google-site-verification: google0d91bc93cfc88895.html ໃ​ນສະ​ໄໝ​ອານາຈັກ​ສີ​ໂຄດ​ຕະບອງ ຫຼື​ ສີ​ໂຄດ​ຕະບູນ (ແຕ່ສະຕະວັດ ທີ 1 ເຖິງທີ 10). - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, August 21, 2015

ໃ​ນສະ​ໄໝ​ອານາຈັກ​ສີ​ໂຄດ​ຕະບອງ ຫຼື​ ສີ​ໂຄດ​ຕະບູນ (ແຕ່ສະຕະວັດ ທີ 1 ເຖິງທີ 10).

ໃ​ນສະ​ໄໝ​ອານາຈັກ​ສີ​ໂຄດ​ຕະບອງ ຫຼື​ ສີ​ໂຄດ​ຕະບູນ (ແຕ່ສະຕະວັດ ທີ 1 ເຖິງທີ 10).

ຕາມປື້ມປະຫວັດສາດຂອງ ດຣ. ສຸເນດ ໂພທິສານ ໄດ້ສັງລວມວ່າ: ໜັງສື ອຸລັງຂະທາດ ກ່າວເຖິງ ວຽງຈັນໃນເບື້ອງຕົ້ນວ່າ: ຄັັ້ງໜຶ່ງມີພະລືສີ 2 ຕົນ ໄດ້ ມາປູກ ໄມ້ຈັນ ໄວ້ທີ່ ປາກປ່າສັກ ຄິດວ່າບ່ອນນີ້ ໃນອະນາຄົດຈະເປັນບ່ອນທີ່ຮຸ່ງເຮືອງ. ຕໍ່ມາ ກໍ່ມີພະຍາອົງໜຶ່ງ ຊຶ່ງເປັນເຊື້ອ ພະຍາສຸວັນນະພິງຄານ ​ແຫ່ງເມືອງ ໜອງຫານຫຼວງ (ສະກົນນ​ະຄອນ) ອານາຈັກສີໂຄດຕະບອງ ໄດ້ມາສ້າງ ບ້ານແປງເມືອງຢູ່ປາກ ຫ້ວຍ ເກົ້າລ້ຽວແລ້ວໃສ່ຊື່ຂົງເຂດນີ້ວ່າ ເມືອງ ສຸວັນນະພູມ; ພະຍາອົງນີ້ມີລູກຊາຍ ຊື່ວ່າ ທ້າວ ຄຳບາງ ແລະ ຜູ້ນີ້ ກໍ່ມີ ລູກສາວຜູ້ໜຶ່ງ ຊື່ວ່າ ນາງ ອິນທະສະຫວ່າງ ຕໍ່ມາກໍ່ໄດ້ແຕ່ງງານ ກັບ ທ້າວ ບູລິຈັນ (ອ້ວຍລ້ວຍ​) ຊຶ່ງເປັນພໍ່ນາຜູ້ໜຶ່ງ ຢູ່ບ້ານໜອງຄັນ ແທຜີເສື້ອນ້ຳ (ບໍລິເວນສີສັງວອນ ຫາ ​ຮ່ອງ​ແກດຽວນີ້). ທ້າວ ບູລິຈັນ ເປັນຊາວ ນາທີ່ ດຸ ໝັ່ນ, ຊື່ ສັດ ຄ້ຳຊູ​ສາສະໜາ ແລະ ທັງເປັນນາຍບ້ານແຫ່ງນີ້, ເມື່ອຊ່າລືໄປ ເຖິງພະເຈົ້າ ສຸມິດຕະທຳ ມະວົງສາ ແຫ່ງ ເມືອງມະລຸກນະຄອນ ສີໂຄດ ຕະ ບອງ ຈຶ່ງ ພໍໃຈ ແລະ ໄດ້ແຕ່ງຕັ້ງ ທ້າວບູລິຈັນ ປົກຄອງເມືອງວຽງຈັນ ແຕ່ປາກກະດິງ ຂຶ້ນເມືອ ເຖິງເມືອງຊະນະຄາມ.

  • ຈາກ​ຂໍ້​ມູມ ນີ້ມີ​ເຫດຜົ​ນພຽງພໍ​ທີ່​ຈະ​ເວົ້າ​ໄດ້​ວ່າ: ​ເມືອງ​ວຽງ​ຈັນ ໄດ້​ເລີ່​ມພັດທະນາ​ເປັ​ນຕົວ​ເມືອງ​ມາ​ແລ້ວ​ຊຶ່ງ​ອາດ​ຖືກກັບ​ຄຳ​ວ່າ: ບູລິ ແປ​ວ່າ ວຽງ ຈັນ ແມ່ນ​ຊື່​ຂອງ​ ຜູ້​ກ່ຽວ​ ເອງ.
  • ໃນປະຫວັດການສ້າງພະທາດພະນົມ ແລະ ພະທາດຫຼວງ ເພິ່ນກໍ່ພ້ອມກັນຮັບຮູ້ ວ່າ: ທ້າວ ບູລິຈັນ ນັ້ນເອງ ໄດ້ລະດົມສ້າງພະທາດຫຼວງ. ບູລິ ຈັນ ໄດ້ປົກຄອງເມືອງວຽງຈັນ ໃນສະຕະວັດທີ 6 ຊຶ່ງເວລານັ້ນແມ່ນອານາຈັກສີໂຄດຕະບອງ ຮຸ່ງເຮືອງ ເຫຼືອງເຫຼື້ອມແລ້ວ. ສະນັ້ນ ເມືອງວຽງ ຈັນ ຈຶ່ງໄດ້ໃສ່ຊື່ ວ່າ: ເມືອງຈັນທະບູລີ ຕາມຊື່ນາມມະຍົດຂອງ ບູລິຈັນ ນັ້ນເອງ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ