google-site-verification: google0d91bc93cfc88895.html ເປົ້າໝາຍ(ແຜນງານ)ການຜະລິດສະບຽງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 02, 2015

ເປົ້າໝາຍ(ແຜນງານ)ການຜະລິດສະບຽງ


https://blogger.googleusercontent.com/img/b/R29vZ2xl/AVvXsEgyPogwD5Iais5wa81m7G5gjasNVMFT3fCSxStpDrKvARa4nFg9sy05OeHGdPFjeTjWotn-FWzWmfCauZICX4Bw8hgmQheYWAnSiJQTMEspjqQrsw8pGfbnwZLMWjecsVsJS3b8Ns6RByk/s1600/

ຮັບປະກັນດ້ານໂພຊະນາການ ຂອງປະຊາຊົນ​​ໃຫ້ໄດ້ຮັບພະລັງງານບໍ່ໃຫ້ຫຼຸດ 2.600 ກິໂລກາລໍຣີ ຕໍ່ຄົນຕໍ່ວັນ; ໃນນີ້ ເຂົ້າ ແລະ ທາດແປ້ງ ກວມປະມານ 62%, ຊີ້ນ, ໄຂ່ ແລະ ປາ ປະມານ 10%, ປະເພດ ພືດຜັກ, ໝາກໄມ້ ແລະ ປະເພດຖົ່ວ ກວມປະມານ 6% ແລະ ປະເພດໄຂມັນ/ນໍ້າມັນ, ນ້ຳຕານ ແລະ ນໍ້ານົມ ກວມປະມານ 22%. ເພື່ອຮັບປະກັນພະລັງງານຄືດັ່ງກ່າວ ຕ້ອງຮັບປະກັນດ້ານສະບຽງອາຫານ ແຕ່ລະປະເພດ ເພື່ອບໍລິໂພກໃນແຕ່ລະປີ ໃຫ້ໄດ້ຢ່າງໜ້ອຍ ຄືດັ່ງລາຍລະອຽດລຸ່ມນີ້[1]:
-        ​​ເຂົ້າສານ160 ກິໂລ/ຄົນ/ປີ (ຫຼື ເທົ່າກັບປະມານ 280 ກິໂລເຂົ້າເປືອກ/ຄົນ/ປີ).
-        ທາດແປ້ງ 5 ກິໂລ/ຄົນ/ປີ.
-        ປະເພດຊີ້ນ, ປາ ແລະ ໄຂ່ 65 ກິໂລ/ຄົນ/ປີ; ໃນນີ້ເປັນຊີ້ນໝູ 13 ກິໂລ/ຄົນ/ປີ, ຊີ້ນສັດປີກ 9 ກິໂລ/ຄົນ/ປີ, ຊີ້ນອື່ນໆ 7 ກິໂລ/ຄົນ/ປີ, ໄຂ່ 6 ກິໂລ/ຄົນ/ປີ ແລະ ປາ 30 ກິໂລ/ຄົນ/ປີ.
-        ປະເພດພືດຜັກ 50 ກິໂລ/ຄົນ/ປີ.
-        ປະເພດຖົ່ວ-ງາ (ແຫ້ງ) 2 ກິໂລ/ຄົນ/ປີ.
-        ສາລີ 2,5 ກິໂລ/ຄົນ/ປີ.
-        ປະເພດ ພືດເປັນຫົວ (ເຜືອກ, ມັນ ຕ່າງໆ...) 2,5 ກິໂລ/ຄົນ/ປີ.
-        ໝາກໄມ້ 30 ກິໂລ/ຄົນ/ປີ.
-        ນ້ຳຕານ 1 ກິໂລ/ຄົນ/ປີ.
-        ນ້ຳນົມ  3 ກິໂລ/ຄົນ/ປີ.
-        ປະເພດໄຂມັນ/ນໍ້າມັນ 23 ກິໂລ/ຄົນ/ປີ.
​​
ຕ້ອງສູ້ຊົນຜະລິດ​ ​ແລະ ສະໜອງ ເຂົ້າ, ພືດຜັກ, ປະເພດຖົ່ວ-ງາ, ໝາກໄມ້, ນ້ຳຕານ, ຊີ້ນ-​ປາແລະ ໄຂ່ ໃຫ້ພຽງພໍ ແລະ ມີສ່ວນແຮໄວ້ ຊຶ່ງຕ້ອງ​ໄດ້ເອົາໃຈໃສ່ ການຜະລິດສະບຽງທີ່ສຳຄັນດັ່ງນີ້:

1) ສູ້ຊົນຜະລິດເຂົ້າເປືອກລວມ ໃຫ້ໄດ້ບໍ່ໃຫ້ຫຼຸດ 4,7 ລ້ານໂຕນ; ຕາມອັດຕາສ່ວນ ​ເຂົ້າໜຽວປະມານ 70%ແລະ ເຂົ້າຈ້າວປະມານ 30%, ດ້ວຍອັດຕາການຂະຫຍາຍຕົວ ຂອງຜົນຜະລິດ ແຕ່ນີ້ຫາປີ 2020 ​ສະເລ່ຍໃຫ້ໄດ້ປະມານ 5% ຕໍ່ປີ (ໃນນີ້ ເນັ້ນໃສ່ການຍົກຜະລິດຕະພາບ ເປັນຕົ້ນຕໍ ໄປຄຽງຄູ່ ກັບ ການຂະ ຫຍາຍເນື້ອທີ່ ຕາມຄວາມອາດສາມາດຕົວຈິງ) ຊຶ່ງປະກອບມີລາຍລະອຽດ ຄື:
·      ເຂົ້າສໍາລັບຄໍ້າປະກັນສະບຽງອາຫານ ປະມານ 2,5 ລ້ານໂຕນ (ເຂົ້າເປືອກ) ຊຶ່ງລວມມີ:
-        ເຂົ້າບໍລິໂພ 2,1 ລ້ານໂຕນ (ເຂົ້າເປືອກ) (7,5 ລ້ານຄົນ X 280 ກິ​ໂລ​ເຂົ້າ​ເປືອກ/ຄົນ/ປີ)​​.
-        ຄັງແຮເຂົ້າ 400.000 ​ໂຕນ (​ເຂົ້າ​​ສານ 240.000 ​ໂຕນ; ກຸ້ມໄດ້ປະມານ 2-3 ເດືອນ).
·      ແນວພັນເຂົ້າປະມານ 100.000 ​ໂຕນ.
·      ສຳລັບ​​ປຸງແຕ່ງພາຍໃນປະມານ 500.000 ຫາ 600.000 ​ໂຕນ.
·      ເຂົ້າເປັນສິນຄ້າພາຍໃນ ແລະ ສົ່ງອອກບໍ່ໃຫ້ຫຼຸດ 1 ລ້ານໂຕນ.

2) ຜະລິດພືດຜັກ, ຖົ່ວ-ງາ ແລະ ໝາກໄມ້ສຳລັບບໍລິໂພເຊັ່ນ: ສາລີຫວານ ໃຫ້ໄດ້ ປະມານ 228.000 ໂຕນ, ເຜືອກ-ມັນ ໃຫ້ໄດ້ປະມານ 304.000 ໂຕນ, ປະເພດໄມ້ໃຫ້ໝາກ ໃຫ້ໄດ້ ປະມານ 800.000 ໂຕນ ແລະ ພືດຜັກອື່ນໆ ໃຫ້ໄດ້ປະມານ 1,5 ລ້ານໂຕນ.

3) ສູ້ຊົນຜະລິດຊີ້ນ, ປາ  ແລະ ໄຂ່ ລວມໃຫ້ໄດ້ 487.500 ໂຕນ (ໃນນີ້, ຊີ້ນ ແລະ ໄຂ່ໃຫ້ໄດ້ 262.500 ໂຕນ, ປາ ​ແລະ ສັດ​ນ້ຳ​ໃຫ້ໄດ້ 225.000 ໂຕນຕໍ່ປີ) ເພື່ອຕອບສະໜອງ ອັດຕາການບໍລິໂພກ ລວມສະເລ່ຍ ໃຫ້ໄດ້ 65 ກິໂລຕໍ່ຄົນຕໍ່ປີ, ໃນນັ້ນ ເຂດຕົວເມືອງ ໃຫ້ໄດ້ 70 ກິໂລຕໍ່ຄົນຕໍ່ປີ ແລະ ເຂດຊົນ ນະບົດ ໃຫ້ໄດ້ 50 ກິໂລຕໍ່ຄົນຕໍ່ປີ ແລະສູ້ຊົນເຮັດໃຫ້ອັດຕາການຂະຫຍາຍຕົວ ຂອງຝູງສັດ ຢູ່ໃນລະດັບ ປະມານ 6% ຕໍ່ປີ. ຂະຫຍາຍການລ້ຽງປາ ແລະ ສັດນໍ້າ ໃຫ້ໄດ້ 8-10% ຕໍ່ປີ.



[1] ແຫຼ່ງຂໍ້ມູນ: ຍຸດທະສາດຄໍ້າປະກັນສະບຽງອາຫານ ສປປລາວ ໄລຍະ 2001-2010 ທີ່ຖືກຮັບຮອງຈາກລັດຖະບານ ໃນວັນທີ 3/2/2004, ຂໍ້ມູນຈາກ: Lao Expenditure and Consumption Survey (2002/03 and 2007/08 LECS) ແລະ ຂໍ້ມູນຈາກອົງການ  FAO.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ