google-site-verification: google0d91bc93cfc88895.html ຊະນິດພັນພືດຕະກຸນຖົ່ວ ແລະ ຫຍ້າ ທີ່ເໝາະສົມດີ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, July 20, 2019

ຊະນິດພັນພືດຕະກຸນຖົ່ວ ແລະ ຫຍ້າ ທີ່ເໝາະສົມດີ

ຊະນິດພັນພືດຕະກຸນຖົ່ວ ແລະ ຫຍ້າ ທີ່ເໝາະສົມດີ


ພືດອາຫານສັດບາງສາຍພັນທີ່ເໝາະສົມກັບສະພາບເງື່ອນໄຂສະເພາະໃດນຶ່ງເຊັ່ນ: ຫຍ້າແກມບາ ແລະ ຫຍ້າຊິກນານແມ່ນມີຄວາມທົນທານຕໍ່ສະພາບດິນເປັນກົດ, ຄວາມ ແຫ້ງແລ້ງ ແລະ ຄວາມອຸດົມສົມບູນຕ່ຳຫຍ້າທັງສອງສາຍພັນນີ້ສາມາດນຳໃຊ້ແບບຕັດ ໃຫ້ກິນໄດ້, ແຕ່ຫຍ້າຊິກນານຈະເໝາະສົມກັບການປ່ອຍສັດເຂົ້າກິນຫຼາຍ. ສ່ວນຫຍ້າ ‘ປັດ
ສະປາລອມ’ ກໍສາມາດເກີດໄດ້ດີໃນດິນເປັນກົດ ແລະ ໃນລະດັບຂອງຄວາມສົມບູນຕ່ຳແຕ່ ຕ້ອງແມ່ນເຂດທີ່ມີຄວາມຊຸ່ມຊື່ນເທົ່ານັ້ນຫຍ້າ ‘ເຊຕາເຣຍ’ ສາມາດເກີດໄດ້ດີໃນເຂດທີ່ມີ ອາກາດເຢັນແຕ່ຕ້ອງການດິນທີ່ມີຄວາມຊຸ່ມຊື່ນ ແລະ ຄວາມສົມບູນສູງ. ຂໍ້ຄວນລະວັງຢ່າງ ນຶ່ງຄືບໍ່ຄວນນຳໃຊ້ຫຍ້າຕະກຸນບຼາກີເຣຍ  ຈຳນວນຫຼາຍເປັນອາຫານແບ້,  ແກະ  ແລະ  ງົວນ້ອຍ, ສ່ວນຫຍ້າເຊຕາເຣຍ ແມ່ນບໍ່ຄວນໃຫ້ມ້າກິນ.

ຊະນິດພັນພືດຕະກຸນຖົ່ວ ແລະ ຫຍ້າ ທີ່ເໝາະສົມດີ


ແຄຝຣັງ ແລະ ກະຖິນແດງເປັນຕົ້ນໄມ້ພືດອາຫານສັດຕະກຸນຖົ່ວທີ່ສາມາດ ຕອບສະໜອງອາຫານທາງດ້ານທາດຊີ້ນ (ໂປຼຕີນ) ທີ່ມີຄຸນະພາບເພື່ອເສີມໃສ່ອາຫານທີ່ມີພຽງຫຍ້າເປັນອາຫານຫັ່ກ ແຄ.ຝຣັງສາມາດຂະຫຍາຍພັນໄດ້ໂດຍການນຳໃຊ້​ລຳ​ຕົ້ນ ແລະ ເໝາະສົມກັບການປູກເປັນຮົ້ວຊີວະພາບ,ເກີດໃນເຂດທີ່ດິນເປັນກົດລະດັບກາງແຕ່ຕ້ອງເປັນເຂດຕຳ່. ຖ້າຫາກມີການທີ່ດີຕົ້ນແຄຝຣັ່ງ ສາມາດໃຫ້ຜົນຜະລິດໃບດີໃນໄລຍະລະດູແລ້ງ. ສ່ວນ ຕົ້ນກະຖິນແດງສາມາດ ເກີດໄດ້ດີໃນເຂດທີ່ມີດິນເປັນກົດ ແລະ ພາບອາກາດເຢັນ,ການຈະເລີນເຕີບໂຕໃນໄລຍະທຳອິດ ແມ່ນຊ້າ ແລະ ຕ້ອງ ໄດ້ປູກດ້ວຍແກ່ນເທົ່ານັ້ນ. ຖ້າມີການຈັດການທີ່ດີ ມັນຈະໃຫ້ຜົນຜະລິ ສ່ວນລຳຕົ້ນແມ່ນສາມາດນຳໃຊ້ເປັນຟືນໄດ້. ສ່ວນການນຳໃຊ້ເປັນອາຫານສັດນັ້ນ ໃນເບື້ອງຕົ້ນສັດຈະບໍ່ມັກກິນຕົ້ນແຄຝຣັ່ງ, ແຕ່ສັດຈະຄ່ອຍກິນໄປ ເທື່ອລະໜ້ອຍຈົນລຶ້ງ. ສ່ວນໃບ ‘ຕົ້ນກະ​ຖິນ​ແດງ ສັດຈະມັກກິນແຕ່ເວລາຕັດມາໃໝ່ໆ ຫຼື ຍັງສົດຢູ່ເທົ່ານັ້ນ.

ຊະນິດພັນພືດຕະກຸນຖົ່ວ ແລະ ຫຍ້າ ທີ່ເໝາະສົມດີ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ