ອີງຕາມການສຳຫຼວດ ແລະ ແບ່ງເຂດດິນກະສິກໍາ ໃນລະດັບແຂວງ ແລະ ເມືອງ ໃນຂອບເຂດທົ່ວປະເທດ, ທີ່ດິນກະສິກຳທັງໝົດມີປະມານ 4,5 ລ້ານເຮັກຕາ (ເທົ່າກັບ 19% ຂອງພື້ນທີ່ດິນທົ່ວປະເທດ) ໄດ້ແບ່ງອອກເປັນ 3 ປະເພດຍ່ອຍຄື: 1) ພື້ນທີ່ຮາບພຽງ ແລະ ເໝາະສົມສຳລັບການເຮັດນາ ແລະ ປູກພືດລົ້ມລຸກ ອາຍຸສັ້ນ ມີເນື້ອທີ່ປະມານ 2 ລ້ານເຮັກຕາ, 2) ພື້ນທີ່ ທີ່ມີຄວາມຄ້ອຍຊັນປານກາງ, ຊັ້ນດິນເລິກເໝາະແກ່ການປູກພືດສະບຽງ ເຊັ່ນ: ສາລີ, ຖົ່ວເຫຼືອງ, ຖົ່ວຂຽວ, ໄມ້ກິນໝາກ, ພືດອຸດສະຫະກຳ ຫຼື ພືດ ເສດຖະກິດຕ່າງໆ ມີເນື້ອທີ່ປະມານ 1,8 ລ້ານເຮັກຕາ ແລະ 3) ພື້ນທີ່ດິນທີ່ເປັນທົ່ງຫຍ້າທຳມະຊາດເໝາະສົມແກ່ການລ້ຽງສັດໃຫຍ່ ມີເນື້ອທີ່ປະມານ 0,65 ລ້ານເຮັກຕາ, ນອກນັ້ນຍັງມີເນື້ອທີ່ ຢູ່ໃນເຂດປ່າໄມ້
ເຊັ່ນ: ເຂດປ່າໂຄກ, ປ່າຫ່າງ, ປ່າພຸ່ມ ແລະ ປ່າຕໍ່າ ປະມານ 1,14 ລ້ານເຮັກຕາ ທີ່ສາມາດລ້ຽງສັດໃຫຍ່ໄດ້.
ເພື່ອນຳໃຊ້ທີ່ດິນກະສິກຳໃຫ້ມີຄວາມຍືນຍົງ, ທັງສອດຄ່ອງ ແລະ ແທດເໝາະກັບເງື່ອນໄຂ, ທີ່ຕັ້ງ, ຈຸດພິເສດ, ທ່າແຮງ, ຂໍ້ໄດ້ປຽບຂອງແຕ່ລະພື້ນທີ່ ໃນການດຳເນີນການຜະລິດ ແລະ ທຸລະກິດ ດ້ານການ ປູກຝັງ ໃຫ້ເປັນລະບົບຕ່ອງໂສ້,
ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ ແລະ ຕາມ ທິດການຜະລິດກະສິກຳສະອາດ, ຈື່ງໄດ້ກຳນົດ
ແລະ ຈັດສັນ ເຂດການຜະລິດຕາມເຂດແຄ້ວນ ຊຶ່ງສາມາດ
ສັງລວມ ການກຳນົດເຂດທີ່ດິນ ສຳລັບການຜະລິດ ຄືດັ່ງລຸ່ມນີ້:
ເນື້ອທີ່ດິນກະສິກຳ ທີ່ເປັນທົ່ງພຽງທີ່ສຳຄັນ ໃນທົ່ວປະເທດ ແມ່ນມີຫຼາຍເຂດ
ຊຶ່ງຖືກຈັດແບ່ງ ຕາມຂະ ໜາດ ເຊັ່ນ: ທົ່ງພຽງໃຫຍ່, ທົ່ງພຽງກາງ ແລະ ທົ່ງພຽງນ້ອຍ; ລາຍລະອຽດ
ແຕ່ລະເຂດທົ່ງພຽງ ມີຄື:
§ ທົ່ງພຽງໃຫຍ່
ທີ່ມີເນື້ອທີ່ຫຼາຍກວ່າ 30.000 ເຮັກຕາ ມີທັງໝົດ 7 ແຫ່ງ ຄື: ທົ່ງພຽງວຽງຈັນ, ທົ່ງພຽງບໍລິຄຳໄຊ, ທົ່ງພຽງເຊບັ້ງໄຟ, ທົ່ງພຽງເຊບັ້ງຫຽງ, ທົ່ງພຽງເຊໂດນ, ທົ່ງພຽງຈຳປາສັກແລະ ທົ່ງພຽງອັດຕະປື, ຊຶ່ງກວມເອົາ 9 ແຂວງ 51 ເມືອງ, ມີເນື້ອທີ່ທັງໝົດ ປະມານ 2.370.600 ເຮັກຕາ ໃນນີ້ ເນື້ອທີ່ດິນກະສິກຳມີປະມານ 1.208.400 ເຮັກຕາ; ເນື້ອທີ່ໆເປັນນາແລ້ວ ປະມານ 718.200 ເຮັກຕາ, ເນື້ອທີ່ສຳລັບ ການປູກພືດ ແລະ ໄມ້ໃຫ້ໝາກ ປະມານ 127.100 ເຮັກຕາ ແລະ ທົ່ງຫຍ້າລ້ຽງສັດ ປະມານ 4.800 ເຮັກຕາ, ເນື້ອທີ່ໆຈະສາມາດຂະຫຍາຍສຳລັບການຜະລິດກະສິກຳ ໄດ້ຕື່ມທັງໝົດ
ປະມານ 358.300 ເຮັກຕາ. ໃນເຂດ 7 ທົ່ງພຽງໃຫ່ຍນີ້ ເປັນພື້ນທີ່ ຢູ່ໃນລະດັບຕໍ່າ ທີ່ມີອາກາດອົບອຸ່ນ (ທຽບໃສ່ໜ້ານໍ້າທະເລ 100-200 ແມັດ) ຊຶ່ງເປັນພື້ນທີ່ເໝາະສົມ ໃນການພັດທະນາຊົນລະກະເສດ, ພືດທີ່ເໝາະສົມປູກໃນລະດູຝົນແມ່ນ ເຂົ້າ, ສ່ວນລະດູແລ້ງ ໃນເຂດຊົນລະກະເສດສາມາດປູກພືດໄດ້ຫຼາຍຊະນິດ ເຊັ່ນ: ເຂົ້າ, ສາລີ, ປະເພດຖົ່ວ, ຜັກຕ່າງໆ, ຢາສູບ ແລະ ອື່ນໆ.
§ ທົ່ງພຽງຂະໜາດກາງ ທີ່ມີເນື້ອທີ່ ແຕ່ 5.000 ຫາ 30.000 ເຮັກຕາ ມີທັງໝົດ 16 ແຫ່ງ, ກວມເອົາ 9 ແຂວງ (ນະຄອນຫຼວງ, ວຽງຈັນ, ໄຊຍະບູລີ, ບໍ່ແກ້ວ, ຫຼວງນໍ້າທາ, ອຸດົມໄຊ, ຊຽງຂວາງ, ຫຼວງພະບາງ ແລະ ເຊກອງ) ແລະ 16 ເມືອງ ມີເນື້ອທີ່ທັງໝົດ ປະມານ 252.800 ເຮັກຕາ ໃນນີ້ ເນື້ອທີ່ດິນກະສິກຳມີປະມານ
208.800 ເຮັກຕາ; ເນື້ອທີ່ໆເປັນນາແລ້ວ ປະມານ 51.400 ເຮັກຕາ, ເນື້ອທີ່ປູກພືດ ແລະ ໄມ້ກິນໝາກ ປະມານ 46.300 ເຮັກຕາ ແລະ ທົ່ງຫຍ້າລ້ຽງສັດ ປະມານ 2.100 ເຮັກຕາ, ເນື້ອທີ່ໆຈະສາມາດຂະຫຍາຍ ສຳລັບການຜະລິດກະສິກຳ
ໄດ້ຕື່ມທັງໝົດ 109.000 ເຮັກຕາ. ໃນເຂດທົ່ງພຽງຂະໜາດກາງ ສ່ວນໃຫຍ່ມີລະດັບຄວາມສູງ ຈາກລະດັບໜ້ານ້ຳທະເລ ຢູ່ໃນລະຫວ່າງ 500-700 ແມັດ, ລະດູຝົນ ເໝາະສົມແກ່ການປູກເຂົ້າ ແລະ ລະດູແລ້ງ ສາມາດປູກເຂົ້າ, ສາລີ, ຖົ່ວ ແລະ ພືດອື່ນໆ.
§ ທົ່ງພຽງນ້ອຍເຂດພູດອຍ ທີ່ມີເນື້ອທີ່ ແຕ່ 300 ຫາ 5.000
ເຮັກຕາ ມີທັງໝົດ 12 ແຫ່ງ, ກວມ ເອົາ 6 ແຂວງ, 11 ເມືອງ ມີເນື້ອທີ່ທັງໝົດ ປະມານ 22.200 ເຮັກຕາ, ໃນນີ້ ເນື້ອທີ່ດິນ ກະສິກຳ ມີປະມານ
16.000 ເຮັກຕາ; ເນື້ອທີ່ໆເປັນນາແລ້ວ ປະມານ 2.700 ເຮັກຕາ, ເນື້ອທີ່ປູກພືດ ແລະ ໄມ້ໃຫ້ໝາກ 9.200 ເຮັກຕາ ແລະ ທົ່ງຫຍ້າລ້ຽງສັດ ປະມານ 400 ເຮັກຕາ, ເນື້ອທີ່ໆຈະສາມາດ ຂະຫຍາຍສຳລັບການຜະລິດກະສິກຳ
ໄດ້ຕື່ມທັງໝົດ ປະມານ 3.500 ເຮັກຕາ. ໃນເຂດທົ່ງພຽງນ້ອຍ ໂດຍສະເພາະ ຢູ່ເຂດພູດອຍ ທີ່ມີລະດັບຄວາມສູງຈາກໜ້າ ນໍ້າທະເລ ຫຼາຍກວ່າ 500 ແມັດ ໃນລະດູຝົນ ສາມາດປູກເຂົ້າທີ່ມີຄຸນນະພາບສູງໄດ້ດີ, ສ່ວນລະ ດູແລ້ງສາມາດປູກພືດໄດ້ຫຼາຍ ຊະນິດ ເຊັ່ນ: ຖົ່ວດິນ, ຜັກທຽມ, ພືດຜັກ ແລະ ອື່ນໆ ທີ່ໃຊ້ນ້ຳໜ້ອຍ, ເຂດດັ່ງກ່າວສ່ວນໃຫ່ຍແມ່ນມີໝອກປົກຄຸມ.
ຂ. ເນື້ອທີ່ດິນກະສິກຳ
ທີ່ບໍ່ໄດ້ຈັດເປັນທົ່ງພຽງ:
ນອກຈາກເຂດທົ່ງພຽງແລ້ວ ຍັງມີເຂດຮາບພຽງອື່ນໆ[2] ທີ່ກະຈາຍຢູ່ໃນທົ່ວປະເທດ ຊຶ່ງບໍ່ໄດ້ຈັດເຂົ້າ ໃນເຂດທົ່ງພຽງຕ່າງໆຂ້າງເທິງ ຊຶ່ງມີເນື້ອທີ່ກະສິກຳທັງໝົດ ປະມານ 2 ລ້ານເຮັກຕາ, ໃນນັ້ນ ເນື້ອທີ່ໆເປັນນາແລ້ວ ປະມານ 182.500 ເຮັກຕາ, ເນື້ອທີ່ສຳລັບ ການປູກພືດ ແລະ ໄມ້ໃຫ້ໝາກ ປະມານ 304.400ເຮັກຕາ ແລະ ທົ່ງຫຍ້າລ້ຽງສັດ ປະມານ 147.300 ເຮັກຕາ, ເນື້ອທີ່ໆຈະສາມາດຂະຫຍາຍ ສຳລັບການ ຜະລິດກະສິກຳໄດ້ຕື່ມທັງໝົດ ມີປະມານ 1,36 ລ້ານເຮັກຕາ; ໃນນີ້ ອາດສາມາດຂະຫຍາຍເປັນເນື້ອທີ່ນາໄດ້ຕື່ມ ປະມານ 650.000 ເຮັກຕາ ແລະ ຂະຫຍາຍເປັນເນື້ອທີ່ສຳລັບປູກພືດ ແລະ ໄມ້ໃຫ້ໝາກ ໄດ້ປະມານ 717.000 ເຮັກຕາ.
ຄ. ເນື້ອທີ່ດິນກະສິກຳ
ທີ່ເປັນພູພຽງ ແລະ ພູດອຍ:
§
ເຂດພູພຽງ[3]: ລວມມີ 3 ພູພຽງຕົ້ນຕໍ ຄື: ພູພຽງບໍລິເວນ, ພູພຽງນາກາຍ ແລະ ພູພຽງຊຽງຂວາງ ຊຶ່ງກວມ 5 ແຂວງ, 10 ເມືອງ ມີເນື້ອທີ່ທັງໝົດ ປະມານ 291.900 ເຮັກຕາ ໃນນັ້ນ ເນື້ອທີ່ດິນ ກະສິກຳມີປະມານ
185.100 ເຮັກຕາ; ເນື້ອທີ່ໆເປັນນາແລ້ວ ປະມານ 4.900 ເຮັກຕາ, ເນື້ອທີ່ ປູກພືດ ແລະ ໄມ້ໃຫ້ໝາກ ປະມານ 151.600 ເຮັກຕາ ແລະ ທົ່ງຫຍ້າລ້ຽງສັດ ປະມານ 9.900ເຮັກຕາ, ເນື້ອທີ່ໆຈະສາມາດຂະຫຍາຍສຳລັບການຜະລິດກະສິກຳ ໄດ້ຕື່ມທັງໝົດ ປະມານ 18.700 ເຮັກຕາ.
o
ພູພຽງບໍລິເວນ: ມີລະດັບຄວາມສູງຈາກໜ້ານໍ້າທະເລ ລະຫວ່າງ 700-1.000 ແມັດ, ກວມ 3 ແຂວງ (ສາລະວັນ, ຈຳປາສັກ ແລະ ເຊກອງ), 4 ເມືອງ ຄື: ປາກຊ່ອງ, ບາຈຽງ (ແຂວງ ຈຳປາສັກ), ເລົ່າງາມ (ແຂວງສາລະວັນ), ທ່າແຕງ (ແຂວງເຊກອງ), ມີເນື້ອທີ່ທັງໝົດ ປະມານ 195.900 ເຮັກຕາ, ໃນນັ້ນ ເນື້ອທີ່ດິນກະສິກຳ ມີປະມານ
160.100 ເຮັກຕາ; ເນື້ອທີ່ໆເປັນນາແລ້ວ ປະມານ 1.400 ເຮັກຕາ, ເນື້ອທີ່ປູກພືດ ແລະ ໄມ້ໃຫ້ໝາກ ປະມານ 146.600 ເຮັກຕາ, ທົ່ງຫຍ້າລ້ຽງສັດ ປະມານ 200 ເຮັກຕາ, ເນື້ອທີ່ໆສາມາດຂະຫຍາຍ ສຳລັບການປູກຝັງ ໄດ້ຕື່ມ ປະມານ 11.900 ເຮັກຕາ. ເຂດພູພຽງບໍລິເວນ ເປັນພູພຽງ ທີ່ມີເນື້ອທີ່ ກວ້າງຂວາງ, ມີຄວາມສູງ ແລະ ມີອາກາດເຢັນທີ່ເປັນເອກະລັກສະເພາະ ເໝາະແກ່ການປູກກາເຟ, ພືດຜັກ, ໄມ້ໃຫ້ໝາກ, ດອກໄມ້ ແລະ ພືດເມືອງໜາວ ແລະ ຍັງສາມາດປູກຜັກນອກລະດູໄດ້; ເຂດດັ່ງກ່າວ ສາມາດເວົ້າໄດ້ວ່າ ເປັນເຂດທີ່ມີທ່າແຮງໄດ້ປຽບໃນດ້ານການປູກພືດຜັກ ແລະ ພືດເສດຖະກິດອື່ນໆໄດ້ເປັນຢ່າງດີ ຍ້ອນເປັນເຂດທີ່ມີ ອາກາດ ເໝາະສົມ ແລະ
ດິນມີຄວາມອຸດົມສົມບູນດີ.
o
ພູພຽງນາກາຍ: ລະດັບຄວາມສູງຈາກໜ້ານໍ້າທະເລປະມານ 800 ແມັດ, ນອນຢູ່ໃນເຂດ ເມືອງນາກາຍ ແຂວງຄຳມ່ວນ, ມີເນື້ອທີ່ທັງໝົດ ປະມານ 67.600 ເຮັກຕາ, ໃນນັ້ນ ເນື້ອທີ່ ດິນກະສິກຳມີປະມານ 920 ເຮັກຕາ; ເນື້ອທີ່ໆເປັນນາແລ້ວ ພຽງແຕ່ 23 ເຮັກຕາ, ເນື້ອທີ່ ສຳລັບປູກພືດ ແລະ ໄມ້ໃຫ້ໝາກ 39 ເຮັກຕາ, ທົ່ງຫ້ຍາລ້ຽງສັດ 150 ເຮັກຕາ, ເນື້ອທີ່ຈະສາມາດຂະຫຍາຍສຳລັບການຜະລິດກະສິກຳ ໄດ້ຕື່ມ ປະມານ 710 ເຮັກຕາ, ທັງນີ້ກໍຍ້ອນ ວ່າ ພື້ນທີ່ສ່ວນໃຫຍ່ ແມ່ນເປັນທີ່ດິນປ່າໄມ້ (ປ່າສະຫງວນແຫ່ງຊາດ), ອີກປະການໜຶ່ງ ຄວາມ ເໝາະສົມ ສຳລັບການປູກພືດ ແມ່ນຂ້ອນຂ້າງຕໍ່າ ຍ້ອນວ່າໂຄງສ້າງຂອງດິນບໍ່ດີປານໃດ ເມື່ອ ທຽບໃສ່ເຂດພູພຽງບໍລິເວນ, ແຕ່ເຂດດັ່ງກ່າວ ມີອ່າງເກັບນ້ຳ ເຂື່ອນໄຟຟ້ານໍ້າເທີນ-2 (ກວມ ເນື້ອທີ່ປະມານ
45.000 ເຮັກຕາ) ຊຶ່ງເໝາະສົມ
ສຳລັບການລ້ຽງປາ ແລະ ການປະມົງ.
o
ພູພຽງຊຽງຂວາງ: ລະດັບຄວາມສູງຈາກໜ້ານໍ້າທະເລ ລະຫວ່າງ 800-1.200 ແມັດ, ນອນ ຢູ່ໃນ 5 ເມືອງ (ເມືອງພູກູດ, ແປກ, ຄູນ, ຜາໄຊ ແລະ ເມືອງຄຳ) ຂອງແຂວງຊຽງຂວາງ, ມີເນື້ອທີ່ທັງໝົດ ປະມານ 28.400
ເຮັກຕາ, ໃນນັ້ນ ມີເນື້ອທີ່ດິນກະສິກຳປະມານ 24.200 ເຮັກຕາ; ເນື້ອທີ່ໆເປັນນາແລ້ວ ປະມານ 3.520 ເຮັກຕາ, ເນື້ອທີ່ປູກພືດ ແລະ ໄມ້ໃຫ້ໝາກ ປະມານ 4.940 ເຮັກຕາ, ທົ່ງຫຍ້າລ້ຽງສັດ ປະມານ 9.540 ເຮັກຕາ, ເນື້ອທີ່ໆຈະສາມາດຂະຫຍາຍ ສໍາລັບການຜະລິດກະສິກໍາໄດ້ຕື່ມທັງໝົດ ປະມານ 6.200 ເຮັກຕາ. ພູພຽງ ຊຽງຂວາງ ເປັນພູພຽງທີ່ມີຂະໜາດກ້ວາງພໍສົມຄວນ ເຖິງວ່າຄຸນນະພາບຂອງດິນບໍ່ດີປານໃດແຕ່ກໍສາມາດປັບປຸງໄດ້. ອີກປະການໜຶ່ງ ເຂດດັ່ງກ່າວ ຍັງມີທ່າແຮງໄດ້ປຽບ ຍ້ອນວ່າມີຄວາມສູງ ແລະ ມີອາກາດເຢັນທີ່ເປັນເອກະລັກສະເພາະ ສາມາດປັບປຸງເປັນທົ່ງຫຍ້າລ້ຽງສັດໄດ້ດີ ແລະ ສາມາດປູກພືດເມືອງໜາວ, ລວມທັງພືດຜັກ ແລະ ໄມ້ກິນໝາກໄດ້ເປັນຢ່າງດີ.
§ ເນື້ອທີ່ດິນກະສິກຳ ເຂດພູດອຍ[4]: ນອກຈາກເນື້ອທີ່ໆມີຢູ່ໃນບັນດາທົ່ງພຽງ,
ພູພຽງ ແລະ ເຂດຮາບ ພຽງຕ່າງໆ ທີ່ກ່າວມາ ຂ້າງເທີງນັ້ນແລ້ວ ຍັງມີເນື້ອທີ່ໆບໍ່ໄດ້ຈັດເຂົ້າໃນບັນດາທົ່ງພຽງ
ແລະ ພູພຽງ ຊຶ່ງສ່ວນໃຫຍ່ແມ່ນ ຢູ່ກະແຈກກະຈາຍ ໃນເຂດພູດອຍ ໃນທົ່ວປະເທດ ຊຶ່ງມີເນື້ອທີ່ດິນກະສິກຳທັງໝົດ ປະມານ 901.300 ເຮັກຕາ, ໃນນັ້ນ ເນື້ອທີ່ໆເປັນນາແລ້ວ ປະມານ 4.300 ເຮັກຕາ, ເນື້ອທີ່ປູກພືດ ແລະ ໄມ້ໃຫ້ໝາກ ປະມານ 248.200 ເຮັກຕາ, ທົ່ງຫ້ຍາລ້ຽງສັດ ປະມານ 489.800 ເຮັກຕາ, ເນື້ອທີ່ຈະສາມາດຂະຫຍາຍ ສຳລັບການຜະລິດກະສິກຳ ໄດ້ຕື່ມ ທັງໝົດ ປະມານ 159.000 ເຮັກຕາ .
ສັງລວມແລ້ວ ເຫັນວ່າ ທີ່ດິນສຳລັບການຜະລິດກະສິກຳ
ໃນ ສປປລາວ ແມ່ນມີພຽງພໍ ແຕ່ການນຳໃຊ້ທີ່ດິນດັ່ງກ່າວ ໂດຍລວມແລ້ວ ແມ່ນຍັງບໍ່ທັນສາມາດຂຸດຄົ້ນ ແລະ ນຳໃຊ້ໄດ້ທັງໝົດທ່າແຮງທີ່ມີ ແລະ ການນຳໃຊ້
ກໍບໍ່ທັນມີປະສິດທິຜົນເທົ່າທີ່ຄວນ ໂດຍສະເພາະໃນເຂດທົ່ງພຽງໃຫຍ່ ແລະ
ເຂດທົ່ງພຽງກາງ ພາກເໜືອ ເຊັ່ນ: ທົ່ງງົວແດງ, ທົ່ງພ້າວຫ້າວ, ທົ່ງຜາອຸດົມ ແຂວງບໍ່ແກ້ວ,
ທົ່ງເມືອງຫຼວງນໍ້າທາ, ທົ່ງ ເມືອງສິງ ແຂວງຫຼວງນໍ້າທາ; ທົ່ງພຽຽເມືອງພຽງ,
ທົ່ງພຽງໄຊຍະບູລີ, ທົ່ງພຽງເມືອງຊຽງຮ່ອນ ແຂວງ ໄຊຍະບູລີ ທີ່ເຫັນວ່າມີທ່າແຮງສູງ ໃນການພັດທະນາຊົນລະກະເສດ ແລະ ອີກປະການໜຶ່ງ ປະຊາຊົນ ສ່ວນໃຫຍ່ ກໍມີມູນເຊື້ອ ໃນການຜະລິດ ກະສິກຳເປັນຢ່າງດີ.
ເຖິງຢ່າງໃດກໍຕາມ ເພື່ອເປັນການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກໍາ ໃຫ້ມີຄວາມຍືນຍົງ, ຮັບປະ ກັນປະສິດຕິຜົນສູງສຸດ, ນຳຜົນປະໂຫຍດສູງສຸດມາໃຫ້ແກ່ປະເທດຊາດ ແລະ ສາມາດປະກອບສ່ວນ ເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນ ຈຶ່ງສະເໜີ ບາງ ມາດຕະການ ເພື່ອຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ ຄືດັ່ງລຸ່ມນີ້:
§ ສືບຕໍ່ຢ່າງເລັ່ງລັດ ການຈັດສັນທີ່ດິນກະສິກຳ ໃນຂອບເຂດທົ່ວປະເທດ ເພື່ອຮັບປະກັນໃຫ້ມີເນື້ອທີ່ ດິນທໍາການຜະລິດຢ່າງພຽງພໍ
ເພື່ອຮັບປະກັນຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ແລະ ຮັກສາທີ່ດິນກະສິກຳໄວ້ບໍ່ໃຫ້ຫຼຸດ 4,5 ລ້ານເຮັກຕາ, ໃນນັ້ນ ທີ່ດິນສຳລັບຜະລິດ ສະບຽງອາຫານ
ໂດຍສະເພາະ ດິນນາ ບໍ່ໃຫ້ຫຼຸດ 2 ລ້ານເຮັກຕາ.
§ ດຳເນີນການສຳຫຼວດ ຈັດສັນ ເຂດພື້ນທີ່ເພື່ອເປົ້າໝາຍການສະຫງວນ
ແລະ ຮັກສາໄວ້ ສຳລັບ ການຜະລິດກະສິກຳ ທີ່ມີເອກກະລັກສະເພາະ ຂອງທ້ອງຖິ່ນ ເຊັ່ນ:
ເຂດປູກກາເຟ ຢູ່ພູພຽງ ບໍລິເວນ, ເຂດປູກເຂົ້າໄກ່ນ້ອຍ ຢູ່ແຂວງຊຽງຂວາງ ແລະ ຫົວພັນ,
ເຂດລ້ຽງສັດໃຫຍ່ ຢູ່ພູພຽງ ຊຽງຂວາງ ແລະ ແຕ້ມແຜນວາດພ້ອມທັງປັກຫຼັກໝາຍ
ເຂດເນື້ອທີ່ການຜະລິດກະສິກໍາ ທີ່ມີລະບົບ ຊົນລະປະທານຄົບຊຸດ
ແມ່ນຫ້າມຫັນປ່ຽນການນຳໄຊ້ທີ່ດິນ ໄປສູ່ເປົ້າໝາຍອື່ນຢ່າງເດັດຂາດ ໂດຍ ສະເພາະ
ໃນເຂດໂຄງການຈຸດສຸມການຜະລິດເຂົ້າ ເພື່ອຄໍ້າປະກັນສະບຽງ ໂດຍສຸມໃສ່ ບັນດາ ທົ່ງພຽງໄຫຍ່
ແລະ ທົ່ງພຽງກາງຈຳນວນໜຶ່ງ ໃນ 10 ແຂວງ ເພື່ອບັນລຸເນື້ອທີ່ນາປູກເຂົ້າ ທັງ 2 ລະດູ
ໃຫ້ໄດ້ປະມານ 600.000 ເຮັກຕາ ແລະ ຍົກຜະລິດຕະພາບ ແນໃສ່ ເພື່ອຮັບປະກັນການ ຜະລິດເຂົ້າໃຫ້ໄດ້
2,5 ລ້ານໂຕນເຂົ້າເປືອກ (ໃນນີ້; ເຂົ້າສຳລັບບໍລິໂພກ ປະມານ 2,1 ລ້ານ ໂຕນ ແລະ ເພື່ອເປັນຄັງແຮເຂົ້າ
ປະມານ 4 ແສນໂຕນ).
§ ສຸມໃສ່ວຽກງານການສຳຫລວດທີ່ດິນ ແລະ
ວາງແຜນການນຳໃຊ້ທີ່ດິນກະສິກຳ ໃນລະດັບກຸ່ມບ້ານ ໃນມາດຕາສ່ວນ 1/5.000 ຫຼື 1/10.000 ແບບມີສ່ວນຮ່ວມ ເປັນຕົ້ນແມ່ນ ບັນດາກຸ່ມບ້ານພັດ ທະນາໃນວຽກງານ 3 ສ້າງ ແລະ ບາງກຸ່ມບ້ານ
ໃນຂອບເຂດທົ່ວປະເທດ ທີ່ເປັນບຸລິມະສິດ.
§
ຄົ້ນຄວ້າ ແລະ
ປັບປຸງຄືນບັນດາກົດໝາຍ, ລະບຽບການ ແລະ ນິຕິກຳຕ່າງໆ ທີ່ພົວພັນ ເຖິງການ
ຄຸ້ມຄອງການນຳໃຊ້ທີ່ດິນກະສິກຳ ທີ່ຍັງເຫັນວ່າບໍ່ທັນສອດຄ່ອງກັບສະພາບຕົວຈິງ ນອກຈາກນີ້
ຍັງຕ້ອງໄດ້ຄົ້ນຄວ້າ ແລະ ນໍາສະເໜີ ຮ່າງກົດໝາຍ ຫຼື ຮ່າງດຳລັດ ທີ່ເຫັນວ່າ
ຈຳເປັນເຊັ່ນ: ກົດໝາຍ ຫຼື ດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ,
ບັນດາຄຳສັ່ງ, ຂໍ້ຕົກລົງ, ຄຳແນະນຳ ແລະ ລະບຽບການຕ່າງໆ ເຊັ່ນ: ລະບຽບການ ຄຸ້ມຄອງດິນນາ,
ລະບຽບການຄຸ້ມຄອງ ດິນກະສິກຳເຂດເນີນສູງ ແລະ ອື່ນໆ ເພື່ອຮັບໃຊ້ໃຫ້ແກ່ການປະຕິບັດ ແຜນນະໂຍບາຍ
ກ່ຽວກັບ ການຄຸ້ມຄອງ ທີ່ດິນກະສິກຳ.
§ ສ້າງພື້ນຖານໂຄງລ່າງ ຝຶກອົບຮົມ ແລະ ກໍ່ສ້າງພະນັກງານວິຊາການໃນການວິໄຈດິນ, ພືດ ແລະ ຝຸ່ນ ໃນລະດັບແຂວງໃຫ້ໄດ້ ແຂວງລະໜຶ່ງແຫ່ງ
ພ້ອມວິຊາການຄົບຊຸດ ຝຶກອົບຮົມ ແລະ ກໍ່ສ້າງ ໝໍດິນ ປະຈຳບ້ານ ຫຼື ກຸ່ມບ້ານ
ພັດທະນາທີ່ເປັນເປົ້າໝາຍຈຸດສຸມການຜະລິດໃຫ້ທົ່ວເຖິງ.
§ ສ້າງຖານຂໍ້ມູນ,
ປື້ມຄູ່ມືການນຳໃຊ້ດິນກະສິກຳ ແລະ
ການນຳໃຊ້ຝຸ່ນຊະນິດຕ່າງໆ ເພື່ອໂຄສະນາ ເຜີຍແຜ່ຢ່າງກວ້າງຂວາງ
ແລະ ທົ່ວເຖິງດ້ວຍຮູບການ ແລະ ວິທີການຕ່າງໆ ທີ່ເໝາະສົມເຊັ່ນ: ວິທະຍຸ,ໂທລະພາບ, ສື່ສິ່ງພີມຕ່າງໆ
ແລະ ລົງເວບໄຊເຫຼົ່ານີ້ເປັນຕົ້ນ.
§
ດຳເນີນການຕິດຕາມກວດກາ ຢ່າງເປັນລະບົບຕໍ່ການນຳໃຊ້ທີ່ດິນກະສິກຳ ທີ່ບໍ່ຖືກຕ້ອງ ຕາມ
ເປົ້າໝາຍ, ການຈັບຈອງຫຼືການຫັນປ່ຽນທີ່ດິນກະສິກໍາ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບ
ການ, ການນຳໃຊ້ທີ່ດິນກະສິກຳ ທີ່ເປັນຜົນສະທ້ອນອັນບໍ່ດີຕໍ່ສິ່ງແວດລ້ອມ ແລະ ອື່ນໆ ແລະ
ມີມາດຕະການຢ່າງເຂັ້ມງວດຕໍ່ຜູ້ລະເມີດ.
[1] ເຂດພື້ນທີ່ກະສິກຳທີ່ເປັນທົ່ງພຽງ: ໝາຍເຖິງພື້ນທີ່ ທີ່ມີຄວາມຮາບພຽງ
ຫາຄ້ອຍຊັນປານກາງ ຊຶ່ງມີລະດັບຄວາມຄ້ອຍຊັນ ລະ ຫວ່າງ 0-26% (ຫຼື 0-15 ອົງສາ), ລະດັບຄວາມສູງຈາກໜ້ານໍ້າທະເລ
ຂອງບັນດາທົ່ງພຽງໃຫ່ຍແມ່ນຕໍ່າກ່ວາ 500 ແມັດ ລົງມາ, ສໍາລັບບັນດາທົ່ງ ພຽງນ້ອຍເຂດພູດອຍ
ລະດັບຄວາມສູງຈາກໜ້ານໍ້າທະເລສ່ວນໃຫຍ່ແມ່ນຢູ່ໃນລະຫວ່າງ 500-700 ແມັດ ແລະ ການນຳໃຊ້ທີ່ດິນ
ເຂົ້າໃນ ການຜະລິດແມ່ນຫຼາຍກ່ວາ 50% ຂື້ນໄປ.
[2] ເຂດຮາບພຽງອື່ນໆ: ໝາຍເຖິງພື້ນທີ່ ທີ່ມີຄວາມຮາບພຽງ ຫາຄ້ອຍຊັນປານກາງ ຊຶ່ງມີລະດັບ
ຄວາມຄ້ອຍຊັນລະຫວ່າງ 0-26% (ຫຼື 0-15 ອົງສາ), ລະດັບຄວາມສູງ ຈາກໜ້ານໍ້າທະເລ ແມ່ນຕໍ່າກວ່າ
700 ແມັດລົງມາ ແລະ ການນຳໃຊ້ ທີ່ດິນເຂົ້າໃນການຜະລິດກະສິກໍາ ແມ່ນ ຫຼາຍກ່ວາ 50%
ຂື້ນໄປ ຊຶ່ງກະແຈກກະຈາຍຢູ່ທົ່ວທຸກພາກ ຂອງປະເທດ ທີ່ບໍ່ນອນຢູ່ໃນເຂດທົ່ງພຽງ,
ພູພຽງ, ພູດອຍ ແລະ ມີເນື້ອທີ່ ແຕ່ລະຕອນ ນ້ອຍກວ່າ 300 ຮຕ ລົງມາ.
[3] ເຂດພູພຽງ: ໝາຍເຖິງເຂດພື້ນທີ່ທີ່ມີຄວາມຮາບພຽງ
ຫາຄ້ອຍຊັນປານກາງ ດ້ວຍຄວາມ ຄ້ອຍຊັນລະຫວ່າງ 0-26% (ຫຼື 0-15 ອົງສາ),
ລະດັບຄວາມສູງຈາກໜ້ານໍ້າທະເລສ່ວນໃຫຍ່ແມ່ນລະຫວ່າງ 700-1000 ແມັດ,
ພື້ນທີ່ດັ່ງກ່າວແມ່ນເປັນບໍລິເວນກວ້າງ ທີ່ຕິດຈອດກັນ ຊຶ່ງເໝາະສົມໃນການຜະລິດເປັນສ່ວນໃຫຍ່
ເຊັ່ນ: ພູພຽງຊຽງຂວາງ, ພູພຽງນາກາຍ ແລະ ພູພຽງບໍລິເວນ.
[4] ພື້ນທີ່ກະສິກໍາເຂດພູດອຍ:
ໝາຍເຖີງເຂດພື້ນທີ່ທີ່ມີຄວາຄ້ອຍຊັນຫຼາຍກວ່າ 26% ຂື້ນໄປ (ຫຼື ຫຼາຍກວ່າ 15
ອົງສາຂື້ນໄປ), ລະດັບຄວາມ ສູງຈາກໜ້ານໍ້າທະເລສູງກວ່າ 500
ແມັດຂື້ນໄປຊຶ່ງພື້ນທີ່ດັ່ງກ່າວແມ່ນມີຫຼັກສະນະເປັນຫຼຸບເປັນໂນນ ທີ່ບໍ່ເໝາະສົມໃນ ການຜະລິດ
ກະສິກຳ ຊຶ່ງສ່ວນໃຫຍ່ແມ່ນກະຈາຍຢູ່ໃນເຂດພາກເໜືອ ແລະ ເຂດຊາຍແດນທາງທິດຕາເວັນອອກ ທີ່ຕິດກັບ
ສສຫວຽດນາມ ເປັນສ່ວນໃຫຍ່.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ