google-site-verification: google0d91bc93cfc88895.html ເນື້ອທີ່ດິນກະສິກຳ ທີ່ບໍ່ໄດ້ຈັດເປັນທົ່ງພຽງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 02, 2015

ເນື້ອທີ່ດິນກະສິກຳ ທີ່ບໍ່ໄດ້ຈັດເປັນທົ່ງພຽງ


ນອກຈາກເຂດທົ່ງພຽງແລ້ວ ຍັງມີເຂດຮາບພຽງອື່ນໆ[1] ທີ່ກະຈາຍຢູ່ໃນທົ່ວປະເທດ ຊຶ່ງບໍ່ໄດ້ຈັດເຂົ້າ ໃນເຂດທົ່ງພຽງຕ່າງໆຂ້າງເທິງ ຊຶ່ງມີເນື້ອທີ່ກະສິກຳທັງໝົດ ປະມານ 2 ລ້ານເຮັກຕາ,ໃນນັ້ນ ເນື້ອທີ່ໆເປັນນາແລ້ວ ປະມານ 182.​500 ​ເຮັກຕາ, ເນື້ອທີ່ສຳລັບ ການປູກພືດ ແລະ ໄມ້ໃຫ້ໝາກ ປະມານ 304.400​ເຮັກຕາແລະ ທົ່ງຫຍ້າລ້ຽງສັດ ປະມານ 147.300 ​ເຮັກຕາ, ​ເນື້ອທີ່ໆຈະສາມາດຂະຫຍາຍ ສຳລັບການ ຜະລິດກະສິກຳໄດ້ຕື່ມທັງໝົດ ມີປະມານ 1,36 ລ້ານເຮັກຕາ; ໃນນີ້ ອາດສາມາດຂະຫຍາຍເປັນ​​ເນື້ອທີ່ນາໄດ້ຕື່ມ ປະມານ 650.000 ​ເຮັກຕາ ແລະ ຂະຫຍາຍເປັນເນື້ອທີ່ສຳລັບປູກພືດແລະ ໄມ້ໃຫ້ໝາກ ໄດ້ປະມານ 717.000 ​ເຮັກຕາ


[1] ເຂດຮາບພຽງອື່ນໆ: ໝາຍເຖິງພື້ນທີ່ ທີ່ມີຄວາມຮາບພຽງ ຫາຄ້ອຍຊັນປານກາງ ຊຶ່ງມີລະດັບ ຄວາມຄ້ອຍຊັນລະຫວ່າງ 0-26% (ຫຼື 0-15 ອົງສາ), ລະດັບຄວາມສູງ ຈາກໜ້ານໍ້າທະເລ ແມ່ນຕໍ່າກວ່າ 700 ແມັດລົງມາ ແລະ ການນຳໃຊ້ ທີ່ດິນເຂົ້າໃນການຜະລິດກະສິກໍາ ແມ່ນ ຫຼາຍກ່ວາ 50% ຂື້ນໄປ ຊຶ່ງກະແຈກກະຈາຍຢູ່ທົ່ວທຸກພາກ ຂອງປະເທດ ທີ່ບໍ່ນອນຢູ່ໃນເຂດທົ່ງພຽງ, ພູພຽງ, ພູດອຍ ແລະ ມີເນື້ອທີ່ ແຕ່ລະຕອນ ນ້ອຍກວ່າ 300 ຮຕ ລົງມາ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ