google-site-verification: google0d91bc93cfc88895.html ​ພູມ​ສັນ​ຖານ​ຂອງ​ປະ​ເທດ​ລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, August 03, 2015

​ພູມ​ສັນ​ຖານ​ຂອງ​ປະ​ເທດ​ລາວ

ສ.ປ.ປ.ລາວ ເປັນປະເທດດຽວໃນພາກພື້ນນີ້ທີ່ບໍ່ມີຊາຍແດນຕິດກັບທະເລ, ລວງຍາວຂອງປະເທດແຕ່ເໜືອຮອດໃຕ້ປະມານ 1.700 ກວ່າກິໂລແມັດ, ບ່ອນກວ້າງທີ່ສຸດ 500 ກິໂລແມັດ ແລະ ບ່ອນແຄບທີ່ສຸດ 140 ກິໂລແມັດ, ເນື້ອທີ່ທັງໝົດ 236.800 ກິໂລແມັດມົນທົນ, ມີທັງເຂດພູດອຍແລະທົ່ງພຽງ, ໃນນັ້ນມີເຂດພູພຽງ ແລະ ພູດອຍກວມເນື້ອທີ່ 3/4 ຂອງເນື້ອທີ່ທັງໝົດ ແລະ ໄດ້ແບ່ງອອກເປັນ 3 ເຂດຄື:
ສປປ ລາວ ເປັນປະເທດໜື່ງທື່ອຸດົມສົມບູນໄປດ້ວຍຫ້ວຍນ້ຳລຳເຊ ຊຶ່ງຢາຍຢູ່ແຕ່ເໜືອຮອດໃຕ້; ແມ່ນ້ຳຂອງໄຫຼຜ່ານຍາວ 1.835 ກິໂລແມັດ ເຊິ່ງມີຄວາມສາມາດບົ່ມຊ້ອນຂອງພະລັງໄຟຟ້ານ້ຳຕົກຢູ່ໃນອ່າງນ້ຳຂອງຕອນລຸ່ມກວມ 51% . ນອກຈາກແມ່ນ້ຳຂອງ​ແລ້ວ ຍັງມີບັນດາສາຍນ້ຳທີ່ສຳຄັນຕ່າງໆ ເຊັ່ນ: ນ້ຳອູ (ຜົ້ງສາລີ - ຫຼວງພະບາງ) ຍາວ 448 ກິໂລແມັດ, ນ້ຳງື່ມ (ຊຽງຂວາງ-ວຽງຈັນ) ຍາວ 354 ກິໂລແມັດ, ນ້ຳເຊບັ້ງຫຽງ (ສະຫວັນນະເຂດ) ຍາວ 338 ກິໂລແມັດ, ນ້ຳທາ (ຫຼວງນ້ຳທາ-ບໍ່ແກ້ວ) ຍາວ 325 ກິໂລແມັດ, ນ້ຳເຊກອງ (ສາລະວັນ-ເຊກອງ-ອັດຕະປື) ຍາວ 320 ກິໂລແມັດ, ນ້ຳເຊບັ້ງໄຟ (ຄຳມ່ວນ-ສະຫວັນນະເຂດ) ຍາວ 239 ກິໂລແມັດ, ນ້ຳແບ່ງ(ອຸດົມໄຊ) ຍາວ 215 ກິໂລແມັດ, ນ້ຳເຊໂດນ (ສາລະວັນ-ຈຳປາສັກ) ຍາວ 192 ກິໂລແມັດ, ນ້ຳເຊລະນອງ (ສະຫວັນນະເຂດ) ຍາວ 115 ກິໂລແມັດ, ນ້ຳກະດິງ (ບໍລິຄຳໄຊ) ຍາວ 103 ກິໂລແມັດ, ນ້ຳຄານ (ຫົວພັນ-ຫຼວງພະບາງ) ຍາວ 90 ກິໂລແມັດ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ