google-site-verification: google0d91bc93cfc88895.html ປ່ຽນ​ພາ​ສາ​ລາວ​ໃຫ້​ງາມ​ຕາມ​ໃຈ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, August 22, 2015

ປ່ຽນ​ພາ​ສາ​ລາວ​ໃຫ້​ງາມ​ຕາມ​ໃຈ




ປ່ຽນ​ຕົວ​ຫນັງ​ສື​ແບບ​ເກົ່າໆ ແຕກ ເບິ່ງ​ແລ້ວ​ບໍ່​ງາມ​ຕາ​ ດ້ວຍ​ວິ​ທີ່​ການ​ງ່າຍໆ ຫລາຍໆ​ທ່ານ​ສາ​ມາດ​ເຮັດ​ໄດ້ ຕາມ​ວິ​ທີ​ການ​ຂອງ ອາ​ນຸ​ສອນ ດັ່ງ​ນີ້:


​1. ເຂົ້​ໄປ​ທີ່ run ແລ້ວ​ພີມ regedit ຊີ້​ເມົ້າ​ໃສ່ ຂໍ້​ຄວາມ​ທີ່​ຂື້ນ​ມາ​ແລ້ວ​ກົດ​ເຂົ້າ

2. ຈະ​ມີ​ຫນ້າ​ຕ່າງ​ຄື​ພາບ​ດ້ານ​ລຸ່ມ​ຂື້ນ​ມາ ໃຫ້​ເຂົ້າ​ໄປ​ທີ່ HKET_LOCAL_MACHINE


3. ຈາກ​ນັ້ນ​ໃຫ້​ເຂົ້າ​ໄປ​ທີ່ SOFTWARE


4. ແລ້ວ​ຄົ້ນ​ຫາ Microsoft


5. ຫລັງ​ຈາກນັ້ນ​ໃຫ້​ເລື່ອນ​ມົ້າ​ລົງ​ໄປ​ຫາ Windows NT


ຕາມ​ດ້ວຍ CurrentVersion


6. ຂັ້ນ​ຕອນ​ນີ້ ແມ່ນ​ໃຫ້​ຄ່ອຍໆ ເລື່ອນ​ຫາ fonts ເນື່ອງ​ຈາກ​ມີ​ຫລາຍ​ໂຟ​ເດີ ມັນ​ຈະ​ລາຍ​ຕາ


7. ມາ​ເຖິງ​ນີ້ ໃນ​ປ່ອງ​ດ້ານ​ຂວາ​ມື ຈະ​ເຫັນ​ວ່າ​ມີ ຫລາຍ​ຟ່ອນ​ໃຫ້​ເລືອກ ໃນ​ນີ້​ຈະ​ຂໍ​ອະ​ທິ​ບາຍ​ຫລາຍ​ຫນ້ອຍ​ຫນຶ່ງ ຕາມ​ຄວາມ​ມັກ​ຂ​ແງ​ຂ້ອຍ​ແລ້ວ ແມ່ນ​ຈະ​ມັກ ຟອນ Phetsarath OT ສຳ​ລັບ​ຫມູ່​ເພື່ອນ ຫລື ທ່ານ​ຜູ້​ມາ​ຮັບ​ຊົມ​ເວັບ​ຂອງ​ຂ້ອຍ ແມ່ນ​ເລືອກ​ໄດ້​ຕາມ​ໃຈ​ມັກ ຫລື​ຈະ​ເອົາ saysetha OT ກໍ່​ໄດ້ ທີ່​ສຳ​ຄັນ ຕອງ​ເປັນ OT ເທົ່າ​ນັ້ນ

ຕົວ​ຢ່າງ: ໃນ​ນີ້ ຂ້ອຍ​ຈະ​ເລືອກ​ເອົາ font phaysarath OT ເຊິ່ງ​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ດັ່ງ​ນີ້:

- ເລື່ອນ​ຫາ ຟອນ ເພັດ​ສະ​ລາດ OT ດັ່ງ​ພາບ​ລຸ່ມ​ນີ້


ຈາ​ກນັ້ນ​ໃຫ້ ດັບ​ເບີ່ນ​ຄິກ​ໃສ່ ຟ່ອນ​ເພັດ​ສະ​ລາດ ເຊິ່ງ​ຈະ​ມີ​ຫນ້າ​ຕ່າງ​ປາ​ກົດ​ດັ່ງ​ພາບ ຫລັງ​ຈາກນັ້ນ​ໃຫ້​ທ່ານກອບ​ປີ ເອົາ ໂດຍ​ການ​ກົດ Ctrl+C ຫລື ທາ​ສີ ແລ້ວ ຄິກ​ຂວາ ກອບ​ປີ



ຈາກນັ້ນ​ໃຫ້​ເລືອນ​ຫາ ຟອນ ທີ່​ມີ​ຊື່​ວ່າ DokChampa ແລ້ວ​ກົດ ດັບ​ເບີ່ນ​ຄິກ


​ຈະ​ມີ​ຫນ້າ​ຕ່າ​ດັ່ງ​ພາບ​ດ້ານ​ຂ້າງ​ຂື້ນ​ມາ



ຫລັງ​ຈາກນັ້ນ ໃຫ້​ທາ​ສີ​ທັບ ຊ່ອງ Value data ແລ້ວ ກົດ Ctrl+V ຫລື ຄິກ​ຂວາ ແລ້ວ​ກົດ Paste ໃນ​ທີ່​ນີ້ ໃນ​ຊ່ອງ​ຂອງ Value data ກໍ່​ຈະ​ປ່ຽນ​ເປັນ Phetsarath Ot_lttf ຫລື ສະ​ກຸນ​ອື່ນ ຕາມ​ຟ່ອນ​ທີ່​ທ່ານ​ລົງ​ໄວ້​ແຕ້​ຕ້ອງ ມີ​ສະ​ກຸນ​ເປັນ .ttf



ໃນ​ພາບ​ດ້ານ​ເທິງ ຈະ​ເຫັນ​ວ່າ ເຂດ​ວົງ​ສີ​ມ່ວງ ຈະ​ມີ​ຊື່​ວ່າ DokChampa ສ່ວນ​ດ້ານ​ຂວາ​ມື ຈະ​ເປັນ Phetsarath OT ສະ​ແດງວ່າ ສຳ​ເລັດ ຫລັງ​ຈາກນັ້ນ​ແມ່ນ​ໃຫ້ ກົດ x ອອກ​ໄດ້​ເລີຍ ລໍ​ຖ້າ ປະ​ມານ 20 ວິ​ນາ​ທີ ໃຫ້​ເປີດ browser ຂື້ນ ແລ້ວ​ຈະ​ໄດ້ ຫລັງ​ສື​ດັ່ງ​ພາບ​ລຸ່ມ​ນີ້ (ກໍ​ລະ​ນ​ີ​ບໍ່​ເປັນ ໃຫ້ restart ເຄື່ອງ​ຄືນ​ໃຫມ່ ເທົ່າ​ນີ້ 

ທ່ານ​ກໍ່​ມີ​ຫນ້າ​ຈໍ​ຄອມ​ທີ່​ງາມ​ຕາມ​ແລ້ວ



ຂອ​ບ​ໃ​ຈ ຂໍ້ມູນ ດີໆ: ອາ​ນຸ​ສອນ (ໂຫນ່ງ ຄົນ​ວຽງ​ຈັນ)

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ