google-site-verification: google0d91bc93cfc88895.html ທົ່ງພຽງ​ໃຫຍ່ ໃນ​ປະ​ເທດ​ລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 02, 2015

ທົ່ງພຽງ​ໃຫຍ່ ໃນ​ປະ​ເທດ​ລາວ

ທົ່ງພຽງ​ໃຫຍ່ ທີ່ມີເນື້ອທີ່ຫຼາຍກວ່າ 30.000 ເຮັກຕາ ມີທັງໝົດ 7 ແຫ່ງ ຄື: 

http://www.goldenland.co.th/media/k2/items/cache/
  1. ທົ່ງພຽງ​ວຽງ​ຈັນ, 
  2. ທົ່ງພຽງ​ບໍລິ​ຄຳ​ໄຊ, 
  3. ທົ່ງພຽງ​ເຊ​ບັ້ງ​ໄຟ, 
  4. ທົ່ງພຽງ​ເຊ​ບັ້ງ​ຫຽງ, 
  5. ທົ່ງພຽງ​ເຊ​ໂດນ, 
  6. ທົ່ງພຽງ​ຈຳປາ​ສັກ​ 
  7. ທົ່ງພຽງ​ອັດ​ຕະປື, 
http://www.ephotopix.com/image/asia/

        ຊຶ່ງກວມ​ເອົາ 9 ແຂວງ 51 ​ເມືອງ, ມີ​ເນື້ອ​ທີ່ທັງ​ໝົດ ປະມານ 2.370.600 ​ເຮັກຕາ ​ໃນ​ນີ້ ເນື້ອທີ່ດິນກະສິກຳມີປະມານ 1.208.400 ເຮັກຕາ; ເນື້ອທີ່ໆເປັນ​ນາ​ແລ້ວ ປະມານ 718.200 ​ເຮັກຕາ, ເນື້ອທີ່ສຳລັບ ການປູກພືດ ແລະ ໄມ້ໃຫ້ໝາກ ປະມານ 127.100 ​ເຮັກຕາ ​ແລະ ທົ່ງ​ຫຍ້າ​ລ້ຽງສັດ ປະມານ 4.800 ​ເຮັກ​ຕາ, ​ເນື້ອ​ທີ່ໆຈະ​ສາມາດ​ຂະຫຍາຍສຳລັບການຜະລິດກະສິກຳ ໄດ້ຕື່ມທັງໝົດ ປະມານ 358.300 ເຮັກຕາ. ໃນ​ເຂດ 7 ທົ່ງພຽງ​ໃຫ່ຍນີ້​ ເປັນ​ພື້ນ​ທີ່​ ຢູ່​ໃນ​ລະດັບ​ຕໍ່າ ທີ່ມີອາກາດອົບ​ອຸ່ນ (ທຽບໃສ່ໜ້ານໍ້າທະເລ 100-200 ແມັດ) ​ຊຶ່ງເປັນ​ພື້ນ​ທີ່​ເໝາະ​ສົມ​ ໃນ​ການ​ພັດທະນາ​ຊົນ​ລະ​ກະ​ເສດ, ພືດ​ທີ່​ເໝາະ​ສົມປູກ​ໃນ​ລະດູຝົນ​ແມ່ນ ​ເຂົ້າ, ສ່ວນລະ​ດູ​ແລ້ງ ​​​ໃນ​ເຂດ​ຊົນ​ລະ​ກະ​ເສດສາມາດ​ປູກ​ພືດໄດ້​ຫຼາຍຊະນິດ ​ເຊັ່ນ: ​ເຂົ້າ, ສາລີ, ປະເພດຖົ່ວ, ຜັກ​ຕ່າງໆ, ຢາສູບ ​ແລະ ອື່ນໆ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ