປໍສາໄດ້ ເພາະມັນແນມເຫັນງ່າຍກວ່າຊໍ່ດອກຜູ້ ຫຼື ຊໍ່ດອກແມ່ອີກ. ເດີມ ຕົ້ນປໍສາມີຖິ່ນກຳເນີດຢູ່ເຂດ ເອເຊຍພາກຕະວັນອອກ ແລະ
ໄດ້ມີການນຳໄປປູກ ຢູ່ໃນໝູ່ເກາະທີ່ ມະຫາສະມຸດປາຊີຟິກໄລຍະທີ່ມີການເຄື່ອນ
ຍ້າຍ ຂອງຊຸມຊົນຈາກແຜ່ນດິນໃຫຍ່ໄປຢູ່ຕາມໝູ່ເກາະໃນມະຫາສະມຸດປາຊີຟິກ.ສ່ວນຢູ່ລາວ ເພິ່ນພົບຕົ້ນປໍສາຢູ່ໃນເຂດອາກາດເຢັນພໍສົມຄວນ, ແຕ່ພາກກາງໄປຫາພາກເໜືອເທົ່ານັ້ນ. ຕົ້ນໄມ້ຊະນິດນີ້ ມັກເກີດ ຕາມແຄມນ້ຳ, ດິນວ່າງເປົ່າ,ເກີດໃນປ່າເຫຼົ່າ, ມັກດິນຊຸ່ມ ແຕ່ລະບາຍນ້ຳໄດ້ດີ. ຊິ້ນສ່ວນ ທີ່ນຳໃຊ້ແມ່ນເປືອກຂອງລຳຕົ້ນທີ່ເພິ່ນເອົາມາຕົ້ມເພື່ອແຍກເອົາເສັ້ນໄຍແລ້ວຜະລິດເປັນແຜ່ນເຈ້ຍ, ເຮັດດ້ວຍມືແລະຕາກແດດແບບທຳມະຊາດ ຫຼື ເຮັດດ້ວຍເຄື່ອງ ຈັກ. ເຈ້ຍທີ່ໄດ້ຮັບແມ່ນມີຄຸນນະພາບດີ, ຈາກນັ້ນຈຶ່ງນຳ ໃຊ້ເຈ້ຍໄດ້ໂດຍກົງ ຫຼື ເອົາໄປປຸງແຕ່ງ ເຄື່ອງໃຊ້ອື່ນອີກ
ເຊັ່ນ ເຮັດເຄື່ອງຫຸ້ມດອກໄຟ, ວີ, ຖົງໃສ່ຂອງຂວັນ, ບັດອວຍພອນ, ບັດເຊີນ, …ດັ່ງນີ້ເປັນຕົ້ນ.
![ຕົ້ນປໍສາ [Ton Posa] ຕົ້ນປໍສາ [Ton Posa]](https://blogger.googleusercontent.com/img/b/R29vZ2xl/AVvXsEicshvgVRfkVEM0DenyYqpVtdm7MDLGMnwXSG4AUzTGF7TAozpQzRIu6Rr_qdMnM7_nFCaOdjJtt6j_Q0fVzGekVk3uv9D0tEBI3B34SZLNjebkZD3a62s_noZszYbedXnxmk32GYq8gMLd/w640-h366/%25E0%25BA%258A%25E0%25BA%25B7%25E0%25BB%2588%25E2%2580%258B%25E0%25BA%25A7%25E0%25BA%25B4%25E2%2580%258B%25E0%25BA%2597%25E0%25BA%25B0%25E2%2580%258B%25E0%25BA%258D%25E0%25BA%25B2%25E2%2580%258B%25E0%25BA%25AA%25E0%25BA%25B2%25E0%25BA%2594+%25E0%25BA%259B%25E0%25BB%258D%25E2%2580%258B%25E0%25BA%25AA%25E0%25BA%25B2.jpg)
![ຕົ້ນປໍສາ [Ton Posa] ຕົ້ນປໍສາ [Ton Posa]](https://blogger.googleusercontent.com/img/b/R29vZ2xl/AVvXsEj_w_7euZTeleG_9gvrFPrcHjuW6c0vZUKc9Wj3H4d5WZAUAR6RN0OkhZHvV7AUnb7esfdJ0EGQDr1VWn9qsQUSM8DKyrwycT_2CbdbY7N1_njsIm6fAfFEfYA0Ff2O395cTLB5mhIIEsVB/w640-h478/%25E0%25BA%2595%25E0%25BA%25BB%25E0%25BB%2589%25E0%25BA%2599%25E2%2580%258B%25E0%25BA%259B%25E0%25BB%258D%25E2%2580%258B%25E0%25BA%25AA%25E0%25BA%25B2.jpg)
![ຕົ້ນປໍສາ [Ton Posa] ຕົ້ນປໍສາ [Ton Posa]](https://blogger.googleusercontent.com/img/b/R29vZ2xl/AVvXsEiupD9kuk5SDqZbtgtfFvXNadDTwMf2YMcWxaqS79QBu_iVl7PTZYE_P7CVUAzUrWjtmXbMBrS-aCF8iZc0sNDKvtV59TqXWEF44c61Td0cYaeYx_3ZJzQ-o1LPPt7KVa9DY6sl6q8p6MFY/w640-h580/%25E0%25BA%259B%25E0%25BB%258D%25E2%2580%258B%25E0%25BA%25AA%25E0%25BA%25B2.jpg)
![ຕົ້ນປໍສາ [Ton Posa]](https://blogger.googleusercontent.com/img/b/R29vZ2xl/AVvXsEjC-4GzENyovfruas9rF3JQxOE93i15PhqKp2hcHWn0rmxaAKBDDrqUv8rRiT0_EBUG8GodPQwveZPLJM0pMaZy0zvMGnHBF5D3xWwMC7ejVWSHVkBthhxD7lmOplI4nhyphenhyphend6nNZVx4ZHasA/w640-h426/%25E0%25BA%25A5%25E0%25BA%25B3%25E2%2580%258B%25E0%25BA%2595%25E0%25BA%25BB%25E0%25BB%2589%25E0%25BA%2599+%25E0%25BA%259B%25E0%25BB%258D%25E2%2580%258B%25E0%25BA%25AA%25E0%25BA%25B2.jpg)
![ໝາກປໍ ຕົ້ນປໍສາ [Ton Posa]](https://blogger.googleusercontent.com/img/b/R29vZ2xl/AVvXsEijTCpF5RH8JGa_gEzwg699P5pqalXHAjvH7EdvM2WTxQqmQPGGAjCvP-T8Y23z3YkNEWQMinhi-VLrYKXPnG5dr9E7G3FqwEEvsPMPi9W9j6-7Z4n1h6sPN-h2zAMiThkeU0LXb2sU_2Q5/w640-h478/%25E0%25BA%25AB%25E0%25BA%25A1%25E0%25BA%25B2%25E0%25BA%2581%25E2%2580%258B%25E0%25BA%259B%25E0%25BB%258D%25E2%2580%258B%25E0%25BA%25AA%25E0%25BA%25B2.jpg)
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ